Friday, November 14, 2025
Kbank Laos โอน รับ จ่าย

ເຜີຍແຜ່ຄວາມຮູ້ກ່ຽວກັບວັກຊີນປ້ອງກັນມະເຮັງປາກມົດລູກ

ທ່ານ ສະຫວັນຄອນ ຣາຊມຸນຕີ

ທີ່ທໍວັດທະນາທໍາແຫ່ງຊາດ ນະຄອນຫຼວງວຽງຈັນ ໄດ້ເປີດກອງປະຊຸມເຜີຍແຜ່ຄວາມຮູ້ກ່ຽວກັບວັກຊີນກັນມະເຮັງປາກມົດລູກ ໃຫ້ພະນັກງານ ແລະ ສືມ່ວນຊົນອ້ອມຂ້າງກະຊວງຖະແຫຼ່ງຂ່າວ ວັດທະນາທໍາ ແລະ ທ່ອງທ່ຽວ. ໂດຍໃຫ້ກຽດເປັນປະທານຮ່ວມຂອງ ທ່ານ ສະຫວັນຄອນ ຣາຊມຸນຕີ ຮອງລັດຖະມົນກະຊວງຖະແຫຼງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວ

ພ້ອມທັງເປັນປະທານ ຄະນະກໍາມະທິການເພື່ອຄວາມກ້າວໜ້າແມ່ຍິງ, ແມ່ ແລະ ເດັກ, ທ່ານ ດຣ ເຮັນດຣີກັດສ ເອເມເກີ ຜູ້ວ່າການຮອງຜູ້ຕ່າງໜ້າອົງການຢູນີເຊັບປະຈໍາ ສປປ.ລາວ, ທ່ານ ດຣ ພອນປະເສິດ ອຸນາພົມ ຫົວໜ້າກົມອະນາໄມ ແລະ ສົ່ງເສີ່ມສຸຂະພາບ ກະຊວງສາທາລະນະສຸກ, ຫົວໜ້າກົມກວດກາ ຮອງປະທານຄະນະກໍາມະທິການເພື່ອຄວາມກ້າວໜ້າແມ່ຍິງ, ແມ່ ແລະ ເດັກ ກະຊວງທະແຫຼ່ງຂ່າວວັດທະນະທຳ ແລະ ທ່ອງທ່ຽວ ແລະ ຫົວໜ້າກົມອະນາໄມ ແລະ ສົ່ງເສີມສຸຂະພາບ, ກະຊວງສາທາລະນະສຸກ, ມີຫົວໜ້າ, ບັນນາທິການຂອງສຳນັກຂ່າວຕ່າງໆ ( ໂທລະພາບ, ວິທະຍຸ, ໜັງສືພິມ ແລະ ສື່ສັງຄົມອອນໄລນ໌). ພະນັກງານຈາກກະຊວງຕ່າງໆ, ອົງການຈັດຕັ້ງມະຫາຊົນ ແລະ ຄູ່ຮ່ວມພັດທະນາສາກົນ, ລວມ 150 ທ່ານ ເຂົ້າຮ່ວມ.

ເດັກຍິງຈໍານວນ 360.000 ຄົນ ທີ່ຈະໄດ້ຮັບການປົກປ້ອງບໍ່ໃຫ້ເປັນພະຍາດມະເຮັງປາກມົດລູກຫຼັງຈາກການນຳສະເໜີ ວັກຊີນ HPV ວັກຊີນ HPV ກັນມະເຮັງປາກມົດລູກໄດ້ນໍາສະເໜີ ເຂົ້າໃນໂຄງການສັກຢາກັນພະ ຍາດແຫ່ງຊາດ ໃນເດືອນ ມີນາ 2020.

ເຊິ່ງຈະໄດ້ເປີດຂະບວນການໃຫ້ວັກຊີນກັນມະເຮັງປາກມົດລູກໃນມື້ວັນທີ 4 ເດືອນມີນາ 2020 ທີ່ນະຄອນ ຫຼວງວຽງຈັນ.

ພະຍາດມະເຮັງປາກມົດລູກເປັນພະຍາດທີ່ຮ້າຍແຮງທີ່ມີຜົນກະທົບຕໍ່ແມ່ຍິງໃນ ສປປ ລາວ. ຈາກການນໍາໃຊ້ວັກຊີນກັນມະເຮັງປາກມົດລູກ (HPV)ເດັກຍິງໃນຂອບເຂດທົ່ວປະເທດຈະຖືກປົກປ້ອງກັນບໍ່ໃຫ້ເປັນພະຍາດສຸດທີ່ຮ້າຍແຮງອັນຕະລາຍເຖິງຊີວິດນັ້ນຄືພະຍາດມະເຮັງປາກມົດລູກ.

ການໃຫ້ວັກຊີນ HPV ຈະໄດ້ໃຫ້ຢູ່ໃນໂຮງຮຽນແຕ່ລະແຫ່ງໃນຂອບເຂດທົ່ວປະເທດ ແລະ ຈະສັກໃຫ້ເປົ້າໝາຍໃນເດັກຍິງອາຍຸ 10-14 ປີ ຈໍານວນທັງໝົດ 360.000 ຄົນ, ບໍ່ວ່າພວກເຂົາຈະລົງທະບຽນເຂົ້າໂຮງຮຽນ ຫລື ບໍ່ໄດ້ເຂົ້າໂຮງຮຽນ ກໍ່ຕາມ.

ວັກຊີນດັ່ງກ່າວແມ່ນໄດ້ຮັບການສະໜັບສະໜູນ ຈາກອົງການ Gavi ຄືພັນທະມິດວັກຊີນ ແລະ ລັດຖະບານແຫ່ງສປປລາວ. WHO, UNICEF ແລະ ບັນດາຄູ່ຮ່ວມງານແມ່ນກຳລັງສະໜັບສະໜູນ ກະຊວງສາທາລະນະສຸກ ແລະ ກະຊວງສຶກສາທິການ ແລະ ກິລາໃນການຈັດຕັ້ງປະຕິບັດ.

ນີ້ແມ່ນເຫດການປະຫວັດສາດ ສຳລັບສປປລາວໃນການປັບປຸງການບໍລິການດ້ານສຸຂະພາບຂອງແມ່ຍິງ, ວັກຊີນນີ້ມັນຊ່ວຍລົດຄວາມເສຍຫາຍຍ້ອນການເປັນມະເຮັງປາກມົດລູກ.

ຜູ້ນໍາຊູມຊົນປະຊາຊົນໃນຊູມຊົນ ທັງໝົດຕ້ອງຮັບປະກັນວ່າເດັກຍິງທີ່ຢູ່ໃນເກນເໝາະສົມມີເງື່ອນໄຂຄົບຖ້ວນໄດ້ເຂົ້າເຖິງວັກຊີນເພື່ອປ້ອງກັນຊີວິດ.

ສປປລາວ ແມ່ນປະເທດນື່ງທີ່ຖືກຄັດເລືອກໃນການນໍາເອົາວັກຊີນກັນມະເຮັງປາກມົດລູກເຂົ້າໃນຕາຕະລາງໃຫ້ວັກຊີນກັນພະຍາດແຫ່ງຊາດ ຄືກັບຫຼາຍໆປະເທດໃນທົ່ວໂລກ.

ມະເຮັງປາກມົດລູກ ໄດ້ນໍາໜ້າສາເຫດການຕາຍອັນດັບ ໜຶ່ງ ຂອງມະເຮັງໃນກຸ່ມແມ່ຍິງຢູ່ໃນສປປລາວ.

ແມ່ຍິງລາວປະມານ 320 ຄົນເປັນມະເຮັງປາກມົດລູກໃນແຕ່ລະປີ ແລະ ຫຼາຍກວ່າເຄິ່ງ ໜຶ່ງ ໄດ້ເສຍຊີວິດຍ້ອນພະຍາດນີ້; ວັກຊີນ HPV ແມ່ນສັກໃຫ້ເດັກຍິງຍັງໜູ່ມນ້ອຍ ເພື່ອສ້າງພູມຕ້ານທານກັບໄວຣັດສ໌ HPV ຊະນິດຕ່າງໆທີ່ເປັນສາເຫດກໍ່ໃຫ້ເກີດມະເຮັງປາກມົດລູກຫຼາຍກວ່າ 70%.

ການສຶກສາຫຼາຍໆ ຄັ້ງທີ່ດຳເນີນໃນປະເທດກຳລັງພັດທະນາແລະ ພັດທະນາພົບວ່າວັກຊີນ HPV ປອດໄພ ແລະ ມີປະສິດຕິຜົນ. ວັກຊີນ HPV ຈຳນວນຫລາຍກວ່າ 300 ລ້ານເຂັມໄດ້ຖືກແຈກຢາຍໃນໂລກ ແລະ ມັນໄດ້ຖືກນຳໃຊ້ຢ່າງປອດໄພ.

ສປປລາວໄດ້ຜ່ານການດຳເນີນໂຄງການສາທິດການສັກວັກຊີນກັນມະເຮັງປາກມົດລູກປະສົບຜົນສຳເລັດແຕ່ປີ 2013 ເຖິງປີ 2015, ໂດຍມີເດັກຍິງເກືອບ 15,000ຄົນໄດ້ຮັບການສັກວັກຊີນກັນມະເຮັງປາກມົດລູກໃນນະ ຄອນຫລວງວຽງຈັນແລະແຂວງວຽງຈັນ, ບັນລຸໄດ້ເຖິງ 94% ແລະກວມເອົາ 97% ຕາມລໍາດັບ.

ວັກຊີນກັນມະເຮັງປາກມົດລູກ(HPV) ນີ້ ກຳລັງຈະຖືກນຳໃຊ້ໃນທົ່ວ ສປປລາວ ໃນປີ 2020; ວັກຊີນນີ້ແມ່ນຈະໄດ້ສັກໃຫ້ຄົບຕາມ ກຳນົດ 2 ຄັ້ງ(ໂດຍ), ຫ່າງກັນ 12 ເດືອນ ສໍາລັບເດັກຍິງທີ່ມີສິດໄດ້ຮັບທັງໝົດ. ໂຮງຮຽນໃນທົ່ວປະເທດເຂົ້າຮ່ວມໃນກິດຈະກໍາການຈັດຕັ້ງປະຕິບັດໃນເດືອນມີນາປີ 2020;

ໂດຍຜ່ານການໃຫ້ວັກຊີນກັນມະເຮັງປາກມົດລູກ, ລັດຖະບານ ແຫ່ງ ສປປລາວ ກຳລັງຊ່ວຍປົກປ້ອງເດັກຮຸ່ນໃໝ່ ແລະ ເດັກຍິງຮຸ່ນຕໍ່ໄປຕ້ານໂລກມະເຮັງປາກມົດລູກ.

ເນື່ອງຈາກວ່າໂຄງ ການໃຫ້ວັກຊີນກັນພະຍາດຈະຖືກຈັດຕັ້ງໃນໂຮງຮຽນ, ການລິເລີ່ມດັ່ງກ່າວໄດ້ເຫັນການຮ່ວມມືຢ່າງໃກ້ຊິດລະຫວ່າງຂະ ແໜງສາທາລະນະສຸກແລະສຶກສາທິການ ແລະ ກິລາ ເພື່ອສົ່ງເສີມສຸຂະພາບຂອງເດັກຍິງ ວັກຊີນນີ້ມີຄວາມປອດໄພ ແລະ ມີປະສິດຕິພາບສູງ ແລະ ຈະປ່ຽນແປງຊີວິດຂອງເດັກຍິງລາວໃຫ້ດີຂື້ນ, ຊ່ວຍປົກປ້ອງຊີວິດພວກເຂົາ ຫຼຸດພົ້ນຈາກການເປັນມະເຮັງປາກມົດລູກ.

ແຫຼ່ງຂໍ້ມູນ: ກົມໂຄສະນາ-ອົບຮົມ ສນຊ 

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ເອັດສຊີຈີ ມອບທຶນ “SCG Sharing the Dream 2025” ສປປ ລາວ ຕໍ່ເນື່ອງປີທີ 14 ສົ່ງເສີມໂອກາດທາງດ້ານການສຶກສາ ສ້າງແຮງບັນດານໃຈເຍົາວະຊົນຮັກສາສິ່ງແວດລ້ອມ

ວັນທີ 10 ເດືອນພະຈິກ ປີ 2025: ນະຄອນຫຼວງວຽງຈັນ - ກະຊວງສຶກສາທິການ ແລະ ກິລາ ສປປ ລາວ ຮ່ວມກັບ ເອັດສຊີຈີ ຈັດພິທີມອບທຶນການສຶກສາໃນໂຄງການ “SCG Sharing The Dream 2025” ເພື່ອສະໜັບສະໜຸນເຍົາວະຊົນ ສປປ ລາວ ໃຫ້ມີໂອກາດທາງດ້ານການສຶກສາ ແລະ ເຕີບໃຫຍ່ເປັນພົນລະເມືອງ ລຸ້ນໃຫມ່ ທີ່ມີຄວາມຮູ້, ຄວາມມຸ່ງໝັ້ນ ແລະ ຈິດສຳນຶກດ້ານສິ່ງແວດລ້ອມ ພາຍໃຕ້ແນວຄິດ “Green Generation”

ສາຍການບິນ Vietjet ໄດ້ຮັບກຽດເປັນໜຶ່ງໃນບັນດາສາຍການບິນທີ່ມີມູນຄ່າສູງສຸດຂອງອາຊຽນ, ເປັນຜູ້ນຳໃນອຸດສາຫະກຳການບິນຂອງຫວຽດນາມ

ນະຄອນຫຼວງວຽງຈັນ, ວັນທີ 11 ພະຈິກ 2025 – ສາຍການບິນ Vietjet ໄດ້ຖືກຮັບຮອງໃຫ້ເປັນໜຶ່ງໃນບັນດາຍີ່ຫໍ້ທີ່ມີຄຸນຄ່າທີ່ສຸດຂອງເອເຊຍຕາເວັນອອກສ່ຽງໃຕ້, ເປັນຍີ່ຫໍ້ສາຍການບິນຊັ້ນນໍາຂອງໂລກ ແລະ ເປັນຍີ່ຫໍ້ທີ່ມີມູນຄ່າທີ່ສຸດຂອງຫວຽດນາມ ສໍາລັບປີ 2025, ໂດຍການໃຫ້ຄຳປຶກສາດ້ານການປະເມີນມູນຄ່າຍີ່ຫໍ້ຊັ້ນນໍາຂອງໂລກ ຄື: Brand Finance. ການຮັບຮອງຫຼ້າສຸດນີ້ເນັ້ນໃຫ້ເຫັນເຖິງຕໍາແໜ່ງຂອງ Vietjet ໃນຖານະສາຍການບິນຊັ້ນນໍາທີ່ເຊື່ອມຕໍ່ນັກທ່ອງທ່ຽວຈາກລາວໄປຫວຽດນາມ ແລະ ບັນດາປະເທດໃນເອເຊຍ-ປາຊີຟິກ.

ໂປຣໂມຊັນຫຼຸດລາຄາສຸດພິເສດ 11.11: ສາຍການບິນ Vietjet ຫຼຸດລາຄາສູງສຸດເຖິງ 100% ສໍາລັບຖ້ຽວບິນຈາກນະຄອນຫຼວງວຽງຈັນ ໄປ ຮ່າໂນ້ຍ, ນະຄອນໂຮ່ຈິມິນ

(ນະຄອນຫຼວງວຽງຈັນ, ວັນທີ 10 ພະຈິກ 2025) – ສາຍການບິນ Vietjet ພວມເລີ່ມຕົ້ນລະດູການບຸນຕ່າງໆຢ່າງຍິ່ງໃຫຍ່ ດ້ວຍຂໍ້ສະເໜີ "Double Day" 11.11 ທີ່ໂດດເດັ່ນ. ນັກເດີນທາງມີໂອກາດທີ່ຈະບິນໄດ້ໃນລາຄາຫຼຸດສູງສຸດເຖິງ 100% ໃນຖ້ຽວບິນຈໍານວນຫຼາຍພັນຖ້ຽວ ທົ່ວເຄືອຂ່າຍການບິນຂອງພວກເຂົາ, ລວມທັງຖ້ຽວບິນກົງທີ່ເຊື່ອມຕໍ່ ວຽງຈັນ ໄປ ຮ່າໂນ້ຍ ແລະ ນະຄອນໂຮ່ຈິມິນ ຊຶ່ງເປັນສອງເມືອງໃຫຍ່ທີ່ສຸດຂອງຫວຽດນາມ.