Saturday, November 15, 2025
Kbank Laos โอน รับ จ่าย

ຢີ່ປຸ່ນໃຫ້ການຊ່ວຍເຫຼືອໂຄງການຫ້ອງສະໝຸດ ແກ່ໂຮງຮຽນມັດທະຍົມທີ່ແຂວງວຽງຈັນ

ລັດຖະບານຢີ່ປຸ່ນ ໄດ້ໃຫ້ການຊ່ວຍເຫຼືອລ້າ ມູນຄ່າ 288.211 ໂດລາສະຫະລັດ ຫຼື ປະມານ 2.557.974.800 ກີບ ເພື່ອສະໜັບສະໜຸນການກໍ່ສ້າງຫ້ອງສະໝຸດໂຮງຮຽນ ແລະ ສົ່ງເສີມການສຶກສາຜ່ານການອ່ານ ທີ່ແຂວງວຽງຈັນ.

ພິທີເຊັນສັນຍາໂຄງການຊ່ວຍເຫຼືອລ້າດັ່ງກ່າວ ໄດ້ຈັດຂຶ້ນທີ່ສະຖານທູດຍີ່ປຸ່ນປະຈຳ ສປປ ລາວ ໃນວັນທີ 25 ກຸມພາ 2020 ຮ່ວມລົງນາມລະຫວ່າງທ່ານ ອິວາໂມໂຕະ ເຄອິຈິ ອຸປະທູດຢີ່ປຸ່ນປະຈຳ ສປປ ລາວ ແລະ ທ່ານນາງ ສຸລະພີ ວີຣະວົງ ຕົວແທນຈາກອົງການເດັກນ້ອຍລາວ (ALC) ເຊິ່ງເປັນອົງການ ຈັດຕັ້ງທີ່ບໍ່ສັງກັດລັດຖະບານຢີ່ປຸ່ນ ແລະ ເປັນຜູ້ດຳເນີນໂຄງການດັ່ງກ່າວ.

ການຊ່ວຍເຫຼືອລ້າໃນຄັ້ງນີ້ ຈະໃຫ້ການສະໜັບສະໜູນດ້ານການເງິນໃຫ້ແກ່ກິດຈະກຳໃນປີທີສອງຂອງໂຄງການທີ່ມີອາຍຸ 3 ປີ.

ສຳລັບ “ໂຄງການພັດທະນາເດັກນ້ອຍລາວຜ່ານການສົ່ງເສີມການອ່ານ ແລະ ກໍ່ສ້າງຫ້ອງສະໝຸດໃນໂຮງຮຽນມັດທະຍົມຂອງແຂວງວຽງຈັນ” ມີເປົ້າໝາຍທີ່ຈະສ້າງສັງຄົມທີ່ມີຄວາມເທົ່າທຽມ ແລະ ສະ ຫງົບສຸກ ໂດຍການສົ່ງເສີມການອ່ານໃຫ້ແກ່ນັກຮຽນ ເພື່ອພວກເຂົານັ້ນຈະຮຽນຮູ້ເອົາຄວາມຮູ້ເພື່ອສ້າງອະນາຄົດຂອງຕົວເອງ.

ອົງການ (ALC) ຈະສ້າງຫ້ອງສະໝຸດ 2 ຫ້ອງ ທີ່ປະກອບມີພື້ນທີ່ໃນການອ່ານ ແລະ ຮຽນຮູ້ໃນໂຮງຮຽນມັດທະຍົມ 2 ແຫ່ງທີ່ ແຂວງວຽງຈັນ ນອກນັ້ນ ຍັງຈະໄດ້ມອບປຶ້ມ ແລະ ເຝິກອົບ ຮົມອາຈານໃຫ້ສົ່ງເສີມຄວາມຮູ້ດ້ານການອ່ານ ແລະ ຊຸກຍູ້ໃຫ້ນັກຮຽນອ່ານດ້ວຍຕົວເອງອີກດ້ວຍ.

ແຫຼ່ງຂໍ້ມູນ: ຂປລ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ເອັດສຊີຈີ ມອບທຶນ “SCG Sharing the Dream 2025” ສປປ ລາວ ຕໍ່ເນື່ອງປີທີ 14 ສົ່ງເສີມໂອກາດທາງດ້ານການສຶກສາ ສ້າງແຮງບັນດານໃຈເຍົາວະຊົນຮັກສາສິ່ງແວດລ້ອມ

ວັນທີ 10 ເດືອນພະຈິກ ປີ 2025: ນະຄອນຫຼວງວຽງຈັນ - ກະຊວງສຶກສາທິການ ແລະ ກິລາ ສປປ ລາວ ຮ່ວມກັບ ເອັດສຊີຈີ ຈັດພິທີມອບທຶນການສຶກສາໃນໂຄງການ “SCG Sharing The Dream 2025” ເພື່ອສະໜັບສະໜຸນເຍົາວະຊົນ ສປປ ລາວ ໃຫ້ມີໂອກາດທາງດ້ານການສຶກສາ ແລະ ເຕີບໃຫຍ່ເປັນພົນລະເມືອງ ລຸ້ນໃຫມ່ ທີ່ມີຄວາມຮູ້, ຄວາມມຸ່ງໝັ້ນ ແລະ ຈິດສຳນຶກດ້ານສິ່ງແວດລ້ອມ ພາຍໃຕ້ແນວຄິດ “Green Generation”

ສາຍການບິນ Vietjet ໄດ້ຮັບກຽດເປັນໜຶ່ງໃນບັນດາສາຍການບິນທີ່ມີມູນຄ່າສູງສຸດຂອງອາຊຽນ, ເປັນຜູ້ນຳໃນອຸດສາຫະກຳການບິນຂອງຫວຽດນາມ

ນະຄອນຫຼວງວຽງຈັນ, ວັນທີ 11 ພະຈິກ 2025 – ສາຍການບິນ Vietjet ໄດ້ຖືກຮັບຮອງໃຫ້ເປັນໜຶ່ງໃນບັນດາຍີ່ຫໍ້ທີ່ມີຄຸນຄ່າທີ່ສຸດຂອງເອເຊຍຕາເວັນອອກສ່ຽງໃຕ້, ເປັນຍີ່ຫໍ້ສາຍການບິນຊັ້ນນໍາຂອງໂລກ ແລະ ເປັນຍີ່ຫໍ້ທີ່ມີມູນຄ່າທີ່ສຸດຂອງຫວຽດນາມ ສໍາລັບປີ 2025, ໂດຍການໃຫ້ຄຳປຶກສາດ້ານການປະເມີນມູນຄ່າຍີ່ຫໍ້ຊັ້ນນໍາຂອງໂລກ ຄື: Brand Finance. ການຮັບຮອງຫຼ້າສຸດນີ້ເນັ້ນໃຫ້ເຫັນເຖິງຕໍາແໜ່ງຂອງ Vietjet ໃນຖານະສາຍການບິນຊັ້ນນໍາທີ່ເຊື່ອມຕໍ່ນັກທ່ອງທ່ຽວຈາກລາວໄປຫວຽດນາມ ແລະ ບັນດາປະເທດໃນເອເຊຍ-ປາຊີຟິກ.

ໂປຣໂມຊັນຫຼຸດລາຄາສຸດພິເສດ 11.11: ສາຍການບິນ Vietjet ຫຼຸດລາຄາສູງສຸດເຖິງ 100% ສໍາລັບຖ້ຽວບິນຈາກນະຄອນຫຼວງວຽງຈັນ ໄປ ຮ່າໂນ້ຍ, ນະຄອນໂຮ່ຈິມິນ

(ນະຄອນຫຼວງວຽງຈັນ, ວັນທີ 10 ພະຈິກ 2025) – ສາຍການບິນ Vietjet ພວມເລີ່ມຕົ້ນລະດູການບຸນຕ່າງໆຢ່າງຍິ່ງໃຫຍ່ ດ້ວຍຂໍ້ສະເໜີ "Double Day" 11.11 ທີ່ໂດດເດັ່ນ. ນັກເດີນທາງມີໂອກາດທີ່ຈະບິນໄດ້ໃນລາຄາຫຼຸດສູງສຸດເຖິງ 100% ໃນຖ້ຽວບິນຈໍານວນຫຼາຍພັນຖ້ຽວ ທົ່ວເຄືອຂ່າຍການບິນຂອງພວກເຂົາ, ລວມທັງຖ້ຽວບິນກົງທີ່ເຊື່ອມຕໍ່ ວຽງຈັນ ໄປ ຮ່າໂນ້ຍ ແລະ ນະຄອນໂຮ່ຈິມິນ ຊຶ່ງເປັນສອງເມືອງໃຫຍ່ທີ່ສຸດຂອງຫວຽດນາມ.