ບໍລິສັດ ພູເບ້ຍ ມາຍນິງ ມອບເງິນປັນຜົນໃຫ້ລັດຖະບານລາວ 21 ລ້ານໂດລາ

ເມື່ອບໍ່ດົນມານີ້, ບໍລິສັດ ພູເບ້ຍ ມາຍນິງ ໄດ້ມອບເງິນປັນຜົນ ປະຈຳປີ 2019 ຈໍານວນທັງໝົດ 21 ລ້ານໂດລາສະຫະລັດ ໃຫ້ແກ່ລັດຖະບານລາວໃນນາມຜູ້ຖືຮຸ້ນ ຊຶ່ງເປັນການປະກອບສ່ວນດ້ານການເງິນທີ່ສໍາຄັນຢ່າງຕໍ່ ເນື່ອງໃຫ້ແກ່ລັດຖະບານ.

ນອກຈາກເງິນປັນຜົນ ຍັງມີການຖອກພັນທະອື່ນໆເຊັ່ນ: ຄ່າຊັບພະຍາກອນແຮ່ທາດ, ອາກອນກ່ຽວ ຂ້ອງ ແລະ ຄ່າທໍານຽມນໍາເຂົ້າ.

ໃນເດືອນ ສິງຫາປີ 2012, ລັດຖະບານ ໄດ້ກາຍເປັນຜູ້ຖືຮຸ້ນ 10% ໃນບໍລິສັດ ພູເບ້ຍ ມາຍນິງ, ມາເຖິງປີ 2017 ລັດຖະ ບານ ໄດ້ຖອກຮຸ້ນຈຳນວນ 29 ລ້ານໂດລາສະຫະລັດຄົບຖ້ວນ ດ້ວຍເງິນປັນຜົນທີ່ບໍລິສັດ ພູເບ້ຍ ມາຍນິງ ໄດ້ມອບໃຫ້ໄລຍະປີດັ່ງກ່າວ.

ມາຮອດທ້າຍປີ 2017, ພາຍຫລັງການຖອກຮຸ້ນສໍາເລັດຄົບຖ້ວນ, ບໍລິສັດ ພູເບ້ຍ ມາຍນິງ ໄດ້ມອບເງິນປັນຜົນເປັນເງິນສົດໃຫ້ລັດຖະບານໂດຍກົງ. ສະນັ້ນ, ນັບແຕ່ປີ 2012 ເປັນຕົ້ນມາ, ເງິນປັນຜົນສະສົມທີ່ບໍລິສັດ ມອບໃຫ້ລັດຖະບານມີຫລາຍກວ່າ 58 ລ້ານໂດລາສະຫະລັດ.

ທ່ານ ຈັນເພັງ ບຸນນະຜົນ, ປະທານບໍລິສັດ ພູເບ້ຍ ມາຍນິງ ກ່າວວ່າ:

ເງິນປັນຜົນດັ່ງກ່າວສະແດງເຖິງພັນ ທະຂອງບໍລິສັດ ຕໍ່ການພັດທະນາເສດຖະກິດ ແລະ ສັງຄົມແຫ່ງຊາດຂອງລາວ. ເຖິງວ່າການຜະລິດຄົງທີ່ ແລະ ຄ່າໃຊ້ຈ່າຍໃນການຜະລິດໄດ້ຫລຸດລົງຢູ່ ໂຮງງານຜະລິດທອງ-ຄໍາ ພູຄໍາ ແລະ ໂຮງງານຜະລິດຄໍາ-ເງິນ ບ້ານຫ້ວຍຊາຍໃນໄລຍະປີ 2019 ຜ່ານມາ, ແຕ່ບໍລິສັດ ຍັງສາມາດມອບເງິນປັນຜົນໃນຈໍານວນດັ່ງກ່າວ

ຊຶ່ງໄດ້ສະແດງອອກເຖິງຄວາມມຸ່ງໝັ້ນ ເພື່ອສືບຕໍ່ປະກອບສ່ວນເຂົ້າລາຍຮັບສໍາລັບລັດຖະບານ ລາວ. ຂ້າພະເຈົ້າເຊື່ອໝັ້ນວ່າ ປີ 2020 ຈະເປັນອີກປີທີ່ບໍລິສັດ ສາມາດປະກອບສ່ວນຕໍ່ເສດຖະກິດ ແລະ ສັງຄົມໃຫ້ລັດຖະບານ ແລະ ປະຊາຊົນລາວໄດ້ດີຍິ່ງຂຶ້ນ.

ແຫຼ່ງຂໍ້ມູນ: ຂປລ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...