ນັກສຶກສາລາວ ຢູ່ຕ່າງປະເທດຍັງປອດໄພ ຈາກການລະບາດ ຂອງພະຍາດໂຄວິດ-19

ປັດຈຸບັນ, ນັກສຶກສາລາວ ຢູ່ປະເທດຕ່າງໆ ແມ່ນຍັງມີຄວາມປອດໄພ ຈາກສະພາບການແຜ່ລະບາດ ຂອງພະ ຍາດອັກເສບປອດ ເຊື້ອຈຸລະໂຣກສາຍພັນໃໝ່ COVID-19, ພ້ອມທັງໄດ້ຮັບການເອົາໃຈ ໃສ່ຕິດຕາມເບິ່ງແຍງ ທາງດ້ານຊີວິດ ການເປັນຢູ່ ຂອງພວກເຂົາຢ່າງໃກ້ຊິດ ຈາກເຈົ້າໜ້າທີ່ສະຖານ ທູດລາວ ທີ່ປະຈໍາຢູ່ປະເທດ ທີ່ເຂົາເຈົ້າໄປ ຮຽນເປັນຢ່າງດີ.

ບັນຫາດັ່ງກ່າວ, ໄດ້ຮັບການຢືນຢັນໃນໂອກາດຖະແຫລງຂ່າວ ຕໍ່ສື່ມວນຊົນ ໃນວັນທີ 10 ມີນາ 2020 ຂອງ ທ່ານ ນາງ ແສງເດືອນ ຫລ້າຈັນທະບູນ ລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ, ທ່ານ ທອງຜ່ານ ສະຫວັນເພັດ ຮອງລັດຖະມົນຕີ ກະຊວງການປະເທດ ແລະ ທ່ານ ພູທອນ ເມືອງປາກ ຮອງລັດຖະມົນຕີ ກະຊວງສາທາລະນະສຸກ ວ່າ:

ພາຍຫລັງເກີດການລະບາດ ຂອງພະຍາດນີ້ ເປັນວົງກວ້າງ ຢູ່ເມືອງອູຮັນ ແຂວງຫູເປີຍ ສປ ຈີນ ເມື່ອທ້າຍເດືອນທັນວາ 2019 ເປັນຕົ້ນມາ, ທາງການ ສປ ຈີນ ກໍໄດ້ມີມາດຕະການເຂັ້ມງວດ ເພື່ອປ້ອງກັນ ແລະ ຈໍາກັດການລະບາດຂອງພະຍາດ ບໍ່ໃຫ້ແຜ່ລາມໄປບ່ອນອື່ນ, ໂດຍສະເພາະ ແມ່ນການຫ້າມຄົນນອກເຂົ້າໄປເມືອງດັ່ງກ່າວ. ດ້ວຍເຫດນີ້,

ຈຶ່ງມີນັກສຶກສາລາວ ທີ່ຍັງບໍ່ທັນໄດ້ກັບມາປະເທດ ໃນໄລຍະພັກປີໃໝ່ຈີນ ຄ້າງຢູ່ຫໍພັກ ທັງໝົດ 43 ຄົນ. ນອກນີ້, ຍັງມີນັກສຶກສາລາວ ທີ່ຍັງຄ້າງຢູ່ແຂວງອື່ນໆຂອງຈີນ ອີກປະມານ 80 ກວ່າຄົນ, ແຕ່ນັກສຶກສາເຫລົ່ານີ້ແມ່ນບໍ່ຖືກຈໍາກັດ ການໄປມາຄືກັບນັກສຶກສາ ຢູ່ເມືອງອູຫັນ.

ແນວໃດກໍຕາມ, ຕໍ່ບັນຫາດັ່ງກ່າວ ລັດຖະບານລາວ ໄດ້ຊີ້ນໍາໃຫ້ສະຖານເອກອັກຄະລັດຖະທູດ ສປປ ລາວ ປະຈໍາປັກກິ່ງ, ສະຖານກົງສູນໃຫຍ່ ສປປ ລາວ ປະຈໍາຊາງຊາ ທີ່ຢູ່ໃກ້ເມືອງອູຮັນ ແລະ ກົງສູນໃຫຍ່ ຢູ່ບ່ອນອື່ນໆ ເອົາໃຈໃສ່ຕິດຕາມຢ່າງໃກ້ຊິດ ແລະ ໄດ້ປະສານສົມທົບກັບປະເທດເຈົ້າພາບ ເພື່ອໃຫ້ການຊ່ວຍເຫລືອ ຕາມຄວາມເໝາະສົມ.

ຂະນະດຽວກັນ, ທ່ານຮອງລັດຖະມົນຕີ ກະຊວງການຕ່າງປະເທດ ໄດ້ແຈ້ງໃຫ້ຮູ້ວ່າ: ທາງຝ່າຍຈີນໄດ້ເອົາໃຈໃສ່ ຊ່ວຍເຫລືອ ເບິ່ງແຍງນັກຮຽນທຸກຊາດ ທີ່ຢູ່ແຂວງຕ່າງໆຂອງ ສປ ຈີນ ດ້ວຍຄວາມຮັບຜິດ ຊອບສູງ. ນອກນີ້, ຄະນະສະ ເພາະກິດລະດັບຊາດ ເພື່ອປ້ອງກັນ, ຄວບຄຸມ ແລະ ຕອບໂຕ້ການລະບາດຂອງພະຍາດດັ່ງກ່າວ ໄດ້ສະເໜີລັດຖະບານ ເພື່ອໃຫ້ການຊ່ວຍ ເຫລືອແບ່ງເບົາ ພາລະຂອງນ້ອງນັກສຶກສາຈໍານວນ 43 ຄົນ ທີ່ຄ້າງຢູ່ເມືອງອູຮັນ ຈໍານວນ 200 ໂດລາສະຫະລັດ ຕໍ່ຄົນຕໍ່ເດືອນ ນັບແຕ່ເດືອນມີນາ ຫາເດືອນເມສານີ້.

ພາບຈາກ: ເສດຖະກິດ-ການຄ້າ

ພ້ອມນີ້, ຄະນະສະເພາະກິດດັ່ງກ່າວ ຈະສືບຕໍ່ປະເມີນ ສະພາບການເປັນແຕ່ລະໄລຍະ ເພື່ອໃຫ້ການຊ່ວຍເຫລືອ ດ້ານອື່ນໆ ຕາມຄວາມເໝາະສົມ. ນອກນີ້, ຂະແໜງການສຶກສາທິການ ແລະ ກິລາ ໄດ້ຕົກລົງໃຫ້ມີການລະດົມທຶນ ເພື່ອຊ່ວຍເຫລືອ ນັກສຶກສາ ແລະ ສປ ຈີນ ຕື່ມອີກ.

ທ່ານຮອງລັດຖະມົນຕີ ກະຊວງສາທາລະນະສຸກ ກ່າວວ່າ: ມາຮອດປັດຈຸບັນ, ມີຜູ້ຕິດເຊື້ອພະຍາດດັ່ງກ່າວແລ້ວ 109.870 ກວ່າຄົນ ໃນ 102 ປະເທດ ແລະ ມີຜູ້ເສຍຊີວິດ 3.820 ກວ່າຄົນ ແລະ ສາມາດປິ່ນປົວດີແລ້ວ 62.200 ກວ່າຄົນ.

ໃນໂອກາດນີ້, ທ່ານລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ໄດ້ຕາງໜ້າໃຫ້ ພັກ ແລະ ລັດຖະບານ ໄດ້ສົ່ງຄວາມຢື້ ຢາມຖາມຂ່າວ ອັນອົບອຸ່ນໄປຍັງນັກສຶກສາຢູ່ຕ່າງປະເທດ ຂໍໃຫ້ມີຈິດໃຈເຂັ້ມແຂງ ເພື່ອອົດທົນຜ່ານຜ່າວິກິດ ການລະບາດ ຂອງພະຍາດ ຮ້າຍແຮງນີ້, ພ້ອມທັງພະຍາຍາມ ໃຊ້ເວລາຫວ່າງສືບຕໍ່ ຄົ້ນຄວ້າຮໍ່າຮຽນໃຫ້ຈົບ ເພື່ອນໍາເອົາຄວາມຮູ້ຕ່າງໆ ກໍຄື ຜົນສໍາເລັດໃນການສຶກສາ ຂອງຕົນມາສູ່ຄອບຄົວ ແລະ ນໍາມາພັດທະນາ ປະເທດຊາດຂອງພວກເຮົາ ໃຫ້ສີວິໄລ.

ແຫຼ່ງຂໍ້ມູນ: ຂ່າວ ສຸພາສະຫວັນ, ຮູບ ຂັນໄຊ, ຂປລ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...