Thursday, October 16, 2025
Kbank Laos โอน รับ จ่าย

ມອບເວບໄຊ www.covid19.gov.la ແລະ ໂປຣແກຣມມືຖື ໃຫ້ຄະນະສະເພາະກິດ

ທີ່ກະຊວງສາທາລະນະສຸກ ກະຊວງ ໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ  (ປທສ) ໄດ້ມອບເວັບໄຊ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການແຜ່ລະບາດຂອງພະຍາດ Covid-19 (www.covid19.gov.la)  ແລະ ໂປຣແກຣມເທິງມືຖື LaoKYC (LaoKYC Mobile application).

ໃຫ້ກຽດມອບໂດຍ ທ່ານ ປອ ທັນສະໄໝ ກົມມະສິດ, ລັດຖະມັນຕີ ກະຊວງ ປທສ ແລະ ໃຫ້ກຽດຮັບໂດຍ ທ່ານ. ຮສ. ດຣ. ພູທອນ ເມືອງປາກ, ຮອງລັດຖະມັນຕີ ກະຊວງ ສາທາລະນະສຸກ, ຫົວໜ້າກອງເລຂາຄະນະສະເພາະກິດ ພ້ອມດ້ວຍຄະນະ.

ທ່ານ ປອ ທັນສະໄໝ ກົມມະສິດ ໄດ້ກ່າວວ່າ: ການສ້າງເວັບໄຊ Covid-19  ແລະ ໂປຣແກມເທິງລະບົບມືຖື LaoKYC  ກໍ່ເພື່ອຊ່ວຍໃຫ້ການເຜີຍແຜ່, ການສະແດງຂໍ້ມູນສະຖິຕິ ຂອງຜູ້ຕິດເຊື້ອ, ຜູ້ຕ້ອງສົງໃສຕິດເຊື້ອພະຍາດໂຄວິດ ໃຫ້ພະນັກງານ, ນັກຮຽນ, ນັກສຶກສາ ລວມໄປເຖິງພໍ່ແມ່ປະຊາຊົນໄດ້ຮັບຮູ້ເຖິງຂ່າວສານກ່ຽວກັບພະຍາດໂຄວິດ ທີ່ເປັນຂໍ້ມູນຈິງຈາກຄະນະສະເພາະກິດ.

ຊຶ່ງເວັບໄຊ Covid-19 ແມ່ນສ້າງຂຶ້ນ ເພື່ອຮັບໃຊ້ສະເພາະການປ້ອງກັນ, ຄວບຄຸ້ມ ແລະ ແກ້ໄຂການແຜ່ລະບາດຂອງພະຍາດ Covid-19 ໂດຍສະເພາະ ແລະ ໂປຣແກຣມລະບົບມືຖື LaoKYC ກໍ່ຊ່ວຍໃນການຕິດຕາມການເຄື່ອນໄຫວຂອງຜູ້ລົງທະບຽນ (ຜູ້ຕິດເຊື້ອ) ແລະ ຜູ້ສໍາຜັດໃກ້ຊິດ ເພື່ອແຈ້ງໃຫ້ຜູ້ມີຄວາມສ່ຽງ ປະຕິບັດຕາມຫຼັກການ ທີ່ທາງລັດຖະບານວາງອອກຢ່າງເຂັ້ມງວດ.

ເວັບໄຊ Covid-19 ແລະ ໂປຣແກຣມມືຖື LaoKYC ແມ່ນໜຶ່ງໃນການຮ່ວມມື ດ້ານວຽກງານການປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດ ຂອງພະຍາດອັກເສບປອດ ຈາກເຊື້ອຈຸລະໂລກສາຍພັນໃໝ່ (Covid-19) ຂອງກະຊວງ ກະຊວງ ປທສ, ກະຊວງ ສາທາລະນະສຸກ, ບໍລິສັດ ໄຊເບີເຣຍ, ​ບໍລິສັດ LaiLaoLab ແລະ ບໍລິສັດ SB Lab 856 ຈຳກັດ ເຊິ່ງໄດ້ເປີດນຳໃຊ້ຢ່າງເປັນທາງການໃນຕົ້ນເດືອນ ເມສາ 2020 ທີ່ຜ່ານມານີ້.

ເວັບໄຊ Covid-19 ໄດ້ກາຍເປັນເຄື່ອງມືໃຫ້ແກ່ຄະນະສະເພາະກິດ ແລະ ກະຊວງກ່ຽວຂ້ອງ ໂດຍສະເພາະໃນການເຜີຍແຜ່ ແລະ ສະໜອງຂໍ້ມູນຂ່າວສານ, ເອກະສານທາງການຂອງລັດຖະບານເວົ້າລວມ ເວົ້າສະເພາະກໍ່ຄືມະຕິ, ຄຳສັ່ງ, ແຈ້ງການ, ບົດແນະນຳ, ວິດີໂອຖະແຫຼງຂ່າວປະຈຳວັນ, ບັນດາຂໍ້ມູນຂ່າວສານ ການເຄື່ອນໄຫວຂອງຄະນະສະເພາະກິດ ແລະ ລັດຖະບານ ທີ່ຕິດພັນກັບການປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດ Covid 19.

ນອກນັ້ນ, ເວັບໄຊຍັງໄດ້ເຊື່ອມໂຍ່ງກັບລະບົບບໍລິການ, ການເຜີຍແຜ່ຂໍ້ມູນທີ່ຕິດພັນກັບວຽກງານດັ່ງກ່າວ. ພ້ອມນີ້, ຍັງມີບັນດາລະບົບໂປຣແກຣມທີ່ທາງ ກະຊວງ ປທສ ຮ່ວມກັບບໍລິສັດພັດທະນາຊອບແວຂອງລາວ ພັດທະນາຂື້ນມາເຊັ່ນ:

ລະບົບ Dashboard ລາຍງານຂໍ້ມູນການແຜ່ລະບາດຂອງເຊື້ອພະຍາດ Covid-19 ຂອງ ສປປ ລາວ, ອາຊຽນ ແລະ ສາກົນ ເຊິ່ງສາມາດສະແດງຂໍ້ມູນແບບ Real-time, ລະບົບສົນທະນາ ແລະ ສອບຖາມຂໍ້ມູນ (Chatbot) ທີ່ສາມາດນຳໃຊ້ໃນການສອບຖາມຂໍ້ມູນຂ່າວສານ ທີ່ຕິດພັນກັບພະຍາດ Covid-19, ລະບົບຕິດຕາມ-ເຝົ້າລະວັງການລະບາດຂອງພະຍາດອັກເສບປອດເຊື້ອຈຸລະໂລກ Covid-19  ເທິງລະບົບມືຖື (LaoKYC Mobile application) ເຊິ່ງຜູ້ໃຊ້ສາມາດເຂົ້າຫາ ແລະ ນຳໃຊ້ບັນດາລະບົບຕ່າງໆ ເທິງເວັບໄຊດັ່ງກ່າວໄດ້.

ຄຽງຄູ່ກັນນັ້ນ, ຍັງໄດ້ມີການພັດທະນາ ໂປຣແກຣມມືຖື LaoKYC ເພື່ອອຳນວຍຄວາມສະດວກ ແລະ ສ້າງຜົນປະໂຫຍດໃຫ້ແກ່ ຄະນະສະເພາະກິດ ແລະ ຄະນະຮັບຜິດຊອບ ເປັນຕົ້ນ:

ແມ່ນການຊ່ວຍຕິດຕາມຂໍ້ມູນການເດີນທາງ ຂອງຜູ້ຕິດເຊື້ອຕັ້ງແຕ່ມື້ລົງທະບຽນຕິດຕາມເສັ້ນທາງການເຄື່ອນໄຫວຂອງຜູ້ໃຊ້ທີ່ລົງທະບຽນ ແລະ ສ້າງລາຍຊື່ຜູ້ທີ່ມີຄວາມສ່ຽງໃນວົງລັດສະໝີ 10 ແມັດ (ຜູ້ສຳຜັດໃກ້ຊິດ) ຂອງຜູ້ຖືກບົ່ງມະຕິຕິດເຊື້ອ Covid-19.

ເຊິ່ງບັນດາຂໍ້ມູນດັ່ງກ່າວ ຈະສາມາດນຳໃຊ້ເປັນບ່ອນອີງໃນການແຈ້ງໃຫ້ຜູ້ທີ່ມີຄວາມສ່ຽງ ໃນການຕິດເຊື້ອ ໃຫ້ປະຕິບັດຕາມຫຼັກການ ການຈໍາກັດບໍລິເວນໄດ້ຢ່າງມີປະສິດທິພາບ, ທັນການ ແລະ ຄະນະສາມາດແຈ້ງເບີໂທ ຫຼື ຊື່ຂອງຜູ້ຕິດເຊື້ອໃຫ້ ກະຊວງປທສ ເພື່ອທຳການວິເຄາະປະກອບລາຍຊື່ຜູ້ຕົກຢູ່ໃນເຂດສຸ່ມສ່ຽງໃນການແຈ້ງເຕືອນລ່ວງໜ້າເພື່ອຈໍາກັດບໍລິເວນ14 ວັນ.

     ຂໍ້ມູນເພີ່ມເຕີມກ່ຽວກັບ ເວັບໄຊ ແລະ ໂປຣແກຣມ LaoKYC:

ແຫຼ້ງຂໍ້ມູນ: ກະຊວງ ປທສ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

Vietjet ມອບສ່ວນຫຼຸດ 50%ຖ້ຽວບິນ, ຟຣີຄ່າກະເປົາ ແລະ ອື່ນໆ ສຳລັບນັກທ່ອງທ່ຽວຈາກ ສປປ ລາວ

(ນະຄອນຫຼວງວຽງຈັນ, ວັນທີ 9 ຕຸລາ 2025) – ສາຍການບິນ Vietjet ໄດ້ເລີ່ມຕົ້ນແຄມເປນໂປຣໂມຊັ່ນຄັ້ງໃຫຍ່ທີ່ສຸດຂອງປີ, ໂດຍສະເໜີສ່ວນຫຼຸດຖ້ຽວບິນສູງສຸດ 50%, ຟຣີຄ່າກະເປົ໋າ, ຂໍ້ສະເໜີພິເສດສຳລັບໂຮງແຮມ ແລະ ອື່ນໆ ອີກຫຼາຍຢ່າງໃນຊ່ວງໄລຍະ Super Sale 10 ວັນ ທີ່ມີຈໍາກັດ. ໂປຣໂມຊັ່ນທີ່ໃຫຍ່ທີ່ສຸດຂອງສາຍການບິນໃນປີນີ້ ເຮັດໃຫ້ນັກທ່ອງທ່ຽວຊາວລາວສາມາດເຂົ້າເຖິງການເດີນທາງໃນທ້າຍປີໄປປະເທດຫວຽດນາມ ແລະ ຕ່າງປະເທດໄດ້ງ່າຍຂຶ້ນກວ່າທີ່ເຄີຍ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ມະຫາເສດຖີຍິງຊາວຫວຽດນາມ ຕັ້ງເປົ້າໝາຍການບິນສູ່ສະຫະລັດ ແລະ ການລົງທະບຽນຕະຫຼາດຫຼັກຊັບ Wall Street

Vietjet, ສາຍການບິນທີ່ເຕີບໃຫຍ່ໄວທີ່ສຸດແຫ່ງໜຶ່ງຂອງອາຊີ, ກຳລັງເດີນທາງສູ່ສະຫະລັດ, ໂດຍມີແຜນການທີ່ຈະເປີດຖ້ຽວບິນໂດຍກົງ ແລະ ພິຈາລະນາການລົງທະບຽນໃນຕະຫຼາດຫຼັກຊັບ Wall Street. ຄວາມມຸ່ງມາດປາດຖະໜານີ້ ໄດ້ຖືກເນັ້ນໜັກໃນລະຫວ່າງການໄປຢ້ຽມຢາມຕະຫຼາດຫຼັກຊັບ New York (NYSE) ທີ່ຜ່ານມາ ໂດຍປະທານບໍລິສັດ Vietjet ທ່ານ Nguyen Thi Phuong Thao, ເຊິ່ງໄດ້ຮັບການຕ້ອນຮັບຈາກປະທານບໍລິສັດ NYSE ທ່ານ Lynn Martin.