ຫມ່ອມມະນີວັນ ພັນຣະນີວໍຣະມັນ ພຣະມະເຫສີຄົນລາວ ໃນພຣະບາດສົມເດັດພຣະນະໂຣດົມ ສີຫະນຸ

ຫມ່ອມມະນີວັນ

ພຣະບາດສົມເດັດພຣະນະໂຣດົມ ສີຫະນຸ ແຫ່ງກຳປູເຈຍ ຊົງມີຄວາມຜູກພັນກັບປະເທດລາວຢ່າງໃກ້ຊິດຕິດແທດ ເຊິ່ງສະແດງອອກໂດຍພຣະອົງມີຄວາມຜູກສັມພັນໄມຕຣີກັບປະເທດລາວ ໂດຍມີການສະເດັດຢ້ຽມຢາມປະເທດລາວຫລາຍໆຄັ້ງ.

ຈົນມີຄວາມຕ້ອງພະທັຍນັກສຶກສາລາວທີມາເຂົ້າເຝົ້າ ໃນໄລຍະຢ້ຽມຢາມປະເທດລາວເມື່ອປີ 1949 ສາວຄົນນັ້ນແມ່ນມີຊື່ວ່າ ນາງສາວ ມະນີວັນ ພານີວົງ ແລະຈົນໄດ້ຊົງອະພິເສກສົມຣົສ ແລະຊົງແຕ່ງຕັ້ງໃຫ້ເປັນຫມ່ອມມະນີວັນ.

ພັນຣະນີວໍຣະມັນ ເຊິ່ງເປັນພຣະມະເຫສີຄົນລາວ ໃນພຣະບາທສົມເດັດພຣະນະໂຣດົມ ສີຫະນຸ ໝ່ອມມະນີວັນ ປະສູດເມື່ອປີ ຄສ 1934 ເປັນຄົນບ້ານຫາຍໂສກ ເມືອງຈັນທະບູລີ ນະຄອນຫລວງວຽງຈັນ ໝ່ອມມະນີວັນ ເປັນພຣະມະເຫສີ ອົງທີ 6 ແລະມີພຣະຣາຊທິດາດ້ວຍກັນ 2 ພຣະອົງ ໄດ້ແກ່ :

1. ເຈົ້າຍິງນະໂຣດົມ ໂສເສດຖາ ສຸຊະດາ ປະສູດເມື່ອປີ ຄສ 1953 ສິນພຣະຊົນ ເມື່ອປີ ຄສ 1975
2. ສົມເດັດພຣະອະນຸດນະໂຣດົມ ອະຣຸນຣັດສະໝີ ປະສູດເມືອ ປີ ຄສ 1955

ພຣະບາທສົມເດັດພຣະນະໂຣດົມ ສີຫະນຸ

ພຣະບາທສົມເດັດນະໂຣດົມສີຫະນຸ ເຄຍຊົງພຣະນິພົນເພງຈຳນວນຫລາຍ ທັງເພງສາກົນແລະເພງລຳວົງ ເນື່່ອງດ້ວຍທີພຣະບາທສົມເດັດພຣະນະໂຣດົມສີຫະນຸ ໂປຣດແລະຮັກໃຄຣ່ຫມ່ອມຄົນລາວ ຄົນນີ້ຫລາຍ

ຈຶ່ງໄດ້ພຣະຣາຊນິພົນເພງຊື່ວ່າ : ບຸບຜາວຽງຈັນ ແລະພຣະຣາຊທານແດ່ຫມ່ອມຄົນລາວພຣະອົງນີ້ ເພງນີ້ຖືວ່າເປັນເພງທີມີຊື່ສຽງອີກເພງຫນຶ່ງໃນກຳປູເຈຍໃນເວລານັ້ນ.

ລິ້ງເພງ: ບຸບຜາວຽງຈັນ https://youtu.be/nJu38L-33jk

ຫມ່ອມມະນີວັນ ພານີວົງ ເພິ່ນເສຍຊີວິດ ໃນເດືອນເມສາ ປີ ຄສ 1975 ໂດຍຖືກກຸ່ມຂະເໝນແດງສັງຫານ.

ພຣະອະນຸດນະໂຣດົມ ອະຣຸນຣັດສະໝີ

ແຫຼ່ງຂໍ້ມູນ:  Art and Culture of Laos

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...