ເດັກຍິງລາວ! ຈຳນວນ 360.000 ຄົນ ໄດ້ຮັບການສັກວັກແຊັງ ກັນມະເຮັງປາກມົດລູກ

ຕົ້ນປີນີ້, ເດັກຍິງຈຳນວນປະມານ  360.000 ຄົນ ທີ່ມີອາຍຸລະຫວ່າງ 10-14 ປີ ໂດຍບໍ່ຈຳແນກສະຖານະການເຂົ້າຮຽນ ໄດ້ຮັບການສັກວັກແຊັງ ກັນມະເຮັງປາກມົດລູກ, 

ເຊິ່ງເປັນວັກແຊັງ ປ້ອງກັນເດັກຍິງ ຈາກການເປັນພະຍາດມະເຮັງປາກມົດລູກ ເມື່ອພວກເຂົາເຕີບໃຫຍ່ ເປັນແມ່ຍິງເຕັມໂຕ ແມ່ນໄດ້ຮັບການບັນຈຸເຂົ້າໃນຕາຕະລາງວັກແຊັງ ກັນພະຍາດແຫ່ງຊາດ.

ວັກແຊັງກັນພະຍາດດັ່ງກ່າວ ແມ່ນໄດ້ຮັບການສະໜອງທຶນ ຈາກອົງການ ກາວີ-ພັນທະມິດວັກແຊັງ ແລະ ລັດຖະບານແຫ່ງ ສປປ ລາວ.

ພ້ອມກັນນີ້ ອົງການອະນາໄມໂລກ, ອົງການອຸຍນີເຊັບ ​ແລະ ຄູ່ຮ່ວມພັດທະນາອື່ນໆ ໄດ້ໃຫ້ການສະໜັບສະໜຸນ ກະຊວງສາທາລະນະສຸກ ແລະ ກະຊວງສຶກສາທິການ ແລະ ກິລາ ໃນການຈັດຕັ້ງປະຕິບັດ.

ໃນຂະນະທີ່ວຽກງານ ໃຫ້ບໍລິການວັກແຊັງກັນພະຍາດ ກຳລັງມີບາດກ້າວທີ່ດີ, ຄວາມຕ້ອງການໃນການຮັບວັກແຊັງກັນພະຍາດຍັງຕໍ່າ ໃນບາງເຂດ ຂອງ ສປປ ລາວ ໂດຍສະເພາະໃນເຂດທີ່ມີຊຸມຊົນ ທີ່ເປັນກຸ່ມຊົນເຜົ່າ ແລະ ເຂດຫ່າງໄກສອກຫລີກ ເຊິ່ງຄວາມຮັບຮູ້ຕໍ່ກັບຜົນປະໂຫຍດ ຂອງການວັກແຊັງກັນພະຍາດຍັງຕໍ່າ.

ທ່ານ ດຣ ຮາເວີດ ໂຊເບລ ຮັກສາການ ຜູ້ຕາງໜ້າອົງການອະນາໄມໂລກ ປະຈຳ ສປປ ລາວ ​ໄດ້​ໃຫ້​ຮູ້​​ຫວ່າງບໍ່ດົນນີ້ວ່າ:

ອົງການອະນາໄມໂລກ ກຳລັງເຮັດວຽກຢ່າງ ໃກ້ຊິດກັບ ສະຖານທີ່ບໍລິການ ດ້ານສຸຂະພາບ, ຜູ້ນຳບ້ານ ແລະ ອາສາສະໝັກສຸຂະພາບບ້ານ ແນ່ໃສ່ເພີ່ມຈຳນວນການຮັບວັກ ແຊັງກັນພະຍາດໃນເມືອງ ທີ່ມີຈຳນວນການສັກວັກແຊັງ ກັນພະຍາດຍັງຕໍ່າ.

ເຊິ່ງພວກເຮົາ ຈະສາມາດເຜີຍແຜ່ຂໍ້ມູນທີ່ວ່າ “ວັກແຊັງໄດ້ຜົນ ກັນພະຍາດໃຫ້ທຸກຄົນ ໄດ້ຢາກັນພະຍາດ ກັນໄດ້ທຸກຄົນ” ແລະ ສະໜອງໂອກາດຢ່າງເທົ່າທຽມ ໃນການເຂົ້າເຖິງວັກແຊັງ ກັນພະຍາດເຖິງແມ່ນວ່າ ຈະມີການ ລະ ບາດ ຂອງພະຍາດໂຄວິດ -19 ກໍຕາມ.

ແຫຼ່ງຂໍ້ມູນ: ຂປລ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...