ເຈົ້າເມືອງ ລົງແຈກຢາຍຜ້າອັດປາກ-ອັດດັງໃຫ້ແກ່ປະຊາຊົນ ແລະຊາວຂາຍຢູ່ຕະຫຼາດຮຸ່ງເຮືອງ

​ເພື່ອເປັນການສະກັດກັ້ນ ແລະ ປ້ອງກັນການລະບາດຂອງພະຍາດອັກເສບປອດ ຈາກເຊື້ອຈຸລະໂຣກ ສາຍພັນໃໝ່ ພະຍາດ COVID-19 ມື້ວານນີ້, ທ່ານ ອຸໄພວັນ ໄຊຍະວົງ ເຈົ້າເມືອງ ອາດສະພັງທອງ ແຂວງສະຫວັນນະເຂດ ພ້ອມຄະນະ ໄດ້ລົງເຄື່ອນໄຫວແຈກຢາຍຜ້າອັດປາກ-ອັດດັງ ໃຫ້ແກ່ປະຊາຊົນ ແລະ ພໍ່ຄ້າ-ແມ່ຄ້າຊາວຂາຍ ຢູ່ຕະຫຼາດຮຸ່ງເຮືອງ ເມືອງດັ່ງກ່າວ.

ການລົງເຄື່ອນໄຫວແຈກຢາຍຜ້າອັດປາກ-ອັດດັງຄັ້ງນີ້ ຍ້ອນຄວາມເປັນຫວ່ງເປັນໄຍຂອງຂັ້ນເທິງ ເວົ້າລວມ ເວົ້າສະເພາະກໍ່ຄືການນໍາຂັ້ນເມືອງອາດສະພັງທອງ ທີ່ມີຕໍ່ປະຊາຊົນພາຍໃນເມືອງ ເປັນການຜັນຂະຫຍາຍຄໍາສັ່ງແນະນຳ ເລກທີ 06/ນຍ ຂອງທ່ານນາຍົກລັດຖະມົນຕີ ແລະ ປະຕິບັດຕາມທິດຊີ້ນໍາຂອງຂັ້ນເທິງ

ໃນການແຈກຢາຍຜ້າອັດປາກ-ອັດດັງ ໃຫ້ແກ່ປະຊາຊົນເພື່ອຮັບປະກັນຄວາມປອດໄພ ແລະ ສະກັດກັ້ນການລະບາດພະຍາດ ໂຄວິດ-19 ເຖິງແມ່ນວ່າການແຈກຢາຍຄັ້ງນີ້ອາດມີຈໍານວນບໍ່ຫຼາຍ ແຕ່ກໍ່ແມ່ນຄວາມຕັ້ງໃຈປະກອບສ່ວນຂອງການນໍາເມືອງ ເພື່ອຊຸກຍູ້ຂະບວນການຕ້ານພະຍາດ ໂຄວິດ-19 ບໍ່ໃຫ້ມີການແຜ່ລະບາດຢູພາຍໃນເມືອງ.

ທ່ານເຈົ້າເມືອງໄດ້ເນັ້ນໜັກໃຫ້ທຸກພາກສ່ວນຈົ່ງເອົາໃຈໃສ່ໃນການຈັດຕັ້ງປະຕິບັດທຸກຄໍາສັ່ງຂອງຂັ້ນເທິງ ພ້ອມທັງໃຫ້ມີການໂຄສະນາເຜີຍແຜ່ໃຫ້ປະຊາຊົນໄດ້ຮັບຮູ້ເຂົ້າໃຈ ເຖິງຄວາມອັນຕະລາຍຂອງພະຍາດດັ່ງກ່າວ ໃຫ້ທົ່ວເຖິງ ແລະ ຮຽກຮ້ອງໃຫ້ປະຊາຊົນພາຍໃນເມືອງຈົ່ງພ້ອມກັນເອົາໃຈ ໃສ່ປະຕິບັດຄຳສັ່ງແນະນຳ ເລກທີ 06/ນຍ ຂອງທ່ານນາຍົກລັດຖະມົນຕີ ຢ່າງເຂັ້ມງວດ ເພື່ອພ້ອມກັນຜ່ານຜ່າວິກິດການຄັ້ງນີ້ ດ້ວຍຄວາມປອດໄພ.

ແຫຼ່ງຂໍ້ມູນ: ວຽງຈັນໃໝ່

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...