Saturday, April 26, 2025
Kbank Laos โอน รับ จ่าย

ຂ່າວເດັ່ນ ໜັງສືພິມວຽງຈັນທາຍ

ປະຈຳວັນທີ 10 ກໍລະກົດ 2021 | ໜັງສືພິມວຽງຈັນທາຍໄດ້ໃຫ້ຮູ້ວ່າ:

ລາວມີຜູ້ຕິດເຊື້ອພະຍາດໂຄວິດ-19 ເຖິງ 4 ສາຍພັນ ຈາກ 11 ສາຍພັນ

ຈາກກໍລະນີ ທີ່ ສປປ ລາວໄດ້ກວດພົບຜູ້ຕິດເຊື້ອພະຍາດໂຄວິດ-19 ສະສົມແລ້ວຫຼາຍກວ່າ 2.000 ຄົນໃນປັດຈຸບັນຢູ່ໃນຂອບເຂດທົ່ວປະເທດນັ້ນ ພົບວ່າ ມີ 4 ສາຍພັນ ຈາກ 11 ສາຍພັນຂອງພະ ຍາດໂຄວິດ-19 ທີ່ພົບ ຢູ່ລາວ ຄື: ສາຍພັນ ດັ່ງເດີມ, ສາຍພັນອາວຟາ, ສາຍພັນເດວຕາ ແລະ ສາຍພັນແຄັບປາ

ຜູ້ຕິດເຊື້ອຢູ່ລາວ 1 ໃນ 4 ສາຍພັນແມ່ນສາຍພັນເດວຕາທີ່ເປັນສາຍພັນທີ່ຮ້າຍແຮງ ແລະ ໜ້າເປັນຫ່ວງ, ດີແຕ່ກວດພົບຈາກແຮງງານລາວກັບຄືນປະເທດ, ບໍ່ພົບເຊື້ອພະຍາດດັ່ງກ່າວ ລະບາດໃນຊຸມຊົນຈຶ່ງສາມາດປ້ອງກັນໄດ້…ອ່ານຕໍ່

ເປັນ​ຫຍັງ​ແຮງ​ງານ​ລາວ​ຈຶ່ງ​ລັກ​ລອບ​ກັບ​ຄືນ​ປະ​ເທດ

ອີງ​ຕາມ​ຂໍ້​ມູນ​ຈາກ​ພະ​ແນກ​ແຮງ​ງານ ແລະ ສະ​ຫວັດ​ດີ​ການ​ສັງ​ຄົມ​ຂອງ​ບັນ​ດາ​ແຂວງ​ທີ່​ມີ​ຊາຍ​ແດນ​ຕິດ​ກັບ​ປະ​ເທດ​ໄທ ການທີ່ແຮງງານລາວ​ລັກ​ລອບກັບ​ຄືນ​ປະ​ເທດ​​ແບບ​ຜິດ​ກົດ​ໝາຍນັ້ນ ກໍຍ້ອນ​ວ່າ​ແຮງ​ງານ​ເຫຼົ່ານັ້ນ​ເປັນ​ແຮງ​ງານ ​ເຖື່ອນ​ໂດຍ​ບໍ່​ມີ​ເອກະ​ສານ​ຜ່ານ​ແດນໃດໆ  ຊຶ່ງ​ແຮ​ງ​ງານ​​ລາວທີ່​ໄປ​ເຮັດ​ວຽກ​ຢູ່​ໄທ​ນັ້ນ​ຫຼາຍກວ່າ 50% ແມ່ນ​ແຮງ​ງານ​ເຖື່ອນ

​ໃນ​ໄລ​ຍະ​ທີ່​ມີ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ຕຳ​ຫຼວດກວດ​ຄົນ​ເຂົ້າ​ເມືອງ​ລາວ​-ໄທ​ໄດ້​ມີ​ການ​ຕົກ​ລົງ​ຮັບເອົາແຮງງານດັ່ງກ່າວເຂົ້າມາໄດ້ເລີຍແບບຖືກກົດໝາຍ ​ພຽງ​ແຕ່​​ໃຫ້ແຮງ​ງານ​ເຫຼົ່ານັ້ນ​ແຈ້ງ​ຕຳ​ຫຼວດກວດ​ຄົນ​ເຂົ້າ​ເມືອງ​ທັງ​ສອງ​ປະ​ເທດ ແຕ່ວ່າແຮງ​ງານ​ບາງ​ສ່ວນ​ທີ່ຍັງລັກລອບຍ້ອນບໍ່​ໄດ້​ຮັບ​ຂໍ້​ມູນ​ຂ່າວ​ສານ​ກ່ຽວ​ກັບ​ເລື່ອງ​ດັ່ງ​ກ່າວ…ອ່ານຕໍ່

ສປປ ລາວ ສະເໜີໃຫ້ອາຊຽນ-ຣັດເຊຍຮ່ວມມືຫຼາຍດ້ານໃນອະນາຄົດ

ທີ່ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ-ຣັດເຊຍ ສະໄໝພິເສດແບບທາງໄກ ສປປ ລາວໄດ້ສະເໜີໃຫ້ພິຈາລະນາຮ່ວມມືໃນໄລຍະຕໍ່ໜ້າກ່ຽວກັບການຄຸ້ມຄອງໄພພິບັດ, ການຮ່ວມມືດ້ານຄວາມໝັ້ນຄົງທາງໄອຊີທີ, ການສຶກສາ, ການແລກປ່ຽນ ລະຫວ່າງຊາວໜຸ່ມ ແລະ ຂົງເຂດການຮ່ວມມືອື່ນໆ ທີ່ອາຊຽນ ແລະ ຣັດເຊຍ ມີທ່າແຮງຮ່ວມກັນ

ສະເພາະທິດທາງໃນຕໍ່ໜ້າ, ບັນດາລັດຖະມົນຕີຕ່າງປະເທດອາຊຽນ-ຣັດເຊຍ ໄດ້ເຫັນດີສືບຕໍ່ຮ່ວມມື ກ່ຽວກັບການຄວບຄຸມ, ຮັບມື ແລະ ແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ-19 ລວມທັງ ການຮ່ວມມືເພື່ອຄົ້ນຄວ້າ ແລະ ພັດທະນາ (R&D) ແລະ ຜະລິດຢາປົວພະຍາດ ກໍ່ຄືວັກຊິນຕ້ານໂຄວິດ-19 ແລະ ການຟື້ນຟູເສດຖະກິດຮອບດ້ານຫຼັງການແຜ່ລະບາດຂອງພະຍາດໂຄວິດ-19 ສິ້ນສຸດລົງ…ອ່ານຕໍ່

ຕົວແທນນັກກິລາຢູໂດຂອງລາວ ທີ່ຈະໄປແຂ່ງຂັນກິລາໂອລິມປິກທີ່ຍີ່ປຸ່ນ

ສຸກພະໄຊ ສິດທິສານ ນັກກິລາຢູໂດ ໜຶ່ງດຽວທີມຊາດລາວ ຊຶ່ງຢູ່ອັນດັບທີ 105 ຂອງໂລກ ພ້ອມດ້ວຍນັກກິລາທີມຊາດລາວ ອີກ 5 ຄົນ ຄື: ລອຍ ນ້ຳ 2 ຄົນ, ແລ່ນ-ລານ 2 ຄົນ ແລະ ມວຍສາກົນ 1 ຄົນ ຈະເຂົ້າຮ່ວມແຂ່ງຂັນໃນງານມະຫະກຳກິລາໂອລິມປິກ 2020 ທີ່ນະຄອນຫຼວງໂຕກຽວ ປະເທດຍີ່ປຸ່ນ ທີ່ເລື່ອນ ມາແຂ່ງຂັນໃນວັນທີ 23 ກລະກົດ 2021 ຍ້ອນການແຜ່ລະບາດຂອງ ພະຍາດໂຄວິດ-19

ສຸກພະໄຊ ສິດທິສານ ໄດ້ໂຄຕາເຂົ້າຮ່ວມການແຂ່ງຂັນ ໃນ ງານມະຫະກຳກິລາໂອລິມປິກ ເປັນຄັ້ງທີ 2 ຕິດຕໍ່ກັນ ຫຼັງຈາກທີ່ຜູ້ກ່ຽວເຄີຍຄວ້າໂຄຕາໄປແຂ່ງໃນງານມະຫະກຳກິລາໂອລິມປິກ ຄັ້ງທີ່ຜ່ານມາ ທີ່ປະເທດເບຣຊິນ ປີ 2016…ອ່ານຕໍ່

More from author

Related posts

Latest posts

ພຣະເຈົ້າແສນແຊ່!ພຣະພຸດທະຮູບອົງສັກສິດຂອງແຂວງບໍ່ແກ້ວ

ພຣະເຈົ້າແສນແຊ່ ທີ່ປະດິດສະຖານໄວ້ທີ່ ວັດສີບຸນເຮືອງ, ເມືອງຕົ້ນເຜິ້ງ, ແຂວງບໍ່ແກ້ວ ເ້ປັນອີກໜຶ່ງພຣະພຸດທຸຮູບອົງສັກສິດ ທີ່ປະຊາຊົນຊາວແຂວງບໍ່ແແກ້ວໃຫ້ຄວາມເຄົາລົບນັບຖື.

ວັດວິຊຸນນະຣາດ (ພຣະທາດໝາກໂມ) ນະຄອນຫຼວງພຣະບາງ

#ວັດວິຊຸນ ເປັນວັດທີ່ເກົ່າແກ່ໃນຫຼວງພະບາງ ສ້າງຕັ້ງຂຶ້ນໃນປີ 1512 ໃນສະໄໝຂອງ ເຈົ້າຊີວິດວິຊຸນນະລາດ (1501-1520) ໂຄງຫຼັງຄາມີສອງຊັ້ນ, ເປັນຊົງສິລະປະແບບຊາວພວນ, ມີ 12 ເສົາ, ລວງສູງ 30 ແມັດ. ໃນຂອບເຂດວັດວິຊຸນມີສະຖາປັດຕິຍະກໍາທີ່ລະອຽດອ່ອນທີ່ຊົງຄຸນຄ່າ ແລະ ງົດງາມ.

Vietjet ເປີດ​ຖ້ຽວ​ບິນ​ໄປ​ເກາະ​ໂກນ​ດ່າວ, ສະ​ເໜີ​ທາງ​ເລືອກ​ທີ່ຫຼາກຫຼາຍ​ ​ໃນການ​ທ່ອງ​ທ່ຽວ​ຫວຽດນາມ​ໃນ​ລະດູ​ຮ້ອນ​ນີ້

(ນະຄອນຫຼວງວຽງຈັນ, ວັນທີ 23 ເມສາ 2025) – Vietjet ເປີດຕົວ 2 ເສັ້ນທາງໂດຍກົງໃໝ່ເຊື່ອມຕໍ່ຮ່າໂນ້ຍ ແລະ ນະຄອນໂຮ່ຈີມິນ ກັບເກາະໂກນດ່າວ ເກາະທີ່ມີທຳມະຊາດສວຍງາມຂອງປະເທດຫວຽດນາມ, ການເປີດຕົວເສັ້ນທາງໃໝ່ນີ້ຈະຊ່ວຍປັບປຸງການເຊື່ອມຕໍ່ພາຍໃນຂອງສາຍການບິນ ​ແລະ ສະໜອງ​ຄວາມ​ສະດວກ​ໃຫ້​ນັກ​ທ່ອງ​ທ່ຽວ​ເຂົ້າ​ເຖິງ​ສະຖານທີ່ສຳຄັນດ້ານ​ປະຫວັດສາດ ​ແລະ ຈຸດໝາຍປາຍທາງອັນສັກສິດ​ຂອງ​ຫວຽດນາມ.