ຂ່າວເດັ່ນ ສຳນັກຂ່າວມີເດຍລາວ

ປະຈຳວັນທີ 9 ກໍລະກົດ 2021 | ສຳນັກຂ່າວມີເດຍລາວໄດ້ໃຫ້ຮູ້ວ່າ:

ກຳມະການພັກແຂງຈຳປາສັກ ພ້ອມຄະນະລົງມອບເຄື່ອງອຸປະໂພກບໍລິໂພກໃຫ້ເມືອງປະທຸມພອນ

ທ່ານ ອຸດົມສັກ ດີວິໄຊ ກຳມະການພັກແຂວງ ຫົວໜ້າພະແນກ ແຮງງານສະຫວັດດີການສັງຄົມ  ພ້ອມຄະນະໄດ້ເຄື່ອນໄຫວຢ້ຽມຢາມ ແລະ ມອບເຄື່ອງອຸປະໂພກບໍລິໂພກໃຫ້ອົງການປົກຄອງເມືອງປະທຸມພອນ ເຊິ່ງມີ ສັງກະສີຈໍານວນ 100 ແຜ່ນ, ຕະປູ 1 ແກັດ ແລະ ເຂົ້າສານໜຽວ 5 ໂຕນ,ໃນນັ້ນເຂົ້າສານໜຽວ 5 ໂຕນແມ່ນມອບເຂົ້າເປັນຄັງແຮຂອງເມືອງ

ແລະສືບຕໍ່ມອບໃຫ້ຄອບຄົວປະຊາຊົນທີ່ໄດ້ຮັບຜົນກະທົບຈາກໄຟພິບັດ 60% ຂຶ້ນໄປຈໍານວນ 2 ຄອບຄົວຢູ່ບ້ານຄອນທູດ(ຄຸ້ມໜອງຫີນ) ກຸ່ມສະໜິງ ເຊິ່ງມີເຂົ້າສານ 400 ກິໂລ,ສັງກະສີ 100 ແຜ່ນ ແລະ ເດັກຕະປູ 1 ແກັດ…ອ່ານຕໍ່

ເມືອງແອດ ແຂວງຫົວພັນ ຈັດພິທີປ່ອຍປາ ໃນວັນອະນຸລັດສັດນໍ້າ – ສັດປ່າແຫ່ງຊາດ

ເມືອງແອດ ແຂວງຫົວພັນ ໄດ້ຈັດພິທີປ່ອຍປາໃສ່ວັງສະສະຫງວນຂົວອູ່ ບ້ານເມືອງແອດ ເນື່ອງໃນໂອກາດວັນປ່ອຍປາ ແລະ ອະນຸລັດສັດນໍ້າ-ສັດປ່າແຫ່ງຊາດ

ຈຸດປະສົງກໍ່ເພື່ອເປັນການປູກຈິດສຳນຶກໃຫ້ປະຊາຊົນເຫັນໄດ້ຄວາມສຳຄັນ ແລະຈຳເປັນທີ່ຕ້ອງໄດ້ພ້ອມກັນອະນຸລັກສັດນ້ຳ-ສັດປ່າ ເຊິ່ງປາທີ່ນຳມາປ່ອຍໃນຄັ້ງນີ້ ມີປາໄນ ແລະ ປານິນ ໃນຈຳນວນ 8.000 ກ່ວາໂຕ ໃນນີ້ ປາໄນ 4000 ໂຕ ແລະ ປານິນ 4000 ໂຕ…ອ່ານຕໍ່

ພະແນກຍຸຕິທຳແຂວງອັດຕະປືມອບວັດຖຸ ແລະ ພາຫະນະ ເຂົ້າເປັນຊັບສິນຂອງລັດ

ຂໍ້ຕົກລົງຂອງຫົວໜ້າພະແນກຍຸຕິທຳແຂວງ ວ່າດ້ວຍການມອບຊັບສິນທີ່ສານຕັດສີນເປັນຂອງລັດ ໃຫ້ພະແນກການເງິນແຂວງ ຂຶ້ນຢ່າງເປັນທາງການ

ຈຳນວນວັດຖຸ ແລະ ພາຫະນະທີ່ມອບ-ຮັບໃນຄັ້ງນີ້ມີ ຫີນອ່ອນປາໂກໄດ 5.004 ກິໂລກຼາມ, ພາຫະນະ (ປະເພດລົດດຸດ) 01 ຄັນ ກ່າວມອບໂດຍ ທ່ານ ທິດສະໄໝ ຈັນທະກາລີ ຫົວໜ້າຂະແໜງຈັດຕັ້ງປະຕິບັດຄໍາຕັດສີນ ຂອງສານ ແລະ ຮັບໂດຍ ທ່ານ ສຸກສະຫວັນ ອ້ວນວິໄລ ຮອງຫົວໜ້າຂະແໜງຄຸ້ມຄອງຊັບສິນຂອງລັດ…ອ່ານຕໍ່

ເມືອງໝື່ນແຂວງວຽງຈັນ ມອບ-ໂອນວຽກງານວິທະຍາສາດ ແລະ ເຕັກໂນໂລຊີ ໄປຂຶ້ນກັບຂະເເໜ່ງການອື່ນ

ພິທີ ມອບ – ໂອນ ວຽກງານວິທະຍາສາດ ແລະ ເຕັກໂນໂລຊີ ໄປຂຶ້ນກັບຂະເເໜ່ງການອື່ນໄດ້ຈັດຂື້ນ  ຢ່າງເປັນທາງການ ໂດຍການເປັນປະທານ ຂອງທ່ານ ພອນເທີດ ສຸຫວັດດີ ກຳມະການພັກແຂວງ,ເລຂາພັກເມືອງ ເຈົ້າເມືອງໆໝື່ນ

ຜ່ານບົດສະຫຼຸບການຈັດຕັ້ງປະຕິບັດວຽກງານ ວິທະຍາສາດ ແລະ ເຕັກໂນໂລຊີໃນໄລຍະຜ່ານມາ ການຕົກລົງລົບລ້າງຫ້ອງການ ແລະໜ່ວຍງານເຕັກໂນໂລຊີຂອງເມືອງ, ຜ່ານຂໍຕົກລົງມອບໂອນກົງຈັກການຈັດຕັ້ງ ແລະ ຂໍ້ຕົກລົງມອບໂອນພະນັກງານໄປຂຶ້ນກັບຂະເເໜ່ງການອື່ນຂອງເມືອງ…ອ່ານຕໍ່

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...