Thursday, March 20, 2025

5 ພຶດຕິກຳ ທີ່ເປັນບັນຫາ ເຮັດໃຫ້ຄອມພິວເຕີຊ້າ

ປິໃໝ່ແລ້ວ ເຮົາຕ້ອງປ່ຽນພຶດຕິກຳໃໝ່, ເຊິ່ງມື້ນີ້ ເຮົາຈະມາແນະນຳ 5 ພຶດຕິກຳທີ່ຫຼາຍຄົນມັກເຮັດໂດຍທີ່ບໍ່ຮູ້ໂຕ ເຊິ່ງຈະເຮັດໃຫ້ຄອມພິວເຕີຂອງເຈົ້າຊ້າລົງ ມາຮູ້ຈັກບັນຫາ ແລະ ປັບແກ້ໄປນໍາກັນ ດີກວ່າເຮົາເອົາເງິນໄປຊື້ຄອມໃໝ່.

1. ໃຊ້ໂປແກຣມຫຼາຍເກີນໄປ.

ຫາກໃຊ້ຄອມພິວເຕີໄປດົນໆ ຫຼາຍຄົນອາດຈະຫຼົງໄປຕິດຕັ້ງໂປແກຣມໄວ້ໃນເຄື່ອງຫຼາຍ 10 ໂປແກຣມ ແບບທີ່ບໍ່ໄດ້ໃຊ້ງານ ຫຼື ບາງໂປແກຣມເຮົາກໍອາດຈະລືມໄປເລີຍວ່າ ເຮົາລົງໄວ້ໃນເຄື່ອງ ເພາະບັນຫາທີ່ໃຫຍ່ທີ່ສຸດ ແມ່ນມາຈາກໂປແກຣມທີ່ຕັ້ງຄ່າໃຫ້ຕົວເອງເຮັດວຽກໃນເບື່ອງຫຼັງແບບອັດຕະໂນມັດ ເຊິ່ງໝາຍຄວາມວ່າມັນຈະກິນ RAM ຈົນເຮັດໃຫ້ເຄື່ອງຊ້າ ເຖິງວ່າຈະບໍ່ເຄີຍເປີດໃຊ້ງານກໍຕາມ.

ຫາກເຈົ້າມັກຕິດຕັ້ງແອັບໃໝ່ໆທີ່ບໍ່ໄດ້ໃຊ້ງານ ເຮົາແນະນຳໃຫ້ລຶບແອັບອອກເປັນການດີທີ່ສຸດ ເພາະຈະບໍ່ເຮັດໃຫ້ ມີການເຮັດວຽກທີ່ຊ້ອນທັບກັນຫຼາຍແອັບ.

2. ບໍ່ເຄີຍ Reboot ເຄື່ອງ.

ຫຼາຍຄົນມັກຈະເປີດຄອມຄ້າງໄວ້ ເພາະຈະໄດ້ກັບມາເຮັດວຽກຕໍ່ຈາກທີ່ຄ້າງໄວ້ຢ່າງໄວ ແລະ ງ່າຍ, ແຕ່ນີ້ຈະເປັນຄວາມຜິດພາດທີ່ອາດຈະສົ່ງຜົນກະທົບໃຫ້ຄອມພິວເຕີຂອງເຈົ້າເຮັດວຽກຊ້າລົງໄດ້.

ການເປີດ-ປິດເຄື່ອງເປັນປະຈຳເປັນສິ່ງສຳຄັນ ເພາະປະໂຫຍດຈາກການເປີດ-ປິດເຄື່ອງໃໝ່ ຄືການລ້າງໜ່ວຍຄວາມຈຳ RAM  ເຊິ່ງສາມາດແກ້ໄຂປັນຫາດ້ານປະສິດທິພາບ ຫຼື ຄອມຊ້າໄດ້.

3. ຄລິກແບບບໍ່ຄິດ.

ໃນຍຸກທີ່ມີ ໄວຣັສກະຈາຍເຕັມອິນເຕີເນັດ ເຮົາຕ້ອງລະວັງໃຫ້ຫຼາຍໆເມື່ອຄລິກລິ້ງ ແປກໆໃນໂລກອອນລາຍ ຮູ້ໄວ້ເລີຍວ່າເວັບໄຊຈຳນວນຫຼາຍ ເປັນຈຸດທີ່ວາງລະເບີດຂອງເນື້ອຫາທີ່ເປັນອັນຕະລາຍເຊັ່ນ: ປຸ່ມດາວໂຫຼດປອມ, ໂຄສະນາຂະໜາດໃຫຍ່ທີ່ນໍາໄປສູ່ເວັບໄຊທີ່ບໍ່ປອດໄພ ແລະ ອາດສ້າງບັນຫາໃຫ້ກັບຄອທພິວເຕີຕາມມາໄດ້, ໂດຍສະເພາະ ໂປແກຣມເຖື່ອນທີ່ມາພ້ອມກັບໄວຣັສ ຍິ່ງອັນຕະລາຍ.

ທາງທີ່ດີ ຄວນມີສະຕິທຸກຄັ້ງທີ່ໃຊ້ງານ ກ່ອນຈະຕິດຕັ້ງໂປແກຣມຫຍັງ ໃຫ້ໃຊ້ເວລາໃນການຢືນຢັນວ່າ ໂປແກຣມດັ່ງກ່າວມີໄວຣັສບໍ່, ເປັນເອກະສານອັນຕະລາຍບໍ່, ເຊິ່ງວິທີນີ້ ກໍຈະເປັນໜຶ່ງຊ່ອງທາງທີ່ຈະຊ່ວຍປ້ອງກັນໃຫ້ຄອມພິວເຕີປອດໄພ, ແຕ່ທາງທີ່ດີທີ່ສຸດ ຄວນເປີດ Firewall ລະບົບຄວາມປອດໄພທີ່ມາກັບຄອມພິວເຕີໄວ້ຕະຫຼອດເວລາ.

4. ບໍ່ໃສ່ໃຈເບິ່ງແຍງ.

ເຖິງວ່າ Windows ຈະມີການອັບເດດເພື່ອແກ້ໄຂບັນຫາຕ່າງໆ ທີ່ເກີດຂຶ້ນກັບລະບົບຢູ່ຫຼາຍຄັ້ງ ແຕ່ກໍຍັງບໍ່ສົມບູນເທົ່າທີ່ຄວນ, ເພາະໃນຂະນະທີ່ຄອມພິວເຕີເຮັດວຽກ ລະບົບຈະສ້າງໄຟລ໌ທີ່ຈຳເປັນໃນຊ່ວງເວລາສັ້ນໆ ແຕ່ຖ້າເຮົາປ່ອຍໃຫ້ໄຟລ໌ເຫຼົ່ານີ້ງອກອອກມາເປັນຈຳນວນຫຼາຍ ກໍຈະເຮັດໃຫ້ຄອມຊ້າໄດ້.

ສະນັ້ນ, ເຮົາຄວນເພີ່ມພື້ນທີ່ວ່າງອັດຕະໂນມັດ ຫຼື ຄົ້ນຫາ Disk Cleanup ໃນ Start menu ເພື່ອລ້າງຂໍ້ມູນ ແລະ ເຮົາຄວນສະແກນໄວຣັສເປັນປະຈຳ ເຖິງວ່າຈະມີກຳນົດສະແກນໄວຮັສຕາມລະບົບແລ້ວກໍຕາມ.

5. ມັກຄິດໄປເອງ.

ເປັນເລື່ອງປົກກະຕິ ທີ່ເຈົ້າມັກຈະຄິດໄປເອງວ່າ ຄອມມັນຊ້າ ແຕ່ໃນຄວາມເປັນຈິງ ຫາກເຈົ້າມີບັນຫາດ້ານຄວາມໄວເມື່ອໃຊ້ງານເວັບໄຊ, ສະຕຣີມເພງ ຫຼື ກິດຈະກຳອື່ນໆ ຄວາມໄວຄອມພິວເຕີຂອງເຈົ້າ ອາດຫຼຸດລົງ, ບັນຫານີ້ ອາດຈະເກີດຍ້ອນການເຊື່ອມຕໍ່ອິນເຕີເນັດຂອງເຈົ້າກໍເປັນໄດ້.

ເຖິງວ່າຈະເປັນຄອມພິວເຕີທີ່ແຮງທີ່ສຸດ ທາງທີດີຄວນເບິ່ງແຍງຄອມຢູ່ເປັນປະຈຳ ແລະ ຕ້ອງໃສ່ໃຈປະສິດທິພາບຂອງອິນເຕີເນັດ ທີ່ໃຊ້ນໍາ ເພາະມັນກ່ຽວຂ້ອງຢ່າງຫຼີກຫຼ່ຽງບໍ່ໄດ້.

ຫາກໃຜຍັງມີພຶດຕິກຳເຫຼົ່ານີ້ ຢູ່ລອງນໍາບັນຫາ ແລະ ວິທີເຫຼົ່ານີ້ໄປປັບໃຊ້ກັບຄອມຂອງທ່ານເບິ່ງວ່າຈະໃຊ້ໄດ້ບໍ່ ເພາະຫາກຄອມພິວເຕີມັນຊ້າ ເຮົາກໍບໍ່ຕ້ອງຈຳເປັນຊື້ເຄື່ອງໃໝ່ກໍໄດ້.

More from author

Related posts

Latest posts

VietJet ປະກາດເສັ້ນທາງສາຍໃໝ່ ພູກວກ-ສິງກະໂປ ແລະ ຮັບປະກັນຂໍ້ຕົກລົງດ້ານການເງິນ 300 ລ້ານໂດລາສະຫະລັດ

(ນະຄອນຫຼວງ ວຽງຈັນ, 12 ມີນາ 2025) - ໃນລະຫວ່າງການຢ້ຽມຢາມ ປະເທດສິງກະໂປ ຢ່າງເປັນທາງການ ຂອງທ່ານເລຂາທິການໃຫຍ່ ປະທານປະເທດຫວຽດນາມ ທ່ານ ໂຕ້ ລຳ. VietJet ໄດ້ປະກາດເປີດເສັ້ນທາງໂດຍກົງໃໝ່ເຊື່ອມຕໍ່ ລະຫວ່າງ ຜູ້ກວກ ກັບ ສິງກະໂປ, ພ້ອມກັບການລົງນາມໃນສັນຍາ ສະໜອງທຶນ 300 ລ້ານໂດລາສະຫະລັດ ຮ່ວມມືກັບການບິນ Carlyle. ເຫດການນີ້ແມ່ນການເພີ່ມທະວີການເຊື່ອມຕໍ່ ແລະ ຊຸກຍູ້ການແລກປ່ຽນການຄ້າ ແລະ ການທ່ອງທ່ຽວໃນທົ່ວປະເທດອາຊີຕາເວັນອອກສ່ຽງໃຕ້.

7-Eleven ສາຂາທຳອິດໃນແຂວງຫຼວງພະບາງ ເປີດເປັນທາງການແລ້ວ.

ໜູນຊ່ວຍຂະແໜງການບໍລິການສົ່ງເສີມການທ່ອງທ່ຽວ ຮ່ວມສ້າງເສດຖະກິດສັງຄົມ ຂະຫຍາຍຕົວແບບຍືນຍົງ. ວັນທີ 06 ມີນາ 2025 ທ່ານ ວຽງທອງ ຫັດສະຈັນ ເຈົ້ານະຄອນຫຼວງພະບາງ ໄດ້ໃຫ້ກຽດເປັນປະທານໃນພິທີເປີດຮ້ານ 7-Eleven ສາຂາ ແອວພີບີ ໂພສີ (LPB PHOSY) ຢ່າງເປັນທາງການ ໂດຍຮ້ານນີ້ ຕັ້ງຢູ່ບ້ານສາຍລົມ, ເມືອງຫຼວງພະບາງ ຖືວ່າເປັນຮ້ານ 7-Eleven ສາຂາທຳອິດຂອງແຂວງຫຼວງພະບາງ ພາຍໃນງານຍັງຮ່ວມໄປດ້ວຍແຂກຜູ້ມີກຽດຈາກຫຼາຍໆພາກສ່ວນໃນພື້ນທີ່

“ການສຶກສາ” ໃນຍຸກປັດຈຸບັນ ຄວນຫັນໄປທາງໃດດີ

ປະຕິເສດບໍ່ໄດ້ເລີຍວ່າ ເຮົາກຳລັງຢູ່ໃນຍຸກທີ່ເຕັກໂນໂລຊີກ້າວໄປຢ່າງໄວວາ ແລະ ໂລກປ່ຽນແປງຢ່າງບໍ່ຢຸດຢັ້ງ, ການສຶກສາແບບດັ້ງເດີມອາດຈະບໍ່ພຽງພໍຕໍ່ການຕອບສະໜອງຄວາມຕ້ອງການຂອງສັງຄມໃນປັດຈຸບັນ ເພາະຊ່ອງທາງການຮຽນຮູ້ມີຫຼາຍ ແລະ ຄົນສາມາດຮຽນຮູ້ໄດ້ດ້ວຍຕົນເອງຜ່ານ ປັນຍາປະດິດ (AI), ຮຽນຮູ້ຜ່ານອອນລາຍ, ແລະ ທັກສະດິຈິຕອລກາຍເປັນສ່ວນໜຶ່ງຂອງຊີວິດປະຈໍາວັນ.