ຫຼາຍໆຄົນກໍອາດຈະບໍ່ເຄີຍກິນໝາກເໝົ້າ ຫຼື ຮູ້ຈັກມັນມາກ່ອນ. ມື້ນີ້, ອິນໄຊລາວ ຈະພາທຸກຄົນໄປຮູ້ຈັກໝາກເໝົ່າ ແລະ ສັບພະຄຸນຂອງມັນໃຫ້ຫຼາຍຂຶ້ນ
ຄືທີ່ເຮົາຮູ້ກັນວ່າຊ່ວງນີ້ ຫຼາຍໆຄົນບໍ່ຢາກອອກໄປນອກເຮືອນ ເພື່ອຫຼຸດຄວາມສ່ຽງໃນການຮັບເຊື້ອພະຍາດໂຄວິດ-19 ທັງນີ້, ກໍ່ເພື່ອປະຕິບັດຕາມມາດຕະການຂອງລັດຖະບານ ປ້ອງກັນການລະແຜ່ລະບາດຂອງພະຍາດໂຄວິດ-19
ແລະ ຊ່ວງນີ້ ຫຼາຍໆຄົນກໍ່ມີເວລາວ່າງຫຼາຍຂຶ້ນ ຈຶ່ງມີບາງຄົນທີ່ຫາສູດອາຫານມາເຮັດກິນເອງຢູ່ເຮືອນ, ມຶ້ນີ້ອິນໄຊລາວເລີຍນຳເອົາສູດເຮັດເສັ້ນເຂົ້າປຽກມາຝາກ ໂດຍມີສ່ວນປະກອບ ແລະ ວິທີເຮັດດັ່ງນີ້:
ສ່ວນປະກອບ:
ແປ້ງເຂົ້າຈ້າວ 1ຖົງ (400ກຮາມ)ແປ້ງມັນສຳປະລັງ ຫລື(ແປ້ງສິງກະໂປ)ເຄີ່ງຖົງ(200ກຮາມ)ນ້ຳຮ້ອນ (ຝົດໆ) 2 ຈອກ ຕາມພາບ ຫຼື ( 600 ml )
ວິທີເຮັດ:
ເອົາທັງ 2 ແປ້ງໃສ່ຊາມ ຄົນໃຫ້ເຂົ້າກັນ ແລ້ວເອົານ້ຳທີ່ຕົ້ມຝົດໆ ຖອກໃສ່ ເອົາບ່ວງຄົນໆ ໃຫ້ແປ້ງເຂົ້າກັນດີ ຫລັງຈາກນັ້ນເອົາມືນວດແປ້ງຕອນຍັງຮ້ອນກາງໆ
(ຢ່າໃຫ້ແປ້ງເຢັນ)ໃຫ້ເຂົ້າກັນຈົນນຽນ
ແລ້ວຈະປັ້ນເປັນກ້ອນ( ຕາມພາບ) ເພື່ອເວລາຮີດແປ້ງມັນຈື່ງງ່າຍ ຫລື ຈະເຮັດກ້ອນໃຫ່ຍກ້ອນດຽວເລີຍກະໄດ້ຕາມຖະນັດ ແລ້ວເອົາໃສ່ກ່ອງເອົາຝາປິດ
ຫລັງຈາກນັ້ນ, ເອົາອອກມາຮີດແບອອກ (ໂຮຍດ້ວຍແປ້ງສິງກະໂປເພື່ອບໍ່ໃຫ້ຕິດ ພື້ນ ແລະຮີດງ່າຍ ແຕ່ຢ່າໂຮຍຫລາຍເພາະມັນຈະເຮັດໃຫ້ເສັ້ນເຂົ້າປຽກແຂງໄດ້)ຈະຮີດ ບາງ ຫຼື ໜາຕາມຕົນເອງມັກກິນ ແລ້ວຊອຍເສັ້ນໃຫ່ຍ ຫຼື ນ້ອຍຕາມໃຈມັກ
(ເວລາຊອຍໃຫ້ເອົາແປ້ງ ສິງກະໂປໂຮຍໃສ່ເສັ້ນເຂົ້າປຽກນຳເພື່ອບໍ່ໃຫ້ເສັ້ນຕິດກັນ)
* ຂໍ້ຄວນລະວັງ ເວລາໃສ່ນ້ຳຮ້ອນຝົດໆໃນແປ້ງຕ້ອງຫາໄມ້ ຫຼື ບ່ວງ ຄົນໃຫ້ແປ້ງເຂົ້າກັນກ່ອນ ໃຫ້ພໍດີຍັງຮ້ອນກາງໆຈື່ງເອົາມືນວດໄດ້ (ຖ້າເອົາມືນວດຕອນໃສ່ນ້ຳຮ້ອນໃນແປ້ງໃຫມ່ໆມັນຈະລວກມືເດີ) ທາງທີ່ດີຄວນຫາຖົງມືໃສ່ກັນຮ້ອນ
ຂອບໃຈສູດຈາກ: M.Laos kitchen
ເຄີຍເປັນບໍ່ ຍາມທີ່ເຮົາເຮັດຫຍັງມາແລ້ວເມື່ອຍແຮງ ສິ່ງທຳອິດທີ່ເຮົາຄິດໄດ້ຄື "ການນອນ" ນອນໄວຂຶ້ນ, ນອນຫຼາຍຊົ່ວໂມງຂຶ້ນແຕ່ຕື່ນມາກະຍັງເມື່ອຍຄືເກົ່າ
ບໍ່ດົນຜ່ານມາ ທີ່ຫ້ອງປະຊຸມພະແນກອຸດສາຫະກຳ ແລະການ ຄ້າ ແຂວງສະຫວັນນະເຂດ ໄດ້ຈັດພິທີຖະ ແຫຼງຂ່າວງານວາງສະແດງ ແລະ ຈຳໜ່າຍສິນຄ້າໜຶ່ງເມືອງໜຶ່ງຜະລິດຕະພັນ (ໂອດັອບ) ແລະສິນຄ້າຄອບຄົວຕົວແບບຂອງແຂວງ ຄັ້ງທີ II 22-28 ກຸມພາ 2019 ທີ່ສູນການຄ້າສະຫວັນ-ໄອເຕັກ ໂດຍການເຂົ້າຮ່ວມໃນພິທີຖະແຫຼງຄັ້ງນີ້ມີການນຳຈາກພະແນກອຸດສາຫະກຳ-ການຄ້າ, ພະແນກຖະແຫຼງຂ່າວ, ວັດທະນະທຳ ແລະທ່ອງທ່ຽວ, ສະພາການຄ້າ-ອຸດສາຫະກຳແຂວງ, ສະຫວັນ-ໄອເຕັກ, ການນຳຂັ້ນເມືອງ, ພະແນກການ,...