ໃຜທີ່ຂີ່ລົດກາຍໄປກາຍມາເຂດ ສວນສາທາລະນະ ໜອງສະພັງເລນ ຕໍ່ໜ້າ ວັດໜອງບອນ, ເມືອງ ໄຊເສດຖາ, ນະຄອນຫຼວງ ວຽງຈັນ ຈະເຫັນໄວໜຸ່ມກຸ່ມໜຶ່ງເອົາຕັ່ງມາວາງລຽນກັນ ແລ້ວເປີດບໍລິການຕັດຜົມຟຣີ ໃຫ້ກັບປະຊາຊົນທີ່ກາຍໄປກາຍມາ ໂດຍບໍ່ເສຍຄ່າ ເຊິ່ງມັນກໍເປັນການຊ່ວຍເຫຼືອສັງຄົມອີກຮູບແບບໜຶ່ງໃນຍາມທີ່ມີວິກິດ ໂຄວິດ-19.

ແນວຄວາມຄິດນີ້ ເກີດຂຶ້ນຈາກ ທ້າວ ສຸດໃຈ ພົມມະບົວ, 29 ປີ, ເຈົ້າຂອງຮ້ານຕັດຜົມ Style Cut Barber Shop ທີ່ຢາກເປັນສ່ວນໜຶ່ງໃນການຊ່ວຍເຫຼືອສັງຄົມ ເຊິ່ງເຂົາບອກວ່າ “ເຖິງວ່າຈະເປັນການຊ່ວຍເຫຼືອທີ່ບໍ່ໃຫຍ່ໂຕ ແຕ່ມັນກໍເປັນການປະກອບສ່ວນຊ່ວຍເຫຼືອສັງຄົມໄດ້”.

ນອກຈາກຈະໄດ້ຊ່ວຍເຫຼືອສັງຄົມແລ້ວ ຍັງເປັນການຝຶກຝົນນັກຮຽນ ທີ່ມາຮຽນຕັດຜົມກັບທາງຮ້ານນຳອີກ, ເຮັດໃຫ້ພວກເຂົາໄດ້ມີການພັດທະນາທັກສະໃນການຕັດຜົມໄປໃນໂຕ ເພື່ອນຳໄປປະກອບອາຊີບໄດ້ໃນອະນາຄົດ.

ບ່ອນສະແດງໂຄສະນາ


ກົດທີ່ພາບນີ້ ເພື່ອເບິ່ງຂໍ້ມູນເພິ່ມເຕິມ

ສຳລັບໃຜທີ່ຢາກຈະໄປຕັດຜົມຟຣີກໍໄປໄດ້ ເຊິ່ງຈະເປີດໃຫ້ບໍລິການແຕ່ຕອນເຊົ້າ ວັນຈັນ ຫາ ວັນສຸກ (ພັກ ເສົາ-ອາທິດ).  

Hits: 4

LEAVE A REPLY

ກະລຸນາໃສ່ຄໍາເຫັນຂອງທ່ານ!
ກະລຸນາໃສ່ຊື່ຂອງທ່ານທີ່ນີ້