Monday, March 24, 2025

ຫຼັກການ ມີສຸຂະພາບທີ່ດີ

ຫຼາຍຄົນເຂົ້າໃຈວ່າ ການມີສຸຂະພາບທີ່ດີ ຄື ບໍ່ຕຸ້ຍ ຫຼື ມີນຳ້ໜັກທີ່ຢູ່ໃນເກນມາດຕະຖານເທົ່ານັ້ນ, ແຕ່ຄວາມຈິງແລ້ວ ການມີສຸຂະພາບທີ່ດີ ໝາຍເຖິງການທີ່ເຮົາໃສ່ໃຈໂຕເອງແບບອົງລວມ ບໍ່ວ່າຈະເປັນດ້ານອາຫານການກິນ, ການອອກກຳລັງກາຍ, ການພັກຜ່ອນ ລວມເຖິງການຫຼຸດ ຫຼື ເລີກສິ່ງທີ່ບັ່ນຮອນສຸຂະພາບ ເພາະວ່າ ການທີ່ເຮົາມີພຶດຕິກຳສຸຂະພາບທີ່ບໍ່ຖືກຕ້ອງ ຈຶ່ງເປັນສາເຫດຂອງໂຣກ ແລະຄວາມເຈັບປ່ວຍຕ່າງໆຕາມມາ ບໍ່ວ່າຈະເປັນໂຣກຄວາມດັນເລືອດສູງ, ເບົາຫວານ, ຫົວໃຈ, ມະເຮັງ ແລະໂຣກຫຼອດເລືອດສະໝອງ.

ຕົວຢ່າງພຶດຕິກຳສຸຂະພາບທີ່ບໍ່ຖືກຕ້ອງ ທີ່ເຮັດໃຫ້ເກີດບັນຫາສຸຂະພາບ ແລະໂຣກຕ່າງໆ:

1. ພຶດຕິກຳການກິນອາຫານ:

  • ກິນຫວານ, ມັນ ແລະເຄັມ ຫຼາຍເກີນໄປ.
  • ກິນຜັກ ແລະ ໝາກໄມ້ໜ້ອຍ.
  • ກິນອາຫານບໍ່ສະອາດ.

2. ພຶດຕິກໍາການອອກກຳລັງກາຍ: ອອກກຳລັງກາຍໜ້ອຍ

3. ພຶດຕິກຳຄວາມຕຶງຄຽດ: ສູບຢາ ແລະດື່ມສິ່ງມຶນເມົາ.

4. ພຶດຕິກຳການລ້າງມື: ບໍ່ລ້າງມື ຫຼັງຂັບຖ່າຍ.

ຄວາມຈິງແລ້ວ ສິ່ງເຫຼົ່ານີ້ຫຼາຍຄົນຮູ້ດີວ່າ ການກະທຳເຫຼົ່ານັ້ນ ກໍ່ໃຫ້ເກີດບັນຫາສຸຂະພາບ ແລະຄວນປ່ຽນແປງການຮັກສາສຸຂະພາບແນວໃດ ແຕ່ກໍຍັງບໍ່ສາມາດປ່ຽນພຶດຕິກຳໄດ້ ເພາະວ່າ ຄວາມລຶ້ງເຄີຍ ຫຼືຮູບແບບພຶດຕິກຳອັດຕະໂນມັດ. ຄວາມລຶ້ງເຄີຍ ເຮັດໃຫ້ການປ່ຽນແປງເປັນເລື່ອງຍາກ, ການເຮັດສິ່ງຕ່າງໆດ້ວຍຄວາມລຶ້ງເຄີຍ ແບບບໍ່ຕ້ອງຄິດ ອາດເຮັດໃຫ້ຊີວິດເຮົາງ່າຍຂຶ້ນ. ໃນທາງກົງກັນຂ້າມ ການເຮັດໄປແບບອັດຕະໂນມັດ ກໍເຮັດໃຫ້ເຮົາຕິດຢູ່ກັບຄວາມລຶ້ງເຄີຍ ກັບຮູບແບບເກົ່າໆ ແລະບໍ່ສາມາດປ່ຽນແປງໄປສູ່ສິ່ງໃໝ່ທີ່ດີກວ່າ. ວົງຈອນຄວາມລຶ້ງເຄີຍ ເລີ່ມຕົ້ນຈາກການມີສິ່ງກະຕຸ້ນ ສົ່ງສັນຍານໃຫ້ສະໝອງເຮັດວຽກແບບອັດຕະໂນມັດ ເຮັດໃຫ້ເຮົາມີພຶດຕິກຳທີ່ເຄີຍເຮັດ ດ້ວຍຄວາມລຶ້ງເຄີຍ ເຊັ່ນ ຈັບຢາສູບມາສູບ, ສັ່ງນຳ້ອັດລົມດື່ມ ແລະໃນການເຮັດຕາມຮູບແບບພຶດຕິກຳທີ່ລຶ້ງເຄີຍນັ້ນ ເຮົາມັກຈະໄດ້ “ສິ່ງໃດບາງຢ່າງ” ເປັນລາງວັນທີ່ອາດເປັນສິ່ງໃດກໍໄດ້ ເຊັ່ນ ຄວາມມ່ວນຊື່ນ, ແຊບ ແລະເປັນສິ່ງທີ່ເກີດຂຶ້ນໃນທັນທີລາງວັນ ທີ່ໄດ້ຮັບເປັນສ່ວນສຳຄັນ ທີ່ເຮັດໃຫ້ເຮົາຍັງວົນວຽນຢູ່ໃນວົງຈອນນີ້ຕໍ່ໄປ.

“ສ້າງໃໝ່ງ່າຍກວ່າລຶບສິ່ງເກົ່າຖິ້ມ” ເມື່ອຄົນເຮົາເຮັດສິ່ງໃດນຶ່ງຊຳ້ໆ ສະໝອງຈະເພີ່ມຂະໜາດເປືອກຫຸ້ມເສັ້ນໃຍປະສາດ ເຮັດໃຫ້ການສົ່ງກະແສປະສາດ ໃນເລື່ອງນັ້ນໆເປັນໄປຢ່າງໄວວາ ແລະມີປະສິດທິພາບ ເຮັດໃຫ້ເຮົາເຮັດສິ່ງນັ້ນໄດ້ງ່າຍ ແລະຄ່ອງແຄ້ວຂຶ້ນ. ແຕ່ເມື່ອເຮົາເຮັດສິ່ງໃດຊຳ້ໆ ເປືອກຫຸ້ມເສັ້ນໃຍປະສາດ ຈະເພີ່ມປະລິມານຫຼາຍຂຶ້ນ ຊຶ່ງເປືອກເຫຼົ່ານີ້ຈະບໍ່ສາມາດທຳລາຍຖິ້ມ, ການພະຍາຍາມລຶບສິ່ງເກົ່າໆ ທີ່ໄດ້ຮຽນຮູ້ແລ້ວຖິ້ມຈຶ່ງເຮັດໄດ້ຍາກ. ດັ່ງນັ້ນ ການທີ່ເຮົາຈະປ່ຽນແປງພຶດຕິກຳຈຶ່ງຈຳເປັນຕ້ອງສ້າງຂຶ້ນໃໝ່ ຫຼືສ້າງຮູບແບບພຶດຕິກຳໃໝ່ຂຶ້ນມາ ເພື່ອໃຫ້ເປືອກຫຸ້ມເສັ້ນໃຍປະສາດໃນວົງຈອນພຶດຕິກຳໃໝ່ເພີ່ມຂຶ້ນ.

ການປ່ຽນແປງໂຕເອງໃຫ້ໄດ້ຜົນ ຈຳເປັນຕ້ອງອາໄສປັດໄຈເສີມ ຊຶ່ງອາດແບ່ງເປັນ 4 ຂັ້ນຕອນງ່າຍໆ:

1. ທົບທວນໂຕເອງ: ລອງທົບທວນພຶດຕິກຳຄວາມຊິນເຄີຍ ຫຼື ອັດຕະໂນມັດ ທີ່ເຮົາເຮັດຢູ່ເປັນປະຈຳ ແລ້ວທຳຄວາມເຂົ້າໃຈເຖິງຮູບແບບ, ສິ່ງກະຕຸ້ນ, ລາງວັນທີ່ໄດ້ເພື່ອພິຈາລະນາວ່າ ເຮົາຄວນປັບປຸງໃນສ່ວນໃດໃຫ້ດີຂຶ້ນ ຫຼືເຮົາເຄີຍໄດ້ລອງພະຍາຍາມປ່ຽນແປງພຶດຕິກຳນັ້ນໆມາກ່ອນ ຫຼື ບໍ່, ມີສ່ວນໃດທີ່ເຮັດແລ້ວໄດ້ຜົນ ສ່ວນໃດທີ່ເຮັດແລ້ວບໍ່ໄດ້ຜົນ ເພື່ອນຳມາໃຊ້ປະໂຫຍດໃນຂັ້ນຕໍ່ໄປ.

2. ສ້າງແຮງຈູງໃຈ: ເຮົາສາມາດແບ່ງແຮງຈູງໃຈໄດ້ເປັນ 2 ປະເພດ ໄດ້ແກ່ ແຮງຈູງໃຈທາງບວກ ທີ່ເກີດຈາກຄວາມຢາກ ເຊັ່ນ ຢາກຫຸ່ນດີ ແລະແຮງຈູງໃຈທາງລົບ ທີ່ເກີດຈາກຄວາມຢ້ານ ເຊັ່ນ ຢ້ານແກ່, ຢ້ານທໍລະມານ, ຢ້ານພິການ ແລະອື່ນໆ.

ເຮົາສາມາດສ້າງແຮງຈູງໃຈໄດ້ດ້ວຍວິທີຕັ້ງຄຳຖາມ ເພື່ອໃຫ້ໂຕເຮົາໄດ້ທົບທວນ ແລະສຳຜັດເຖິງຄວາມຮູ້ສຶກຢາກ ແລະຄວາມຮູ້ສຶກຢ້ານທີ່ຢູ່ພາຍໃນໃຈໃຫ້ມີພະລັງພຽງພໍ ເຊັ່ນ:

  • ສິ່ງທີ່ເປັນຢູ່ ມີບັນຫາແບບໃດ ເຊັ່ນ ຄວາມອ້ວນ ແລະຄວາມດັນເລືອດສູງ, ເປັນບັນຫາ ແລະກະທົບກັບຊີວິດຂອງເຮົາແນວໃດ?
  • ຖ້າເຮົາບໍ່ປ່ຽນພຶດຕິກຳນັ້ນຈະມີຜົນແນວໃດ?
  • ຖ້າປ່ຽນພຶດຕິກຳໃໝ່ແລ້ວ ເຮົາຈະໄດ້ສິ່ງໃດ ຊີວິດຈະດີຂຶ້ນແນວໃດ?

3. ສ້າງແຜນການປ່ຽນແປງ: ການປ່ຽນແປງໂຕເອງໃຫ້ໄດ້ ເຮົາຈຳເປັນຕ້ອງມີແນວທາງທີ່ເປັນຮູບປະທຳ ບໍ່ເປັນໄປຕາມຄວາມຊິນເຄີຍແຜນການປ່ຽນແປງທີ່ດີ ຕ້ອງມີສິ່ງເຫຼົ່ານີ້:

  • ມີເປົ້າໝາຍທີ່ຊັດເຈນ ເປັນໄປໄດ້ຢູ່ໃນວິໄສທີ່ເຮັດໄດ້ດ້ວຍໂຕເອງ
  • ມີສິ່ງແວດລ້ອມທີ່ເອື້ອອຳນວຍຕໍ່ການປ່ຽນແປງ ເຊັ່ນ ເຊົາຊື້ເຂົ້າໜົມຄົບຄ້ຽວມາໄວ້ໃນເຮືອນ, ຕິດພາບ ຫຼືຂໍ້ຄວາມເຕືອນໃຈ, ຫຼີກເວັ້ນການກິນອາຫານແບບບຸບເຟ່.
  • ມີໝູ່ເພື່ອນຄອຍເຕືອນ ແລະໃຫ້ກຳລັງໃຈເຮົາ ເພາະເຮົາຄວນມີແຜນຂໍຄວາມຊ່ວຍເຫຼືອຈາກຄົນອ້ອມຂ້າງ ແລະຄວນຫຼີກເວັ້ນຄົນທີ່ດຶງເຮົາໄວ້ໃນວົງຈອນເດີມໆ ເຊັ່ນ ອອກຫ່າງຈາກໝູ່ຄູ່ທີ່ຊວນກິນດື່ມເປັນປະຈຳ, ເວົ້າຈາກັບຄົນທີ່ມີວິທີເບິ່ງໂລກທີ່ດີ, ຄົນທີ່ຄິດສິ່ງຕ່າງໆເປັນລະບົບ, ຄົນທີ່ເຂົ້າໃຈເຮົາ ແລະເຕືອນເຮົາໄດ້.
  • ມີຄວາມຄິດດີໆ ແລະຄຳເວົ້າດີໆ ທີ່ເອົາໄວ້ຄອຍບອກໂຕເອງ ເຊັ່ນ ເມື່ອຢູ່ໃນງານລ້ຽງຄວນມີຄຳເວົ້າເຕືອນໂຕເອງບໍ່ໃຫ້ກິນອາຫານຫຼາຍເກີນໄປ.

ສິ່ງທີ່ຄວນລະວັງ ຄື ຄວາມຄິດ ແລະຄຳເວົ້າທີ່ຈະ “ອະນຸຍາດ” ໃຫ້ເຮົາເຮັດໃນສິ່ງທີ່ບໍ່ດີຕໍ່ສຸຂະພາບ ເຊັ່ນ “ໜ້ອຍດຽວ ບໍ່ເປັນຫຍັງ” ມີຄວາມຮູ້ ແລະທັກສະ ທີ່ຈຳເປັນຕໍ່ການປ່ຽນແປງ ເຊັ່ນ ຮູ້ວິທີຄຳນວນພະລັງງານ (ແຄລໍຣີ່) ໃນອາຫານແຕ່ລະປະເພດ, ມີລາງວັນໃຫ້ກັບໂຕເອງໃນທຸກບາດກ້າວນ້ອຍໆ ຂອງຄວາມສຳເລັດ ເຊັ່ນ ໃສ່ຊຸດງາມເມື່ອຫຸ່ນດີຂຶ້ນ, ໄປທ່ຽວເມື່ອທ້ອນເງິນທີ່ບໍ່ຕ້ອງເສຍໄປກັບຢາສູບ ແລະຄ່າເຄື່ອງດື່ມມຶນເມົາຕ່າງໆ.

4. ແບ່ງປັນປະສົບການ: ການແບ່ງປັນປະສົບການເປັນອີກຂັ້ນຕອນນຶ່ງ ທີ່ມີຄວາມສຳຄັນ ເພາະການບອກເລົ່າເລື່ອງລາວຂອງໂຕເອງໃຫ້ຄົນອື່ນຟັງ ຈະເປັນການໃຫ້ກຳລັງໃຈກັນ ແລະກັນ ແລະຊ່ວຍເພີ່ມໂອກາດໃນຄວາມສຳເລັດຍິ່ງຂຶ້ນ.

More from author

Related posts

Latest posts

VietJet ຂະຫຍາຍການເຊື່ອມຕໍ່ທົ່ວໂລກດ້ວຍການບໍລິການໃໝ່ເຊື່ອມຕໍ່ລະຫວ່າງຫວຽດນາມ ກັບ ອິນເດຍ ແລະ ຍີ່ປຸ່ນ

(ນະຄອນຫຼວງວຽງຈັນ, 21 ມີນາ 2025) – VietJet ສືບຕໍ່ຂະຫຍາຍການບິນສາກົນ ດ້ວຍການເປີດນຳໃຊ້ 2 ເສັ້ນທາງການບິນໂດຍກົງໃໝ່ທີ່ເຊື່ອມຕໍ່ສູນກາງເສດຖະກິດຫວຽດນາມ ໂຮ່ຈີມິນ ກັບ Hyderabad ແລະ Bengaluru ຂອງອິນເດຍ. ພ້ອມນັ້ນ, ສາຍການບິນຍັງໄດ້ປະກາດ 2 ສາຍການບິນໂດຍກົງໃໝ່ລະຫວ່າງນະຄອນ ໂຮ່ຈີມິນ ກັບ Nagoya ແລະ Fukuoka ຂອງຍີ່ປຸ່ນ. ເສັ້ນທາງໃໝ່ເຫຼົ່ານີ້ນຳເອົາຈຳນວນເສັ້ນທາງສາກົນໃໝ່ທັງໝົດຂອງ VietJet ຂຶ້ນເປັນ 10 ເສັ້ນໃນເວລາພຽງ 2 ເດືອນ ເພື່ອຊຸກຍູ້ການເຊື່ອມຕໍ່ລະຫວ່າງຫວຽດນາມ ແລະ ຈີນ, ອິນເດຍ, ຍີ່ປຸ່ນ ແລະ ສິງກະໂປ.

ເຮືອນຂອງເຮົາມີຄວາມສຸກລະດັບໃດ?

ຄວາມສຸກໃນເຮືອນຂອງເຈົ້າເປັນຈັ່ງໃດ? ຫລາຍຄົນຄິດວ່າ ຄວາມສຸກຂຶ້ນກັບເງິນທອງ ຫລື ຂອງຂວັນທີ່ມີ ແຕ່ຄວາມສຸກມວນຮວມປະເທດ (Gross National Happiness - GNH) ຂອງພູຖານ ບໍ່ໄດ້ວັດເພີຍແຕ່ຄວາມຮັ່ງມີທາງເສດຖະກິດເທົ່ານັ້ນ! ມັນຍັງວັດເຖິງຄວາມຮູ້ສຶກ ຄວາມຮ່ວມມື ແລະ ບັນຍາກາດຂອງເຮືອນແບບລວມດ້ວຍ

VietJet ປະກາດເສັ້ນທາງສາຍໃໝ່ ພູກວກ-ສິງກະໂປ ແລະ ຮັບປະກັນຂໍ້ຕົກລົງດ້ານການເງິນ 300 ລ້ານໂດລາສະຫະລັດ

(ນະຄອນຫຼວງ ວຽງຈັນ, 12 ມີນາ 2025) - ໃນລະຫວ່າງການຢ້ຽມຢາມ ປະເທດສິງກະໂປ ຢ່າງເປັນທາງການ ຂອງທ່ານເລຂາທິການໃຫຍ່ ປະທານປະເທດຫວຽດນາມ ທ່ານ ໂຕ້ ລຳ. VietJet ໄດ້ປະກາດເປີດເສັ້ນທາງໂດຍກົງໃໝ່ເຊື່ອມຕໍ່ ລະຫວ່າງ ຜູ້ກວກ ກັບ ສິງກະໂປ, ພ້ອມກັບການລົງນາມໃນສັນຍາ ສະໜອງທຶນ 300 ລ້ານໂດລາສະຫະລັດ ຮ່ວມມືກັບການບິນ Carlyle. ເຫດການນີ້ແມ່ນການເພີ່ມທະວີການເຊື່ອມຕໍ່ ແລະ ຊຸກຍູ້ການແລກປ່ຽນການຄ້າ ແລະ ການທ່ອງທ່ຽວໃນທົ່ວປະເທດອາຊີຕາເວັນອອກສ່ຽງໃຕ້.