Wednesday, March 19, 2025

ຜົນກອງປະຊຸມໃຫຍ່ ຄັ້ງທີ V ຂອງອົງຄະນະພັກ ຫສນຍ ແມ່ນໄດ້ສືບຕໍ່ແກ້ໄຂ 7 ບັນຫາສຳຄັນ

ໃນວັນທີ 18 ມັງກອນ 2022 ທີ່ຜ່ານມາ ຢູ່ທີ່ຫໍປະຊຸມແຫ່ງຊາດ, ຜົນສະຫຼຸບຂອງກອງປະຊຸມໃຫຍ່ ຄັ້ງທີ V ຂອງອົງຄະນະພັກ ຫ້ອງການສຳນັກງານນາຍົກ ໄດ້ຮັບຮອງເອົາແຜນພັດທະນາວຽກ ງານວິຊາສະເພາະຂອງ ຫສນຍ ໄລຍະ 2021-2025 ເຊິ່ງເປັນການຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ V ເປັນແຜນງານ, ແຜນວຽກລະອຽດ, ໃນນັ້ນ ໄດ້ຮັບຮອງເອົາ  4 ຄາດໝາຍ ແລະ 3 ໜ້າທີ່ຕົ້ນຕໍຂອງ ຫສນຍ ໃນຕໍ່ໜ້າ.

ໃນກອງປະຊຸມໄດ້ຮັບຟັງການໂອ້ລົມຈາກສະຫາຍ ແລະ ໄດ້ສະແດງຄວາມເປັນຫ່ວງເປັນໄຍ ຕໍ່ດ້ານອ່ອນ, ຂໍ້ຄົງຄ້າງ ແລະ ໄດ້ຮຽກຮ້ອງໃຫ້ຄະນະພັກຊຸດໃໝ່ ສືບຕໍ່ປັບປຸງ, ແກ້ໄຂ ບັນຫາສຳຄັນ ຈຳນວນໜຶ່ງ ດັ່ງນີ້:

  1. ສ້າງການຫັນປ່ຽນຢ່າງແຂງ ແຮງ, ເລິກເຊິ່ງ, ຮອບດ້ານ ທີ່ກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກວາງອອກ ກໍ່ຄືຄຳຂວັນກອງປະຊຸມໃຫຍ່ຄັ້ງທີ V ຂອງອົງ ຄະນະພັກຫ້ອງວ່າການສຳ ນັກງານນາຍົກລັດຖະມົນຕີ.
  2. ເພີ່ມທະວີການຊີ້ນໍາ-ນຳພາ ສະມາຊິກພັກ, ພະນັກງານ ເປັນເຈົ້າການໃຫ້ຫຼາຍຂຶ້ນ ໂດຍໃຫ້ມີ ການຫັນປ່ຽນຢ່າງແຂງແຮງ, ເລິກເຊິ່ງຮອບດ້ານ ໃນການຈັດ ຕັ້ງປະຕິບັດໜ້າທີ່ ເປັນເສນາທິການທີ່ດີ, ເກັ່ງ, ຮັບປະກັນຄວາມຖືກຕ້ອງ, ວ່ອງໄວ, ໂປ່ງໃສ ເປັນມືອາຊີບ.
  3. ຕ້ອງປັບປຸງ ແລະ ເພີ່ມທະວີການເຮັດໜ້າທີ່ ປະສານງານ ກັບແໜງການກ່ຽວຂ້ອງ ແລະ ອົງການປົກຄອງທ້ອງຖິ່ນ ລວມທັງປະສານງານກັບຫ້ອງວ່າການສູນກາງພັກ, ຄະນະເລຂາທິການສະພາແຫ່ງຊາດ ແລະ ຫ້ອງວ່າການປະທານປະເທດ.
  4. ເອົາໃຈໃສ່ເປັນພິເສດຕໍ່ການຮັກສາຄວາມລັບທາງລັດຖະການ ເປັນຕົ້ນ ຄວາມລັບໃນການເຄື່ອນ ໄຫວ, ຊີ້ນໍາ ແລະ ຕົກລົງ ຂອງລັດຖະບານ, ນາຍົກລັດ ຖະມົນຕີ ແລະ ບັນດາຮອງນາຍົກລັດ ຖະມົນຕີ, ຄວາມລັບທາງດ້ານເອກະສານໃຫ້ໄດ້ດີກວ່າເກົ່າ.
  5. ຍົກສູງບົດບາດ, ໜ້າທີ່ ແລະ ຄວາມຮັບຜິດຊອບ ເຂົ້າໃນວຽກງານໂຄສົກລັດຖະບານ, ການສະໜອງຂໍ້ມູນຂ່າວສານ, ການໂຄສະນາເຜີຍແຜ່ ຕ້ອງວ່ອງໄວ ແລະ ຮັບປະກັນ ຄຸນນະພາບ ໂດຍສະເພາະການແກ້ຂ່າວທີ່ໂຈມຕີລັດຖະບານ ຕ້ອງທັນການ, ຂໍ້ມູນຈາກລັດຖະບານ ຫາ ປະຊາຊົນ ແລະ ຈາກປະຊາຊົນ ເຖິງລັດຖະບານ ຕ້ອງຊັດເຈນ, ແທດເຖິງຕົວຈິງ ແລະ ທັນການ.
  6. ສືບຕໍ່ຄົ້ນຄວ້າປັບປຸງການຈັດຕັ້ງ ແລະ ການ ເຄື່ອນໄຫວຂອງຕົນ ໃຫ້ແທດເໝາະກັບເງື່ອນໄຂໃໝ່ ແລະ ຮັບປະກັນການປະຕິບັດໜ້າທີ່ວຽກງານຂອງຕົນໄດ້ ຕາມທິດກະທັດຮັດ, ມີປະສິດທິຜົນ, ການບໍລິຫານ-ການຈັດການ ໃຫ້ມີຄວາມວ່ອງໄວ, ຊັດເຈນ, ເດັດຂາດ ໂປ່ງໃສ ແລະ ມືອາຊີບ.
  7. ບັນດາສະຫາຍໃນຄະນະພັກຊຸດໃໝ່ ຈົ່ງສືບຕໍ່ຝຶກຝົນຫຼໍ່ຫຼອມຕົນເອງ ທາງດ້ານຄຸນທາດການເມືອງ, ຄຸນສົມບັດສິນທໍາປະຕິວັດ, ຕັ້ງໜ້າຄົ້ນຄວ້າຮ່ໍາຮຽນ, ຍົກສູງຄວາມຮັບຜິດຊອບດ້ານເມືອງ ເພື່ອຍົກລະດັບຄວາມຮູ້ຄວາມສາມາດ ຕິດພັນກັບການປັບປຸງແຜນການນໍາພາ ແລະ ວິທີເຮັດວຽກຂອງຕົນ ໃຫ້ດີຂຶ້ນເປັນກ້າວໆ.

ກອງປະຊຸມ ໄດ້ຮຽກຮ້ອງໃຫ້ພະນັກງານ, ສະມາຊິກພັກທຸກສະຫາຍ ພາຍໃນອົງຄະນະພັກ ຫສນຍ ຈົ່ງເຊີດຊູຄວາມເປັນແບບຢ່າງນໍາໜ້າ ໃນການປະຕິບັດມະຕິຂອງກອງປະຊຸມໃຫຍ່ຄັ້ງນີ້ ໃຫ້ປະກົດຜົນເປັນຈິງ.

ຂໍ້ມູນຈາກ: Lao National Radio

ບົດ​ຄວາມ​ທີ່​ຜ່ານ​ມາ
ບົດ​ຄວາມ​ຕໍ່​ໄປ

More from author

Related posts

Latest posts

VietJet ປະກາດເສັ້ນທາງສາຍໃໝ່ ພູກວກ-ສິງກະໂປ ແລະ ຮັບປະກັນຂໍ້ຕົກລົງດ້ານການເງິນ 300 ລ້ານໂດລາສະຫະລັດ

(ນະຄອນຫຼວງ ວຽງຈັນ, 12 ມີນາ 2025) - ໃນລະຫວ່າງການຢ້ຽມຢາມ ປະເທດສິງກະໂປ ຢ່າງເປັນທາງການ ຂອງທ່ານເລຂາທິການໃຫຍ່ ປະທານປະເທດຫວຽດນາມ ທ່ານ ໂຕ້ ລຳ. VietJet ໄດ້ປະກາດເປີດເສັ້ນທາງໂດຍກົງໃໝ່ເຊື່ອມຕໍ່ ລະຫວ່າງ ຜູ້ກວກ ກັບ ສິງກະໂປ, ພ້ອມກັບການລົງນາມໃນສັນຍາ ສະໜອງທຶນ 300 ລ້ານໂດລາສະຫະລັດ ຮ່ວມມືກັບການບິນ Carlyle. ເຫດການນີ້ແມ່ນການເພີ່ມທະວີການເຊື່ອມຕໍ່ ແລະ ຊຸກຍູ້ການແລກປ່ຽນການຄ້າ ແລະ ການທ່ອງທ່ຽວໃນທົ່ວປະເທດອາຊີຕາເວັນອອກສ່ຽງໃຕ້.

7-Eleven ສາຂາທຳອິດໃນແຂວງຫຼວງພະບາງ ເປີດເປັນທາງການແລ້ວ.

ໜູນຊ່ວຍຂະແໜງການບໍລິການສົ່ງເສີມການທ່ອງທ່ຽວ ຮ່ວມສ້າງເສດຖະກິດສັງຄົມ ຂະຫຍາຍຕົວແບບຍືນຍົງ. ວັນທີ 06 ມີນາ 2025 ທ່ານ ວຽງທອງ ຫັດສະຈັນ ເຈົ້ານະຄອນຫຼວງພະບາງ ໄດ້ໃຫ້ກຽດເປັນປະທານໃນພິທີເປີດຮ້ານ 7-Eleven ສາຂາ ແອວພີບີ ໂພສີ (LPB PHOSY) ຢ່າງເປັນທາງການ ໂດຍຮ້ານນີ້ ຕັ້ງຢູ່ບ້ານສາຍລົມ, ເມືອງຫຼວງພະບາງ ຖືວ່າເປັນຮ້ານ 7-Eleven ສາຂາທຳອິດຂອງແຂວງຫຼວງພະບາງ ພາຍໃນງານຍັງຮ່ວມໄປດ້ວຍແຂກຜູ້ມີກຽດຈາກຫຼາຍໆພາກສ່ວນໃນພື້ນທີ່

“ການສຶກສາ” ໃນຍຸກປັດຈຸບັນ ຄວນຫັນໄປທາງໃດດີ

ປະຕິເສດບໍ່ໄດ້ເລີຍວ່າ ເຮົາກຳລັງຢູ່ໃນຍຸກທີ່ເຕັກໂນໂລຊີກ້າວໄປຢ່າງໄວວາ ແລະ ໂລກປ່ຽນແປງຢ່າງບໍ່ຢຸດຢັ້ງ, ການສຶກສາແບບດັ້ງເດີມອາດຈະບໍ່ພຽງພໍຕໍ່ການຕອບສະໜອງຄວາມຕ້ອງການຂອງສັງຄມໃນປັດຈຸບັນ ເພາະຊ່ອງທາງການຮຽນຮູ້ມີຫຼາຍ ແລະ ຄົນສາມາດຮຽນຮູ້ໄດ້ດ້ວຍຕົນເອງຜ່ານ ປັນຍາປະດິດ (AI), ຮຽນຮູ້ຜ່ານອອນລາຍ, ແລະ ທັກສະດິຈິຕອລກາຍເປັນສ່ວນໜຶ່ງຂອງຊີວິດປະຈໍາວັນ.