Saturday, November 1, 2025
Kbank Laos โอน รับ จ่าย

ມອດໄຟຫຼິ້ນໂທລະສັບ ເສຍແສງຕາບໍ່ ປ້ອງກັນແນວໃດ?

ການທີ່ເຮົາເບິ່ງໜ້າຈໍໂທລະສັບມືຖື, ແທັບເລັດ ຫຼື ຄອມພິວເຕີດົນໆ ນັ້ນ ຖືວ່າເປັນພຶດຕິກຳທີ່ ສົ່ງຜົນເສຍຕໍ່ສຸຂະພາບດວງຕາບໍ່ໜ້ອຍ ຍິ່ງຄົນທີ່ມັກມອດໄປຫຼິ້ນກ່ອນນອນ ຫຼື ຕອນທີ່ຢູ່ໃນ ຫ້ອງມືດໆ ທ່ານຮູ້ບໍ່ວ່າ ທ່ານກຳລັງທຳຮ້າຍສາຍຕາໂດຍທີ່ບໍ່ຮູ້ໂຕ ຫຼື ບາງເທື່ອອາດຈະຮູ້ໂຕ ແຕ່ອົດຫຼິ້ນບໍ່ໄດ້.

ຕໍ່ໄປນີ້ ແມ່ນວິທີຊ່ວຍຫຼຸດຜົນກະທົບຕໍ່ດວງຕາ   

  • ມອດໄຟຫຼິ້ນໂທລະສັບ ມີຜົນເສຍແນວໃດ?

ໜ້າຈໍໂທລະສັບມືຖື ມີແສງສີຟ້າ ທີ່ສົ່ງຜົນກະທົບຕໍ່ສຸຂະພາບຕາ ແລະ ຮ່າງກາຍຫຼາຍກວ່າແສງສີ ອື່ນໆ ໂດຍສະເພາະແມ່ນ ການຫຼິ້ນໃນຫ້ອງທີ່ມອດໄຟມືດ ເຊິ່ງຈະເຮັດໃຫ້ມີອາການຫຼັບຍາກ ແລະ ເປັນຜົນເສຍຕໍ່ສາຍຕາຫຼາຍຂຶ້ນ ອີກທັງຍັງເຮັດໃຫ້ແສບຕາ, ຕາແຫ້ງ, ເຈັບເບົ້າຕາ, ຕາມົວ ແລະ ຍັງອາດເຮັດໃຫ້ເກີດຄວາມສ່ຽງທີ່ຈະສູນເສຍການເບິ່ງເຫັນໃນໄລຍະຍາວອີກດ້ວຍ. ດັ່ງນັ້ນ, ທາງທີ່ດີທີ່ສຸດຄື ຄວນຫຼີກຫຼ່ຽງການຫຼິ້ນມືຖືໃນບ່ອນທີ່ມືດ ຫຼື ໃນເວລາກາງຄືນເປັນ ເວລາດົນໆ ແລະ ຄວນເປີດໄຟໃນຫ້ອງໃຫ້ມີຄວາມສະຫວ່າງທີ່ພຽງພໍ.

  •  ຖ້າຈຳເປັນຕ້ອງມອດໄຟໃຊ້ມືຖື ຈະຕ້ອງປົກປ້ອງດວງຕາແນວໃດດີ?

ຖ້າທ່ານມີຄວາມຈຳເປັນຕ້ອງໄດ້ມອດໄຟໃຊ້ມືຖືໃນຫ້ອງທີ່ມີຄວາມືດແທ້ໆ ບໍ່ວ່າຈະດ້ວຍເຫດ ຜົນໃດກໍຕາມ ກໍຍັງພໍມີວິທີຊ່ວຍຖະໜອມສາຍຕາ ໃຫ້ໄດ້ຮັບຜົນກະທົບຈາກໜ້າຈໍມືຖືໜ້ອຍລົງ ດັ່ງນີ້:

  • ຫຼຸດຄວາມແຈ້ງຂອງໜ້າຈໍລົງ

ຢ່າງທຳອິກເລີຍທີ່ຄວນເຮັດ ແລະ ເຮັດງ່າຍທີ່ສຸດຄື ການຫຼຸດຄວາມແຈ້ງສະຫວ່າງຂອງໜ້າຈໍ ຄວນປັບໃຫ້ແຈ້ງໜ້ອຍທີ່ສຸດ ໂດຍຍັງຄົງເບິ່ງເຫັນໂຕໜັງສື ແລະ ພາບປະກອບໜ້າຈໍໄດ້ຊັດເຈນ ຢູ່ເຊິ່ງໂດຍທົ່ວໄປແລ້ວ ຖ້າໃຊ້ງານຢູ່ໃນຫ້ອງທີ່ມືດສະນິດ ກໍອາດຈະປັບຄວາມແຈ້ງລົງມາທີ່ລະ ດັບຕ່ຳສຸດເລີຍ.

  • ໃຊ້ ອິນເທີຣ໌ເຟຊ (interface) ແບບ Dark Mode.

ຫຼາຍໆ ແອັບ ໃນປັດຈຸບັນ ມີຟີເຈີທີ່ເອີ້ນວ່າ Dark Mode ທີ່ຈະປ່ຽນ ອິນເທຣ໌ເຟຊ ເປັນຕີມ ສີດຳ ຫຼື ສີເຂັ້ມ ເຮັດໃຫ້ໜ້າຈໍມີແສງສະຫວ່າໜ້ອຍລົງ.

  • ເປີດໂໝດຫຼຸດແສງສີຟ້າ.

ມືຖືບາງລຸ້ນ ມີໂໝດຫຼຸດແສງສີຟ້າ ຫຼື Night Mode ທີ່ຈະເຮັດໃຫ້ໜ້າຈໍ ເປັນໂທນອົມເຫຼືອງ ມີແສງສີຟ້າຣ້ອຍລົງ ເໝາະສຳລັບການໃຊ້ມືຖືໃນຊ່ວງເວລາກາງຄືນ ເພື່ອແກ້ບັນຫາ ນອນຫຼັບ ຍາກ ແລະ ຜົນກະທົບອື່ນໆ ຕໍ່ສາຍຕາ.

  • ໃຊ້ແອັບກອງແສງສີຟ້າ.

ເນື່ອງຈາກໂທລະສັບມືຖືຫຼາຍໆ ລຸ້ນ ອາດຈະຍັງບໍ່ມີຟີເຈີນີ້ ຈຶ່ງມີແອັບສຳລັບຊ່ວຍຫຼຸດແສງສີຟ້າ ໃຫ້ເລືອກຢູ່ພໍສົມຄວນ ຖ້າຕ້ອງມອດໄຟໃຊ້ມືຖືຕະຫຼອດ ກໍຄວນລອງໂຫຼດມາໃຊ້ເບິ່ງ.

  • ຕິດຟີມກອງແສງສີຟ້າ.

ຟີມກັນຮອຍມືຖືໃນປັດຈຸບັນ ມີຫຼາກຫຼາຍປະເພດ ແລະ ໜຶ່ງໃນນັ້ນກໍຄື ຟີມທີ່ມີຄຸນສົມບັດຊ່ວຍ ໃນການຫຼຸດແສງສີຟ້າ, ຊ່ວຍຖະໜອມສາຍຕາຂະນະທີ່ໃຊ້ງານມືຖືໄດ້ຫຼາຍຂຶ້ນ.

  • ໃສ່ແວ່ນຕາກອງແສງ.

ແວ່ນກອງແສງ ຫຼື ແວ່ນກັນແດດ ໂືວ່າເປັນອີກໜຶ່ງສິ່ງທີ່ສາມາດຊ່ວຍຫຼຸດບັນຫາແສງຈ້າຈາກ ການໃຊ້ມືຖືໃນບ່ອນມືດໄດ້ເຊັ່ນກັນ ແຕ່ຖ້າເປັນແວ່ນທີ່ໃຊ້ເລນກອງແສງສີຟ້ານຳ ຍິ່ງເປັນກນດີ ທີ່ສຸດ ຫຼື ຖ້າໃຜມີບັນຫາສາຍຕາ ແລະ ຕ້ອງໄດ້ໃສ່ແວານເປັນປະຈຳຢູ່ແລ້ວ ເມື່ອຕ້ອງຫຼິ້ນມືຖື ຫຼື ຄອມພິວເຕີ ເປັນເວລາດົນໆ ການເລືອກຕັດແວ່ນແບບກອງແສງສີຟ້າມາໃຊ້ເລີຍ ກໍໜ້າຈະເປັນ ທາງເລືອກທີ່ດີ.

ຢ່າງໃດກໍຕາມ ເຖິງແມ່ນວ່າຈະເຮັດຕາມວິທີດັ່ງກ່າວແລ້ວ ການມອດໄຟຫຼິ້ນໂທລະສັບໃນຫ້ອງ ມືດໆ ທີ່ມີແສງສະຫວ່າງບໍພຽງພໍ ກໍສົ່ງຜົນເສຍຕໍ່ສາຍຕາຢູ່ແລ້ວ ດັ່ງນັນ, ຖ້າເປັນໄປໄດ້ ຄວນໃຊ້ ໂທລະສັບ ໃນຫ້ອງທີ່ມີແສງສະຫວ່າງພຽງພໍຈະດີທີ່ສຸດ.

ທີ່ມາ: dearkmedicalcenter.com, bustle.com, vulture.com

More from author

Related posts

Latest posts

ສາຍການບິນ Vietjet ແລະ ມະຫາວິທະຍາໄລ Oxford ປະກາດຜົນການຄົ້ນຄວ້າເບື້ອງຕົ້ນ ກ່ຽວກັບການບິນທົ່ວໂລກສູ່ເປົ້າໝາຍ Net Zero

ນະຄອນຫຼວງວຽງຈັນ, ວັນທີ 30 ຕຸລາ 2025 – ໃນຖານະເປັນສ່ວນໜຶ່ງຂອງຄໍາໝັ້ນສັນຍາຕໍ່ການພັດທະນາແບບຍືນຍົງ ແລະ ນະວັດຕະກໍາ, Vietjet ໄດ້ປະກາດຜົນການຄົ້ນຄວ້າເບື້ອງຕົ້ນຂອງໂຄງການຄົ້ນຄວ້າອັນສຳຄັນກ່ຽວກັບການແກ້ໄຂບັນຫາ Net Zero ສໍາລັບການບິນທົ່ວໂລກ, ໂດຍການຮ່ວມມືກັບມະຫາວິທະຍາໄລ Oxford. ມະຫາວິທະຍາໄລທີ່ມີຊື່ສຽງລະດັບໂລກຍັງໄດ້ເປີດຕົວ ໂຄງການທຶນການສຶກສາ Oxford Pioneer Scholarship Scheme ເຊິ່ງເປັນໂຄງການດ້ານການສຶກສາທີ່ສໍາຄັນ, ຮ່ວມກໍ່ຕັ້ງໂດຍ ດຣ. ຫງວຽນ ຖິ ເຟືອງ ທ້າວ (Dr Nguyen Thi Phuong Thao), ປະທານສະພາບໍລິຫານຂອງ Sovico Group ແລະ Vietjet, ເພື່ອສະໜັບສະໜູນການພັດທະນາພອນສະຫວັນ.

ລະວັງ! 5 ພະຍາດ ທີ່ມາກັບລະດູໜາວ

ເຖິງວ່າເດືອນພະຈິກ (ເດືອນ 11) ຈະເຂົ້າສູ່ລະດູໜາວຢ່າງເຕັມໂຕ ແຕ່ບາງເຂດໃນປະເທດລາວກໍຍັງບໍ່ທັນມີອາກາດໜາວເຢັນຕາມຊື່ລະດູໜາວເລີຍ, ແຕ່ສິ່ງທີ່ມັກຈະມາພ້ອມກັບລະດູໜາວນັ້ນແມ່ນພະຍາດ, ເຊື້ອໄວຣັສ ແລະ ແບັກທິເຣຍ; ເຊິ່ງມື້ນີ້ ອິນໄຊລາວຈະພາມາຮູ້ຈັກກັບ 5 ພະຍາດທີ່ມັກມາພ້ອມກັບລະດູໜາວ ເພື່ອໃຫ້ເຮົາໄດ້ກຽມຄວາມພ້ອມຮັບມື ເຊິ່ງມີພະຍາດຫຍັງແດ່ນັ້ນ ໄປເບິ່ງນຳກັນເລີຍ.

Vietjet ສະເໜີປີ້ລາຄາສູນເປັນເວລາ 3 ມື້ ເທົ່ານັ້ນ ຈົນຮອດວັນທີ 31 ຕຸລາ 2025

ນະຄອນຫຼວງວຽງຈັນ, ວັນທີ 29 ຕຸລາ 2025 – ເພື່ອສະເຫຼີມສະຫຼອງການເປີດເສັ້ນທາງບິນໃໝ່ໃນທົ່ວພາກພື້ນອາຊີ-ປາຊີຟິກ ແລະ ໄດ້ຮັບການຮັບຮູ້ຈາກສາກົນຄັ້ງຫຼ້າສຸດ, ບໍລິສັດ Vietjet ໄດ້ສະເໜີໂປຣໂມຊັ່ນພິເສດ ປີ້ Eco-tickets ທີ່ເລີ່ມຕົ້ນພຽງແຕ່ $0 ໂດລາສະຫະລັດ (ບໍ່ລວມພາສີ ແລະ ຄ່າທໍານຽມ) ເປັນເວລາສາມມື້ ເລີ່ມແຕ່ວັນທີ 29 ຫາ 31 ຕຸລາ 2025.