ຂໍຂອບໃຈນຳຜູ້ສະໜັບສະໜູນ

ພູຜາດ່າງ ຖືວ່າເປັນອີກສະຖານທີ່ໜຶ່ງ ທີ່ນັກທ່ອງທ່ຽວສາຍຜະຈົນໄພທັງຫຼາຍຢາກໄປສຳພັດ ເພາະເປັນຜາທີ່ສູງອັນດັບຕົ້ນໆ ຂອງ ປະເທດລາວ ເຊິ່ງຕັ້ງຢູ່ທີ່ ສາຍພູເຂົາຄວາຍ, ເມືອງ ທຸລະຄົມ, ແຂວງ ວຽງຈັນ ຫ່າງຈາກ ນະຄອນຫຼວງ ວຽງຈັນ ປະມານ 60 ກິໂລແມັດ ແລະ ຖືວ່າເປັນຜາສັກສິດ ເພາະມີພະພຸດທະຮູບເກົ່າແກ່ບູຮານ ຢູ່ເທິງຍອດພູຜາດ່າງນຳອີກ.

ພາບຈາກ: Trail Laos ViChai

ສຳລັບການເດີນທາງຄັ້ງນີ້ ແມ່ນເປັນການການເດີນທາງຂອງທີມງານ Trail Laos ແລະ ໄດ້ບັນທຶກພາບຄວາມສວຍງາມລະຫວ່າງທາງໄວ້ນຳ ເຊິ່ງເລີ່ມຈາກຈອດລົດໄວ້ທີ່ ຣີສອດແດນສະຫວັນ ແລ້ວມີເຮືອຂອງຜູ້ນຳທ່ຽວມາຮັບ, ຈາກນັ້ນ ກໍຂີ່ເຮືອໄປປະມານ 25 ນາທີ ໄປບ້ານ ພູເກົ້ານາງ ເພື່ອເລີ່ມປີນພູ-ປີນຜາ. ໃນຕອນຕົ້ນ, ຕີນພູຈະເປັນສວນ, ໄຮ່ກ້ວຍ ແລະ ໄຮ່ເຂົ້າ ຂອງຊາວບ້ານ, ຈາກນັ້ນກໍຈະເປັນປ່າສູງ; ທາງທີມງານ Trail Laos ໄດ້ຍ່າງເຂົ້າໄປໃນປ່າ ເລາະໄປຕາມສາຍຫ້ວຍທີ່ແຫ້ງຈົນສຸດ, ເມື່ອພົ້ນປ່າແລ້ວຈະເປັນທົ່ງຫຍ້າຈົນຮອດ ຈອມຜາດ່າງ (ໂດຍໃຊ້ເວລາເດີນທາງທັງໝົດປະມານ 9 ຊົ່ວໂມງ).

ບ່ອນສະແດງໂຄສະນາ


ກົດທີ່ພາບນີ້ ເພື່ອເບິ່ງຂໍ້ມູນເພິ່ມເຕິມ

ເທິງຈອມຜາດ່າງ, ຈະເຫັນທິວທັດທີ່ສວຍງາມຂອງ ສາຍພູເຂົາຄວາຍ, ຈອມພູຊ້າງ, ຜາໄດ, ອ່າງນໍ້າງື່ມ ແລະ ດອນນ້ອຍ-ໃຫຍ່ ສຸດສາຍຕາ. ໃນຕອນແລງ ຈະເຫັນແສງສຸດດວງຕາເວັນລັບຂອບຟ້າ ສີສົ້ມ ສຸດໂຣແມນຕິກ, ຕອນກາງຄືນ ຈະເຫັນແສງດາວ-ເດືອນ ທີ່ຮຸ່ງແຈ້ງ ແລະ ຕອນເຊົ້າ ຈະເຫັນແສງອາລຸນວັນໃໝ່ ສີເຫຼືອງສົ້ມ ສຸດອົບອຸ່ນ ຈົນລືມເຈັບກ້າມໜ້າຂາ.

ພາບຈາກ: Trail Laos ViChai

ແຕ່ທີ່ເປັນໝາກຫົວໃຈຂອງຜາດ່າງ ກໍຄື ໜ້າຜາສັກສິດບູຮານ ທີ່ມີພຮະພຸດທະຮູບ ແກະສະຫຼັກຈາກຫິນ, ພຣະພຸດທະຮູບປາງບັນທົມ ຂວັດໃສ່ໂງ່ນຫິນໃຫຍ່ ຄາດວ່າຄົງຈະມີອາຍຸໄດ້ຫຼາຍຮ້ອຍປີ, ດ້ານລຸ່ມໂງ່ນຫິນເປັນຂຸມຖໍ້າ ຄາດວ່າໜ້າຈະເປັນບ່ອນລີ້ແດດຝົນ ແລະ ບ່ອນປະຕິບັດທໍາ ບໍາເພັນສິນຂອງຄູບາອາຈານຫຼາຍອົງ.

ພາບຈາກ: Trail Laos ViChai

ສິ່ງທີ່ບັນຍາຍອອກມາຈາກທີມງານ Trail Laos ໃນຄັ້ງນີ້ ອາດເປັນພຽງເຫດການສ່ວນໜຶ່ງທີ່ເກີດຂຶ້ນໃນລະຫວ່າງການເດີນທາງ ແລະ ພາບທີ່ຖ່າຍອອກມາ ໄດ້ສະແດງໃຫ້ເຫັນແຕ່ສ່ວນໜຶ່ງຂອງພາບທີ່ໄດ້ເຫັນຈາກໂຕຈິງ; ສະນັ້ນ, ຖ້າທ່ານມີໂອກາດ ຈຶ່ງຢາກໃຫ້ທ່ານໄດ້ມາສໍາພັດ ແລະ ເຫັນດ້ວຍໂຕເອງ. ແຕ່ຢ່າລືມວ່າ! ມາທ່ຽວທໍາມະຊາດຕ້ອງບໍ່ທໍາລາຍທໍາມະຊາດ ເກັບຂີ້ເຫຍື້ອທີ່ເຮົາເອົາມາລົງໄປຖີ້ມໃຫ້ຖືກບ່ອນ.

ທ່ານໃດສົນໃຈການພະຈົນໄພ ຍ່າງປ່າ, ຄົ້ນຫາຄວາມງາມທາງທໍາມະຊາດ ສາມາດຕິດຕໍ່ທີມງານ Trail Laos ເປັນຜູ້ນໍາທາງ ແລະ ຮ່ວມທາງໄດ້.

Hits: 5

LEAVE A REPLY

ກະລຸນາໃສ່ຄໍາເຫັນຂອງທ່ານ!
ກະລຸນາໃສ່ຊື່ຂອງທ່ານທີ່ນີ້