Tuesday, March 18, 2025

ຢຸດເຊື້ອ ເພື່ອເມຍ

ໂດຍທົ່ວໄປແລ້ວ ເຮົາອາດຈະເຂົ້າໃຈວ່າ ຄົນທີ່ມີໂອກາດຕິດເຊື້ອ ໄວຣັສ  HPV ຈົນກໍ່ໃຫ້ເກີດ “ມະເຮັງປາກມົດລູກ” ຕ້ອງເກີດສະເພາະກັບແມ່ຍິ່ງເທົ່ານັ້ນ! ເຊິ່ງເປັນຜົນເຮັດໃຫ້ແມ່ຍິງ ສາມາດປ້ອງກັນເຊື້ອ HPV ໄດ້ດ້ວຍການ ສັກວັກຊີນ. ແລ້ວຜູ້ຊາຍເດ້! HPV ມີຜົນກັບພວກເຂົາ ຫຼື ບໍ່ ຖ້າຫາກວ່າມີຜົນກັບຜູ້ຊາຍ ຈະສົ່ງຜົນແນວໃດກັບພວກເຂົາ ຈະຮ້າຍແຮງ ຫຼື ບໍ່ ແລະ ສາມາດ ສັກວັກຊີນ ເພື່ອປ້ອງກັນເຊື້ອ ໄວຣັສ ໄດ້ຄືກັບແມ່ຍິງ ຫຼື ບໍ່ ເຮົາໄປຫາຄຳຕອບນຳກັນ.

ເຊື້ອ HPV ໃນຜູ້ຊາຍ

ບໍ່ພຽງແຕ່ແມ່ຍິງເທົ່ານັ້ນ ທີ່ສາມາດຕິດເຊື້ອ HPV ໄດ້ເທົ່ານັ້ນ! ຜູ້ຊາຍ ຍັງສາມາດຕິດເຊື້ອດັ່ງ ກ່າວໄດ້ຄືກັນ ເນື່ອງຈາກ ໄວຣັສ ຕົວນີ້ມີຫຼາຍກວ່າ 150 ສາຍພັນ, ແນ່ນອນວ່າຕ້ອງມີສາຍພັນທີ່ສາມາດຕິດເຊື້ອໄດ້ໃນຜູ້ຊາຍ ໂດຍການຕິດເຊື້ອຜ່ານການມີເພດສຳພັນ ຫຼື ເກີດຈາກການສຳພັດກັບເຊື້ອ ໄວຣັສ ໂດຍກົງ ດັ່ງນັ້ນ, ຈຶ່ງເຫັນໄດ້ວ່າ ຜູ້ຊາຍ ສາມາດຕິດເຊື້ອ HPV ໄດ້ຄືກັນ ເຖິງວ່າຈພບໍ່ມີມົດລູກ ນັ້ນກໍບໍ່ໄດ້ໝາຍຄວາມວ່າ ຜູ້ຊາຍ ຈະບໍ່ໄດ້ຮັບຜົນຈາດເຊື້ອດັ່ງກ່າວ, ເນື່ອງຈາກກໍລະນີເພດຊາຍເຊື້ອ ໄວຣັສ ສາມາດກໍ່ໃຫ້ເກີດໂຣກມະເຮັງຕາມອະໄວຍະວະຕ່າງໆ ໄດ້ເຊັ່ນ ມະເຮັງທະວານໜັກ, ມະເຮັງລຳຄໍ ແລະ ມະເຮັງປາກ ເປັນຕົ້ນ.

ນອກຈາກນີ້, ຍັງສາມາດເປັນ ໂຣກຫູດຫອນໄກ່ ໄດ້ອີກດ້ວຍ ໂດຍເພດຊາຍຍິງມີຄວາມສ່ຽງຫຼາຍຂຶ້ນ ຫາກມີພຶດຕະກຳຮັກຮ່ວມເພດ ດັ່ງນັ້ນ, ຈຶ່ງບໍ່ແມ່ນແຕ່ເພດຍິງເທົ່ານັ້ນ ທີ່ຄວນລະວັງເຊື້ອໄວຣັສ HPV.

ຜູ້ຊາຍ ທີ່ບໍ່ສັກວັກຊີນ HPV ມີຄວາມສ່ຽງ ຫຼື ບໍ່?

ຈາກຂໍ້ມູນທີ່ກ່າວໄປແລ້ວນັ້ນ ຜູ້ຊາຍ ຈະໄດ້ຮັບຜົນກະທົບຈາກເຊື້ອ ໄວຣັສ HPV ໄດ້ຈາກການເກີດມະເຮັງບາງຊະນິດ ແລະ ການເປັນຫູດຫອນໄກ່ ໂດຍສາມາດສັງເກດອາການຂອງຫູດໄດ້ ດັ່ງນີ້:

  • ຄັນ ຫຼື ເຈັບ ມີຜົນເຮັດໃຫ້ເລືອດອອກຈາກທໍ່ປັດສະວະ.
  • ນູນຂຶ້ນ ຫຼື ລຽບ.
  • ມີຫູດໃຫຍ່ຂຶ້ນ ຈະມີລັກສະນະຄ້າຍຄືກັບ ດອກກະລ່ຳປີ.

ສ່ວນມະເຮັງໃນຊ່ອງປາກ ແລະ ມະເຮັງລຳຄໍ ສາມາດສັງເກດອາການໄດ້ ດັ່ງນີ້:

  • ຄຳເບິ່ງຄໍແລ້ວມີກ້ອນບໍລິເວນລຳຄໍ.
  • ມີອາການເຈັບຄໍ, ເຈັບຫູ, ໄອຊຳເຮື້ອ.
  • ນ້ຳໜັກຫຼຸດລົງ.

ການປ້ອງກັນເຊື້ອ ໄວຣັສ HPV ໃນຜູ້ຊາຍ

ຜູ້ຊາຍຫຼາຍຄົນອາດຈະສົງໄສ ແລະ ຕ້ອງການຮູ້ວ່າ ຜູ້ຊາຍສັກວັກຊີນ HPV ໄດ້ ຫຼື ບໍ່ ເຊິ່ງຄຳຕອບກໍຄື “ໄດ້ແນ່ນອນ” ເນື່ອງຈາກການ ສັກວັກຊີນ ດັ່ງກ່າວ ຈະສາມາດປ້ອງກັນເຊື້ອໄວຣັສ HPV ໄດ້ຫຼາຍກວ່າ 1 ຊະນິດ ແລະ 1 ໃນນັ້ນຄື ໄວຣັສ ທີ່ຜູ້ຊາຍສາມາດຕິດໄດ້ນັ້ນເອງ, ໃນສ່ວນຂອງຊ່ວງເວລາໃນການສັກວັກຊີນ ເພື່ອໃຫ້ໄດ້ຜົນດີນັ້ນ, ຄວນໄດ້ຮັບການສັກວັກຊີນໃນຊ່ວງອາຍຸ 9-16 ປີ ຈະຖືວ່າ ເປັນຊ່ວງເວລາທີ່ດີທີ່ສຸດ ເພາະສາມາດຫຼຸດໂອກາດຕິດເຊື້ອໄດ້ໃນລະດັບສູງເກືອບ 100% ເລີຍລະ!

ທ່ານເຫັນບໍ່ວ່າ ເຊື້ອໄວຣັສ HPV ບໍ່ໄດ້ສົ່ງຜົນເສຍຕໍ່ແມ່ຍິງພຽງຢ່າງດຽວເທົ່ານັ້ນ! ແຕ່ຍັງສາມາດສົ່ງຜົນເສຍຕໍ່ສຸຂະພາບຜູ້ຊາຍໄດ້ຫຼາຍເຊັ່ນກັນ, ເຖິງວ່າ ການມີເພດສຳພັນດ້ວຍການໃສ່ ຖົງຢາງອະນາໄມ ຈະຊ່ວຍໄດ້ ແຕ່ບໍ່ຫຼາຍໄປກວ່າການ ສັກວັກຊີນ HPV ກ່ອນທີ່ຈະຊ້າເກີນໄປ.

ສຳລັບ ເຊື້ອໄວຣັສ HPV ຫຼື Human Papilloma Virus ເປັນເຊື້ອໄວຣັສ ທີ່ມີຫຼາຍກວ່າ 100 ສາຍພັນ, ແຕ່ມີປະມານ 40 ສາຍພັນ ທີ່ກໍ່ໃຫ້ເກີດໂຣກໃນມະນຸດ ເຊິ່ງທີ່ຮູ້ຈັກກັນດີຄທ HPV ສາຍພັນ 6 ແລະ 11 ທີ່ເປັນສາເຫດຂອງການເກີດ ໂຣກຫູດຫອນໄກ່ ຫຼື HPV ສາຍພັນ 16 ແລະ 18 ທີ່ເປັນສາເຫດຂອງການເກີດ ໂຣກມະເຮັງບໍລິເວນ ອະໄວຍະວະສືບພັນ ແລະ ທະວານໜັກ.

ທີ່ມາ: วัคซีน HPV ชนิด 9 สายพันธุ์… อาวุธใหม่ของการป้องกันเชื้อไวรัส HPV (bumrungrad.com) ແລະ วัคซีน HPV ผู้ชายฉีดได้หรือไม่ ? (petcharavejhospital.com)

More from author

Related posts

Latest posts

VietJet ປະກາດເສັ້ນທາງສາຍໃໝ່ ພູກວກ-ສິງກະໂປ ແລະ ຮັບປະກັນຂໍ້ຕົກລົງດ້ານການເງິນ 300 ລ້ານໂດລາສະຫະລັດ

(ນະຄອນຫຼວງ ວຽງຈັນ, 12 ມີນາ 2025) - ໃນລະຫວ່າງການຢ້ຽມຢາມ ປະເທດສິງກະໂປ ຢ່າງເປັນທາງການ ຂອງທ່ານເລຂາທິການໃຫຍ່ ປະທານປະເທດຫວຽດນາມ ທ່ານ ໂຕ້ ລຳ. VietJet ໄດ້ປະກາດເປີດເສັ້ນທາງໂດຍກົງໃໝ່ເຊື່ອມຕໍ່ ລະຫວ່າງ ຜູ້ກວກ ກັບ ສິງກະໂປ, ພ້ອມກັບການລົງນາມໃນສັນຍາ ສະໜອງທຶນ 300 ລ້ານໂດລາສະຫະລັດ ຮ່ວມມືກັບການບິນ Carlyle. ເຫດການນີ້ແມ່ນການເພີ່ມທະວີການເຊື່ອມຕໍ່ ແລະ ຊຸກຍູ້ການແລກປ່ຽນການຄ້າ ແລະ ການທ່ອງທ່ຽວໃນທົ່ວປະເທດອາຊີຕາເວັນອອກສ່ຽງໃຕ້.

7-Eleven ສາຂາທຳອິດໃນແຂວງຫຼວງພະບາງ ເປີດເປັນທາງການແລ້ວ.

ໜູນຊ່ວຍຂະແໜງການບໍລິການສົ່ງເສີມການທ່ອງທ່ຽວ ຮ່ວມສ້າງເສດຖະກິດສັງຄົມ ຂະຫຍາຍຕົວແບບຍືນຍົງ. ວັນທີ 06 ມີນາ 2025 ທ່ານ ວຽງທອງ ຫັດສະຈັນ ເຈົ້ານະຄອນຫຼວງພະບາງ ໄດ້ໃຫ້ກຽດເປັນປະທານໃນພິທີເປີດຮ້ານ 7-Eleven ສາຂາ ແອວພີບີ ໂພສີ (LPB PHOSY) ຢ່າງເປັນທາງການ ໂດຍຮ້ານນີ້ ຕັ້ງຢູ່ບ້ານສາຍລົມ, ເມືອງຫຼວງພະບາງ ຖືວ່າເປັນຮ້ານ 7-Eleven ສາຂາທຳອິດຂອງແຂວງຫຼວງພະບາງ ພາຍໃນງານຍັງຮ່ວມໄປດ້ວຍແຂກຜູ້ມີກຽດຈາກຫຼາຍໆພາກສ່ວນໃນພື້ນທີ່

“ການສຶກສາ” ໃນຍຸກປັດຈຸບັນ ຄວນຫັນໄປທາງໃດດີ

ປະຕິເສດບໍ່ໄດ້ເລີຍວ່າ ເຮົາກຳລັງຢູ່ໃນຍຸກທີ່ເຕັກໂນໂລຊີກ້າວໄປຢ່າງໄວວາ ແລະ ໂລກປ່ຽນແປງຢ່າງບໍ່ຢຸດຢັ້ງ, ການສຶກສາແບບດັ້ງເດີມອາດຈະບໍ່ພຽງພໍຕໍ່ການຕອບສະໜອງຄວາມຕ້ອງການຂອງສັງຄມໃນປັດຈຸບັນ ເພາະຊ່ອງທາງການຮຽນຮູ້ມີຫຼາຍ ແລະ ຄົນສາມາດຮຽນຮູ້ໄດ້ດ້ວຍຕົນເອງຜ່ານ ປັນຍາປະດິດ (AI), ຮຽນຮູ້ຜ່ານອອນລາຍ, ແລະ ທັກສະດິຈິຕອລກາຍເປັນສ່ວນໜຶ່ງຂອງຊີວິດປະຈໍາວັນ.