ຂໍຂອບໃຈນຳຜູ້ສະໜັບສະໜູນ

“ໝາກເຟືອງ” ເປັນໝາກໄມ້ພື້ນບ້ານອີກຊະນິດໜຶ່ງຂອງ ລາວ ເຊິ່ງມີ ວິຕາມິນ C ຫຼາຍ ສາມາດຊ່ວຍບັນເທົາອາການຂອງ ໂຣກເລືອດອອກຕາມຫວ່າງແຂ້ວ, ມັນມີປະລິມານພະລັງງານນ້ຳຕານ ແລະ ທາດເກືອຕ່ຳ ຈຶ່ງເໝາະແກ່ການກິນເພື່ອຄຸມນ້ຳໜັກ, ຄວບຄຸມນຳ້ຕານໃນເລືອດ ຫຼື ຫຼຸດຄວາມອ້ວນໄດ້. ນອກຈາກນີ້, ໝາກເຟືອງ ຍັງມີກົດໝາກໄມ້ຫຼາຍ, ສາມາດໃຊ້ເປັນສ່ວນປະສົມຂອງເຄື່ອງສຳອາງ ຊ່ວຍຊຳລະລ້າງຜິວກາຍ ແລະ ປ້ອງກັນການເກີດສິວ.

ບ່ອນສະແດງໂຄສະນາ


ກົດທີ່ພາບນີ້ ເພື່ອເບິ່ງຂໍ້ມູນເພິ່ມເຕິມ

ດ້ານສັບພະຄຸນຂອງ “ໝາກເຟືອງ”

  • ໝາກ: ຊ່ວຍດັບການກະຫາຍນຳ້, ແກ້ຮ້ອນໃນ, ຫຼຸດຄວາມຮ້ອນພາຍໃນຮ່າງກາຍ, ບັນເທົາອາການຂອງ ໜິ້ວ ໃນທາງເດີນປັດສາວະ, ຂັບຂີ້ກະເທີ່, ໃຊ້ກຳຈັດຄັນແຄ, ບຳລຸງເສັ້ນຜົມ, ຊ່ວຍໃຫ້ເລືອດໄຫຼວຽນດີ, ຊ່ວຍໃຫ້ນອນຫຼັບງ່າຍຂຶ້ນ ແລະ ບັນເທົາອາການເລືອດອອກຕາມຫວ່າງແຂ້ວ.
  • ໃບ ແລະ ຮາກ: ປຸງກິນເປັນຢາດັບພິດຮ້ອນ ແລະ ແກ້ໄຂ້.
  • ໃບສົດ: ຕຳໃຊ້ປົກຕຸ່ມອີ່ສຸກອີ່ໃສ, ຂີ້ກາກຂີ້ກ້ຽນ ແລະ ຕົ້ມນຳ້ອາບແກ້ຕຸ່ມຄັນ.
  • ໃບອ່ອນ ແລະ ຮາກໝາກພ້າວ: ປະສົມເຂົ້າກັນແລ້ວ ຕົ້ມນຳ້ດື່ມແກ້ໄຂ້ຫວັດໃຫຍ່.
  • ແກ່ນ ແລະ ຮາກ: ຕົ້ມກິນແກ້ຖອກທ້ອງ ແລະ ແກ້ເສັ້ນເອັນອັກເສບ.

ຂໍ້ຄວນລະວັງ: ໝາກເຟືອງມີກົດອອກຊາລິກສູງ ຜູ້ທີ່ມີບັນຫາກ່ຽວກັບໄຂ່ຫຼັງ ບໍ່ຄວນກິນໝາກເຟືອງ ເພາະຈະເຮັດໃຫ້ເກີດອາການນຂ້າງຄຽງໄດ້.

Hits: 0

LEAVE A REPLY

ກະລຸນາໃສ່ຄໍາເຫັນຂອງທ່ານ!
ກະລຸນາໃສ່ຊື່ຂອງທ່ານທີ່ນີ້