ນໍ້າຫວານໝາກແຕງ ນໍ້າຫວານລາວໆ ທີ່ສາມາດເຮັດກິນເອງງ່າຍໆຢູ່ເຮືອນ ເພື່ອແກ້ຮ້ອນ, ໂດຍສະເພາະຊ່ວງທີ່ມີການລະບາດຂອງພະຍາດໂຄວິດ-19 ແບບນີ້ ການເຮັດກິນເອງຢູ່ເຮືອນຈະຮູ້ສຶກປອດໄພກວ່າ,
ມື້ນີ້ອິນໄຊລາວເລີຍຈະມາແນະນຳວິທີການເຮັດນໍ້າຫວານໝາກແຕງ ດ້ວຍວັດຖຸດິບພຽງ 3-4
ສ່ວນປະສົມ
ໝາກແຕງລາຍ 1 ໜ່ວຍ, 2 ກິໂລກຣາມກະທິໝາກພ້າວ 1 ຖວ້ຍແກງໃບເຕີຍ 2-3 ໃບນ້ຳຕານ 5 ບ່ວງແກງເກືອ 1/2 ບ່ວງຊາ
ວິທີປຸງແຕງ
ຊອຍໝາກແຕງເປັນຕ່ອນນ້ອຍໆຖອກກະທິໃສ່ຊາມພ້ອມດ້ວຍນ້ຳຕານ ແລະ ເກືອ ໃບເຕີຍ ຕົ້ມດ້ວຍໄຟອ່ອນໆ ແລ້ວຄົນຈົນນໍ້າຕານລະລາຍ (ປ່ະໄວ້ໃຫ້ເຢັນ)ໃສ່ໝາກແຕງຊອຍພ້ອມນ້ຳຕານລົງໃນຊາມ ຄົນສ່ວນປະສົມທຸກຢ່າງໃຫ້ເຂົ້າກັນຊິມ ແລະ ເພີ່ມນ້ຳຕານໄດ້ຕາມຕ້ອງການ
ຄຳແນະນຳ
ປະລິມານນ້ຳຕານ ສາມາດໃສ່ໜ້ອຍ ຫຼື ຫຼາຍກວ່າຕາມຕ້ອງການໃສ່ນ້ຳກ້ອນຂະນະຮັບປະທານເພື່ອເພີ່ມຄວາມສົດຊື່ນເກັບໃສ່ຕູ້ເຢັນເພື່ອຮັບປະທານຄັ້ງຕໍ່ໄປສາມາດໃສ່ຢ່າງອຶ່ນເພີ່ມໄດ້ ເຊັ່ນ: ໝາກຕ້າວ, ເຂົ້າລອດຊອງ, ຕາຂຽດ(ສາຄູ)
ຫຼາຍທ່ານມັກພົບບັນຫາກ່ຽວກັບສຸຂະພາບເລັກໆ ໜ້ອຍໆ ແຕ່ບໍ່ຮູ້ວ່າໂຕເອງເຈັບປ່ວຍຫຍັງແທ້ ເພາະມັນບໍ່ຄ່ອຍສະແດງອາການໃຫ້ເຫັນແບບຊັດເຈນ ເຊິ່ງສັນຍານເຕືອນຕໍ່ໄປນີ້ ອາດເປັນຈຸດເລີ່ມຕົ້ນໃຫ້ທ່ານປັບປຸງໂຕເອງຂະໜານໃຫຍ່ ກ່ອນທີ່ບັນຫານ້ອຍໆ ຂອງທ່ານຈະລຸກລາມໃຫຍ່ຂຶ້ນ.
ເຈັບຫົວເປັນປະຈຳ:
ອາການເຈັບຫົວເປັນສັນຍານ ເບື້ອງຕົ້ນທີ່ຟ້ອງຮ່າງກາຍວ່າ ທ່ານກຳລັງຢູ່ໃນພາວະບໍ່ປົກກະຕິ ຊຶ່ງສາເຫດຫຼັກມາຈາກຄວາມຕຶງຄຽດ, ພັກຜ່ອນບໍ່ພຽງພໍ ຫຼື ອາດເກີດຈາກການດື່ມກາເຟ ແລະ ນຳ້ເມົາຫຼາຍເກີນໄປ. ການນວດຫົວທຸກມື້ກ່ອນເຂົ້ານອນ ຈະຊ່ວຍໃຫ້ລະບົບເລືອດໄຫຼວຽນໄດ້ດີ ໂດຍໃຊ້ນີ້ວຊີ້ກົດທີ່ຫົວຄິ້ວ, ນວດຄຶງ ແລະ ກົດໄປຕາມຄິ້ວຈົນເຖິງຂະໝັບ,...
ການລະບາດພະຍາດໝູໃນປະຈຸບັນນັບມື້ໄດ້ແຜ່ຂະຫຍາຍເປັນບໍລິເວນກວ້າງ ແລະ ຕິດຕໍ່ກັນຢ່າງໄວວາ ເຊິ່ງສົ່ງຜົນກະທົບຕໍ່ປະຊາຊົນຜູ້ລ້ຽງໝູ, ຫຼ້າສຸດຢູ່ເມືອງຊ່ອນ ແຂວງຫົວພັນ ໄດ້ມີໝູຂອງປະຊາຊົນຕາຍແລ້ວ 578 ໂຕ ໃນ 17 ບ້ານ.
ທ່ານ ໂສພາພອນ ແສງອິນທະວົງ ຮອງຫົວໜ້າຫ້ອງການກະສິກຳ ແລະ ປ່າໄມ້ເມືອງຊ່ອນສຳພາດຜ່ານໂທລະສັບ ວັນທີ 17 ກໍລະກົດ ນີ້ວ່າ ຕາມການລົງກວດກາຂອງວິຊາການລ້ຽງສັດ ຫ້ອງການກະສິກໍາ ແລະ...
ກະຊວງການຕ່າງປະເທດ
ໄດ້ອອກຄໍາແນະນໍາສຳລັບ ບຸກຄົນ ຫຼື ນິຕິບຸກຄົນ ທີ່ຈະເດີນທາງເຂົ້າມາ ສປປ ລາວ
ໃນໄລຍະດໍາເນີນມາດຕະການປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ຕ້ອງມີໃບຢັ້ງຢືນການກວດໂຄວິດ-19
ຈາກສະຖານທີ່ບໍລິການສາທາລະນະສຸກ ທີ່ສາມາດກວດສອບໄດ້ ແລະ ອອກໃຫ້ບໍ່ເກີນ
72 ຊົ່ວໂມງກ່ອນເດີນທາງເຂົ້າມາ.
ສໍາລັບພົນລະເມືອງລາວທີ່ມີຈຸດປະສົງຢາກ ເດີນທາງກັບປະເທດ
ແມ່ນໃຫ້ລົງທະບຽນຢູ່ສະຖານ ເອກອັກຄະລັດຖະທູດ ຫຼື ສະຖານກົງສູນ ໃຫຍ່ ແຫ່ງ ສປປ ລາວ
ຢູ່ປະເທດທີ່ຕົນອາໄສຢູ່ ເພື່ອອໍານວຍຄວາມສະດວກໃນການເດີນທາງກັບ.
ທຸກຄົນ...