7 ເຫດຜົນ ທີ່ຄວນອອກກຳລັງກາຍ ໃນຍາມໜາວ

ຖ້າເວົ້າເລື່ອງການອອກກຳລັງກາຍ ສຳລັບຄົນຂີ້ຄ້ານ ຍາມໜາວແບບນີ້ ຍິ່ງບໍ່ຕ້ອງເວົ້າເຖິງ, ຍາມເຊົ້າໆ ມັກຈະນອນລີ້ຢູ່ຜ້າຫົ່ມ ແມ່ນບໍ່? ແຕ່ຜູ້ຊ່ຽວຊານແນະນຳວ່າ ຍາມໜາວແບບນີ້ ຍິ່ງຄວນອອກກຳລັງກາຍ ແລະ ຕໍ່ໄປນີ້ຄື 7 ເຫດຜົນຕ່າງໆ ທີ່ທ່ານຄວນອອກກຳລັງກາຍ ໃນຍາມໜາວ.  

  1. ຊ່ວຍໃຫ້ຮ່າງກາຍອົບອຸ່ນໄດ້ດົນ: ເພື່ອສຸຂະພາບທີ່ດີນັ້ນ ເຮົາຄວນສ້າງຄວາມອົບອຸ່ນໃຫ້ໂຕເອງ ໂດຍການລຸກຂຶ້ນມາອອກກຳລັງກາຍ ຈະເປັນການດີທີ່ສຸດ. ຖ້າມື້ໃດທີ່ບໍ່ຢາກອອກຫຼາຍ ກໍອອກແບບເບົາໆກໍໄດ້ ແບບວ່າ ພໍໃຫ້ເລືອດໄດ້ສູບສີດແດ່. ການອອກກຳລັງກາຍ ຍັງຊ່ວຍໃຫ້ຮ່າງກາຍທົນຕໍ່ຄວາມໜາວໄດ້ດີຂຶ້ນ. 
  1. ເຜົາຜານໄຂມັນໄດ້ດີ: ຍາມໜາວເປັນເວລາທີ່ດີໃນການຟິດຫຸ່ນສຳລັບຄົນທີ່ຕ້ອງການຫຼຸດນຳ້ໜັກ ແລະຮັກສາຮູບຮ່າງໃຫ້ຢູ່ໃນເກນປົກກະຕິ ເນື່ອງຈາກຍາມນີ້ລະບົບເຜົາຜານຈະເຮັດວຽກໄດ້ດີກວ່າປົກກະຕິ ເພາະຮ່າງກາຍຕ້ອງໃຊ້ພະລັງງານຫຼາຍຂຶ້ນກວ່າເກົ່າ ເພື່ອຮັກສາຄວາມອົບອຸ່ນໃຫ້ຮ່າງກາຍ ຊຶ່ງຜົນທີ່ຕາມມາກໍຄື ຮ່າງກາຍສາມາດເຜົາຜານໄຂມັນສ່ວນເກີນໄດ້ດີຂຶ້ນ. 
  1. ຫ່າງໄກຈາກໄຂ້ຫວັດ: ໃຜທີ່ເຄີຍໄດ້ຍິນວ່າ ບໍ່ຄວນອອກກຳລັງກາຍເມື່ອເປັນຫວັດ ໃຫ້ປ່ຽນຄວາມຄິດສາ ເພາະຄວາມຈິງແລ້ວ ການອອກກຳລັງກາຍຈະຊ່ວຍໃຫ້ລະບົບພູມຄຸ້ມກັນເຮັດວຽກໄດ້ຢ່າງມີປະສິດທິພາບຍິ່ງຂຶ້ນ ສົ່ງຜົນໃຫ້ໄຂ້ຫວັດຄ່ອຍໆຫາຍໄປ ແລະຊ່ວຍຫຼຸດຄວາມສ່ຽງຕໍ່ການເປັນຫວັດອີກດ້ວຍ. 
  1. ປ້ອງກັນອາການຊຶມເສົ້າ: SAD ຫຼື Seasonal Affective Disorder ຄື ພາວະຊຶມເສົ້າທີ່ມັກເກີດຂຶ້ນຕາມລະດູການ ໂດຍສະເພາະລະດູໜາວ ທີ່ມີກາງຄືນດົນກວ່າຍາມຮ້ອນ. ດັ່ງນັ້ນ ໃຜທີ່ຮູ້ສຶກເສົ້າ ແລະຕຶງຄຽດຫຼາຍ ແນະນຳໃຫ້ອອກກຳລັງກາຍຢ່າງສະໝຳ່ສະເໝີ ເພາະວ່າ ການທີ່ເຮັດໃຫ້ຮ່າງກາຍໄດ້ເຄື່ອນໄຫວຕະຫຼອດ ຈະຊ່ວຍກະຕຸ້ນໃຫ້ສະໝອງຫຼັ່ງສານຄວາມສຸກອອກມາ ຈຶ່ງຊ່ວຍຜ່ອນຄາຍຄວາມກັງວົນ ແລະບັນເທົາອາການຊຶມເສົ້າໄດ້ດີຂຶ້ນ. 
  1. ອາກາດເຢັນໆ ເຮັດໃຫ້ອອກກຳລັງກາຍໄດ້ສະບາຍຂຶ້ນ: ນຶ່ງໃນຂໍ້ອ້າງຂອງຄົນທີ່ບໍ່ມັກອອກກຳລັງກາຍ ກໍຄື “ອາກາດຮ້ອນ”  ຫຼາຍຄົນຈຶ່ງມັກເຂົ້າ ຟິດເນັດ ທີ່ຕິດແອເຢັນໆນັ້ນເອງ. ແຕ່ຖ້າເປັນຍາມໜາວແບບນີ້ ທ່ານກໍບໍ່ຈຳເປັນຕ້ອງເຂົ້າຟິດເນັດ ເພື່ອໜີຮ້ອນອີກຕໍ່ໄປ ຄື ສາມາດອອກກຳລັງກາຍຢູ່ບ່ອນໃດກໍໄດ້. 
  1. ແສງແດດພໍດີ: ແສງແດດໃນຍາວໜາວເໝາະກັບການອອກກຳລັງກາຍກາງແຈ້ງທີ່ສຸດ ເພາະບໍ່ຮ້ອນຈົນຮູ້ສຶກຄືກັນກັບຖືກໄຟເຜົາຄືກັບຍາມຮ້ອນ ເຮັດໃຫ້ໄດ້ຮັບວິຕາມິນ D ຈາກແສງແດດ ຊຶ່ງຊ່ວຍກະຕຸ້ນການດູດຊຶມແຄວຊຽມ ເຂົ້າສູ່ຮ່າງກາຍໄດ້ດີຍິ່ງຂຶ້ນ, ເຮັດໃຫ້ກ້າມຊີ້ນ ແລະກະດູກສ່ວນຕ່າງໆ ແຂງແຮງໄປຕາມໆກັນ. ແຕ່ກໍບໍ່ໝາຍຄວາມວ່າ ໃຫ້ໄປແລ່ນໃນຕອນແດດກ້າໆ, ແຕ່ໝາຍເຖິງແດດໃນຍາມເຊົ້າ ຫຼື ຄ້າຍແລງ. 
  1. ອາກາດໜາວ ເຮັດໃຫ້ອ້ວນງ່າຍ: ອາກາດໜາວ ມັກເຮັດໃຫ້ຫຼາຍຄົນ ກາຍເປັນຄົນຂີ້ຄ້ານ ຄື ບໍ່ຢາກເຮັດຫຍັງ ແຖມຍັງຢາກກິນຫຼາຍກວ່າເກົ່າ ເພາະຮ່າງກາຍຈະປ່ຽນໄຂມັນຈາກອາຫານເປັນພະລັງງານ ເພື່ອສ້າງຄວາມອົບອຸ່ນໃຫ້ຮ່າງກາຍ, ບາງຄົນຍັງເລືອກດື່ມນຳ້ເມົາ ເພາະຊ່ວຍໃຫ້ຮ່າງກາຍອຸ່ນຂຶ້ນ. ແຕ່ອັນນີ້ ມັນຈະເຮັດໃຫ້ນຳ້ໜັກພຸ່ງຂຶ້ນເດີ! ສະນັ້ນ ຄວນຫັນມາອອກກຳລັງກາຍຈະດີກວ່າ. 

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...