ຊົມຄວາມງົດງາມ 3 ນ້ຳຕົກຕາດ ທີ່ແຂວງ ວຽງຈັນ.

ຕາດປາຍ, ຕາດກາງ ແລະ ຕາດຊາວວາ (ຫຼື ຕາກຊາວາ) ເປັນ 3 ນ້ຳຕົກຕາດ ທີ່ມີຄວາມສວຍງາມ ແລະ ອຸດົມສົມບູນ ເຊິ່ງຕັ້ງຢູ່ໃກ້ກັບບ້ານ ນ້ຳແຄ້, ເມືອງ ທຸລະຄົມ, ແຂວງ ວຽງຈັນ.

ຂອບໃຈຮູບພາບງາມໆ ຈາກ: Kizuna L. Chanthavong

ທັງ 3 ຕາດນີ້ເວົ້າໄດ້ວ່າມີຄວາມງົດງາມເປັນອັນດັບຕົ້ນໆຂອງ ປະເທດລາວ ເລີຍລະ! ຕັ້ງຢູ່ໃນເຂດ ປ່າສະຫງວນແຫ່ງຊາກ ພູເຂົາຄວາຍ, ເຊິ່ງຕາດທັງ 3 ນີ້ແມ່ນຕັ້ງຢູ່ສາຍຫ້ວຍນ້ຳແຄ້ ແລະ ແຕ່ລະຕາດຢູ່ຫ່າງກັນປະມານ 500-1.000 ແມັດ, ມີຄວາມສູງແຕກຕ່າງກັນ ເໝາະສຳລັບນັກທ່ອງທ່ຽວສາຍຍ່າງປ່າ ແລະ Running Trail .

ຂອບໃຈຮູບພາບງາມໆ ຈາກ: Kizuna L. Chanthavong

ສຳລັບ ການເດີນທາງແມ່ນສາມາດໄປໄດ້ທັງລົດຈັກ ແລະ ລົດໃຫຍ່ ເຊິ່ງເດີນທາງອອກຈາກສີ່ແຍກໄຟແດງ ດົງໂດກ ໄປຕາມເສັ້ນທາງ ທີ່ຈະໄປຫາ ບ້ານເກີນ, ເມື່ອຮອດສາມແຍກ ບໍລິເວນທາງເຂົ້າແດນສະຫວັນ ໃຫ້ລ້ຽວຂວາ ແລ້ວຂັບຕໍ່ໄປຍັງ ແດນສະຫວັນນໍ້າງື່ມ ຣີສອດ (ເຂດທ່າເຮືອ), ໃນກໍລະນີທີ່ຂີ່ລົດໃຫຍ່ ຈະຕ້ອງໄດ້ຈອດລົດໄວ້ຢູ່ທີ່ ແດນສະຫວັນ ແລ້ວຈ້າງເຮືອເພື່ອເດີນທາງຕໍ່ ໄປຫາບ້ານ ນໍ້າແຄ້ ເພື່ອທີ່ຈະໄດ້ຍ່າງຕໍ່ໄປຍັງນໍ້າຕົກຕາດ.

ຂອບໃຈຮູບພາບງາມໆ ຈາກ: Kizuna L. Chanthavong

ແຕ່ຖ້າຂີ່ລົດຈັກ ໄປສາມາດຂີ່ລົດໄປເຖິງ ບ້ານນໍ້າແຄ້ ໄດ້ເລີຍ, ເຊິ່ງສາມາດຂັບຕໍ່ຕາມເສັ້ນທາງທາງດິນແດງ ໂດຍຂີ່ອອກຈາກ ປໍ້ານໍ້າມັນ ຂອງ ແດນສະຫວັນ ລຽບຕາມຂອບ ອ່າງນໍ້າງື່ມ 1 ໄປທາງທິດເໜືອ (ທາງຂ້ອນຂ້າງລຳບາກແດ່ ໂດຍສະເພາະໃນຍາມຝົນ) ເຊິ່ງເປັນໄລະທາງປະມານ 8 ກມ.

ຂອບໃຈຮູບພາບງາມໆ ຈາກ: Kizuna L. Chanthavong

ເມືອໄປເຖິງ ບ້ານນໍ້າແຄ້ ແລ້ວ ໃຫ້ຍ່າງໄປຕາມ ສາຍຫ້ວຍນໍ້າແຄ້ ເຂົ້າໄປໃນ ປ່າສະຫງວນ ເພື່ອຈະຂຶ້ນໄປຍັງບໍລິເວນນໍ້າຕົກ ປະມານ 7 ກມ (ຫຼື ປະມານ 2 ຊົ່ວໂມງເຄິ່ງ) ກໍຮອດຈຸດໝາຍແລ້ວ.

ລອງໃຫ້ທ່ານອອກໄປພິສູດດ້ວຍຕົນເອງເບິ່ງວ່າ ສະຖານທີ່ຈິງຈະງາມຄືໃນພາບ ຫຼື ບໍ່?

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...