ຂ່າວເດັ່ນ! ໜັງສືພິມວຽງຈັນທາຍ

ປະຈຳວັນທີ 29 ມັງກອນ 2022 | ໜັງສືພິມວຽງຈັນທາຍ ໄດ້ໃຫ້ຮູ້ວ່າ:

ສປປ ລາວ ມີໂຄງການພັດທະນາພະລັງງານໄຟຟ້າແສງຕາເວັນເຖິງ 58 ໂຄງການ

ກະຊວງພະລັງງານ ແລະ ບໍ່ແຮ່ ໄດ້ລາຍງານວ່າ ຮອດປັດຈຸບັນ ປະເທດລາວມິ 58 ໂຄງການລົງທຶນກ່ຽວກັບໂຄງການພັດທະນາພະລັງງານໄຟຟ້າແສງຕາເວັນຊຶ່ງເປັນການລົງທຶນຂອງນັກທຸລະກິດພາຍໃນ ແລະ ຕ່າງປະເທດ

58 ໂຄງການດັ່ງກ່າວລວມມີກຳລັງຕິດຕັ້ງທັງໝົດ 7.656 ເມັກກາວັດ ຊຶ່ງ 8 ໃນ 58 ໂຄງການແມ່ນກໍ່ສ້າງສຳເລັດແລ້ວ ແລະ ອີກ 50 ໂຄງການຍັງຢູ່ໃນຂັ້ນຕອນສຶກສາຄວາມເປັນໄປໄດ້, ບັນດາໂຄງການດັ່ງກ່າວສ່ວນຫຼາຍແມ່ນຢູ່ບັນດາແຂວງພາກເໜືອ ແລະ ພາກໃຕ້…ອ່ານຕໍ່

ປກສ ແຂວງບໍ່ແກ້ວ ຈັບຢຶດຢາບ້າ ແລະ ຢາໄອສ໌ໄດ້ 4 ໂຕນກ່ວາ

ໃນວັນທີ 26 ມັງກອນ 2022 ທີ່ຜ່ານມາ, ເວລາປະມານ 17:30 ໂມງ ເຈົ້າໜ້າທີ່ ປກສ ແຂວງບໍ່ແກ້ວ ມ້າງຄະດີຢາເສບ ຕິດລາຍໃຫຍ່ ຢູ່ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ ແລະຈັບເປົ້າໝາຍ ໄດ້ 4 ຄົນ

ພ້ອມຂອງກາງ ຢາບ້າ 18.240 ມັດ ເທົ່າກັບ 36.480.000 ເມັດ, ໜັກ 3.648 ກິໂລກຼາມ; ຢາໄອສ໌ 590 ກິໂລກຼາມ; ເຮໂຣອິນ 2 ແທ່ງ,ປືນສັ້ນ 1 ກະບອກ ແລະ ລົດໃຫຍ່ 4 ຄັນ…ອ່ານຕໍ່

ອົງການອາຫານໂລກໄດ້ສືບຕໍ່ ປັບປຸງຄວາມໝັ້ນຄົງທາງດ້ານສະບຽງອາຫານໃນລາວ

ອົງການອາຫານໂລກໄດ້ສືບຕໍ່ໃຫ້ຄໍາໝັ້ນສັນຍາໃຫ້ການຊ່ວຍເຫຼືອແກ່ລັດຖະບານລາວ ໃນການປັບປຸງ ຄວາມໝັ້ນຄົງທາງດ້ານສະບຽງອາຫານ ແລະ ຫຼຸດຜ່ອນການຂາດສານອາຫານ.

ເພື່ອໃຫ້ເປັນໄປແຜນບູລິມະສິດ ຂອງແຜນພັດທະນາເສດຖະກິດສັງຄົມແຫ່ງຊາດ 5 ປີ ຄັ້ງທີ IX (2021-2025) ເຊິ່ງເປັນການປະກອບສ່ວນເຮັດໃຫ້ ສປປ ລາວ ຫຼຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາ ແລະ ບັນລຸເປົ້າໝາຍການພັດທະນາແບບຍືນຍົງ ໃນປີ 2030…ອ່ານຕໍ່

ບົດ​ຄວາມ​ທີ່​ຜ່ານ​ມາ
ບົດ​ຄວາມ​ຕໍ່​ໄປ

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...