ບັນຫາກ່ຽວກັບໄຂ່ຫຼັງ ເປັນເລື່ອງທີ່ຢູ່ກັບມະນຸດມາແຕ່ດົນ. ນອກຈາກນີ້ ຜູ້ທີ່ເປັນໂຣກເບົາຫວານ, ໂຣກຫົວໃຈ ແລະໂຣກຄວາມດັນເລືອດສູງ ກໍຍັງມີຄວາມສ່ຽງຕໍ່ການເປັນໂຣກໄຂ່ຫຼັງອີກດ້ວຍ. ແນວໃດກໍດີ ການປັບພຶດຕິກໍາການກິນເລັກໜ້ອຍ ສາມາດຫຼຸດຄວາມສ່ຽງຕໍ່ບັນຫານີ້ໄດ້.

ຕໍ່ໄປນີ້ຄືບັນດາອາຫານທີ່ຊ່ວຍບໍາລຸງໄຂ່ຫຼັງ.  

ບ່ອນສະແດງໂຄສະນາ


ກົດທີ່ພາບນີ້ ເພື່ອເບິ່ງຂໍ້ມູນເພິ່ມເຕິມ

  1. ກະທຽມສົດ ແລະ ຫົວຜັກບົ່ວ: ມີຄຸນປະໂຫຍດຕ້ານອາການອັກເສບ, ຫຼຸດຄໍເລດສະເຕີຣອນ ແລະ ປະກອບດ້ວຍສານ ແອນຕີອອກຊີແດນ ທີ່ຕ້ານໂຣກມະເຮັງ. 
  1. ພືດຕະກູນກະລໍ່າປີ ເຊັ່ນ: ກະລໍ່າປີສີຂຽວເຂັ້ມ (ຜັກເຄວ: Kale), ບຣອກໂຄລີ ປະກອບໄປດ້ວຍ ໄຟເບີ, ວິຕາມິນຊີ ແລະວິຕາມິນເຄ ທີ່ດີຕໍ່ໄຂ່ຫຼັງ. 
  1. ໄຂ່ຂາວ: ມີໂພແທສຊຽມ, ຟອສຟັດ ແລະ ທາດເຫຼັກ ທີ່ດີຕໍ່ໄຂ່ຫຼັງ. 
  1. ປາສົດ ເຊັ່ນ: ປາແຊວມອນ, ປາຊາດີນ, ປາເທຣົາ ທີ່ມີໂປຼຕິນ ແລະ ໂອເມກາ 3 ທີ່ຄົນເຮົາບໍ່ສາມາດຜະລິດເອງໄດ້. ການກິນປາທີ່ສົດເປັນປະຈຳ ຈະຫຼຸດຄວາມສ່ຽງເປັນໂຣກຫົວໃຈ, ຄວາມດັນເລືອດ ແລະ ຄໍເລດສະເຕີຣອນສູງ. 
  1. ແຄນເບີຣີ່: ຈະຊ່ວຍເພີ່ມຄວາມເປັນກົດຂອງປັດສາວະ ຊຶ່ງຫຼຸດຄວາມສ່ຽງໃນການເປັນ ພົກຍ່ຽວອັກເສບ. 
apple isolated on wood background
  1. ແອັບເປິ້ນ: ການກິນແອັບເປິ້ນ ຊ່ວຍຫຼຸດຄວາມສ່ຽງໃນການເປັນໂຣກຫົວໃຈ, ໂຣກມະເຮັງ ແລະ ຄໍເລດສະເຕີຣອນສູງ. 
Bottle pouring virgin olive oil in a bowl close up
  1. ນໍ້າມັນໝາກກອກ: ຄວາມຈິງແລ້ວ ຈຳນວນປະຊາຊົນ ທີ່ເປັນໂຣກຫົວໃຈ ຫຼື ມະເຮັງ ໃນປະເທດທີ່ມີການໃຊ້ນໍ້າມັນໝາກກອກ ໜ້ອຍກວ່າປະເທດທີ່ໃຊ້ນໍ້າມັນ. ນໍ້າມັນໝາກກອກ ເຕັມໄປດ້ວຍສານແອນຕີອອກຊິີແດນ ທີ່ຕ້ານໂຣກມະເຮັງໄດ້. 

Hits: 0

LEAVE A REPLY

ກະລຸນາໃສ່ຄໍາເຫັນຂອງທ່ານ!
ກະລຸນາໃສ່ຊື່ຂອງທ່ານທີ່ນີ້