ຂ່າວເດັ່ນ! ໜັງສືພິມວຽງຈັນທາຍ

ປະຈຳວັນທີ 5 ກຸມພາ 2022 | ໜັງສືພິມວຽງຈັນທາຍ ໄດ້ໃຫ້ຮູ້ວ່າ:

ບຸນຊ້າງ ແຂວງໄຊຍະບູລີ ປະຈໍາປີ 2022 ຈະຈັດພຽງວັນດຽວ

ອໍານາດການປົກຄອງ ແຂວງໄຊຍະບູລີແຈ້ງໃຫ້ຮູ້ວ່າ:  ສຳລັບກິດຈະກໍາບຸນຊ້າງທີ່ຈະຈັດໃນວັນທີ 20 ກຸມພາ 2021, ຈະມີພິທີຕັກບາດເພື່ືອອຸທິດສ່ວນບຸນກຸສົນໃຫ້ຊ້າງ, ແຫ່ຂະບວນຊ້າງ, ບາສີສູ່ຂວັນຊ້າງ, ຈັດອາຫານບຸບເຟໃຫ້ຊ້າງກິນເພື່ອເປັນການສ້າງເງື່ອນໄຂໃຫ້ຊ້າງມີໂອກາດໄດ້ມາພົບປະກັນ.

ບຸນຊ້າງ ເປັນໜຶ່ງໃນງານສຳຄັນຂອງແຂວງໄຊຍະບູລີ ແລະ ປົກກະຕິຈະຈັດຂຶ້ນໃນໄລຍະ 2-3 ວັນ ໂດຍມີຫຼາຍກິດຈະກໍາລວມມີການສະແດງຊ້າງ ແລະ ການສະແດງສິນຄ້າຂອງທ້ອງຖິ່ນໜຶ່ງເມືອງໜຶ່ງຜະລິດຕະພັນ…ອ່ານຕໍ່

FAO ສືບຕໍ່ຊ່ວຍເຫຼືອປ້ອງກັນ ພະຍາດອະຫິວາໝູ ອາຟຣິກາຢູ່ປະເທດລາວ

ອົງການອາຫານ ແລະ ການກະເສດແຫ່ງສະຫະປະຊາຊາດ (FAO) ໄດ້ສືບຕໍ່ສະໜັບສະໜູນລັດຖະບານລາວເພື່ອເສີມສ້າງຄວາມເຂັ້ມແຂງໃນຂະແໜງສຸຂະພາບສັດເພື່ອໂຕ້ຕອບ ແລະ ຄວບຄຸມພະຍາດອະຫິວາໝູອາຟຣິກາທີ່ພົບໃນປະຊາກອນໝູຢູ່ປະເທດລາວ ໂດຍມີການເປີດໂຄງການຊ່ວຍເຫຼືອດັ່ງກ່າວໃນວັນທີ 3 ກຸມພາ 2022 ທີ່ຜ່ານມາ ໃນນະຄອນຫຼວງວຽງຈັນ.

ຈຸດປະສົງຂອງໂຄງການແມ່ນເພື່ອຫຼຸດຜ່ອນຄວາມສ່ຽງທີ່ອາດເປັນໄປໄດ້ໃນການນໍາເອົາ ແລະ ການແຜ່ລະບາດ ພ້ອມທັງຜົນກະທົບຈາກພະຍາດດັ່ງກ່າວ ແລະ ບັນດາພະຍາດສັດຂ້າມແດນທີ່ກໍ່ໃຫ້ເກີດຜົນກະທົບຮ້າຍແຮງອື່ນໆໃນປະເທດລາວ…ອ່ານຕໍ່

ນັກທຸລະກິດລາວ ລົງທຶນສ້າງ ໂຮງໝໍເອກກະຊົນແຫ່ງ ທໍາອິດຢູ່ແຂວງໄຊຍະບູລີ 15 ຕື້ກີບ

ທ່ານ ສຸກຄໍາພີ ບຸນຍາວົງ ໄດ້ລົງທຶນສ້າງໂຮງໝໍເອກະຊົນແຫ່ງທໍາອິດຢູ່ແຂວງໄຊຍະບູລີໂດຍມີຊື່ວ່າໂຮງໝໍໄຊຍະເວດ ຈໍາກັດຜູ້ດຽວ ຊຶ່ງຕັ້ງຢູ່ບ້ານສີເມືອງ ໃນໃຈກາງເມືອງໄຊຍະບູລີ ຊຶ່ງມີມູນຄ່າການລົງທຶນສູງເຖິງ 15 ຕື້ກີບ ໂດຍເລີ່ມມີການກໍ່ສ້າງເປັນທີ່ຮຽບຮ້ອຍແລ້ວໂດຍມີພິທີວາງສີລາລຶກເມື່ອມໍ່ໆມານີ້

ໂຮງໝໍດັ່ງກ່າວເປັນໂຮງໝໍຂະໜາດ 45 ຕຽງນອນ (ລວມທັງຕຽງໄອຊີຢູ) ມີເນື້ອທີ່ທັງໝົດ 5.000 ຕາເມັດໂດຍແບ່ງເປັນມູນຄ່າການກໍ່ສ້າງອາຄານ ຢ່າງເປັນລະບົບຄົບຊຸດ 6,4 ຕື້ກີບ ຊຶ່ງປະກອບມີ 4 ຕຶກ…ອ່ານຕໍ່

ບົດ​ຄວາມ​ທີ່​ຜ່ານ​ມາ
ບົດ​ຄວາມ​ຕໍ່​ໄປ

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...