ພະທາດແມວສີ ເມືອງລອງ ກຽມບູລະນະຄືນໃໝ່.

ພະທາດແມວສີ, ກຸ່ມບ້ານສະ, ເມືອງລອງ, ແຂວງ ຫຼວງນ້ຳທາ ເປັນພະທາດເກົ່າແກ່ທີ່ສັກສິດ ທີ່ຊາວບ້ານເຄົາລົບນັບຖື ກຳລັງຈະໄດ້ຮັບການບູລະນະຄືນໃໝ່ ເນື່ອງຈາກພະທາດອົງດັ່ງກ່າວເປ່ເພເສຍຫາຍ.

ໃນວັນທີ 1 ກຸມພາ 2022 ທີ່ຜ່ານມາ ທາງຄະນະຈັດຕັ້ງ ເມືອງລອງ ກໍໄດ້ຈັດພິທີເປີດ ການບູລະນະ ແລະ ກໍ່ສ້າງ ພະທາດແມວສີ ຄືນໃໝ່ ໂດຍການເຂົ້າຮ່ວມຂອງ ທ່ານ ອຸ່ນຄໍາ ວັນປະເສີດ, ຫົວໜ້າຫ້ອງການຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວເມືອງ, ພຣະອາຈານ ອຸໄທ ສໍວຽງໄຊ, ຄະນະປະຈໍາ ອົງການພຸດທະສາສະນາສໍາພັນລາວ, ພ້ອມດ້ວຍຂະແໜງການທີ່ກ່ຽວຂ້ອງຂັ້ນເມືອງ, ອົງການຈັດຕັ້ງບ້ານ, ເຖົ້າແກ່ແນວໂຮມ ແລະ ຜູ້ມີຈິດໃຈອັນເຫຼື້ອມໃສສັດທາ ເຂົ້າຮ່ວມ.

ໃນພິທີດັ່ງກ່າວ ກໍໄດ້ມີການ ເຮັດພິທີທາງສາສະໜາ ເພື່ອຂໍຂະມາເຈົ້າຖິ່ນ-ເຈົ້າຖານ ແລະ ສິ່ງສັກສິດທັງຫຼາຍ ຕາມຮິດຄອງປະເພນີ, ເຊິ່ງການບູລະນະ ແລະ ກໍ່ສ້າງ ພະທາດແມວສີ ຢູ່ກຸ່ມບ້ານສະ ໃນຄັ້ງນີ້ ແມ່ນຈະໄດ້ນໍາໃຊ້ທຶນ ຈາກການປະກອບສ່ວນຂອງບັນດາຊາວພຸດທະສາສະນິກະຊົນ ທັງພາຍໃນ ແລະ ຕ່າງປະເທດ ເພື່ອສ້າງໄດ້ອົງພະທາດດວງໃໝ່ ໃຫ້ບັນດາຊາວພຸດທະສາສະນິກະຊົນທັງຫຼາຍທີ່ເຄົາລົບນັບຖື ໄດ້ມາກາບໄຫວ້ບູຊາ ທັງຕິດພັນກັບການພັດທະນາ ແລະ ເສີ່ມຂະຫຍາຍ ແຫຼ່ງທ່ອງທ່ຽວທາງດ້ານວັດທະນະທໍາ ໃຫ້ຍືນຍົງຕະຫຼອດໄປ.

ທີ່ມາ: ຄໍາອ່ອນ ແສງອຸ່ນ ນັກຂ່າວເມືອງລອງ

ບົດ​ຄວາມ​ທີ່​ຜ່ານ​ມາ
ບົດ​ຄວາມ​ຕໍ່​ໄປ

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...