Sunday, February 16, 2025

ປະຫວັດ ພຣະທາດສີໂຄດຕະບອງ

ພຣະທາດສີໂຄດຕະບອງ ເປັນປູສະນີຍະສະຖານ ແລະ ເປັນສັນຍາລັກຂອງ ແຂວງ ຄໍາມ່ວນ ຕັ້ງຢູ່ເຂດ ບ້ານ ສີໂຄດ, ເມືອງ ທ່າແຂກ, ແຄມແມ່ນໍ້າຂອງ ເຊິ່ງຫ່າງຈາກຕົວເມືອງ ທ່າແຂກ ໄປທາງທິດໃຕ້ປະມານ 6 ກິໂລແມັດ, ພຣະທາດອົງນີ້ ສ້າງຂຶ້ນໃນສະໄໝອານາຈັກ ສີໂຄດຕະບອງ ລະຫວ່າງ ສັດຕະວັດທີ 6-8 ເປັນບ່ອນບັນຈຸອັດຖິ (ກະດູກ) ຂອງພຣະພຸດທະເຈົ້າ.  

ພາບຈາກ: ພຣະທາດສີໂຄດຕະບອງ 

ໃນສັດຕະວັດທີ 16 ເຈົ້າໄຊຍະເຊດຖາທິຣາຊ ໄດ້ປະຕິສັງຂອນໃຫ້ເປັນແບບສິລະປະລ້ານຊ້າງ ໂດຍເພີ່ມປະຕິມະກໍາດອກບົວ ຕິດໃສ່ຈອມໃນປີ ຄສ 1539 ປັດຈຸບັນ ພຣະທາດສີໂຄດຕະບອງ ປະກອບດ້ວຍເສດຕະສັດ 7 ຊັ້ນ, ສູງ 2 ແມັດ ໃນແກນເປັນເຫຼັກ ສ່ວນ ເສດຕະສັດ ແມ່ນເຮັດດ້ວຍເງິນ ແລະ ຄໍາ, ຢູ່ປາຍມີໂຄມແກ້ວ ແລະ ບໍລິເວນຕີນພຣະທາດ ກວ້າງດ້ານລະ 25 ແມັດ, ສູງ 30 ແມັດ. 

ພາບຈາກ: ພຣະທາດສີໂຄດຕະບອງ 

ພຣະທາດສີໂຄດຕະບອງ ຖືກຮຽກຂານຕາມຊື່ນະຄອນເກົ່າ ແລະ ຣາຊວົງເກົ່າ ສີໂຄດຕະບອງ ທີ່ໄດ້ຍົກຍ້າຍ ນະຄອນມາຈາກ ເມືອງ ສີໂຄດຕະບອງ, ນະຄອນຫຼວງ ວຽງຈັນ ຕາມພຣະຣາຊອົງການຂອງ ພຣະເຈົ້າແຜ່ນດິນລ້ານຊ້າງ. ພຣະທາດອົງນີ້ ຖືກສ້າງຂຶ້ນໃໝ່ ແທນອົງເດີມພຣະທາດເກົ່າ ເຊິ່ງເປັນທີ່ບັນຈຸພຣະບໍຣົມສາລີຣິຄະທາດຂອງ ພຣະພຸດທະເຈົ້າເຖິງ 4 ພຣະອົງ ທີ່ບໍ່ແມ່ນພະອັດຖິ ພະເຈົ້າສີໂຄດຕະບອງ ດັ່ງທີ່ເຂົ້າໃຈ, ນອກນີ້ ໃນຫໍສິມເບື້ອງເໜືອ ຍັງມີພຣະເຈົ້າໃຫຍ່ ທີ່ສ້າງຂຶ້ນໂດຍ ພຣະເຈົ້າອະນຸຕຣຸທຣາຊາ ອີກດ້ວຍ. 

ໃນສະໄໝ ເມືອງວຽງຈັນ ເກີດຄວາມເດືອດຮ້ອນມີ ຊ້າງປ່າ ບຸກເຂົ້າມາທໍາລາຍໄຮ່ນາ-ຮົ້ວສວນ, ເຄື່ອງປູກຂອງຝັງຕະຫຼອດຮອດບ້ານເຮືອນຂອງປະຊາຊົນ, ເຈົ້າເມືອງວຽງຈັນ ຈຶ່ງປະກາດຫາຄົນດີມາປາບຊ້າງ ຖ້າໃຜປາບໄດ້ຈະຍົກພະທິດາແຫ່ງວຽງຈັນໃຫ້ເປັນຄູ່ຄອງ, ທ້າວສີໂຄດ ຜູ້ມີອາວຸດວິເສດເປັນກະບອງເພັດ ຜູ້ທີ່ມີວິຊາເກັ່ງກ້າຫາໃຜປຽບບໍ່ໄດ້ກໍຮັບອາສາມາປາບຊ້າງ ແລະ ກໍສາມາດປາບຊ້າງໄດ້ສໍາເລັດ, ພະເຈົ້າແຜ່ນດິນຈຶ່ງຍົກ ເຈົ້ານາງ ຂຽວຂອມເທວີ ພະທິດາ ໃຫ້ແກ່ ທ້າວສີໂຄດ ແລ້ວສ້າງຜາສາດຫີນໃຫ້ຢູ່.  

ພາບຈາກ: ພຣະທາດສີໂຄດຕະບອງ 

ຕໍ່ມາພະຍາວຽງຈັນ ຢ້ານວ່າ ທ້າວສີໂຄດ ຈະຍາດແຍ່ງລາຊະບັນລັງ ຈຶ່ງໃຊ້ກົນອຸບາຍຕ່າງໆ ເພື່ອຈະກໍາຈັດ ທ້າວສີໂຄດແຕ່ບໍ່ສໍາເລັດ ເພາະ ທ້າວສີໂຄດ ຟັນແທງບໍ່ເຂົ້າຈຶ່ງຂ້າບໍ່ຕາຍ, ພະເຈົ້າວຽງຈັນຈຶ່ງຄິດກົນອຸບາຍໂດຍຕົວະຖາມຈາກທິດາຂອງຕົນວ່າ: ຍ້ອນຫຍັງທ້າວສີໂຄດຈຶ່ງເປັນຄົນເກັ່ງ ແລະ ຂ້າບໍ່ຕາຍ ລູກສາວບໍ່ຮູ້ເລ່ກົນຂອງພໍ່ ຈຶ່ງໄດ້ໄປຖາມ ທ້າວສີໂຄດວ່າ: ເປັນຫຍັງອ້າຍຈຶ່ງເປັນຄົນເກັ່ງ ແລະ ຂ້າບໍ່ຕາຍ ທ້າວສີໂຄດ ບໍ່ຮູ້ເຖິງອັນຕະລາຍທີ່ຈະເກີດກັບຕົນເອງ, ຍ້ອນຄວາມຮັກເມຍ ຈຶ່ງເລົ່າເລື່ອງສະໄໝບວດເປັນຈົວໃຫ້ເມຍຟັງ ທີ່ຕົນເອງສາມາດປາບຊ້າງໄດ້ນັ້ນ ກໍເພາະຄັ້ງໜຶ່ງໄດ້ຫຸງເຂົ້າຖວາຍຍາພໍ່ໄດ້ຫັກເອົາໄມ້ດິບມາຄົນໝໍ້ເຂົ້າເຮັດໃຫ້ເຂົ້ານັ້ນກາຍເປັນສີດໍາຍາພໍ່ໃຈຮ້າຍຈຶ່ງສັ່ງໃຫ້ ຈົວສີໂຄດ ກິນເຂົ້າໝໍ້ນັ້ນຄົນດຽວ ຕໍ່ມາຈຶ່ງເຮັດໃຫ້ ຈົວສີໂຄດ ມີພະລັງມະຫາສານ ອີກທັງຟັນແທງບໍ່ເຂົ້າ, ຂ້າບໍ່ຕາຍດ້ວຍດາບ ເມຍກໍຖາມຕໍ່ໄປວ່າມີທາງໃດທີ່ຄົນອື່ນຈະຂ້າເຈົ້າອ້າຍໃຫ້ຕາຍໄດ້ ທ້າວສີໂຄດ ບໍ່ຄິດວ່າເມຍຈະສາມາດຂ້າຕົວເອງລົງຄໍໄດ້ ຈຶ່ງຕອບໄປວ່າ: ເຂົ້າທາງຮູເກົ່າ (ຮູທະວານ) ເທົ່ານັ້ນກໍຕາຍດອກ ພະທິດາຈຶ່ງໄດ້ນໍາເອົາຄວາມໄປເລົ່າໃຫ້ພໍ່ຟັງ, ພະເຈົ້າແຜ່ນດິນຈຶ່ງຫາກົນອຸບາຍທີ່ຈະຂ້າ ທ້າວສີໂຄດ ໂດຍການເຊີນ ທ້າວສີໂຄດ ໄປຮ່ວມສະເຫວີຍອາຫານທີ່ພະລາຊະວັງ ແລະ ໃກ້ໆ ບໍລິເວນນັ້ນ ໄດ້ເຮັດສ້ວມຖ່າຍ ໂດຍໄດ້ວາງຫອກໄວ້ໃນສ້ວມນັ້ນ ພໍສະເຫວີຍອາຫານແລ້ວ ທ້າວ ສີໂຄດ ກໍເຂົ້າໄປຫ້ອງສ້ວມເຮັດໃຫ້ຫອກຂຶ້ນມາສຽບເຂົ້າຮູທະວານເປັນໄປຕາມແຜນການທີ່ວາງໄວ້ແຕ່ ທ້າວສີໂຄດ ບໍ່ຕາຍທັນທີ ແລະ ໄດ້ຮູ້ວ່າຕົນເອງ ເສຍຮູ້ຜູ້ຍິງແລ້ວ ຈຶ່ງໄດ້ກັບເມືອຕາຍທີ່ ເມືອງ ສີໂຄດຕະບອງ, ກ່ອນຕາຍທ້າວໄດ້ສາບແຊ່ງ ເມືອງວຽງຈັນ ວ່າ: ໃຫ້ຮຸ່ງເຮືອງພຽງຊ້າງພັບຫູ, ພຽງງູແລບລິ້ນ ເພາະຄົນວຽງຈັນ ເປັນຄົນບໍ່ມີສັດຈະທໍາ, ຂະໜາດວ່າ ທ້າວສີິໂຄດ ປາບຊ້າງໃຫ້ແລ້ວຍັງຫາວິທີກໍາຈັດໃຫ້ຕາຍໄດ້ລົງຄໍ. 

ທີ່ມາ: ພຣະທາດສີໂຄດຕະບອງ 

More from author

Related posts

Latest posts

VietJet ໄດ້ຮັບກຽດເປັນ “ສາຍການບິນທີ່ມີລາຄາຕໍ່າສຸດໃນໂລກ” ອີກຄັ້ງໜຶ່ງໃນປີ 2025

(ນະຄອນຫຼວງວຽງຈັນ, ວັນທີ 13 ກຸມພາ 2025) – VietJet ໄດ້ຮັບການສະເໜີຊື່ອີກຄັ້ງໜຶ່ງໃຫ້ເປັນຜູ້ຊະນະລາງວັນສາຍການບິນລາຄາປະຢັດພິເສດສຳລັບປີ 2025 ໂດຍລາງວັນນີ້ຖືເປັນໝວດໝູ່ລາງວັນສາຍການບິນທີ່ດີທີ່ສຸດຂອງໂລກຈາກ AirlineRatings.com, ເວັບໄຊຄວາມປອດໄພ ແລະ ການຈັດອັນດັບຜະລິດຕະພັນຂອງສາຍການບິນທີ່ໄດ້ຮັບການຍອມຮັບທົ່ວໂລກ.

ປະຢັດຄ່າປີ້ໂດຍສານໄປທ່ຽວປະເທດຫວຽດນາມ ດ້ວຍສ່ວນຫຼຸດ 50% ຂອງ Vietjet.

(ນະຄອນຫຼວງວຽງຈັນ, ວັນທີ 10 ກຸມພາ 2025) – ເລີ່ມຕົ້ນການເດີນທາງທີ່ໜ້າຕື່ນຕາຕື່ນໃຈຂອງລະດູໃບໄມ້ປົ່ງສຳລັບສາຍການບິນ Vietjet ທີ່ເປີດຕົວໂປຣໂມຊັນໃນອາທິດທອງ ເຊິ່ງມີສ່ວນຫຼຸດເຖິງ 50% ທຸກເສັ້ນທາງໃນລະຫວ່າງວັນທີ 10 – 16 ກຸມພາ 2025 ສຳລັບນັກທ່ອງທ່ຽວຈາກລາວທີ່ກຳລັງວາງແຜນຈະມາທ່ຽວຫວຽດນາມ ເພື່ອສຳຜັດທຳມະຊາດທີ່ງົດງາມ, ປະຫວັດສາດອັນຍາວນານ ຫຼື ເມືອງທີ່ມີຄວາມໜ້າຕື່ນຕາຕື່ນໃຈ ເຊິ່ງເໝາະກັບຊ່ວງເວລານີ້ທີ່ຈະວາງແຜນໄປທ່ອງທ່ຽວ.

VietJet ລາຍງານຜົນປະກອບການທຸລະກິດສູງສຸດນັບແຕ່ Covid-19 ໃນປີ 2024

(ນະຄອນຫຼວງວຽງຈັນ, ວັນທີ 07 ກຸມພາ 2025) – VietJet ສໍາເລັດການເຕີບໂຕທາງທຸລະກິດທີ່ໜ້າປະທັບໃຈໃນປີ 2024, ຂະຫຍາຍເຄື່ອຂ່າຍການບິນສາກົນ ແລະ ຝູງເຮືອບິນທີ່ທັນສະໄໝ ຂະນະດຽວກັນກໍ່ຍັງສ້າງລາຍໄດ້ ແລະ ກໍາໄລໃນລະດັບສູງສຸດເປັນປະຫວັດສາດ. ຄວາມສໍາເລັດຢ່າງຕໍ່ເນື່ອງຂອງສາຍການບິນແມ່ນ ບາດກ້າວອັນສໍາຄັນໃນການຟື້ນຕົວ ແລະ ຂະຫຍາຍໂຕຫຼັງຈາກໂລກລະບາດ Covid-19.