ຂໍຂອບໃຈນຳຜູ້ສະໜັບສະໜູນ

ໃນລະຫວ່າງວັນທີ 14-16 ກຸມພາ 2022 ແຂວງ ຈໍາປາສັກ ກຽມຈັດງານ ບຸນນະມັດສະການ ຜາສາດຫີນວັດພູ ຈໍາປາສັກ ປະຈໍາປີ 2022, ໂດຍປີນີ້ ຈະເນັ້ນໃສ່ການຈັດເພື່ອຮັກສາປະເພນີອັນດີງາມທີ່ເຄີຍປະຕິບັດສືບທອດກັນມາ ໂດຍບໍ່ມີການຄົບງັນ ທີ່ເປັນການມ່ວນຊື່ນຄືຫຼາຍປີຜ່ານມາ ເພື່ອປ້ອງກັນການລະບາດຂອງພະຍາດ ໂຄວິດ-19. 

ທ່ານ ໂສມ ບຸດຕະກຸນ, ຮອງເຈົ້າແຂວງຈໍາປາສັກ ໃຫ້ສໍາພາດຜ່ານລາຍການ ຮອບບ້ານຜ່ານເມືອງ ຂອງວິທະຍຸກະຈາຍສຽງແຫ່ງຊາດລາວ ໃນວັນທີ 3 ກຸມພາ 2022 ວ່າ: ຄະນະກໍາມະການຂັ້ນແຂວງ ແລະ ອົງການປົກຄອງເມືອງ ຈໍາປາສັກ ເຊີ່ງເປັນເມືອງທີ່ ຜາສາດຫີນວັດພູ ຕັ້ງຢູ່ ໄດ້ປຶກສາຫາລືຮ່ວມກັນ ແລະ ເຫັນດີໃຫ້ ເມືອງ ຈໍາປາສັກ ເປັນເຈົ້າພາບຈັດບຸນນະມັດສະການ ຜາສາດຫີນວັດພູ ຈໍາປາສັກ ປະຈໍາປີ 2022 ໂດຍໃຫ້ເນັ້ນໃສ່ຈັດຂຶ້ນເພື່ອຮັກສາປະເພນີອັນດີງາມທີ່ເຄີຍປະຕິບັດມາເປັນແຕ່ບູຮານນະການ ໂດຍຈະບໍ່ມີພິທີເປີດ ຫຼື ເຊີນການນໍາຂັ້ນສູງເຂົ້າຮ່ວມງານ ແລະ ຈະບໍ່ມີການຄົບງັນຢ່າງຄຶກຄື້ນຄືຫຼາຍປີຜ່ານມາ, ແຕ່ຈະມີການວາງສະແດງຂາຍສິນຄ້າໜຶ່ງເມືອງໜຶ່ງຜະລິດຕະພັນ ຫຼື ODOP ທີ່ເປັນຜະລິດຕະພັນຂອງ ປະຊາຊົນ ພາຍໃນແຂວງ, ລວມເຖິງຈັດການແຂ່ງຂັນບາງກິລາພື້ນເມືອງທີ່ເຄີຍຈັດມາ, ມີພິທີທາງສາສະໜາຂອງພະສົງ, ການວຽນທຽນ ແລະ ໃສ່ບາດ. ນອກຈາກນີ້ ໃນໂອກາດບຸນດັ່ງກ່າວ ຍັງຈະມີພິທີເປີດ ສວນອຸທິຍານແຫ່ງຊາດ ປ່າສະຫງວນ ແລະ ພິທີ ປູກຕົ້ນດອກຈໍາປາ ຢູ່ຂອບເຂດ ຜາສາດຫີນວັດພູຈໍາປາສັກ. 

ບ່ອນສະແດງໂຄສະນາ


ກົດທີ່ພາບນີ້ ເພື່ອເບິ່ງຂໍ້ມູນເພິ່ມເຕິມ

ທ່ານຮອງເຈົ້າແຂວງ ໃຫ້ຮູ້ຕື່ມວ່າ: ທຸກກິດຈະກໍາທີ່ຈະຈັດຂຶ້ນ ຈະປະຕິບັດຄວບຄູ່ກັບມາດຕະການປ້ອງກັນພະຍາດ ໂຄວິດ-19 ຢ່າງເຂັ້ມງວດ ເພາະພາຍໃນງານຈະມີທີມແພດປະຈໍາ ເພື່ອໂຄສະນາໃຫ້ຄວາມຮູ້ກ່ຽວກັບການປ້ອງກັນ, ລວມທັງການວັດແທກອຸນຫະພູມ ແລະ ການຊ່ວຍເຫຼືອຜູ້ໄປທ່ຽວງານ ໃນກໍລະນີສົງໃສວ່າຕິດເຊື້ອພະຍາດ ໂຄວິດ-19 ແລະອື່ນໆ. ພ້ອມນີ້, ທ່ານຍັງໄດ້ຮຽກຮ້ອງມາຍັງຜູ້ທີ່ຈະໄປທ່ອງທ່ຽວງານທຸກຄົນ ຈົ່ງເອົາໃຈໃສ່ປະຕິບັດມາດຕະການປ້ອງກັນພະຍາດ ໂຄວິດ-19 ຮ່ວມກັນຢ່າງເຂັ້ມງວດ ດ້ວຍການໃສ່ຜ້າອັດປາກ-ອັດດັງ, ການຮັກສາໄລຍະຫ່າງ ແລະ ອື່ນໆ. 

FM 90

Hits: 1

LEAVE A REPLY

ກະລຸນາໃສ່ຄໍາເຫັນຂອງທ່ານ!
ກະລຸນາໃສ່ຊື່ຂອງທ່ານທີ່ນີ້