Sunday, November 9, 2025
Kbank Laos โอน รับ จ่าย

ເປີດໂຕ Samsung Galaxy S22

ຊໍາຊຸງເປີດໂຕ Samsung Galaxy S22 ທົ່ວໂລກຢ່າງເປັນທາງການແລ້ວທັງ 3 ລຸ້ນໃນງານ Unpacked 2022 ໃນຄໍ່າຄືນທີ່ຜ່ານມາ ໂດຍຕອກຢໍ້າຄວາມເປັນຜູ້ນໍາດ້ານ ເຕັກໂນໂລຊີໂທລະສັບຊໍາຊຸງ ດ້ວຍຄຸນສົມບັດທີ່ທັນສະໄໝ ທະລຸທຸກຂີດຈໍາກັດຂອງໂທລະສັບມືຖືລະດັບ Flagship ທັງດ້ານການປະມວນຜົນ ການອອກແບບ ແລະ ປະສິດທິພາບຂອງກ້ອງ ແລະ ເປັນຄັ້ງທໍາອິດຂອງຕະກູນ S ທີ່ມີບິກ S Pen ຢູ່ໃນໂຕເຄື່ອງ. 

ການເປີດໂຕ Samsung Galaxy S22 ຄັ້ງນີ້ມີການເພີ່ມຄຸນສົມບັດໃໝ່ໃຫ້ຕະກູນ S ຫຼາຍຂຶ້ນກວ່າເກົ່າເຊັ່ນ: ການເພີ່ມ NPU ເພື່ອເຮັດໃຫ້ການປະມວນຜົນຂອງ AI ສາມາດເຮັດວຽກໄດ້ຢ່າງປະສິດທິພາບ ການປັບປຸງເຕັກນິກການປະມວນຜົນຂອງ PD/AF ເຮັດໃຫ້ຮູບຖ່າຍ ແລະ ວິດີໂອ ໄດ້ຜົນງານລະດັບມືອາຊີບ ແລະ ໜ້າຈໍແບບ Dynamic AMOLED ທີ່ແຈ້ງກວ່າເກົ່າ ແຕ່ປະຫຍັດພະລັງງານຫຼາຍຂຶ້ນ 

“ທີ່ສໍາຄັນ ເປັນຄັ້ງທໍາອິດທີ່ຜູ້ໃຊ້ຕະກູນ S Ultra ຈະສາມາດໃຊ້ງານ ແລະ ເກັບບິກ S Pen ໄວ້ໃນໂຕເຄື່ອງເລີຍ” 

ສໍາລັບ Samsung Galaxy S22 ທີ່ເປີດໂຕໃນຄັ້ງນີ້ພ້ອມກັນທັງ 3 ລຸ້ນ ປະກອບໄປດ້ວຍ S22, S22+ ແລະ S22 Ultra ໂດຍທຸກລຸ້ນ ໃຊ້ຊິບເຊັດ Snapdragon 8 Gen 1 ເຊິ່ງອອກແບບດ້ວຍສະຖາປັດຕະຍະກໍາ 4 ນາໂນແມັດ ເຮັດໃຫ້ປະມວນຜົນກຼາຟຟິກໄດ້ດີກວ່າ 26% ພ້ອມໜ່ວຍປະມວນຜົນ NPU ເຊິ່ງຈະເພີ່ມປະສິດທິພາບໃນການປະມວນຜົນ AI ໃຫ້ດີຂຶ້ນໄປອີກ 

ເຕັກໂນໂລຊີ ກ້ອງຄົມຊັດ ປະສານກັບ AI ທີ່ໃຫ້ຄຸນນະພາບລະດັບຮູບເງົາ 

ຊໍາຊຸງ ຄືຜູ້ນໍາໃນການເອົາ ເຕັກໂນໂລຊີ Dual Pixel ມາສູ່ໂທລະສັບມືຖື ເພື່ອເຮັດໃຫ້ສາມາດຖ່າຍຮູບໄດ້ຄົມຊັດ ແລະ ສວຍງາມໃນລະດັບມືອາຊີບ ແລະ ຍັງຄົງພັດທະນາເຕັກນິກຕ່າງໆ ເພື່ອໃຫ້ກ້ອງຂອງໂທລະສັບຊໍາຊຸງ ມີສັກກະຍະພາບສູງສຸດສໍາລັບຜູ້ໃຊ້ງານ. 

ຈົນມາຮອດລຸ້ນ S22 ໄດ້ລໍ້າໜ້າໄປອີກຂັ້ນ ດ້ວຍ ເຕັກໂນໂລຊີ ການປະມວນຜົນຮູບຖ່າຍຂັ້ນສຸດທ້າຍດ້ວຍ AI ໃນສະພາວະແສງໜ້ອຍແບບ Dual Pixel PD/AF ຮ່ວມກັບລະບົບກັນສັ່ນ (OIS) ທີ່ບໍ່ພຽງແຕ່ສາມາດຖ່າຍຮູບກາງຄືນ ໃນໂໝດ Nightography ໃຫ້ເປັນເລື່ອງງ່າຍ ແຕ່ຍັງເຮັດໃຫ້ການຖ່າຍຮູບບຸກຄົນໃນໂໝດ Portrait ມີຄວາມໂດດເດັ່ນ ແລະ ການຖ່າຍວິດີໂອ ໃນໂໝດ Cinematic ໄດ້ຄຸນນະພາບອອກມາໃນລະດັບຮູບເງົາເລີຍ. 

ນອກຈາກນີ້, ເຕັກໂນໂລຊີ ການປະມວນຜົນຮູບຖ່າຍດ້ວຍ AI ຍັງເຮັດໃຫ້ການຖ່າຍພາບນິ່ງດ້ວຍກ້ອງ Samsung Galaxy S22 Series ມີຄວາມຄົມຊັດຫຼາຍຂຶ້ນ ສາມາດແຍກໄລຍະຄວາມຄົມຊັດເລິກ, ຕື້ນ ອອກຈາກກັນໄດ້ຢ່າງຊັດເຈນ ສວຍງາມພ້ອມຫຼຸດສັນຍານລົບກວນ (Noise) ໃນພາບ ເນື່ອງຈາກຢູ່ໃນສະພາວະແສງໜ້ອຍໄດ້ເປັນຢ່າງດີ. 

ພະລັງແຮງ, ຈໍແຈ້ງ, ແຂງແຮງ, ສາກໄວ ໄດ້ຄົບ. 

ໂຕເຄື່ອງຂອງ S22 ດ້ານຫຼັງເປັນວັດສະດຸ Armor Aluminum ສ່ວນດ້ານໜ້າຈໍເປັນແກ້ວ Gorilla Victus+ ທີ່ມີຄວາມທົນທານສູງ ພ້ອມລະບົບ Super fast Charge ທີ່ຊ່ວຍໃຫ້ສາກແບັດຂຶ້ນໄວທັນໃຈ 

ນອກຈາກນີ້ ການວາງສະຖາປັດຕະຍະກໍາພາຍໃນໂຕເຄື່ອງຂອງ Samsung Galaxy S22 Series ຍັງເພີ່ມປະສິດທິພາບໃນການໃຊ້ພະລັງງານໄດ້ດີກວ່າ ຂະໜະທີ່ການໃຊ້ໜ້າຈໍແບບ Dynamic AMOLED ທີ່ມີຄວາມສະຫວ່າງສູງສູ້ແສງແດດແຕ່ສາມາດຫຼຸດ Refresh Rate ໄດ້ລະອຽດຍິ່ງຂຶ້ນຈະຊ່ວຍໃຫ້ປະຫຍັດພະລັງງານໄດ້ດີກວ່າເກົ່າອີກດ້ວຍ 

ເປີດໃຫ້ຈອງແລ້ວ ພ້ອມຂອງແຖມສຸດຄຸ້ມ 

ສໍາລັບຜູ້ທີ່ຈອງເຄື່ອງ Samsung Galaxy S22 ທຸກລຸ້ນຕັ້ງແຕ່ມື້ນີ້ຈົນຮອດວັນທີ 28 ກຸມພາ 2022 ຈະໄດ້ຮັບຂອງແຖມສຸດຄຸ້ມຈາກຊໍາຊຸງ ໂດຍຜູ້ທີ່ຈອງລຸ້ນ S22 ແລະ S22+ ຈະໄດ້ຮັບຫູຟັງ Galaxy Buds Pro ແລະ ເຄສຊິລິໂຄນພ້ອມສາຍຮັດ ອີກທັງຍັງຈະໄດ້ຮັບກ່ອງສຸ່ມສາຍຮັດອີກ 1 ເສັ້ນ. 

ສໍາລັບຜູ້ທີ່ຈອງລຸ້ນ S22 Ultra ຈະໄດ້ຮັບຂອງແຖມພິເສດຫຼາຍຂຶ້ນ ນັ້ນກໍຄື Galaxy Tab A7 Lite (Wi-Fi) ພ້ອມ Book Cover ອີກທັງຍັງຈະໄດ້ຮັບ ເຄສຊິລິໂຄນ ພ້ອມສາຍຮັດ ແລະ ກ່ອງສຸ່ມສາຍຮັດອີກ 1 ເສັ້ນ. 

ຂໍ້ມູນເພີ່ມເຕີມ ສອບຖາມ: 

Samsung Call Center: 021 417 333 

Facebook Page: SamsungLaos 

Instagram: Samsungmobilelaos_official 

Tiktok: @Samsungmobilelaos 

 ຂໍ້ມູນທາງເຕັກນິກ ແລະ ລາຄາ Samsung Galaxy S22 

 S22 UltraS22+S22
ໜ້າຈໍDynamic AMOLED 2X, Adaptive 120Hz, Infinity-O Display
6.8 QHD+6.6” FHD+6.1” FHD+
ກ້ອງຫຼັງUltra Wide: 12MP F2.2 (Dual Pixel AF)
Wide: 108MP F1.8 (PD), OIS
Tele1: 10MP F2.4 (3x, Dual Pixel AF) OIS
Tele2: 10MP F2.2 (10x, Dual Pixel AF) OIS
Ultra Wide: 12MP F2.2 (FF)
Wide: 50MP F1.8, (Dual Pixel AF) OIS
Tele: 10MP F2.4 (3x, Dual Pixel AF) OIS
Ultra Wide: 12MP F2.2 (FF)
Wide: 50MP F1.8, (Dual Pixel AF) OIS
Tele: 10MP F2.4 (3x, Dual Pixel AF) OIS
ກ້ອງໜ້າ40MP F2.2 (PD)10MP F2.2 (Dual Pixel AF)10MP F2.2 (Dual Pixel AF)
ປາກກາ S Penມີມາກັບຕົວເຄື່ອງ
CPUSnapdragon 895 (4nm AP)
Ram12GB 8GB 8GB
Rom256/512GB256GB128GB
Water resistantມາດຕະຖານ IP68, ຈຸ່ມນ້ຳໄດ້ເລິກ 1.5 m, ດົນເຖິງ 30 ນາທີ
Battery5,000 mAh4,500 mAh3,700 mAh
Super Fast Charge45W25W
ສີBurgundy, Phantom Black,
Phantom White, Green
Phantom White, Green,
Pink Gold
Phantom Black
ລາຄາ12+512GB: 16,599,000 ກີບ
12+256GB: 15,299,000 ກີບ
12,599,000 ກີບ9,999,000 ກີບ
Preorder giftsGalaxy Tab A7 Lite (Wi-Fi) + Book cover
ຊິລິໂຄນ ພ້ອມສາຍຮັດ, ກ່ອງສຸ່ມສາຍຮັດ (1 ອັນ)
Galaxy Buds Pro ຊິລິໂຄນ ພ້ອມສາຍຮັດ,
ກ່ອງສຸ່ມສາຍຮັດ (1 ອັນ)

More from author

Related posts

Latest posts

ສາຍການບິນ Vietjet ບັນລຸ 97% ຂອງແຜນການປະຈຳປີ ດ້ວຍຜົນງານທີ່ເຂັ້ມແຂງໃນໄຕມາດທີ 3 ປີ 2025

(ນະຄອນຫຼວງວຽງຈັນ, ວັນທີ 5 ພະຈິກ 2025) - ສາຍການບິນ Vietjet ໄດ້ລາຍງານຜົນງານທຸລະກິດທີ່ດີເລີດສຳລັບໄຕມາດທີ 3 ຂອງປີ 2025 (3Q2025), ໂດຍບັນລຸເຖິງ 97% ຂອງແຜນການປະຈຳປີໃນຂະນະທີ່ຍັງສືບຕໍ່ຮັກສາຈັງຫວະການເຕີບໂຕທີ່ໝັ້ນຄົງ. ຜົນງານໃນທາງບວກນີ້ຢືນຢັນເຖິງຖານະຂອງ Vietjet ໃນຖານະສາຍການບິນຊັ້ນນຳໃນພາກພື້ນອາຊີ, ສືບຕໍ່ສະເໜີທາງເລືອກການເດີນທາງທີ່ລາຄາຖືກແລະສະດວກໃຫ້ແກ່ຜູ້ໂດຍສານໃນທົ່ວພາກພື້ນ.

ສາຍການບິນ Vietjet ແລະ ມະຫາວິທະຍາໄລ Oxford ປະກາດຜົນການຄົ້ນຄວ້າເບື້ອງຕົ້ນ ກ່ຽວກັບການບິນທົ່ວໂລກສູ່ເປົ້າໝາຍ Net Zero

ນະຄອນຫຼວງວຽງຈັນ, ວັນທີ 30 ຕຸລາ 2025 – ໃນຖານະເປັນສ່ວນໜຶ່ງຂອງຄໍາໝັ້ນສັນຍາຕໍ່ການພັດທະນາແບບຍືນຍົງ ແລະ ນະວັດຕະກໍາ, Vietjet ໄດ້ປະກາດຜົນການຄົ້ນຄວ້າເບື້ອງຕົ້ນຂອງໂຄງການຄົ້ນຄວ້າອັນສຳຄັນກ່ຽວກັບການແກ້ໄຂບັນຫາ Net Zero ສໍາລັບການບິນທົ່ວໂລກ, ໂດຍການຮ່ວມມືກັບມະຫາວິທະຍາໄລ Oxford. ມະຫາວິທະຍາໄລທີ່ມີຊື່ສຽງລະດັບໂລກຍັງໄດ້ເປີດຕົວ ໂຄງການທຶນການສຶກສາ Oxford Pioneer Scholarship Scheme ເຊິ່ງເປັນໂຄງການດ້ານການສຶກສາທີ່ສໍາຄັນ, ຮ່ວມກໍ່ຕັ້ງໂດຍ ດຣ. ຫງວຽນ ຖິ ເຟືອງ ທ້າວ (Dr Nguyen Thi Phuong Thao), ປະທານສະພາບໍລິຫານຂອງ Sovico Group ແລະ Vietjet, ເພື່ອສະໜັບສະໜູນການພັດທະນາພອນສະຫວັນ.

ລະວັງ! 5 ພະຍາດ ທີ່ມາກັບລະດູໜາວ

ເຖິງວ່າເດືອນພະຈິກ (ເດືອນ 11) ຈະເຂົ້າສູ່ລະດູໜາວຢ່າງເຕັມໂຕ ແຕ່ບາງເຂດໃນປະເທດລາວກໍຍັງບໍ່ທັນມີອາກາດໜາວເຢັນຕາມຊື່ລະດູໜາວເລີຍ, ແຕ່ສິ່ງທີ່ມັກຈະມາພ້ອມກັບລະດູໜາວນັ້ນແມ່ນພະຍາດ, ເຊື້ອໄວຣັສ ແລະ ແບັກທິເຣຍ; ເຊິ່ງມື້ນີ້ ອິນໄຊລາວຈະພາມາຮູ້ຈັກກັບ 5 ພະຍາດທີ່ມັກມາພ້ອມກັບລະດູໜາວ ເພື່ອໃຫ້ເຮົາໄດ້ກຽມຄວາມພ້ອມຮັບມື ເຊິ່ງມີພະຍາດຫຍັງແດ່ນັ້ນ ໄປເບິ່ງນຳກັນເລີຍ.