Thursday, October 30, 2025
Kbank Laos โอน รับ จ่าย

ຜະລິດຕະພັນລາວ ຜົນງານຈາກ ແມ່ຍິງພິການ ຊົນເຜົ່າ.

ຜະລິດຕະພັນເຄື່ອງປະດັບ ແລະ ຂອງຕ້ອນຂອງຝາກ ທີ່ເປັນເອກະລັກຂອງຊົນເຜົ່າລາວ ເຊິ່ງທ່ານເຫັນຢູ່ນີ້ ແມ່ນລ້ວນແລ້ວແຕ່ເປັນງານສີມືຂອງເອື້ອຍນ້ອງແມ່ນຍິງຄົນພິການ ຢູ່ທີ່ ສູນຫັດຖະກຳ ຄົນພິການ ແລະ ຊົນເຜົ່າ ທີ່ໄດ້ໃຊ້ຫົວຄິດປະດິດແຕ່ງ ແລະ ຜະລິດຂຶ້ນມາ ຈົນເປັນທີ່ຍອມຮັບຈາກກຸ່ມລູກຄ້ານັກທ່ອງທ່ຽວຊາວຕ່າງປະເທດເປັນຢ່າງດີ.  

ທ່ານນາງ ພຸດອາລີ ວົງສະໃໝ, ຫົວໜ້າກຸ່ມຫັດຖະກຳຄົນພິການ ແລະ ຊົນເຜົ່າ ກ່າວວ່າ: ສູນແຫ່ງນີ້ ໄດ້ສ້າງຂຶ້ນມາຈາກແຮງບັນດານໃຈ ທີ່ເພິ່ນໄດ້ພົບເຫັນວ່າ ເຄື່ອງຫັດຖະກຳໃນລາວ ມັນຍັງບໍ່ມີຄວາມຫຼາກຫຼາຍ, ບໍ່ກົງກັບຄວາມຕ້ອງການຂອງລູກຄ້າ ແລະ ນັກທ່ອງທ່ຽວ ເຊິ່ງເພິ່ນເອງກໍເປັນຄົນພິການ ທີ່ຜ່ານອຸປະສັກນາໆ ປະການໃນການຊອກວຽກເຮັດງານທຳຢູ່ຮ່ວມນຳສັງຄົມ ເຮັດໃຫ້ຜູ້ພິການຫຼາຍຄົນຫວ່າງງານ ທັ້ງໆທີ່ເຂົາເຈົ້າມີຄວາມສາມາດຫຼາຍຢ່າງ ດັ່ງນັ້ນ, ເພິ່ນຈຶ່ງລິເລີ່ມ ໂຄງການຫັດຖະກຳ ຂອງກຸ່ມຄົນພິການ ຂຶ້ນມາແຕ່ປີ 2017.  

ທ່ານນາງ ພຸດອາລີ ວົງສະໃໝ, ຫົວໜ້າກຸ່ມຫັດຖະກຳຄົນພິການ ແລະ ຊົນເຜົ່າ

ຈຸດປະສົງຫຼັກໆ ກໍເພື່ອປູກຈິດສຳນຶກໃຫ້ຄົນພິການ ຮັກສາ ແລະ ປົກປ້ອງ ສິນຄ້າຫັດຖະກຳຂອງບັນດາຊົນເຜົ່າລາວ ຕ່າງໆ ແລະ ສົ່ງເສີມຄວາມອາດສາມາດດ້ານສີມືແຮງງານ ສ້າງຄວາມເຂັ້ມແຂງຂອງເຂົາເຈົ້າ ເພື່ອສ້າງວິຊາອາຊີບ ສາມາດຫາລ້ຽງກຸ້ມຕົນເອງໄດ້. ຈາກຄວາມເອົາໃຈໃນການສ້າງສັນອອກແບບສິນຄ້າໃຫ້ມີຄວາມໂດດເດັ່ນ ແລະ ມີຄຸນນະພາບ ເຮັດໃຫ້ສິນຄ້າລາວ ອອກສູ່ຕະຫຼາດສາກົນ ແລະ ເພື່ອຊ່ວຍກັນປູກຈິດສໍານຶກໃຫ້ແກ່ຊາວໜຸ່ມລາວ ຫັນມານຳໃຊ້ເຄື່ອງຫັດຖະກຳຂອງລາວ ໃຫ້ຫຼາຍຂື້ນ. 

ທ່ານນາງ ພຸດອາລີ ກ່າວອີກວ່າ: ປັດຈຸບັນ ສິນຄ້າຂອງກຸ່ມຄົນພິການພວກເຮົາ ໄດ້ຮັບຄວາມນິຍົມຫຼາຍຂຶ້ນ ເປັນທີ່ໜ້າພໍໍ ໃຈຫຼາຍທີ່ຄົນພິການລາວເຮົາ ກໍໍມີສ່ວນຮ່ວມໃນການພັດທະນາປະເທດ ສາມາດຜະລິດສິນຄ້າລາວ ທີ່ມີຄຸນນະພາບອອກສູ່ຕະຫຼາດໄດ້. 

ໃນໄລຍະຜ່ານມາ ທາງສູນແມ່ນໄດ້ຮັບທຶນຊ່ວຍເຫຼືອຈາກ ສະຖານທູດອອສເຕເລຍ, ສະມາຄົມແມ່ຍິງ ປະເທດຍີ່ປຸ່ນ ທີ່ໃຫ້ການຊ່ວຍເຫຼືອສ້ອມແປງອາຄານສະຖານທີ່, ຊ່ວຍສົ່ງເສີມການຝຶກທັກສະດ້ານຕັດຫຍິບ, ເຮັດສວນຜັກ ແລະ ລ້ຽງສັດ. 

ສ່ວນຄ່າໃຊ້ຈ່າຍ, ອາຫານ, ຄ່ານ້ຳ, ຄ່າໄຟ, ຄ່າເຊົ່າ, ເງິນເດືອນທີມງານ ແລະ ບໍລິຫານຕ່າງໆ ແມ່ນໄດ້ມາຈາກລາຍໄດ້ຂອງຜະລິດຕະພັນ ແລະ ເງິນສ່ວນໂຕ (ຫາກເດືອນໃດຂາຍເຄື່ອງນ້ອຍຫຼຸດເປົ້າ), ແຕ່ການສ້າງກຸ່ມໃນ 2 ປີທຳອິດ ແມ່ນໃຊ້ງົບສ່ວນຕົວທັງໝົດ. 

“ເຮັດໂຄງການຊ່ວຍສັງຄົມມັນບໍ່ງ່າຍ ແຕ່ກະບໍ່ແມ່ນອຸປະສັກໃນອຸດົມການຂອງຂ້ອຍ” ພຸດອາລີ ກ່າວ. ພ້ອມທັງຂໍເປັນແຮງບັນດານໃຈໃຫ້ແກ່ເອື້ອຍນ້ອງແມ່ຍິງທຸກຄົນ ໃຫ້ຜ່ານຜ່າອຸປະສັກຕ່າງໆ ໄປນຳກັນຈົນປະສົບຜົນສຳເລັດ. 

ສູນຫັດຖະກຳ ຄົນພິການ ແລະ ຊົນເຜົ່າ ຕັ້ງຢູ່ບ້ານ ສາລະຄຳ, ເມືອງ ຫາດຊາຍຟອງ, ນະຄອນຫຼວງ ວຽງຈັນ ແລະ ມີຮ້ານຈຳໜ່າຍ ຊື່ຮ້ານຊົນເຜົ່າ ຢູ່ຕໍ່ໜ້າກັບ ວັດມີໄຊ, ປັດຈຸບັນ ຢູ່ສູນມີສະມາຊິກທັງໝົດ 28 ຄົນ. 

More from author

Related posts

Latest posts

Vietjet ສະເໜີປີ້ລາຄາສູນເປັນເວລາ 3 ມື້ ເທົ່ານັ້ນ ຈົນຮອດວັນທີ 31 ຕຸລາ 2025

ນະຄອນຫຼວງວຽງຈັນ, ວັນທີ 29 ຕຸລາ 2025 – ເພື່ອສະເຫຼີມສະຫຼອງການເປີດເສັ້ນທາງບິນໃໝ່ໃນທົ່ວພາກພື້ນອາຊີ-ປາຊີຟິກ ແລະ ໄດ້ຮັບການຮັບຮູ້ຈາກສາກົນຄັ້ງຫຼ້າສຸດ, ບໍລິສັດ Vietjet ໄດ້ສະເໜີໂປຣໂມຊັ່ນພິເສດ ປີ້ Eco-tickets ທີ່ເລີ່ມຕົ້ນພຽງແຕ່ $0 ໂດລາສະຫະລັດ (ບໍ່ລວມພາສີ ແລະ ຄ່າທໍານຽມ) ເປັນເວລາສາມມື້ ເລີ່ມແຕ່ວັນທີ 29 ຫາ 31 ຕຸລາ 2025.

ສາຍການບິນ Vietjet ໄດ້ສ່ອງແສງໃນຖານະທີເປັນສາຍການບິນຊັ້ນນໍາຂອງອາຊີດ້ານປະສົບການລູກຄ້າ ໃນງານ World Travel Awards 2025

(ນະຄອນຫຼວງວຽງຈັນ, ວັນທີ 15 ຕຸລາ 2025) – Vietjet ໄດ້ຢືນຢັນຕໍາແໜ່ງຂອງຕົນອີກເທື່ອໜຶ່ງ ໃນຖານະສາຍການບິນຄື້ນລູກໃໝ່ຊັ້ນນຳຂອງອາຊີ, ຄວ້າລາງວັນອັນຊົງກຽດ “ສາຍການບິນຊັ້ນນຳຂອງອາຊີ - ປະສົບການລູກຄ້າ 2025” ທີ່ພິທີມອບລາງວັນ World Travel Awards (WTA) ອັນມີຊື່ສຽງ ຈັດຂຶ້ນທີ່ຮ່ອງກົງ.

Vietjet ມອບສ່ວນຫຼຸດ 50%ຖ້ຽວບິນ, ຟຣີຄ່າກະເປົາ ແລະ ອື່ນໆ ສຳລັບນັກທ່ອງທ່ຽວຈາກ ສປປ ລາວ

(ນະຄອນຫຼວງວຽງຈັນ, ວັນທີ 9 ຕຸລາ 2025) – ສາຍການບິນ Vietjet ໄດ້ເລີ່ມຕົ້ນແຄມເປນໂປຣໂມຊັ່ນຄັ້ງໃຫຍ່ທີ່ສຸດຂອງປີ, ໂດຍສະເໜີສ່ວນຫຼຸດຖ້ຽວບິນສູງສຸດ 50%, ຟຣີຄ່າກະເປົ໋າ, ຂໍ້ສະເໜີພິເສດສຳລັບໂຮງແຮມ ແລະ ອື່ນໆ ອີກຫຼາຍຢ່າງໃນຊ່ວງໄລຍະ Super Sale 10 ວັນ ທີ່ມີຈໍາກັດ. ໂປຣໂມຊັ່ນທີ່ໃຫຍ່ທີ່ສຸດຂອງສາຍການບິນໃນປີນີ້ ເຮັດໃຫ້ນັກທ່ອງທ່ຽວຊາວລາວສາມາດເຂົ້າເຖິງການເດີນທາງໃນທ້າຍປີໄປປະເທດຫວຽດນາມ ແລະ ຕ່າງປະເທດໄດ້ງ່າຍຂຶ້ນກວ່າທີ່ເຄີຍ.