Saturday, November 1, 2025
Kbank Laos โอน รับ จ่าย

ເມື່ອຍງ່າຍ ອ່ອນເພຍ ອາຫານບໍ່ຍ່ອຍ ເພາະຂາດວິຕາມິນ

ເຖິງແມ່ນວ່າ ທ່ານບໍ່ໄດ້ເຈັບປ່ວຍທີ່ເຫັນໄດ້ຊັດເຈນ ແຕ່ກໍປະຕິເສດບໍ່ໄດ້ຄືກັນວ່າ ອາການອ່ອນເພຍ, ເມື່ອຍງ່າຍ, ນອນບໍ່ຫຼັບ, ອາຫານບໍ່ຍ່ອຍ, ເປັນຫວັດເລື້ອຍໆ ຫຼື ຕື່ນເຊົ້າມາກໍບໍ່ສົດຊື່ນ ທັງທີ່ບໍ່ໄດ້ນອນເດິກ ກໍເຮັດໃຫ້ຫຼາຍຄົນຄິດຄາຢູ່ໃນໃຈວ່າ ອາການຜິດປົກກະຕິເຫຼົ່ານີ້ ເປັນສັນຍານເຕືອນຂອງໂຣກປະເພດໃດ? ປ່ວຍເປັນຫຍັງ ຫຼື ບໍ່? ແຕ່ຢ່າຟ້າວຕົກໃຈ  ເພາະບາງຄັ້ງອາການເຫຼົ່ານີ້ ອາດເປັນເພາະທ່ານຂາດສານອາຫານບາງຢ່າງ, ຂາດວິຕາມິນບາງຊະນິດເທົ່ານັ້ນ ທີ່ພາກັນຮຽກວ່າ “ພາວະພ່ອງສຸຂະພາບ” (Sub-optimal Health).

ດັ່ງນັ້ນ ລອງມາຄິດເບິ່ງນຳກັນວ່າ ໃນແຕ່ລະມື້ທ່ານກິນອາຫານໄດ້ຄົບ 5 ໝູ່ຕາມຫຼັກໂພຊະນາການທີ່ດີແທ້ ຫຼືບໍ່ ໂດຍສະເພາະໄວເຮັດວຽກ ສ່ວນຫຼາຍໃຊ້ຊີວິດແບບຟ້າວຟັ່ງແຂ່ງຂັນກັບເວລາ, ອາຫານທີ່ກິນກໍເນັ້ນແຕ່ຄວາມສະດວກ ແລະງ່າຍ, ບາງຄັ້ງກໍຫຼີກເວັ້ນການກິນອາຫານທີ່ມີຄຸນຄ່າທາງໂພຊະນາການຕໍ່າບໍ່ໄດ້ ຫຼືບາງຄັ້ງກໍກິນອາຫານນອກເຮືອນທີ່ບໍ່ໄດ້ຮັບສານອາຫານຄົບຖ້ວນ ຫຼືບໍ່ໄດ້ປຸງສົດໆ ໃໝ່ໆ ແບບນີ້ລະທີ່ເຮັດໃຫ້ຮ່າງກາຍໄດ້ຮັບສານອາຫານບໍ່ພຽງພໍ ແລະເມື່ອຮ່າງກາຍພ່ອງອາຫານໄປຈົນເກີດພາວະພ່ອງ ສຸຂະພາບຂຶ້ນມາ ຮ່າງກາຍກໍຈະຟ້ອງອອກມາໃນຮູບແບບຄວາມເຈັບປ່ວຍເລັກໆນ້ອຍໆ.

ຄົນທີ່ມີອາການອ່ອນແຮງ, ເມື່ອຍງ່າຍ ແລະຊີດ ອາດເກີດຈາກການຂາດທາດເຫຼັກທີ່ນຳໄປສູ່ຄວາມສ່ຽງຕໍ່ໂຣກເລືອດຈາງໄດ້ໃນອະນາຄົດ ຫຼືຖ້າຫາກຂາດວິຕາມິນ C ກໍຈະມີເລືອດອອກຕາມຫວ່າງແຂ້ວ ແລະ ເປັນຫວັດເລື້ອຍໆ. ສ່ວນຄົນທີ່ພ່ອງວິຕາມິນ B ຂໍ້ນີ້ ກໍຈະພົບອາການມຶນຊາໄດ້ ແລະວິຕາມິນທີ່ສຳຄັນ ແລະຂາດບໍ່ໄດ້ຄື ວິຕາມິນ D ທີ່ຮ່າງກາຍຈະໄດ້ຮັບຈາກແສງແດດໃນຕອນເຊົ້າ ຊຶ່ງວິຕາມິນດັ່ງກ່າວນີ້ມີຄວາມສຳຄັນໃນການຊ່ວຍດູດຊຶມແຄວຊຽມຂອງຮ່າງກາຍ. ດັ່ງນັ້ນ ຄົນທີ່ຂາດວິຕາມິນ D ກໍອາດມີບັນຫາໃນດ້ານການດູດຊຶມແຄວຊຽມ, ສົ່ງຜົນໃຫ້ກະດູກບໍ່ແຂງແຮງ ຖ້າຮ່າງກາຍບໍ່ໄດ້ຮັບແຄວຊຽມຈາກອາຫານ ໂອກາດທີ່ຈະເກີດໂຣກຊຳເຮື້ອທີ່ກ່ຽວກັບກະດູກ ແລະຂໍ້ກໍຈະຍິ່ງເພີ່ມຂຶ້ນອີກ.

ສິ່ງທີ່ເປັນຫ່ວງໄປກວ່ານັ້ນ ກໍຄື ອາຍຸທີ່ເພີ່ມຂຶ້ນຂອງເຮົານັ້ນ ອາດເຮັດໃຫ້ລະບົບການເຮັດວຽກຂອງອະໄວຍະວະຕ່າງໆດ້ອຍປະສິດທິພາບລົງ ຄືກັນກັບການດູດຊຶມອາຫານຂອງຮ່າງກາຍກໍຈະຫຼຸດລົງ ເຮັດໃຫ້ຮ່າງກາຍບໍ່ໄດ້ຮັບວິຕາມິນ, ແຮ່ທາດ ແລະເກືອແຮ່ທີ່ພຽງພໍຕໍ່ຄວາມຕ້ອງການ ແລະຍັງອາດເປັນສາເຫດນຶ່ງທີ່ກໍ່ໂຣກຊຳເຮື້ອອື່ນໆຕາມມາ.

ການເພີ່ມສານອາຫານທີ່ຈຳເປັນຕໍ່ຄວາມຕ້ອງການຂອງຮ່າງກາຍຕ້ອງເພີ່ມທໍ່ໃດ? ກິນສຳ່ໃດຈຶ່ງຈະພໍ? ທຸກວັນນີ້ເຮົາກິນຊີ້ນສັດ, ຜັກ, ໝາກໄມ້ ແລະແປ້ງ ກໍເກືອບຈະຄົບ 5 ໝູ່ແລ້ວ ຍັງບໍ່ພໍອີກ. ແຕ່ຖ້າອີງຕາມຫຼັກໂພຊະນາການ ພົບວ່າ ເຮົາຕ້ອງກິນຜັກເຖິງ 4-5 ຂີດ ແລະກິນໝາກໄມ້ 3-5 ສ່ວນຕໍ່ມື້ ຈຶ່ງຈະໄດ້ແຮ່ທາດ ແລະວິຕາມິນຄົບຕາມທີ່ຮ່າງກາຍຕ້ອງການ.

ແຕ່ຖ້າຈະໃຫ້ກິນຄົບຕາມທີ່ກ່າວມານັ້ນ ກໍອາດເປັນໄປໄດ້ຍາກ, ສະນັ້ນ ເຮົາກໍຕ້ອງຫາໂຕຊ່ວຍຈາກຜະລິດຕະພັນເສີມ, ອາຫານທີ່ມີວິຕາມິນ ແລະເກືອແຮ່ລວມຫຼາຍຊະນິດ ເພື່ອເຕີມວິຕາມິນ ແລະແຮ່ທາດໃຫ້ຮ່າງກາຍໄດ້ຢ່າງຄົບຖ້ວນ.

ແຕ່ຖ້າເຮົາບໍ່ແນ່ໃຈວ່າ ເຮົາຂາດວິຕາມິນໃດແດ່ ຫຼືຄວນກິນຜະລິດຕະພັນເສີມອາຫານແບບໃດດີ ແນະນຳໃຫ້ເລືອກກິນຜະລິດຕະພັນເສີມອາຫານຊະນິດວິຕາມິນ ແລະເກືອແຮ່ລວມ ພ້ອມດ້ວຍເບຕ້າແຄໂຣທີນ, ລູທີນ ແລະໄລໂຄປິນ ຊຶ່ງຊ່ວຍໃຫ້ຮ່າງກາຍໄດ້ຮັບວິຕາມິນ ແລະແຮ່ທາດຈຳເປັນຄົບຕາມສັດສ່ວນ ພ້ອມດ້ວຍສານຕ້ານອະນຸມູນອິດສະຫຼະທີ່ຈະຊ່ວຍປົກປ້ອງສາຍຕາຈາກການຈຶ້ງເບິ່ງໜ້າຈໍແສງສີຟ້າທຸກມື້ ພ້ອມທັງຊ່ວຍຫຼຸດຄວາມສ່ຽງຕໍ່ໂຣກຫຼອດເລືອດຫົວໃຈ ແລະປ້ອງກັນຄວາມສ່ຽງຕໍ່ໂຣກຊຳເຮື້ອອື່ນໆໄດ້ອີກ.

ພຽງແຕ່ໄດ້ຮັບວິຕາມິນ ແລະເກືອແຮ່ຕ່າງໆໃຫ້ພຽງພໍໃນແຕ່ລະມື້ ໂດຍການເລືອກກິນອາຫານທີ່ມີປະໂຫຍດໃຫ້ຄົບ 5 ໝູ່ ແລ້ວເສີມດ້ວຍວິຕາມິນ ແລະເກືອແຮ່ລວມ ເພື່ອຊ່ວຍເຕີມສານອາຫານທີ່ພ່ອງໃນຮ່າງກາຍ ພຽງມື້ລະ 1 ເມັດ ຫຼັງອາຫານ ງ່າຍໆແບບນີ້ ກໍສາມາດປ້ອງກັນພາວະພ່ອງສຸຂະພາບໄດ້ແລ້ວ.

More from author

Related posts

Latest posts

ສາຍການບິນ Vietjet ແລະ ມະຫາວິທະຍາໄລ Oxford ປະກາດຜົນການຄົ້ນຄວ້າເບື້ອງຕົ້ນ ກ່ຽວກັບການບິນທົ່ວໂລກສູ່ເປົ້າໝາຍ Net Zero

ນະຄອນຫຼວງວຽງຈັນ, ວັນທີ 30 ຕຸລາ 2025 – ໃນຖານະເປັນສ່ວນໜຶ່ງຂອງຄໍາໝັ້ນສັນຍາຕໍ່ການພັດທະນາແບບຍືນຍົງ ແລະ ນະວັດຕະກໍາ, Vietjet ໄດ້ປະກາດຜົນການຄົ້ນຄວ້າເບື້ອງຕົ້ນຂອງໂຄງການຄົ້ນຄວ້າອັນສຳຄັນກ່ຽວກັບການແກ້ໄຂບັນຫາ Net Zero ສໍາລັບການບິນທົ່ວໂລກ, ໂດຍການຮ່ວມມືກັບມະຫາວິທະຍາໄລ Oxford. ມະຫາວິທະຍາໄລທີ່ມີຊື່ສຽງລະດັບໂລກຍັງໄດ້ເປີດຕົວ ໂຄງການທຶນການສຶກສາ Oxford Pioneer Scholarship Scheme ເຊິ່ງເປັນໂຄງການດ້ານການສຶກສາທີ່ສໍາຄັນ, ຮ່ວມກໍ່ຕັ້ງໂດຍ ດຣ. ຫງວຽນ ຖິ ເຟືອງ ທ້າວ (Dr Nguyen Thi Phuong Thao), ປະທານສະພາບໍລິຫານຂອງ Sovico Group ແລະ Vietjet, ເພື່ອສະໜັບສະໜູນການພັດທະນາພອນສະຫວັນ.

ລະວັງ! 5 ພະຍາດ ທີ່ມາກັບລະດູໜາວ

ເຖິງວ່າເດືອນພະຈິກ (ເດືອນ 11) ຈະເຂົ້າສູ່ລະດູໜາວຢ່າງເຕັມໂຕ ແຕ່ບາງເຂດໃນປະເທດລາວກໍຍັງບໍ່ທັນມີອາກາດໜາວເຢັນຕາມຊື່ລະດູໜາວເລີຍ, ແຕ່ສິ່ງທີ່ມັກຈະມາພ້ອມກັບລະດູໜາວນັ້ນແມ່ນພະຍາດ, ເຊື້ອໄວຣັສ ແລະ ແບັກທິເຣຍ; ເຊິ່ງມື້ນີ້ ອິນໄຊລາວຈະພາມາຮູ້ຈັກກັບ 5 ພະຍາດທີ່ມັກມາພ້ອມກັບລະດູໜາວ ເພື່ອໃຫ້ເຮົາໄດ້ກຽມຄວາມພ້ອມຮັບມື ເຊິ່ງມີພະຍາດຫຍັງແດ່ນັ້ນ ໄປເບິ່ງນຳກັນເລີຍ.

Vietjet ສະເໜີປີ້ລາຄາສູນເປັນເວລາ 3 ມື້ ເທົ່ານັ້ນ ຈົນຮອດວັນທີ 31 ຕຸລາ 2025

ນະຄອນຫຼວງວຽງຈັນ, ວັນທີ 29 ຕຸລາ 2025 – ເພື່ອສະເຫຼີມສະຫຼອງການເປີດເສັ້ນທາງບິນໃໝ່ໃນທົ່ວພາກພື້ນອາຊີ-ປາຊີຟິກ ແລະ ໄດ້ຮັບການຮັບຮູ້ຈາກສາກົນຄັ້ງຫຼ້າສຸດ, ບໍລິສັດ Vietjet ໄດ້ສະເໜີໂປຣໂມຊັ່ນພິເສດ ປີ້ Eco-tickets ທີ່ເລີ່ມຕົ້ນພຽງແຕ່ $0 ໂດລາສະຫະລັດ (ບໍ່ລວມພາສີ ແລະ ຄ່າທໍານຽມ) ເປັນເວລາສາມມື້ ເລີ່ມແຕ່ວັນທີ 29 ຫາ 31 ຕຸລາ 2025.