Saturday, April 26, 2025
Kbank Laos โอน รับ จ่าย

ຫົວພັນ ປະກາດ ຮັບຮອງເອົາ “ພະເຈົ້າອົງຕື້” ເປັນມໍລະດົກທ້ອງຖິ່ນແຂວງ. 

ພະເຈົ້າອົງຕື້ ເປັນພະພຸດທະຮູບປາງມາລະວິໄຊ ມີນ້ຳໜັກ 3.850 ກິໂລກະລາມ, ລວງສູງແຕ່ຕີນແທ່ນເຖິງຍອດເກດ 3 ແມັດ, ບ່າໄລກ້ວາງ 90 ຊັງຕີແມັດ, ໜ້າຕັກກ້ວາງ 1,30 ຊັງຕີແມັດແທ່ນພະສູງ 80 ຊັງຕີແມັດ ແລະ ແທ່ນພະກ້ວາງ 1,85 ຊັງຕີແມັດເປັນພະພຸດທະຮູບທອງສຳລິດ ມີລັກຊະນະຮູບຊົງສວຍສົດງົດງາມ. ຫຼໍ່ຂື້ນທີ່ບ້ານເມືອງໂສຍແຂວງຫົວພັນໃນປີ ພສ 2108 ກົງກັບ ຄສ 1565 ເດືອນຍີ່ລາວຂື້ນ 5 ຄ່ຳ, ໂດຍແມ່ນເຈົ້າພະຍາສີສຸລີນທຳ ມະລາດເປັນຜູ້ນຳພາຫຼໍ່, ປະຈຸບັນໄດ້ປະດິດສະຖານໄວ້ຢູ່ທີ່ວັດອົງຕື້ສີບຸນເຮືອງໄຊຍະຣາມເທດສະບານເມືອງຊຳເໜືອແຂວງຫົວພັນ. 

ເພື່ອປະຕິບັດຕາມກົດໝາຍວ່າດ້ວຍ ມໍລະດົກແຫ່ງຊາດ (ສະບັບປັບປຸງ)ເລກທີ44/ສພຊ; ລົງວັນທີ 24 ທັນວາ ປີ2013; ມາດຕາ 19 ວ່າດ້ວຍ ມໍລະດົກແຫ່ງຊາດລະດັບທ້ອງຖິ່ນ ແລະ ກົດໝາຍປົກຄອງທ້ອງຖິ່ນແຫ່ງ ສປປ ລາວ ສະບັບເລກທີ 68/ສພຊ; ລົງວັນທີ 14 ທັນວາ ປີ 2015 ໝວດທີ IV ວ່າດ້ວຍສິດ ແລະ ໜ້າທີຂອງເຈົ້າແຂວງ ພ້ອມທັງເປັນການປົກປັກຮັກສາ ແລະ ເສີມຂະຫຍາຍຄຸນຄ່າ, ຄວາມສຳຄັນ ແລະ ຊື່ສຽງຂອງພະເຈົ້າອົງຕື້ເຊີ່ງເປັນພະພຸດທະຮູບທີ່ເກົ່າແກ່, ສັກສິດໃຫ້ເປັນມີ່ງຂັວນເຄົາລົບຊັກກາລະບູຊາຂອງປວງຊົນລາວບັນດາເຜົ່າເວົ້າສະເພາະຊາວແຂວງ ຫົວພັນ ຕະຫຼອດໄປ.

ດັ່ງນັ້ນ, ໃນວັນທີ 15 ກຸມພາ ກົງກັບເດືອນ 3 ລາວຂື້ນ 14 ຄ່ຳນີ້ ພະສົງພ້ອມດ້ວຍການນຳ, ພາກສ່ວນທີ່ກ່ຽວຂ້ອງຂອງແຂວງ, ຂອງເມືອງ ແລະ ພໍ່ແມ່ປະຊາຊົນພາຍໃນເທດສະບານເມືອງຊຳເໜືອແຂວງຫົວພັນ ໄດ້ຈັດພິທີທາງສາດສະໜາຂື້ນຢູ່ວັດອົງຕື້ສີບຸນເຮືອງໄຊຍະຣາມ ເພື່ອປະກາດຮັບຮອງເອົາພະອົງຕື້ເປັນມໍລະດົກຂັ້ນທ້ອງຖີ່ນຂອງຕົນຕາມຂໍ້ຕົກຂອງທ່ານເຈົ້າແຂວງສະບັບເລກທີ146/ຈຂ ຫພ ລົງວັນທີ 14 ກຸມພາ ປີ 2022 ວ່າດ້ວຍການຮັບຮອງເອົາພະອົງຕື້ເປັນມໍລະດົກທາງດ້ານວັດທະນາທຳລະດັບທອງຖີ່ນແຂວງຫົວພັນ.

ຜູ້ມອບໂດຍແມ່ນ ທ່ານ ພຸດພັນ ແກ້ວວົງ, ຄະນະປະຈຳພັກແຂວງ ຮອງເຈົ້າແຂວງ ຜູ້ຊີ້ນຳຂົງເຂດ ວັດທະນາທຳ-ສັງຄົມ ຂັ້ນແຂວງ ຜູ້ຮັບໂດຍແມ່ນ ນາງ ໝັ້ນ ເພັງຂະຕິຍະ, ກຳມະການພັກແຂວງ ຫົວໜ້າພະແນກຖະແຫຼງຂ່າວ, ວັດທະນາທຳ ແລະ ທ່ອງທ່ຽວ ແຂວງ ໂດຍມີທ່ານ ນາງ ອຳໄພວອນ ລ້ອມບຸນແພງ, ຮອງເລຂາພັກແຂວງ ປະທານສະພາປະຊາຊົນແຂວງຫົວພັນ ພ້ອມດ້ວຍການນຳຂອງເມືອງຊຳເໜືອ, ພາກສ່ວນກ່ຽວຂ້ອງຂອງແຂວງ ແລະ ມວນຊົນພາຍໃນເທດສະບານເມືອງຊຳເໜືອເຂົ້າຮ່ວມ. 

ທີ່ມາ: ແຂວງຫົວພັນ ປະກາດຮັບຮອງເອົາພະອົງຕື້ເປັນມໍລະດົກຂັ້ນທ້ອງຖີ່ນຂອງຕົນ – ຂ່າວຫົວພັນ (wordpress.com) 

More from author

Related posts

Latest posts

ພຣະເຈົ້າແສນແຊ່!ພຣະພຸດທະຮູບອົງສັກສິດຂອງແຂວງບໍ່ແກ້ວ

ພຣະເຈົ້າແສນແຊ່ ທີ່ປະດິດສະຖານໄວ້ທີ່ ວັດສີບຸນເຮືອງ, ເມືອງຕົ້ນເຜິ້ງ, ແຂວງບໍ່ແກ້ວ ເ້ປັນອີກໜຶ່ງພຣະພຸດທຸຮູບອົງສັກສິດ ທີ່ປະຊາຊົນຊາວແຂວງບໍ່ແແກ້ວໃຫ້ຄວາມເຄົາລົບນັບຖື.

ວັດວິຊຸນນະຣາດ (ພຣະທາດໝາກໂມ) ນະຄອນຫຼວງພຣະບາງ

#ວັດວິຊຸນ ເປັນວັດທີ່ເກົ່າແກ່ໃນຫຼວງພະບາງ ສ້າງຕັ້ງຂຶ້ນໃນປີ 1512 ໃນສະໄໝຂອງ ເຈົ້າຊີວິດວິຊຸນນະລາດ (1501-1520) ໂຄງຫຼັງຄາມີສອງຊັ້ນ, ເປັນຊົງສິລະປະແບບຊາວພວນ, ມີ 12 ເສົາ, ລວງສູງ 30 ແມັດ. ໃນຂອບເຂດວັດວິຊຸນມີສະຖາປັດຕິຍະກໍາທີ່ລະອຽດອ່ອນທີ່ຊົງຄຸນຄ່າ ແລະ ງົດງາມ.

Vietjet ເປີດ​ຖ້ຽວ​ບິນ​ໄປ​ເກາະ​ໂກນ​ດ່າວ, ສະ​ເໜີ​ທາງ​ເລືອກ​ທີ່ຫຼາກຫຼາຍ​ ​ໃນການ​ທ່ອງ​ທ່ຽວ​ຫວຽດນາມ​ໃນ​ລະດູ​ຮ້ອນ​ນີ້

(ນະຄອນຫຼວງວຽງຈັນ, ວັນທີ 23 ເມສາ 2025) – Vietjet ເປີດຕົວ 2 ເສັ້ນທາງໂດຍກົງໃໝ່ເຊື່ອມຕໍ່ຮ່າໂນ້ຍ ແລະ ນະຄອນໂຮ່ຈີມິນ ກັບເກາະໂກນດ່າວ ເກາະທີ່ມີທຳມະຊາດສວຍງາມຂອງປະເທດຫວຽດນາມ, ການເປີດຕົວເສັ້ນທາງໃໝ່ນີ້ຈະຊ່ວຍປັບປຸງການເຊື່ອມຕໍ່ພາຍໃນຂອງສາຍການບິນ ​ແລະ ສະໜອງ​ຄວາມ​ສະດວກ​ໃຫ້​ນັກ​ທ່ອງ​ທ່ຽວ​ເຂົ້າ​ເຖິງ​ສະຖານທີ່ສຳຄັນດ້ານ​ປະຫວັດສາດ ​ແລະ ຈຸດໝາຍປາຍທາງອັນສັກສິດ​ຂອງ​ຫວຽດນາມ.