Sunday, March 23, 2025

ອັດຕະປື ທໍາລາຍລະເບີດ ລູກບົມ 500 ປອນ Mk 82


ວັນທີ 11 ມີນາ 2022 ທີ່ຜ່ານມາ ອົງການເກັບກູ້ລະເບີດ ປະຈໍາແຂວງ ອັດຕະປື ໄດ້ປະຕິບັດການ ທໍາລາຍລະເບີດບໍ່ທັນແຕກ ຊະນິດລູກບົມ 500 ປອນ Mk82 ທີ່ຕົກຄ້າງສະໃໝປາງສົງຄາມ ຢູ່ເຂດບ້ານ ນໍ້າຊວນ, ເມືອງ ພູວົງ, ແຂວງ ອັດຕະປື.

ເຊິ່ງລາຍລາຍລະອຽດຂອງການທໍາລາຍລູກບົມ ຄັ້ງນີ້ ທ່ານ ໄຊເສດຖາ ໂພສາລາດ, ຮອງຜູ້ປະສານງານ ໂຄງການເກັບກູ້ລະເບີດປະຈໍາ ແຂວງ ອັດຕະປື ໃຫ້ຮູ້ວ່າ: ການປະຕິບັດການທໍາລາຍລະເບີດລູກບົມຄັ້ງນີ້ ແມ່ນເນື່ອງມາຈາກ ພາຍຫຼັງທີ່ໄດ້ຮັບການລາຍງານຈາກອໍານາດການປົກບ້ານ ນໍ້າຊວນ ຄະນໍາອົງການເກັບກູ້ລະເບີດປະຈໍາແຂວງ ກໍໄດ້ກະກຽມວາງແຜນເປັນອັນລະອຽດ ໂດຍໄດ້ແຕ່ງຕັ້ງພະນັກງານວິຊາ ທີມງານລົງສໍາຫຼວດ, ເກັບກຳຂໍ້ມູນ ເພື່ອປະເມີນຄວາມອັນຕະລາຍ ທີ່ອາດຈະເກີດຂື້ນຈາກລູກລະເບີດດັ່ງກ່າວ.

ລູກບົມ 500 ປອນ Mk82

ຈາກການສໍາຫຼວດປະເມີນໃນພື້ນຕົວຈິງ ສາມາດກຳໄດ້ຈຸດພິກັດທີ່ຕັ້ງຂອງລູກລະເບີດ ແລະ ຄວາມອັນຕາລາຍຮ້າຍແຮງຂອງມັນ ອາດຈະເກີດຂື້ນກັບຊິວິດ, ຊັບສີນຂອງປະຊາຊົນ ແລະ ພື້ນຖານໂຄງລ່າງທີ່ຈໍາເປັນພາຍໃນບ້ານຈໍານວນໜຶ່ງເຊັ່ນ: ລະບົບເຄືອຂ່າຍໄຟຟ້າ, ລະບົບເສົາສັນຍາເຄືອຂ່າຍໂທລະສັບ, ພ້ອມກັນນັ້ນກໍໄດ້ເຊີນເອົາພາກສ່ວນກຽ່ວຂ້ອງມາປືກສາຫາລືຫາທາງອອກຮ່ວມກັນແລ້ວ ກໍໄດ້ຍົກຍ້າຍປະຊາຊົນອອກຈາກຈຸດພິກັດ.


ສໍາລັບຂັ້ນຕອນເຕັກນິກການທໍາລາຍໄດ້ແບ່ງອອກເປັນສາມທີມ, ເຊິ່ງຈະໃຊ້ຈໍານວນຄົນທັງໝົດ 27 ຄົນ, ໄດ້ໃຊ້ເປົາຊາຍ 9 ພັນເປົາ ແລະ ຂຸດຄອງອ້ອມຮອບລູກລະເບີດຄວາມເລີກ 2 ແມັດ, ກວ້າງ 1 ແມັດກວ່າ, ເພື່ອຮັບປະກັນຄວາມປອດໄພ ແລະ ໄດ້ວາງກໍາລັງປະຈໍາຈຸດຍາມວົງນອນກ 10 ຈຸດ, ວົງໃນ 3 ຈຸດ,ຈາກນັ້ນໄດ້ກວດຄືນຄວາມພ້ອມເປັນທີ່ຮຽບຮອ້ຍ ແລະ ໄດ້ທໍາລາຍທັນທີ, ເຊິ່ງຜ່ານການທໍາລາຍ ແລະ ປະເມີນຜົນກະທົບຄືນ ແມ່ນສາມາດປະຕິບັດໄດ້ຕາມແຜນ ແລະ ມີຄວາມປອດໄພ 100%.


ຂໍ້ມູນຈາກ: ໄຊຈະເລີນ

More from author

Related posts

Latest posts

ເຮືອນຂອງເຮົາມີຄວາມສຸກລະດັບໃດ?

ຄວາມສຸກໃນເຮືອນຂອງເຈົ້າເປັນຈັ່ງໃດ? ຫລາຍຄົນຄິດວ່າ ຄວາມສຸກຂຶ້ນກັບເງິນທອງ ຫລື ຂອງຂວັນທີ່ມີ ແຕ່ຄວາມສຸກມວນຮວມປະເທດ (Gross National Happiness - GNH) ຂອງພູຖານ ບໍ່ໄດ້ວັດເພີຍແຕ່ຄວາມຮັ່ງມີທາງເສດຖະກິດເທົ່ານັ້ນ! ມັນຍັງວັດເຖິງຄວາມຮູ້ສຶກ ຄວາມຮ່ວມມື ແລະ ບັນຍາກາດຂອງເຮືອນແບບລວມດ້ວຍ

VietJet ປະກາດເສັ້ນທາງສາຍໃໝ່ ພູກວກ-ສິງກະໂປ ແລະ ຮັບປະກັນຂໍ້ຕົກລົງດ້ານການເງິນ 300 ລ້ານໂດລາສະຫະລັດ

(ນະຄອນຫຼວງ ວຽງຈັນ, 12 ມີນາ 2025) - ໃນລະຫວ່າງການຢ້ຽມຢາມ ປະເທດສິງກະໂປ ຢ່າງເປັນທາງການ ຂອງທ່ານເລຂາທິການໃຫຍ່ ປະທານປະເທດຫວຽດນາມ ທ່ານ ໂຕ້ ລຳ. VietJet ໄດ້ປະກາດເປີດເສັ້ນທາງໂດຍກົງໃໝ່ເຊື່ອມຕໍ່ ລະຫວ່າງ ຜູ້ກວກ ກັບ ສິງກະໂປ, ພ້ອມກັບການລົງນາມໃນສັນຍາ ສະໜອງທຶນ 300 ລ້ານໂດລາສະຫະລັດ ຮ່ວມມືກັບການບິນ Carlyle. ເຫດການນີ້ແມ່ນການເພີ່ມທະວີການເຊື່ອມຕໍ່ ແລະ ຊຸກຍູ້ການແລກປ່ຽນການຄ້າ ແລະ ການທ່ອງທ່ຽວໃນທົ່ວປະເທດອາຊີຕາເວັນອອກສ່ຽງໃຕ້.

7-Eleven ສາຂາທຳອິດໃນແຂວງຫຼວງພະບາງ ເປີດເປັນທາງການແລ້ວ.

ໜູນຊ່ວຍຂະແໜງການບໍລິການສົ່ງເສີມການທ່ອງທ່ຽວ ຮ່ວມສ້າງເສດຖະກິດສັງຄົມ ຂະຫຍາຍຕົວແບບຍືນຍົງ. ວັນທີ 06 ມີນາ 2025 ທ່ານ ວຽງທອງ ຫັດສະຈັນ ເຈົ້ານະຄອນຫຼວງພະບາງ ໄດ້ໃຫ້ກຽດເປັນປະທານໃນພິທີເປີດຮ້ານ 7-Eleven ສາຂາ ແອວພີບີ ໂພສີ (LPB PHOSY) ຢ່າງເປັນທາງການ ໂດຍຮ້ານນີ້ ຕັ້ງຢູ່ບ້ານສາຍລົມ, ເມືອງຫຼວງພະບາງ ຖືວ່າເປັນຮ້ານ 7-Eleven ສາຂາທຳອິດຂອງແຂວງຫຼວງພະບາງ ພາຍໃນງານຍັງຮ່ວມໄປດ້ວຍແຂກຜູ້ມີກຽດຈາກຫຼາຍໆພາກສ່ວນໃນພື້ນທີ່