Thursday, March 20, 2025

ມອບເປັນທາງການແລ້ວ! ເງິນ 100 ລ້ານກີບ ອັດສີດນັກກິລາບານເຕະ U23 ລາວ

ຕອນແລງ ວັນທີ 14 ມີນາ 2022 ຢູ່ທີ່ ໂຮງແຮມແລນມາກ, ໄດ້ມີພິທີມອບເງິນອັດສີດຈຳນວນ 100 ລ້ານກີບ ໃຫ້ກັບນັກກິລາ ບານເຕະທີມຊາດລາວ ລຸ້ນອາຍຸບໍ່ເກີນ 23 ປີ ທີ່ສາມາດສ້າງຜົນງານໂດຍການຍາດໄດ້ ອັນດັບທີ 3 ຮ່ວມກັບ ທີມຊາດ ຕີມໍເລສເຕ ໃນລາຍການ AFF U23 CHAMPIONSHIP 2022 ທີ່ປະເທດ ກຳປູເຈຍ.

ຕາງໜ້າມອບເງິນອັດສີດໃນຄັ້ງນີ້ ໂດຍທ່ານນາງ ພິຈິກາ ບຸນກວ້າງ ຫຼື ມາດາມໂບ, ຮອງປະທານສະຫະພັນ ບານເຕະຄົນພິການ ແຫ່ງຊາດລາວ, ອະດີດຜູ້ຈັດການທີມ ວຽງຈັນຢູໄນເຕັດ ແລະ ຕາງໜ້າຮັບໂດຍ ທ່ານ ສົມສະໜຸກ ຮອງປະທານ ສະຫະພັນບານເຕະແຫ່ງຊາດລາວ ພ້ອມດ້ວຍນັກກິລາ U23.

ສຳລັບເງິນອັດສີດຈຳນວນ 100 ລ້ານກີບນັ້ນ ສະເພາະສ່ວນຂອງ ມາດາມໂບ 40 ລ້ານກີບ ນອກຈາກນັ້ນກໍແມ່ນມາຈາກນັກທຸລະກິດ, ໝູ່ເພື່ອນ ສົມທົບຕື່ມຈົນຄົບ 100 ລ້ານ ເຊິ່ງການອັດສີດນັກກິລາ U23 ໃນຄັ້ງນີ້ ກໍເພື່ອສ້າງຂວັນກຳລັງໃຈໃຫ້ກັບນັກກິລາທີ່ສ້າງຜົນງານດີ ເຮັດໃຫ້ພວກເຂົາສາມາດພັດທະນາຕົນເອງຂຶ້ນໄປເລື້ອຍໆ ແລະ ສ້າງຊື່ສຽງໃຫ້ກັບປະເທດລາວ ຕໍ່ໄປ.

More from author

Related posts

Latest posts

VietJet ປະກາດເສັ້ນທາງສາຍໃໝ່ ພູກວກ-ສິງກະໂປ ແລະ ຮັບປະກັນຂໍ້ຕົກລົງດ້ານການເງິນ 300 ລ້ານໂດລາສະຫະລັດ

(ນະຄອນຫຼວງ ວຽງຈັນ, 12 ມີນາ 2025) - ໃນລະຫວ່າງການຢ້ຽມຢາມ ປະເທດສິງກະໂປ ຢ່າງເປັນທາງການ ຂອງທ່ານເລຂາທິການໃຫຍ່ ປະທານປະເທດຫວຽດນາມ ທ່ານ ໂຕ້ ລຳ. VietJet ໄດ້ປະກາດເປີດເສັ້ນທາງໂດຍກົງໃໝ່ເຊື່ອມຕໍ່ ລະຫວ່າງ ຜູ້ກວກ ກັບ ສິງກະໂປ, ພ້ອມກັບການລົງນາມໃນສັນຍາ ສະໜອງທຶນ 300 ລ້ານໂດລາສະຫະລັດ ຮ່ວມມືກັບການບິນ Carlyle. ເຫດການນີ້ແມ່ນການເພີ່ມທະວີການເຊື່ອມຕໍ່ ແລະ ຊຸກຍູ້ການແລກປ່ຽນການຄ້າ ແລະ ການທ່ອງທ່ຽວໃນທົ່ວປະເທດອາຊີຕາເວັນອອກສ່ຽງໃຕ້.

7-Eleven ສາຂາທຳອິດໃນແຂວງຫຼວງພະບາງ ເປີດເປັນທາງການແລ້ວ.

ໜູນຊ່ວຍຂະແໜງການບໍລິການສົ່ງເສີມການທ່ອງທ່ຽວ ຮ່ວມສ້າງເສດຖະກິດສັງຄົມ ຂະຫຍາຍຕົວແບບຍືນຍົງ. ວັນທີ 06 ມີນາ 2025 ທ່ານ ວຽງທອງ ຫັດສະຈັນ ເຈົ້ານະຄອນຫຼວງພະບາງ ໄດ້ໃຫ້ກຽດເປັນປະທານໃນພິທີເປີດຮ້ານ 7-Eleven ສາຂາ ແອວພີບີ ໂພສີ (LPB PHOSY) ຢ່າງເປັນທາງການ ໂດຍຮ້ານນີ້ ຕັ້ງຢູ່ບ້ານສາຍລົມ, ເມືອງຫຼວງພະບາງ ຖືວ່າເປັນຮ້ານ 7-Eleven ສາຂາທຳອິດຂອງແຂວງຫຼວງພະບາງ ພາຍໃນງານຍັງຮ່ວມໄປດ້ວຍແຂກຜູ້ມີກຽດຈາກຫຼາຍໆພາກສ່ວນໃນພື້ນທີ່

“ການສຶກສາ” ໃນຍຸກປັດຈຸບັນ ຄວນຫັນໄປທາງໃດດີ

ປະຕິເສດບໍ່ໄດ້ເລີຍວ່າ ເຮົາກຳລັງຢູ່ໃນຍຸກທີ່ເຕັກໂນໂລຊີກ້າວໄປຢ່າງໄວວາ ແລະ ໂລກປ່ຽນແປງຢ່າງບໍ່ຢຸດຢັ້ງ, ການສຶກສາແບບດັ້ງເດີມອາດຈະບໍ່ພຽງພໍຕໍ່ການຕອບສະໜອງຄວາມຕ້ອງການຂອງສັງຄມໃນປັດຈຸບັນ ເພາະຊ່ອງທາງການຮຽນຮູ້ມີຫຼາຍ ແລະ ຄົນສາມາດຮຽນຮູ້ໄດ້ດ້ວຍຕົນເອງຜ່ານ ປັນຍາປະດິດ (AI), ຮຽນຮູ້ຜ່ານອອນລາຍ, ແລະ ທັກສະດິຈິຕອລກາຍເປັນສ່ວນໜຶ່ງຂອງຊີວິດປະຈໍາວັນ.