Monday, November 10, 2025
Kbank Laos โอน รับ จ่าย

ກຽມຈັດງານ ເທດສະການ “ຫຸ່ນເຟືອງ” ຄັ້ງທຳອິດໃນ ນະຄອນຫຼວງ.

ຊາວນະຄອນຫຼວງ ວຽງຈັນ ກຽມທ່ຽວຊົມງານເທດສະການ “ຫຸ່ນເຟືອງທົ່ງນາແຊງບ້ານນາ” ເຊີ່ງຈະຈັດຂຶ້ນຄັ້ງທຳອິດຢູ່ບ້ານ ໜອງບົວທອງເໜືອ, ເມືອງ ຈັນທະບູລີ, ນະຄອນຫຼວງ ວຽງຈັນ ໃນລະຫວ່າງວັນທີ 21-29 ມີນາ 2022 ໂດຍຈະມີຫຼາຍກິດຈະກໍາເພື່ອທ່ຽວຊົມ.

ທ່ານ ນາງ ວົງຈັນ ບົວແພງ ຮອງຜູ້ຈັດການ ໂຮງແຮມລາວເທວ, ທັງເປັນຜູ້ຮັບຜິດຊອບການຈັດງານຄັ້ງນີ້ ກ່າວວ່າ: ຈຸດປະສົງຂອງການຈັດງານໃນຄັ້ງນີ້ ເພື່ອເປັນການສົ່ງເສີມການທ່ອງທ່ຽວພາຍໃນນະຄອນຫຼວງ ວຽງຈັນ ຫຼື ລາວທ່ຽວລາວ ໃຫ້ກັບມາມີບັນຍາກາດຄຶກຄື້ນອີກຄັ້ງໜຶ່ງ, ນອກຈາກນີ້ ຍັງເປັນການສົ່ງເສີມທຸລະກິດຊຸມຊົນ ໃຫ້ມີບ່ອນຊື້-ບ່ອນຂາຍ ຂອງປະຊາຊົນພາຍໃນເມືອງ ຈັນທະບູລີ ກໍຄື ນະຄອນຫຼວງ ວຽງຈັນ.

ທ່ານ ນາງ ວົງຈັນ ບົວແພງ

ພາຍໃນງານ ແມ່ນຈະຈັດໃຫ້ມີຫຼາກຫຼາຍກິດຈະກໍາ ເຊັ່ນ: ການຖ່າຍຮູບກັບຫຸ່ນເຟືອງທີ່ເປັນສັດຫຼາຍປະເພດ ຄື: ຄວາຍ, ຊ້າງ, ສິງ, ເສືອ ແລະ ລິງ ການຂາຍສິນຄ້າຕ່າງໆ ຂອງປະຊາຊົນ, ລວມທັງຜູ້ປະກອບການທີ່ນໍາມາວາງສະແດງຂາຍພາຍໃນງານ.

ການຈັດງານໃນຄັ້ງນີ້ ຈະປະຕິບັດຄຽງຄູ່ກັບມາດຕະການປ້ອງກັນພະຍາດ ໂຄວິດ-19 ຢ່າງເຂັ້ມງວດ ແລະ ຖືເປັນຄັ້ງທໍາອິດ ທີ່ຈັດງານເທສະການຫຸ່ນເຟືອງທົ່ງນາແຊງບ້ານນາ ຢູ່ ນະຄອນຫຼວງວຽງຈັນ, ຖ້າຫາກໄດ້ຮັບຜົນດີຈະສືບຕໍ່ຈັດຂຶ້ນທຸກໆປີ ເພື່ອເປັນສ່ວນໜຶ່ງໃນການຊຸກຍູ້ສົ່ງເສີມການທ່ອງທ່ຽວພາຍໃນ ເມືອງ ຈັນທະບູລີ ໃຫ້ມີບັນຍາກາດຄຶກຄື້ນມ່ວນຊື່ນ.

More from author

Related posts

Latest posts

ສາຍການບິນ Vietjet ບັນລຸ 97% ຂອງແຜນການປະຈຳປີ ດ້ວຍຜົນງານທີ່ເຂັ້ມແຂງໃນໄຕມາດທີ 3 ປີ 2025

(ນະຄອນຫຼວງວຽງຈັນ, ວັນທີ 5 ພະຈິກ 2025) - ສາຍການບິນ Vietjet ໄດ້ລາຍງານຜົນງານທຸລະກິດທີ່ດີເລີດສຳລັບໄຕມາດທີ 3 ຂອງປີ 2025 (3Q2025), ໂດຍບັນລຸເຖິງ 97% ຂອງແຜນການປະຈຳປີໃນຂະນະທີ່ຍັງສືບຕໍ່ຮັກສາຈັງຫວະການເຕີບໂຕທີ່ໝັ້ນຄົງ. ຜົນງານໃນທາງບວກນີ້ຢືນຢັນເຖິງຖານະຂອງ Vietjet ໃນຖານະສາຍການບິນຊັ້ນນຳໃນພາກພື້ນອາຊີ, ສືບຕໍ່ສະເໜີທາງເລືອກການເດີນທາງທີ່ລາຄາຖືກແລະສະດວກໃຫ້ແກ່ຜູ້ໂດຍສານໃນທົ່ວພາກພື້ນ.

ສາຍການບິນ Vietjet ແລະ ມະຫາວິທະຍາໄລ Oxford ປະກາດຜົນການຄົ້ນຄວ້າເບື້ອງຕົ້ນ ກ່ຽວກັບການບິນທົ່ວໂລກສູ່ເປົ້າໝາຍ Net Zero

ນະຄອນຫຼວງວຽງຈັນ, ວັນທີ 30 ຕຸລາ 2025 – ໃນຖານະເປັນສ່ວນໜຶ່ງຂອງຄໍາໝັ້ນສັນຍາຕໍ່ການພັດທະນາແບບຍືນຍົງ ແລະ ນະວັດຕະກໍາ, Vietjet ໄດ້ປະກາດຜົນການຄົ້ນຄວ້າເບື້ອງຕົ້ນຂອງໂຄງການຄົ້ນຄວ້າອັນສຳຄັນກ່ຽວກັບການແກ້ໄຂບັນຫາ Net Zero ສໍາລັບການບິນທົ່ວໂລກ, ໂດຍການຮ່ວມມືກັບມະຫາວິທະຍາໄລ Oxford. ມະຫາວິທະຍາໄລທີ່ມີຊື່ສຽງລະດັບໂລກຍັງໄດ້ເປີດຕົວ ໂຄງການທຶນການສຶກສາ Oxford Pioneer Scholarship Scheme ເຊິ່ງເປັນໂຄງການດ້ານການສຶກສາທີ່ສໍາຄັນ, ຮ່ວມກໍ່ຕັ້ງໂດຍ ດຣ. ຫງວຽນ ຖິ ເຟືອງ ທ້າວ (Dr Nguyen Thi Phuong Thao), ປະທານສະພາບໍລິຫານຂອງ Sovico Group ແລະ Vietjet, ເພື່ອສະໜັບສະໜູນການພັດທະນາພອນສະຫວັນ.

ລະວັງ! 5 ພະຍາດ ທີ່ມາກັບລະດູໜາວ

ເຖິງວ່າເດືອນພະຈິກ (ເດືອນ 11) ຈະເຂົ້າສູ່ລະດູໜາວຢ່າງເຕັມໂຕ ແຕ່ບາງເຂດໃນປະເທດລາວກໍຍັງບໍ່ທັນມີອາກາດໜາວເຢັນຕາມຊື່ລະດູໜາວເລີຍ, ແຕ່ສິ່ງທີ່ມັກຈະມາພ້ອມກັບລະດູໜາວນັ້ນແມ່ນພະຍາດ, ເຊື້ອໄວຣັສ ແລະ ແບັກທິເຣຍ; ເຊິ່ງມື້ນີ້ ອິນໄຊລາວຈະພາມາຮູ້ຈັກກັບ 5 ພະຍາດທີ່ມັກມາພ້ອມກັບລະດູໜາວ ເພື່ອໃຫ້ເຮົາໄດ້ກຽມຄວາມພ້ອມຮັບມື ເຊິ່ງມີພະຍາດຫຍັງແດ່ນັ້ນ ໄປເບິ່ງນຳກັນເລີຍ.