ຂ່າວເດັ່ນ! ໜັງສືພິມວຽງຈັນທາຍ

ປະຈຳວັນທີ 19 ມີນາ 2022 | ໜັງສືພິມວຽງຈັນທາຍໄດ້ໃຫ້ຮູ້ວ່າ:

ເຕາະບານນັດອຸ່ນເຄື່ອງ! ເພື່ອເຂົ້າຮ່ວມງານມະຫະກຳກິລາ ຊີເກມ ຄັ້ງທີ 31

ສະຫະພັນບານເຕະແຫ່ງຊາດລາວ (ສຕລ) ຈະຈັດການແຂ່ງຂັນບານເຕະ ນັດອຸ່ນເຄື່ອງ 2 ນັດ ລະຫວ່າງທີມຊາດລາວ ຊຸດໃຫຍ່ ກັບທີມຊາດມົງໂກລີ ແລະ ບຣູໄນ, ເພື່ອກຽມເຂົ້າຮ່ວມການແຂ່ງຂັນບານເຕະ ໃນງານມະຫະກຳກິລາ ຊີເກມ ຄັ້ງທີ 31 ໃນລະຫວ່າງ ວັນທີ 12-23 ພຶດສະພາ 2022 ທີ່ ສສ ຫວຽດນາມ.

ສໍາລັບ ວັນທີ 23 ມີນາ 2022 ເວລາ 18: 00 ໂມງ ທີມຊາດລາວ ພົບ ທີມຊາດມົງໂກລີ ແລະ  ວັນທີ 27 ມີນາ 2022 ເວລາ 18:00 ໂມງ ທີມຊາດລາວ ພົບ ທີມຊາດບຣູໄນ…ອ່ານຕໍ່

ສປປ ລາວ! ທົດລອງໂຄງການກະກຽມຄວາມພ້ອມກ່ອນເກີດໄພພິບັດທາງທຳມະຊາດ

​ລາວ ຈະເລັ່ງທົດລອງປະຕິບັດໂຄງການກະກຽມຄວາມພ້ອມກ່ອນເກີດໄພພິບັດທາງທໍາມະຊາດ ເປັນຕົ້ນ ໄພນໍ້າຖ້ວມ ແລະ ໄພແຫ້ງແລ້ງ ຢູ່ 2 ແຂວງ ຄື: ແຂວງຫຼວງພະບາງ ແລະ ສະຫວັນນະເຂດ.

ໂຄງການດັ່ງກ່າວເປັນການຮ່ວມມືລະ​ຫ່ວ​າງກົມສັງຄົມສົງເຄາະ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ​ແລະ ອົງການອາຫານ ແລະ ການກະເສດ (FAO)…ອ່ານຕໍ່

ສັດປ່າຢູ່ໃນ ສປປ ລາວ ກໍາລັງຕົກຢູ່ໃນສະພາບຫຼຸດໜ້ອຍລົງ

ສັດປ່າຫຼາຍຊະນິດຢູ່ລາວ ແມ່ນຕົກຢູ່ໃນສະພາບຫຼຸດໜ້ອຍລົງ ເຊິ່ງມີຈໍານວນໜຶ່ງໄດ້ສູນພັນໄປແລ້ວ ຍ້ອນໄພຄຸກຄາມຈາກຫຼາຍສາເຫດ ແລະ ເນື່ອງມາຈາກກິດຈະກໍາຂອງມະນຸດເປັນປັດໄຈຫຼັກ.

ສາເຫດສັດປ່າຫຼາຍຊະນິດຫຼຸດໜ້ອຍລົງ ແມ່ນຍ້ອນການທໍາລາຍປ່າໄມ້, ລ່າສັດ, ການຂະຫຍາຍທີ່ຢູ່ອາໃສ, ໂຄງການພັດທະນາຂະໜາດໃຫ່ຍ, ການຂະຫຍາຍເນື້ອທີ່ປູກຝັງ…ອ່ານຕໍ່

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...