ຊົມເຊີຍ! ຫຼາຍສະຖານທີ່ຢູ່ແຂວງ ຈຳປາສັກ ໄດ້ຮັບລາງວັນມາດຕະຖານທ່ອງທ່ຽວອາຊຽນ.

ໃນວັນທີ 17 ມີນາ 2022 ຢູ່ທີ່ ສະໂມສອນຫຼັກ 4 ແຂວງ ຈຳປາສັກ ໄດ້ມີພິທິ ມອບ-ຮັບ ລາງວັນ ມາດຕະຖານທ່ອງທ່ຽວອາຊຽນ ໃຫ້ທຸລະກິດທ່ອງທ່ຽວຢູ່ ແຂວງ ຈຳປາສັກ ປະຈໍາປີ 2022, ໃຫ້ກຽດເຂົ້າຮ່ວມຂອງທ່ານ ນາງ ສວນສະຫວັນ ວິຍະເກດ, ລັດຖະມົນຕີກະຊວງ ຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ, ທ່ານ ປອ. ວິໄລວົງ ບຸດດາຄຳ ເຈົ້າແຂວງຈຳປາສັກ, ມີການນຳແຂວງ, ກົມຄຸ້ມຄອງການທ່ອງທ່ຽວ, ການນຳນະຄອນປາກເຊ, ພະແນກຖະແຫຼງຂ່າວ, ວັດທະນະທຳ ແລະທ່ອງທ່ຽວແຂວງ, ພະນັກງານ, ນັກທຸລະກິດຜູ້ປະກອບການບໍລິການທ່ອງທ່ຽວທົ່ວແຂວງເຂົ້າຮ່ວມ.

ໃນພິທີໄດ້ມີການສະຫຼຸບສັງລວມສະພາບການຈັດຕັ້ງປະຕິບັດ ມາດຕະຖານການທ່ອງທ່ຽວອາຊຽນຢູ່ ສປປ ລາວ, ຢູແຂວງຈຳປາສັກ ແລະ ນະຄອນປາກເຊ, ຊຶ່ງຍົກໃຫ້ເຫັນຜົນສຳເລັດ, ຂໍ້ສະດວກ, ຂໍ້ຫຍຸ້ງຍາກ ແລະ ສິ່ງທ້າທາຍ ຕໍ່ການປະຕິບັດວຽກງານການທ່ອງທ່ຽວ ແລະ ດ້ວຍຄວາມພະຍາຍາມໃນການພັດທະນາການທ່ອງທ່ຽວປະຕິບັດຕາມມາດຖານເງື່ອນໄຂທີ່ອາຊຽນ ວາງອອກ ສະນັ້ນ ຢູ່ແຂວງ ຈຳປາສັກໄດ້ຮັບ ລາງວັນມາດຕະຖານທ່ອງທ່ຽວອາຊຽນ ມີ 4 ພາກສ່ວນ ຄື:

1. ລາງວັນມາດຕະຖານ ເມືອງທ່ອງທ່ຽວສະອາດອາຊຽນ ແມ່ນ ນະຄອນປາກເຊ.

2. ລາງວັນ ການທ່ອງທ່ຽວແບບຍືນຍົງອາຊຽນ ແມ່ນ ສະຖານທີ່ທ່ອງທ່ຽວຕາດເຍືອງ.

3.ລາງວັນ ມາດຕະຖານສະຖານທີ່ຈັດງານອາຊຽນ ແມ່ນ ໂຮງແຮມ ເອຣາວັນ ຣີເວີໄຊ.

4. ລາງວັນ ມາດຕະຖານ ໂຮງແຮມຂຽວອາຊຽນ ແມ່ນ ໂຮງແຮມ ປອນອາລີນາ.

1. ໂຮງແຮມປາກຊ່ອງແດນງາມ.

2. ບ້ານຫຼັກ 40.

3. ທ່ານ ພອນປະເສີດ ຈັນທະປະເສີດ ພະນັກງານນຳທ່ຽວຂັ້ນບ້ານ.

4. ທ່ານ ຈັນສະໝອນ ສີສຸລິຊາດ ພະນັກງານນຳທ່ຽວຂັ້ນບ້ານ.

5. ທ່ານ ແອນ້ອຍ ວົງວິສິນ ພະນັກງານນຳທ່ຽວຂັ້ນບ້ານ.

6. ທ່ານ ນາງ ປັດທະສອນ ຈັນທິປະເສີດ ພະນັກງານນໍາທ່ຽວຂັ້ນບ້ານ.

7. ທ່ານ ສະກຽດ ໂຊກຮັກສາ ພະນັກງານນຳທ່ຽວຂັ້ນບ້ານ.

8. ຕາງໜ້າ ຫ້ອງນໍ້າສາທາລະນະຕາດເຍືອງ.

9. ບໍລິສັດ ທ່ອງທ່ຽວຈຳປາໃໝ່.

10. ຮ້ານອາຫານ ສວນນໍ້າເຜິ້ງຕາດເຍືອງ.

ໃຫ້ກຽດມອບໂດຍ ທ່ານ ນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີກະຊວງ ຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ. ໃນຕອນທ້າຍພິທີທ່ານ ນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີກະຊວງ ຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ, ທ່ານ ປອ. ວິໄລວົງ ບຸດດາຄຳ ເຈົ້າແຂວງຈຳປາສັກ ຍັງໄດ້ເປັນກຽດໂອລົມ ໂດຍເນັ້ນການສືບຕໍ່ພັດທະນາວຽກງານການທ່ອງທ່ຽວຢູ່ແຂວງຈຳປາສັກ ໃຫ້ມີຄວາມເຂັ້ມແຂງໃນແຕ່ລະດ້ານ ເພື່ອດືງດູດນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດໃຫ້ເຂົ້າມາທ່ອງທ່ຽວທີ່ ແຂວງ ຈໍາປາສັກ ມີຈໍານວນຫຼາຍຂຶ້ນເລື້ອຍໆ.

ທີ່ມາ: ໜັງສືພິມຈຳປາໃໝ່ ????????? ?????????

More from author

Related posts

Latest posts

ເອັສຊີຈີ ສານຕໍ່ ໂຄງການ “SCG Sharing the Dream 2026”

ມອບທຶນການສຶກສາແກ່ເຍົາວະຊົນ ໃນ ສປປ ລາວ ຕໍ່ເນື່ອງເປັນປີທີ 15 ສ້າງຄົນລຸ້ນໃໝ່ "Green Active Generation" ພັດທະນາປະເທດໃຫ້ຍືນຍົງ 5 ພະຈິກ 2026 - ນະຄອນຫຼວງວຽງຈັນ ສປປ ລາວ: ກະຊວງສຶກສາທິການ ແລະ ກິລາ ສປປ ລາວ ຮ່ວມກັບ ເອັສຊີຈີ...

ຊຳຊຸງ ເປີດໂຕ 3 ຮຸ່ນໃໝ່ ຕ້ອນຮັບທ້າຍປີ ເນັ້ນປະສິດທິພາບດີ ໃນລາຄາທີ່ເຂົ້າເຖິງໄດ້

ຊຳຊຸງວາງຈຳໜ່າຍ Galaxy A18, Galaxy A08 ແລະ Galaxy A07s ແລ້ວໃນ ສປປ ລາວ ຍົກຈຸດເດັ່ນດ້ານປະສິດທິພາບ ດ້ວຍຊິບເຊັດລຸ້ນໃໝ່ MediaTek Helio G99+ ແລະ RAM Plus ທີ່ຊ່ວຍເພີ່ມຄວາມໄວໃນການ ຮັບ-ສົ່ງ ຂໍ້ມູນ ຫຼຸດອາການໜ່ວງ ເປີດແອັບພລິເຄຊັນໄດ້ໄວ,...

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.