Thursday, January 23, 2025

Samsung Galaxy S22  Series ວາງຈໍາໜ່າຍຢ່າງເປັນທາງການແລ້ວ ເຜີຍຄຸນສົມບັດສຸດລໍ້າ ທີ່ສຸດທຸກຂີດຈໍາກັດ ແຫກທຸກກົດເກນ

ວາງຈຳໜ່າຍແລ້ວໃນລາວ! ສະມາດໂຟນຊຳຊຸງລຸ້ນລ່າສຸດ Galaxy S22 Series ດ້ວຍຄຸນສົມບັດທີ່ທັນສະໄໝ ທະລຸທຸກຂີດຈໍາກັດຂອງໂທລະສັບມືຖືລະດັບ Flagship ທັງດ້ານການປະມວນຜົນ ການອອກແບບ ແລະ ປະສິດທິພາບຂອງກ້ອງ ແລະ ທີ່ສໍາຄັນ ເປັນຄັ້ງທໍາອິດທີ່ຜູ້ໃຊ້ຕະກູນ S ຈະສາມາດໃຊ້ງານ ແລະ ເກັບປາກກາ S Pen ໄວ້ໃນໂຕເຄື່ອງເລີຍ

Samsung Galaxy S22 Series ມີການເພີ່ມຄຸນສົມບັດໃໝ່ໃຫ້ຕະກູນ S ຫຼາຍຂຶ້ນກວ່າເກົ່າເຊັ່ນ: ການເພີ່ມ NPU ເພື່ອເຮັດໃຫ້ການປະມວນຜົນຂອງ AI ສາມາດເຮັດວຽກໄດ້ຢ່າງປະສິດທິພາບ ການປັບປຸງເຕັກນິກການປະມວນຜົນຂອງ PD/AF ເຮັດໃຫ້ຮູບຖ່າຍ ແລະ ວິດີໂອ ໄດ້ຜົນງານລະດັບມືອາຊີບ ແລະ ໜ້າຈໍແບບ Dynamic AMOLED ທີ່ແຈ້ງກວ່າເກົ່າ ແຕ່ປະຢັດພະລັງງານຫຼາຍຂຶ້ນ

ສໍາລັບ Samsung Galaxy S22 Series ປະກອບໄປດ້ວຍ S22, S22+ ແລະ S22 Ultra ໂດຍທຸກລຸ້ນ ໃຊ້ຊິບເຊັດ Snapdragon 8 Gen 1 ເຊິ່ງອອກແບບດ້ວຍສະຖາປັດຕະຍະກໍາ 4 ນາໂນແມັດ ເຮັດໃຫ້ປະມວນຜົນກຼາຟຟິກໄດ້ດີກວ່າ 26% ພ້ອມໜ່ວຍປະມວນຜົນ NPU ເຊິ່ງຈະເພີ່ມປະສິດທິພາບໃນການປະມວນຜົນ AI ໃຫ້ດີຂຶ້ນໄປອີກ

ເຕັກໂນໂລຊີກ້ອງຄົມຊັດ ປະສານກັບ AI ທີ່ໃຫ້ຄຸນນະພາບລະດັບຮູບເງົາ

ຊໍາຊຸງຄືຜູ້ນໍາໃນການເອົາເຕັກໂນໂລຊີ Dual Pixel ມາສູ່ໂທລະສັບມືຖື ເພື່ອເຮັດໃຫ້ສາມາດຖ່າຍຮູບໄດ້ຄົມຊັດ ແລະ ສວຍງາມໃນລະດັບມືອາຊີບ ແລະ ຍັງຄົງພັດທະນາເຕັກນິກຕ່າງໆເພື່ອໃຫ້ກ້ອງຂອງໂທລະສັບຊໍາຊຸງມີສັກກະຍະພາບສູງສຸດສໍາລັບຜູ້ໃຊ້ງານ

ຈົນມາຮອດລຸ້ນ S22 ໄດ້ລໍ້າໜ້າໄປອີກຂັ້ນ ດ້ວຍເຕັກໂນໂລຊີການປະມວນຜົນຮູບຖ່າຍຂັ້ນສຸດທ້າຍດ້ວຍ AI ໃນສະພາວະແສງໜ້ອຍແບບ Dual Pixel PD/AF ຮ່ວມກັບລະບົບກັນສັ່ນ (OIS) ທີ່ບໍ່ພຽງແຕ່ສາມາດຖ່າຍຮູບກາງຄືນໃນໂໝດ Nightography ໃຫ້ເປັນເລື່ອງງ່າຍ ແຕ່ຍັງເຮັດໃຫ້ການຖ່າຍຮູບບຸກຄົນໃນໂໝດ Portrait ມີຄວາມໂດດເດັ່ນ ແລະ ການຖ່າຍວິດີໂອໃນໂໝດ Cinematic ໄດ້ຄຸນນະພາບອອກມາໃນລະດັບຮູບເງົາເລີຍ

ນອກຈາກນີ້ ເຕັກໂນໂລຊີ ການປະມວນຜົນຮູບຖ່າຍດ້ວຍ AI ຍັງເຮັດໃຫ້ການຖ່າຍພາບນິ່ງດ້ວຍກ້ອງ Samsung Galaxy S22 Series ມີຄວາມຄົມຊັດຫຼາຍຂຶ້ນ ສາມາດແຍກໄລຍະຄວາມຄົມຊັດເລິກ,ຕື້ນອອກຈາກກັນໄດ້ຢ່າງຊັດເຈນສວຍງາມພ້ອມຫຼຸດສັນຍານລົບກວນ (Noise) ໃນພາບເນື່ອງຈາກຢູ່ໃນສະພາວະແສງໜ້ອຍໄດ້ເປັນຢ່າງດີ

ພະລັງແຮງ ຈໍແຈ້ງ ແຂງແຮງ ສາກໄວ ໄດ້ຄົບ

ໂຕເຄື່ອງຂອງ S22 ດ້ານຫຼັງເປັນວັດສະດຸ Armor Aluminum ສ່ວນດ້ານໜ້າຈໍເປັນແກ້ວ Gorilla Victus+ ທີ່ມີຄວາມທົນທານສູງ ພ້ອມລະບົບ Super-fast Charge ທີ່ຊ່ວຍໃຫ້ສາກແບັດຂຶ້ນໄວທັນໃຈ

ນອກຈາກນີ້ ການວາງສະຖາປັດຕະຍະກໍາພາຍໃນໂຕເຄື່ອງຂອງ Samsung Galaxy S22 Series ຍັງເພີ່ມປະສິດທິພາບໃນການໃຊ້ພະລັງງານໄດ້ດີກວ່າ ຂະນະທີ່ການໃຊ້ໜ້າຈໍແບບ Dynamic AMOLED ທີ່ມີຄວາມສະຫວ່າງສູງສູ້ແສງແດດແຕ່ສາມາດຫຼຸດ Refresh Rate ໄດ້ລະອຽດຍິ່ງຂຶ້ນຈະຊ່ວຍໃຫ້ປະຫຍັດພະລັງງານໄດ້ດີກວ່າເກົ່າອີກດ້ວຍ

ເປັນເຈົ້າຂອງໄດ້ແລ້ວມື້ນີ້ ພ້ອມຂອງແຖມສຸດຄຸ້ມ

ສໍາລັບຜູ້ທີ່ຊື້ Samsung Galaxy S22 ທຸກລຸ້ນຕັ້ງແຕ່ວັນທີ 18 ມີນາ ຈົນຮອດ 30 ເມສາ ຈະໄດ້ຮັບຂອງແຖມສຸດຄຸ້ມຈາກຊໍາຊຸງ ໂດຍຜູ້ທີ່ຊື້ລຸ້ນ S22 ແລະ S22+ ຈະໄດ້ຮັບເຄສໃສພ້ອມແນວຕັ້ງ

ສໍາລັບຜູ້ທີ່ຈອງລຸ້ນ S22 Ultra ຈະໄດ້ຮັບຂອງແຖມພິເສດຫຼາຍຂຶ້ນ ນັ້ນກໍຄື ເຄສໃສ ແລະ ແນວສາກໂທລະສັບໄຮ້ສາຍ

ຂໍ້ມູນເພີ່ມເຕີມ ສອບຖາມ:

Samsung Call Center: 021 417 333

Facebook Page: SamsungLaos

Instagram: Samsungmobilelaos_official

Tiktok: @Samsungmobilelaos

 ຂໍ້ມູນທາງເຕັກນິກ ແລະ ລາຄາ Samsung Galaxy S22

 S22 UltraS22+S22
ໜ້າຈໍDynamic AMOLED 2X, Adaptive 120Hz, Infinity-O Display
6.8 QHD+6.6” FHD+6.1” FHD+
ກ້ອງຫຼັງUltra Wide: 12MP F2.2 (Dual Pixel AF) Wide: 108MP F1.8 (PD), OIS Tele1: 10MP F2.4 (3x, Dual Pixel AF) OIS Tele2: 10MP F2.2 (10x, Dual Pixel AF) OISUltra Wide: 12MP F2.2 (FF) Wide: 50MP F1.8, (Dual Pixel AF) OIS Tele: 10MP F2.4 (3x, Dual Pixel AF) OIS
ກ້ອງໜ້າ40MP F2.2 (PD)10MP F2.2 (Dual Pixel AF)10MP F2.2 (Dual Pixel AF)
ປາກກາ S Penມີມາກັບຕົວເຄື່ອງ
CPUSnapdragon 895 (4nm AP)
Ram12GB8GB
Rom256/512GB256GB128GB
Water resistantມາດຕະຖານ IP68, ຈຸ່ມນ້ຳໄດ້ເລິກ 1.5 m, ດົນເຖິງ 30 ນາທີ
Battery5,000 mAh4,500 mAh3,700 mAh
Super Fast Charge45W25W
ສີBurgundy, Phantom Black,
Phantom White, Green
Phantom White, Green,
Pink Gold
Phantom Black
ລາຄາ12+512GB: 16,599,000 ກີບ 12+256GB: 15,299,000 ກີບ12,599,000 ກີບ9,999,0009 ກີບ
Preorder giftsເຄສໃສ ແລະ ແນວສາກໂທລະສັບໄຮ້ສາຍເຄສໃສພ້ອມແນວຕັ້ງ

More from author

Related posts

Latest posts

ເປັນຫຍັງ? ເດືອນທຳອິດຂອງປີ ຄືນານໝົດແທ້!!

ເດືອນທຳອິດຂອງປີ ຄືດົນແທ້? ບໍ່ໝົດເດືອນຈັກເທື່ອ ຫຼາຍຄົນມັກຈົ່ມ ແລະ ຮູ້ສຶກແບບນີ້ແມ່ນບໍ? ທັງທີ່ເດືອນມັງກອນນີ້ກໍມີ 31 ວັນຄືກັນກັບເດືອນອື່ນໆ ຖ້າໃຜທີ່ຮູ້ສຶກແບບນີ້ຢູ່ ບອກເລີຍວ່າເຈົ້າບໍ່ໄດ້ຮູ້ສຶກໄປຄົນດຽວ ເພາະ William Skylark ນັກວິໄຈຂອງມະຫາວິທະຍາໄລ Cambridge  ໄດ້ອະທິບາຍວ່າ ເວລາທາງຄວາມຮູ້ສຶກຈະດົນນານກວ່າເວລາທີ່ເກີດຂຶ້ນໃນຕົວຈິງ ແລະ ມີຫຼາຍປັດໄຈທີ່ສົ່ງຜົນຕໍ່ເວລາທາງຈິດໄດ້.

ວົງຈອນເສັ້ນທາງທ່ອງທ່ຽວພະຈົນໄພຊຸມຊົນບ້ານນາລັນເໜືອ ແຂວງຫຼວງນ້ຳທາ ໄດ້ຮັບລາງວັນມາດຕະຖານອາຊຽນ.

ແຂວງຫຼວງນໍ້າທາ ເປັນອີກແຂວງໜຶ່ງທີ່ມີແຫຼ່ງທ່ອງທ່ຽວທາງທຳມະຊາດ, ວັດທະນະທຳ ທີ່ຕິດພັນກັບຊີວິດການເປັນຢູ່ ແລະ ຮີດຄອງປະເພນີທີ່ປະຊາຊົນມີສ່ວນຮ່ວມ, ດ້ວຍເຫດນີ້ ຈຶ່ງເຮັດໃຫ້ແຂວງຫຼວງນຳທາໄດ້ຮັບ 2 ລາງວັນມາດຕະຖານອາຊຽນຄື: "ຫ້ອງນໍ້າສາທາລະນະສະອາດອາຊຽນ" ແລະ ອີກລາງວັນໜຶ່ງແມ່ນ “ວົງຈອນເສັ້ນທາງທ່ອງທ່ຽວປະຈົນໄພຊຸມຊົນບ້ານນາລັນເໜືອ (Nalan Trail)”, ເມືອງຫຼວງນໍ້າທາ ທີ່ໄດ້ຮັບລາງວັນການທ່ອງທ່ຽວແບບປະຊາຊົນມີສ່ວນຮ່ວມມາດຕະຖານອາຊຽນ ຮອບທີ II ທີ່ ກອງປະຊຸມລັດຖະມົນຕີທ່ອງທ່ຽວອາຊຽນ ຄັ້ງທີ 28 ລະຫວ່າງວັນທີ 19-20 ມັງກອນ 2025, ປະເທດມາເລເຊຍ.

ເດີນທາງໄປຫວຽດນາມໃນລາຄາເຄິ່ງໜຶ່ງ: Vietjet ເປີດໂປຣໂມຊັນພິເສດວັນສຸກສຳລັບນັກທ່ອງທ່ຽວຕ່າງປະເທດ

(ນະຄອນຫຼວງວຽງຈັນ, 20 ມັງກອນ) ການເລີ່ມຕົ້ນປີ 2025, Vietjet ສະເໜີໃຫ້ນັກທ່ອງທ່ຽວຕ່າງປະເທດມີໂອກາດທີ່ໜ້າຕື່ນຕາຕື່ນໃຈເພື່ອຄົ້ນຫາຄວາມສວຍງາມຂອງຫວຽດນາມສຳລັບການທ່ອງທ່ຽວ ໃນລະດູໃບໄມ້ປົ່ງດ້ວຍໂປຣໂມຊັນໃໝ່ໃນວັນສຸກ. ຂໍ້ສະເໜີພິເສດນີ້ມອບສ່ວນຫຼຸດ 50% ສຳລັບຄ່າໂດຍສານລະຫວ່າງປະເທດໄປຫວຽດນາມ ລວມທັງເສັ້ນທາງວຽງຈັນ ຫາ ນະຄອນໂຮ່ຈີມິນ/ຮ່າໂນ້ຍ