Monday, March 24, 2025

ກຽມຕົວແບບໃດ ໃຫ້ພ້ອມກັບມາເຮັດວຽກ ຫຼັງມື້ພັກຍາວ.

ມື້ພັກຍາວ ເປັນຊ່ວງເວລາແຫ່ງຄວາມສຸກ ເຊິ່ງຫຼັງຈາກທີ່ໄດ້ຢຸດຫຼິ້ນບຸນປີໃໝ່ລາວ ກັນຢ່າງເຕັມທີ່ແລ້ວ ກໍຮອດເວລາທີ່ທຸກຄົນຕ້ອງກັບມາເຮັດວຽກ, ແນ່ນອນວ່າຄົງບໍ່ມີໃຜຢາກມີມື້ເຮັດວຽກມື້ທຳອິດດ້ວຍຄວາມວຸ້ນວາຍ ພາໃຫ້ອາລົມເສຍຈົນເສຍວຽກເສຍງານກັນ ຈຶ່ງຂໍແນະນຳວິທີຮັບມືກັບມື້ເຮັດວຽກມື້ທຳອິດຫຼັງພັກດົນເຮັດໃຫ້ທຸກຄົນໄດ້ພ້ອມສຳລັບການເລີ່ມວຽກມື້ທຳອິດຢ່າງມີຄຸນນະພາບແບບງ່າຍທີ່ໃຜໆ ກໍເຮັດໄດ້.

  • ພັກຜ່ອນໃຫ້ພຽງພໍ: ໃນຊ່ວງມື້ພັກຍາວ ເຈົ້າອາດຈະນອນບໍ່ເປັນເວລາອາດຈະນອນເດີກຈົນເຮັດໃຫ້ຮ່າງກາຍຂອງເຈົ້າເສຍສົມດຸນ ເຈົ້າອາດຈະຕ້ອງໃຊ້ເວລາກັບໂຕເອງຢ່າງໜ້ອຍ 1 ມື້ເພື່ອຈັດເວລາໃນການຢຸດພັກຜ່ອນໃຫ້ເປັນລະບົບ ນອນໃນຊ່ວງເວລາທີ່ເໝາະສົມ ນອນໄວຂຶ້ນຢ່າງໜ້ອຍເຄິ່ງຊົ່ວໂມງ ແລະ ຕື່ນໃຫ້ເຊົ້າຂຶ້ນກວ່າເກົ່າເລັກນ້ອຍ ຮ່າງກາຍຈະໄດ້ຮູ້ສຶກບໍ່ອ່ອນເພຍຈົນເກີນໄປໃນລະຫວາງເຮັດວຽກ.
  • ວາງແຜນການກັບມາໃຫ້ດີ: ແນ່ນອນວ່າ ເທດສະການພັກດົນແບບນີ້ ໝູ່ເພື່ອນທີ່ຮ່ວມທາງ ທັງຕອນໄປ ແລະ ຕອນກັບນັ້ນ ຈະແໜ້ນໜາເປັນພິເສດ ຫຼາຍເສັ້ນທາງທີ່ຜູ້ຄົນມັກທ່ຽວອາດແອອັດດ້ວຍລົດຕິດຫຼາຍ ດັ່ງນັ້ນ, ການວາງແຜນກັບບ້ານກັບຫໍພັກທີ່ດີ ຈະຊ່ວຍໃນເລື່ອງຂອງເວລາ ແລະ ຍັງເຮັດໃຫ້ເຮົາເຫຼືອເວລາໄດ້ພັກຜ່ອນຈາກການເດີນທາງໄດ້ອີກດ້ວຍ ສ່ວນໃຜທີ່ຈຳເປັນຕ້ອງເດີນທາງກັບຈາກຕ່າງແຂວງ ທີ່ເປັນແຫຼ່ງທ່ອງທ່ຽວຍອດນິຍົມ ລອງຫາມື້ກັບທີ່ໄວກວ່າຄົນອື່ນໆ ຫຼື ຫາກສະດວກລາພັກເພີ່ມໄດ້ໃຫ້ແນະນຳວ່າ ໃຫ້ຢູ່ທ່ຽວຕໍ່ ແລະ ຄ່ອຍກັບຫຼັງໝູ່ນັ້ນກໍບໍ່ແມ່ນເລື່ອງເສຍຫາຍ.

  • ຈັດລຳດັບຄວາມສຳຄັນຂອງວຽກທີ່ຕ້ອງເຮັດ: ການກັບມາເຮັດວຽກມື້ທຳອິດນັ້ນອາດໝາຍເຖິງການສະສາງວຽກທີ່ຍັງຄ້າງຄາ ພ້ອມກັບຮັບວຽກທີ່ໄດ້ຮັບມອບໝາຍໃໝ່ຫາກເປັນແບບນັ້ນເມື່ອໄປຮອດໂຕະເຮັດວຽກໃນຕອນເຊົ້າ ເຈົ້າຄວນໄລ່ລຳດັບຂອງວຽກທີ່ຕ້ອງເຮັດໃຫ້ແລ້ວໃນມື້ນີ້ ໂດຍເລີ່ມຈາກວຽກງ່າຍໆ ທີ່ສຸດກ່ອນເພື່ອເປັນກຳລັງໃຈທີ່ຈະເຮັດໃຫ້ເຈົ້າເຮັດວຽກຕໍ່ໆ ໄປໄດ້ໝົດມື້.
  • ໄປວຽກໃຫ້ໄວກວ່າປົກກະຕິ: ຫຼັງຈາກພັກດົນແນ່ນອນວ່າຜູ້ຄົນກັບມາເຮັດວຽກເດີນທາງຕາງທ້ອງຖະໜົນຈະເຮັດໃຫ້ລົດຕິດຫຼຼາຍ ຖ້າເປັນໄປໄດ້ຄວນອອກໃຫ້ໄວກວ່າປົກກະຕິທີ່ເຄີຍອອກປະມານ 30 ນາທີ ຈະຊ່ວຍໃຫ້ໄປຮອດບ່ອນເຮັດວຽກໄດ້ໄວຂຶ້ນ ແລະ ບໍ່ຮູ້ສຶກໃຈຮ້າຍ, ເມື່ອຮອດບ່ອນເຮັດວຽກໄວ ກໍຈະຊ່ວຍຕັ້ງສະຕິໃນການເຮັດວຽກໄດ້ໄວຂຶ້ນ ເຊິ່ງອາດຈະກິນເຂົ້າເຊົ້າກ່ອນຈາກນັ້ນກໍເລີ່ມລົງມືເຮັດຕາມທີ່ກຽມເອົາໄວ້.
  • ກວດວ່າມີວຽກທີ່ເຮັດຄ້າງຢູູ່ບໍ່: ຫຼັງຈາກເຕີມພະລັງກັນເຕັມທີ່ແລ້ວ ຫາກພໍມີເວລາວ່າງໃຫ້ລອງຄິດຍ້ອນໄປເບິ່ງວ່າຍັງມີວຽກຫຍັງຕົກຄ້າງຢູ່ແດ່ ຈະໄດ້ກຽມຕົວວາງແຜນຮັບມືໄດ້ຖືກ ເພາະບາງເທື່ອວຽກທີ່ຄ້າງຢູ່ອາດເປັນວຽກທີ່ເລັ່ງດ່ວນທີ່ຕ້ອງລຸຍ ຕັ້ງແຕ່ມື້ທຳອິດທີ່ເປີດວຽກຈະໄດ້ພໍມີເວລາໃຫ້ໄດ້ກຽມຕົວກຽມໃຈເຮັດວຽກກັນຢ່າງເຕັມທີ່.

  • ເກັບບັນຍາກາດຈາກການທ່ອງທ່ຽວມານຳ: ການນຳຂອງທີ່ລະນຶກ ຈາກສະຖານທີ່ທ່ອງທ່ຽວໄປບ່ອນເຮັດວຽກນຳ ຈະຊ່ວຍໃຫ້ຮູ້ສຶກສຸກໃຈຄິດຮອດຕອນໄປທ່ຽວຢ່າງມີຄວາມສຸກ ຄືມື້ທີ່ໄປທ່ຽວຜ່ານມາ ຈະຊ່ວຍສ້າງແຮງບັນດານໃຈກ່ອນເລີ່ມວຽກໄດ້.
  • ຢ່າເຮັດໃຫ້ເສຍບັນຍາກາດການເຮັດວຽກ: ການກັບມາເຮັດວຽກມື້ທຳອິດບໍ່ຄວານເຮັດໃຫ້ມື້ນີ້ທັງມື້ໝົດໄປກັບເລື່ອງອື່ນ ນອກຈາກວຽກທີ່ຖ້າຢູູ່ ຫຼື ທຳລາຍບັນຍາກາດໃນການເຮັດວຽກດ້ວຍການເອົາແຕ່ແບ່ງປັນປະສົບການ ການທ່ອງທ່ຽວໃນເວລາເຮັດວຽກເຊິ່ງອາດເຮັດໃຫ້ໝູ່ຮ່ວມງານບໍ່ມີຄວາມສຸກ ແລະ ຫົວໜ້າບໍ່ພໍໃຈໄດ້.
  • ເລີ່ມເຮັດວຽກດ້ວຍມູມມອງໃໝ່ໆ: ບາງຄົນ ຫຼັງກັບຈາກບ່ອນພັກຜ່ອນ ມັກຈະມີຄວາມຄິດດີໆ ກັບມາ ຈາກປະສົບການຕອນໄປທ່ຽວ ເຊິ່ງບາງເທື່ອອາດເກີດຂຶ້ນໄດ້ດ້ວຍການຊົມວິວທິວທັດ ຫຼື ຫຼັງຈາກທີ່ໄດ້ພັກຜ່ອນເຕັມທີ່ ແລະ ນີ້ຄືເທັກນິກທີ່ຫຼາຍຄົນຂໍເວລາ ຖ້າເລີ່ມໂຄງການໃໝ່ຫຼັງກັບຈາກມື້ພັກຍາວ.

More from author

Related posts

Latest posts

VietJet ຂະຫຍາຍການເຊື່ອມຕໍ່ທົ່ວໂລກດ້ວຍການບໍລິການໃໝ່ເຊື່ອມຕໍ່ລະຫວ່າງຫວຽດນາມ ກັບ ອິນເດຍ ແລະ ຍີ່ປຸ່ນ

(ນະຄອນຫຼວງວຽງຈັນ, 21 ມີນາ 2025) – VietJet ສືບຕໍ່ຂະຫຍາຍການບິນສາກົນ ດ້ວຍການເປີດນຳໃຊ້ 2 ເສັ້ນທາງການບິນໂດຍກົງໃໝ່ທີ່ເຊື່ອມຕໍ່ສູນກາງເສດຖະກິດຫວຽດນາມ ໂຮ່ຈີມິນ ກັບ Hyderabad ແລະ Bengaluru ຂອງອິນເດຍ. ພ້ອມນັ້ນ, ສາຍການບິນຍັງໄດ້ປະກາດ 2 ສາຍການບິນໂດຍກົງໃໝ່ລະຫວ່າງນະຄອນ ໂຮ່ຈີມິນ ກັບ Nagoya ແລະ Fukuoka ຂອງຍີ່ປຸ່ນ. ເສັ້ນທາງໃໝ່ເຫຼົ່ານີ້ນຳເອົາຈຳນວນເສັ້ນທາງສາກົນໃໝ່ທັງໝົດຂອງ VietJet ຂຶ້ນເປັນ 10 ເສັ້ນໃນເວລາພຽງ 2 ເດືອນ ເພື່ອຊຸກຍູ້ການເຊື່ອມຕໍ່ລະຫວ່າງຫວຽດນາມ ແລະ ຈີນ, ອິນເດຍ, ຍີ່ປຸ່ນ ແລະ ສິງກະໂປ.

ເຮືອນຂອງເຮົາມີຄວາມສຸກລະດັບໃດ?

ຄວາມສຸກໃນເຮືອນຂອງເຈົ້າເປັນຈັ່ງໃດ? ຫລາຍຄົນຄິດວ່າ ຄວາມສຸກຂຶ້ນກັບເງິນທອງ ຫລື ຂອງຂວັນທີ່ມີ ແຕ່ຄວາມສຸກມວນຮວມປະເທດ (Gross National Happiness - GNH) ຂອງພູຖານ ບໍ່ໄດ້ວັດເພີຍແຕ່ຄວາມຮັ່ງມີທາງເສດຖະກິດເທົ່ານັ້ນ! ມັນຍັງວັດເຖິງຄວາມຮູ້ສຶກ ຄວາມຮ່ວມມື ແລະ ບັນຍາກາດຂອງເຮືອນແບບລວມດ້ວຍ

VietJet ປະກາດເສັ້ນທາງສາຍໃໝ່ ພູກວກ-ສິງກະໂປ ແລະ ຮັບປະກັນຂໍ້ຕົກລົງດ້ານການເງິນ 300 ລ້ານໂດລາສະຫະລັດ

(ນະຄອນຫຼວງ ວຽງຈັນ, 12 ມີນາ 2025) - ໃນລະຫວ່າງການຢ້ຽມຢາມ ປະເທດສິງກະໂປ ຢ່າງເປັນທາງການ ຂອງທ່ານເລຂາທິການໃຫຍ່ ປະທານປະເທດຫວຽດນາມ ທ່ານ ໂຕ້ ລຳ. VietJet ໄດ້ປະກາດເປີດເສັ້ນທາງໂດຍກົງໃໝ່ເຊື່ອມຕໍ່ ລະຫວ່າງ ຜູ້ກວກ ກັບ ສິງກະໂປ, ພ້ອມກັບການລົງນາມໃນສັນຍາ ສະໜອງທຶນ 300 ລ້ານໂດລາສະຫະລັດ ຮ່ວມມືກັບການບິນ Carlyle. ເຫດການນີ້ແມ່ນການເພີ່ມທະວີການເຊື່ອມຕໍ່ ແລະ ຊຸກຍູ້ການແລກປ່ຽນການຄ້າ ແລະ ການທ່ອງທ່ຽວໃນທົ່ວປະເທດອາຊີຕາເວັນອອກສ່ຽງໃຕ້.