ຂ່າວເດັ່ນ! ສຳນັກຂ່າວມີເດຍລາວ

ປະຈຳວັນທີ 16 ເມສາ 2022 | ສຳນັກຂ່າວມີເດຍລາວ ໄດ້ໃຫ້ຮູ້ວ່າ:

ແຫລ່ງທ່ອງທ່ຽວຕາດເລາະ ກັບມາຄຶກຄື້ນໃນຊ່ວງບຸນປີໃໝ່ລາວ

อาจเป็นรูปภาพของ แหล่งน้ำ

ບັນຍາກາດມື້ທໍາອິດຂອງການສະເຫຼີມສະຫຼອງບຸນປີໃໝ່ລາວ ພສ 2565 ທີ່ໝູນວຽນມາບັນຈົບຄົບຮອບອີກວາລະໜື່ງ, ຢູ່ທີ່ແຫຼ່ງທ່ອງທ່ຽວຕາດເລາະ, ແຂວງສາລະວັນປີນີ້ ໄດ້ມີບັນຍາກາດເບີກບານມ່ວນຊື່ນ, ຮັກສາໄດ້ມູນເຊື້ອວັດທະນະທໍາ, ຮີດຄອງປະເພນີອັນດີງາມຂອງຊາດ

ແຫຼ່ງທ່ອງທ່ຽວຕາດເລາະ ກໍ່ເປັນອີກສະຖານທີ່ທ່ອງທ່ຽວທາງທຳມະຊາດແຫ່ງໜຶ່ງຂອງແຂວງສາລະວັນ, ມີຄວາມສວຍງາມ ແລະ ອຸດດົມສົມບູນໄປດ້ວຍທຳມະຊາດ ເຊິ່ງການສະເຫຼີມສະຫຼອງບຸນປີໃໝ່ລາວ ຢູ່ທີ່ແຂວງສາລະວັນປີນີ້ ນອກຈາກເພີ່ມທະວີເອົາໃຈໃສ່ປະຕິບັດມາດຕະການປ້ອງກັນ ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19…ອ່ານຕໍ່

ພະແນກ ຖວທ ແຂວງ ສະຫວັນນະເຂດ ມອບຊຸດເຄື່ອງຂະຫຍາຍສຽງ ແລະ ໂທລະໂຄ່ງ ໃຫ້ເມືອງໄຊພູທອງ

อาจเป็นรูปภาพของ 8 คน, ผู้คนกำลังยืน และ สถานที่ในร่ม

ທ່ານ ຈັນຖະໜອມ ພິລາວົງ ຮອງຫົວໜ້າພະແນກຖະແຫຼງຂ່າວ ວັດທະນະທໍາ ແລະທ່ອງທ່ຽວແຂວງ,ທ່ານ ນໍລະເດດ ນັນທະວົງ,ຫົວໜ້າຫ້ອງການ ບໍລິຫານ ພະແນກ ແລະ ທ່ານ ນາງ ລີພອນ ເພັດຊະລາດ ຫົວໜ້າອຳນວນການ ສະຖານີວິທະຍຸ ແຂວງ ສະຫວັນນະເຂດ ພ້ອມທິມງານ ລາຍການເປີດໃຈໄວໜຸ່ມ ສູນວັດທະນະທໍາເດັກ ໄດ້ນໍາເອົາເຄື່ອງຂະຫຍາຍສຽງ ຍີ່ຫໍ້ ເອັນ ພີ ອີ 1 ໜ່ວຍ,ໄມໂຄຼໂຟນ 1 ອັນ,ໂທລະໂຄ່ງ 4 ປາກ ແລະສາຍໂທລະໂຄ່ງ 100 ແມັດ ໄປມອບໃຫ້ຫ້ອງການ ຖະແຫຼງຂ່າວ ວັດທະນະທຳ ແລະທ່ອງທ່ຽວ ເມືອງໄຊພູທອງ

ເຊິ່ງອຸປະກອນດັ່ງກ່າວແມ່ນໄດ້ຮັບການຊ່ວຍເຫຼືອ ຈາກຄະນະກຳມາທິການ ຂອງອົງການ ຢູນີເຊັບ ປະເທດ ອີຕາລີ ໂດຍຜ່ານອົງການຢູນີເຊັບ ປະຈຳສາທາລະນະລັດ ປະຊາທິ ປະໄຕ ປະຊາຊົນລາວ…ອ່ານຕໍ່

ປະກາດຮັບຮອງກຸ່ມບ້ານຜາຫຼັງໝູ ເມືອງພູຄູນ ເປັນຄອບຄົວ ແລະ ບ້ານປ້ອງກັນຊາດເຂັ້ມແຂງ

อาจเป็นรูปภาพของ 6 คน และ ผู้คนกำลังยืน

ປະກາດຮັບຮອງເອົາບ້ານຜາຫຼັງໝູ່ເມືອງພູຄູນແຂວງຫຼວງພະບາງ ເປັນຄອບຄົວ ແລະ ເປັນບ້ານປ້ອງກັນຊາດເຂັ້ມແຂງພິທີດັ່ງກ່າວໄດ້ຈັດຂື້ນວັນທີ 7 ເມສາ 2022 ຜ່ານມານີ້ ໂດຍການເປັນປະທານຂອງ ທ່ານ ອົງຊົງ ໄຊຍະວົງ ຄະນະປະຈຳພັກເມືອງ ປະທານແນວລາວສ້າງຊາດເມືອງພູຄູນ

ບ້ານຜາຫຼັງໝູ,ມີຄອບຄົວທັງໝົດ 323 ຄອບຄົວ, ພົນລະເມືອງທັງໝົດ 2.103 ຄົນ, ຍິງ 1.102 ຄົນ ປະເມີນໄດ້ 281 ຄອບຄົວກວມເອົາ 87 ຄອບຄົວ, ປະເມີນບໍ່ໄດ້ 42 ຄອບຄົວກວມເອົາ 13 %…ອ່ານຕໍ່

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...