ຂ່າວເດັ່ນ! ໜັງສືພິມວຽງຈັນທາຍ

ປະຈຳວັນທີ 16 ເມສາ 2022 | ໜັງສືພິມວຽງຈັນທາຍ ໄດ້ໃຫ້ຮູ້ວ່າ:

ປກສ ເມືອງຫົງສາ ຈັບກຸມຜູ້ລັກລອບຂົນສົ່ງຢາບ້າ 1.600 ກ່ວາມັດ

ປກສ ເມືອງຫົງສາ ແຂວງໄຊຍະບູລີ ໄດ້ຈັບກູມຜູ້ລັກລອບຂົນສົ່ງຢາເສບຕິດປະເພດ ຢາບ້າຈໍານວນ 1.600 ກວ່າມັດ ແລະ ຢາໄອສ໌ 500 ກວ່າຫໍ່ ພ້ອມດ້ວຍຜູ້ຕ້ອງຫາ 1 ຄົນ  ແລະ ລົດ 2 ຄັນ ເມື່ອມໍ່ໆມານີ້.

ພັທ ທອງໄຫຼ ເພັດດາວົງ ຫົວໜ້າ ປກສ ເມືອງຫົງສາ ແຈ້ງໃຫ້ຮູ້ວ່າ: ພາຍຫຼັງທີ່ ປກສ ເມືອງຫົງສາ ໄດ້ຮັບການລາຍງານຈາກພື້ນຖານວ່າຈະມີການລັກລອບຂົນສົ່ງຢາເສບຕິດ ຈຳນວນຫຼາຍຜ່ານເມືອງ ຫົງສາ…ອ່ານຕໍ່

ສູນຫັດຖະກຳປັ້ນໝໍ້ລໍ່ໄຫ! ທີ່ສືບທອດກັນມາແຕ່ສະໄໝເຈົ້າຟ້າງຸ່ມ

ສູນຫັດຖະກຳປັ້ນໝໍ້ລໍ່ໄຫແມ່ນໄດ້ຕິດພັນກັບປະຊາຊົນຊາວບ້ານຈ່ານເໜືອ ເມືອງຈອມເພັດ ແຂວງຫຼວງພະບາງມາແຕ່ດຶກດຳບັນນັບແຕ່ສະໄໝເຈົ້າຟ້າງຸ່ມທ້ອນໂຮມອານາຈັກເຂົ້າເປັນອັນໜຶ່ງອັນດຽວກັນເປັນຕົ້ນມາ

ປັດຈຸບັນ, ຄອບຄົວທີ່ເຮັດຫັດຖະກຳຢູ່ສູນຫັດຖະກຳປັ້ນໝໍ້ມີທັງໝົດ 8 ຄອບຄົວ, ມີ 16 ຄົນ ຊຶ່ງສູນນີ້ໄດ້ເລີ່ມຈັດຕັ້ງເປັນກຸ່ມມາແຕ່ປີ 2003…ອ່ານຕໍ່

ເສັ້ນທາງປູຢາງ 2 ຊັ້ນແຕ່ບ້ານກ້າງໂຄ້ງ ເມືອງວຽງໄຊ ແຂວງຫົວພັນສຳເລັດແລ້ວ 36%

ໂຄງການກໍ່ສ້າງເສັ້ນທາງປູຢາງ 2 ຊັ້ນແຕ່ບ້ານກ້າງໂຄ້ງ ເມືອງວຽງໄຊ ແຂວງຫົວພັນ-ດ່ານບ້ານບໍ່ ເມືອງລາດ ແຂວງແທັງຮວ່າ ໄດ້ເລີ່ມລົງມືກໍ່ສ້າງມາແຕ່ປີ 2021 ຜ່ານມາ ແລະ ຄາດວ່າຈະສໍາເລັດການກໍ່ສ້າງໃນປີ 2024.

ໂຄງການກໍ່ສ້າງເສັ້ນທາງດັ່ງກ່າວ ມີລວງຍາວທັງໝົດ 12 ກິໂລແມັດກວ່າ, ກວ້າງ 5 ແມັດເຄີ່ງ, ມູນຄ່າການກໍ່ສ້າງ ທັງໝົດ 45 ຕື້ດົງ ເຊີ່ງເປັນທືນຊ່ວຍເຫຼືອລ້າຈາກແຂວງແທັງຮວ່າ ສສ ຫວຽດນາມ. ມາຮອດປະຈຸບັນ, ການກໍ່ສ້າງເສັ້ນທາງດັ່ງກ່າວ ສຳເລັດປະມານ 36% ແລ້ວ…ອ່ານຕໍ່

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...