ທາດນາງສາມຜິວ ຕັ້ງຢູ່ບ້ານທາດ ເຂດເທດສະບານເມືອງ ທົ່ງມີໄຊ, ແຂວງ ໄຊຍະບູລີ ເປັນອີກສະຖານທີ່ໜຶ່ງ ທີ່ປະຊາຊົນນັບຖື ແລະ ສັກກາລະບູຊາ ເມື່ອຮອດວັນທີ 22-23 ເມສາ ຂອງທຸກໆປີ ຫຼັງຈາກສະຫຼອງບຸນປີໃໝ່ລາວ ແລ້ວ ປະຊາຊົນເຂດເມືອງດັ່ງກ່າວ ກໍໄດ້ເຮັດນັກບັ້ງໄຟຖວາຍທາດນາງສາມຜິວ ຈົນກາຍເປັນຮີດຄອງປະເພນີອັນດີງາມຂອງຊາວເມືອງທົ່ງມີໄຊ ທີ່ສືບທອດກັນມາຈົນເຖິງທຸກວັນນີ້.
ຕາມຕຳນານຄົນບູຮານ ໄດ້ກ່າວຂານກັນມາເປັນເວລາພັນປີກວ່າ ມາແລ້ວວ່າ: ຢູ່ເມືອງແຫ່ງໜື່ງ ທີ່ຢູ່ທາງພາກໃຕ້ຂອງລາວ (ແຂວງ ຈຳປາສັກ ໃນຈຸບັນ) ມີສາວສະໜົມ ກົມມະວັງຄົນໜຶ່ງ ຊື່ວ່າ ນາງ ຈຳ ປາ ເປັນຄົນຮັບໃຊ້ພະຍາຢູ່ເມືອງ ແຫ່ງນັ້ນ, ລາວເປັນຄົນສັດຊື່ບໍລິສຸດຕໍ່ເຈົ້າຂຸນມຸນນາຍ, ຮັກຄວາມ ເປັນທຳ, ມັກຄວາມສະຫງົບ, ບໍ່ມັກການກົດຂີ່ຂົ່ມເຫັງຂອງຄົນອື່ນ.
ໃນເວລານັ້ນ, ການດຳລົງຊິວິດ ຂອງສັງຄົມມີສອງຊົນຊັ້ນຄື ຊົນຊັ້ນເຈົ້າທາດ ແລະ ຂ້າທາດ ໃນເວລານັ້ນມີການກົດຂີ່ຂູດຮິດຊົນຊັ້ນ ຜູ້ທຸກຍາກຢ່າງໜັກໜ່ວງ ນາງ ຈຳປາ ເປັນຄົນຮັບໃຊ້ພະຍາ ເກີດ ເບື່ອໜ່າຍສັງຄົມ ເຮັດໃຫ້ເຂົາມີແນວຄິດຢາກລຸກຂຶ້ນມາຕໍ່ສູ້ເພື່ອຂໍຄວາມເປັນທຳ, ເພື່ອເຮັດໃຫ້ທຸກ ຄົນມີຄວາມສະເໝີພາບກັນ, ບໍ່ໃຫ້ແບ່ງແຍກຊົນຊັ້ນວັນນະ, ເຮັດໃຫ້ສັງຄົມມີຄວາມສາມັກຄີ ແລະ ຢູ່ຮ່ວມກັນໂດຍສັນຕິ.
ຢູ່ຕໍ່ມາຫຼາຍປີ ນາງ ຈຳປາ ເກີດມີຄວາມຮັກມັກ ກັບນາຍທະຫານຄົນໜຶ່ງທີ່ຮັບໃຊ້ ພະຍາ ໃນທີ່ສຸດ ນາງກໍໄດ້ຕົກລົງປົງໃຈແຕ່ງດອງກັບຊາຍທະຫານ ຄົນນັ້ນ ທັງສອງໄດ້ຢູ່ກິນຮ່ວມກັນ ດ້ວຍຄວາມຮັກອັນຫວານຊື່ນ ຢ່າງມີຄວາມສຸກໃນຊີວິດຄອບຄົວ. ຫຼັງຈາກແຕ່ງດອງໄດ້ຫຼາຍເດືອນ ນາງຖືພາໄດ້ 3 ເດືອນ ຜົວຕ້ອງຈາກຄອບຄົວຖິ່ນຖານບ້ານເກີດໄປຕໍ່ສູ້ກັບສັດຕູ ທະຫານຄົນນີ້ມີຈິດໃຈສັດຊື່ບໍ່ລິສຸດ ບໍ່ແຕກຕ່າງໄປຈາກ ນາງ ຈຳປາ ຜູ້ເປັນເມຍແຕ່ຢ່າງໃດ ມີຄວາມເຊື່ອໝັ້ນວ່າ ເວລາໃດຫາກສັງຄົມມີການກົດຂີ່ຂົ່ມເຫັງ ເວລານັ້ນກໍຕ້ອງມີການຕໍ່ສູ້ຢູ່ສະເໝີ.
ຂະນະທີ່ໄປປະຕິບັດໜ້າທີ່ສູ້ ຮົບກັບສັດຕູ ຜົວຂອງ ຈຳປາ ກໍໄດ້ ເສຍຊີວິດຢູ່ໃນສະໜາມຮົບ ສ່ວນນາງເອງກໍໄດ້ກາຍເປັນແມ່ໝ້າຍທີ່ຂາດບ່ອນເພິ່ງອາໄສ ພ້ອມທັງ ຖືພາ. ວັນເວລາຜ່ານໄປ 9 ເດືອນ ນາງກໍ່ໄດ້ໃຫ້ກຳເນີດລູກຍິງ ທີ່ມີສຸຂະພາບແຂງແຮງ, ໜ້າຕາສວຍງາມ, ຄວາມງາມຂອງນາງໃນວັນໜຶ່ງໄດ້ປ່ຽນແປງຕາມຕອນ (ເຊົ້າ-ສວາຍ-ແລງ), ເມື່ອນາງໃຫຍ່ເປັນສາວ ຄວາມງາມຂອງນາງ ຍິ່ງເຮັດໃຫ້ຊາວບ້ານຊາວເມືອງຕົກຕະລຶງ, ພ້ອມທັງຫາເລື່ອງໃສ່ນາງວ່າເປັນຄົນເຂັດຄົນຂວາງ, ບໍ່ຍອມໃຫ້ນາງຢູ່ຮ່ວມບ້ານຮ່ວມເມືອງ.
ຍ້ອນຄວາມງາມຂອງນາງໄດ້ປ່ຽນໄປຕາມການເວລາ, ຕອນເຊົ້າກໍປ່ຽນເປັນສີຂາວປານຍອງຝ້າຍ, ບາດຍາມຕາເວັນທ່ຽງກໍກາຍເປັນສີໄຂ່ ແລະ ຍາມຕາເວັນຕົກກໍປ່ຽນເປັນສີຟ້າ. ຈາກນັ້ນ, ເສນາອາມາດ ກໍໄດ້ໄປຕິດຕາມເບິ່ງ ແລະ ເຫັນວ່າ ເປັນຄືກັບທີ່ຊາວບ້ານຊ່າລືກັນແທ້ ແລ້ວຈິ່ງໄດ້ໄປກາບທູນຕໍ່ພະຍາ ແລະ ຂໍໃຫ້ພະຍາ ຂ້ານາງຖິ້ມ ຫຼື ໄລ່ອອກຈາກເມືອງ, ແຕ່ພະຍາກໍຄຳນຶງເຖິງຄຸນງາມຄວາມດີຂອງພໍ່ນາງທີ່ມີຕໍ່ບ້ານເມືອງ. ສະນັ້ນ, ພະຍາຈິ່ງລົງໂທດ ດ້ວຍວິທີໃຫ້ສອງແມ່ລູກ ປູກຕົ້ນຈຳປາ ໃສ່ພະລານຫີນອ້ອມວັດພູ ຖ້າຫາກວ່າຕົ້ນຈຳປາບໍ່ໃຫຍ່, ບໍ່ມີດອກ ແມ່ນບໍ່ໃຫ້ສອງແມ່ລູກ ຢູ່ເມືອງນີ້ອີກ ຫຼື ບໍ່ກໍຂ້າຖິ້ມ.
ສອງແມ່ລູກກໍໄດ້ເຮັດຕາມ ຄຳສັ່ງຂອງພະຍາ ໂດຍໄດ້ນຳເອົາຕົ້ນດອກຈຳປາ ໄປປູກລຽບຕາມວັດ, ຕົ້ນໃດກໍຂຽວງາມ ເປັນດອກບານ ສົ່ງກິ່ນຫອມໄປທົ່ວວັດພູ. ເມື່ອເປັນດັ່ງນັ້ນ, ພະຍາກໍພໍພະໄທ, ແຕ່ຊາວບ້ານ ແລະ ເຈົ້າຂຸນມຸນນາຍກໍຍັງອິດສາບັງບຽດ ແລະ ກຽດຊັງທັງສອງແມ່ລູກຢູ່.
ໃນເວລາຕໍ່ມາ, ແມ່ຂອງນາງກໍໄດ້ເສຍຊີວິດ ນາງຈິ່ງໄດ້ຢູ່ຄົນດຽວ ທ່າມກາງຄຳປ້ອຍດ່າ ທຸກມື້ທຸກວັນ. ມື້ໜຶ່ງ, ນາງຈຶ່ງໄດ້ຕັດສິນໃຈ ໜີອອກຈາກເມືອງ ໂດຍບໍ່ມີຈຸດໝາຍປາຍທາງ. ຍ້ອນບໍ່ເຄີຍໄປໃສຈັກເທື່ອ ສະນັ້ນ, ນາງຈຶ່ງໄດ້ເດັດເອົາດອກຈຳປາ 3 ດອກທີ່ນາງ ແລະ ແມ່ ໄດ້ພ້ອມກັນປູກໄວ້ ແລ້ວຍ່າງມຸ່ງໜ້າລົງສູ່ແມ່ນໍ້າຂອງ ແລະ ອະທິຖານວ່າ: ຖ້າຢູ່ບ່ອນໃດຫາກມີຄົນຮັກຄົນແພງ ຂໍໃຫ້ດອກຈຳປາ ຈົ່ງລອຍໄປທີ່ນັ້ນ. ເວົ້າແລ້ວ ນາງກໍໂຍນດອກຈຳປາລົງແມ່ນໍ້າຂອງ, ດອກຈຳປາກໍໄຫຼຂຶ້ນເໜືອ ແລະ ໄດ້ຢຸດຢູ່ບ່ອນໜຶ່ງ, ນາງຈຶ່ງໄດ້ພັກຜ່ອນເຊົາເອົາແຮງ.
ຈາກນັ້ນ, ດອກຈຳປາກໍໄດ້ໄຫຼຂຶ້ນເໜືອ ເປັນເວລາຫຼາຍວັນ ແລ້ວໄດ້ຈົມລົງໄປໃນກະແສນໍ້າ, ນາງເລີຍບໍ່ຮູ້ວ່າສິໄປທາງໃດ ມີແຕ່ຮ້ອງໄຫ້ຢູ່ຄົນດຽວ, ເມື່ອຮອດຕອນກາງຄືນ ລາວເລີຍຝັນເຫັນຜູ້ເຖົ້າຄົນໜຶ່ງ ໄດ້ເວົ້າວ່າ: ໃຫ້ເຈົ້າເດີນທາງຂຶ້ນໄປຈົນສຸດສາມຫ້ວຍ ແລ້ວຂ້າມພູລົງໄປກໍຈະມີປ່າດົງທົ່ງກວ້າງ, ໃຫ້ເຈົ້າໄປຢູ່ທາງເໜືອ ແມ່ນໜອງເທົາກ້ອງເຊີໄຊ, ທາງໃຕ້ແມ່ນທົ່ງໃຫຍ່, ແລ້ວຈະມີຄົນຮັກແພງນັບຖືເຈົ້າຕະຫຼອດໄປ. ເມື່ອຕື່ນຂຶ້ນມາ ນາງກໍຄິດເຫັນຄວາມຝັນ ແລ້ວເດີນທາງໄປຕາມຄວາມຝັນນັ້ນ.
ມາຮອດຕອນເຊົ້າມື້ໜຶ່ງ ນາງກໍມາຮອດບ້ານຄົນ, ເມື່ອຊາວບ້ານເຫັນລາວ ກໍພາກັນມາທັກທ້ວງໃນຄວາມງາມຂອງນາງ ສຽງຊ່າລືໄດ້ດັງໄປ ຮອດຫູຂອງລູກຊາຍພະຍາເມືອງຖໍ້າ, ເມື່ອຮູ້ຂ່າວ ລູກຊາຍພະຍາ ພ້ອມດ້ວຍເສນາອາມາດ ກໍໄດ້ນຳເອົາເງິນຄຳ ເພື່ອມາສູ່ຂໍນາງ ແຕ່ນາງ ໄດ້ອອກຈາກບ້ານນັ້ນໄປແລ້ວ, ເມື່ອຮອດຫ້ວຍທີ່ສາມ ເວລາທີ່ນາງກຳລັງຂ້າມນໍ້າ, ລູກຊາຍພະຍາໄດ້ເອີ້ນໃສ່ນາງເພື່ອໃຫ້ລໍຖ້າ ເມື່ອລາວນຳນາງທັນ ກໍໄດ້ໄຂຖົງເງິນຖົງຄຳ ເພື່ອຈະໝັ້ນໝາຍກັບນາງ ແຕ່ນາງກໍໄດ້ປະຕິເສດ (ສະຖານທີ່ດັ່ງກ່າວມີຊື່ວ່າ “ທ່ານາງເງິນ” ໃນປັດຈຸບັນ) ແລ້ວກາຍໄປ ບ້ານທີໜຶ່ງ ຮອດບ້ານທີສອງ ເຊິ່ງເອີ້ນວ່າ: “ບ້ານປົ່ງຂໍ” ແລ້ວກໍໄດ້ເອົາເງິນຄຳໝັ້ນໝາຍກັນ ຢູ່ບ້ານນັ້ນ (ປັດຈຸບັນເອີ້ນວ່າ: ບ້ານປົ່ງຄໍ້). ເມື່ອຕົກລົງ ໝັ້ນໝາຍກັນແລ້ວ ທ້າວ ແລະ ນາງ ຈິ່ງໄດ້ເດີນທາງກັບມາບ້ານຖໍ້າ ແຕ່ບໍ່ທັນຮອດ ຍ້ອນມັນຄໍ່າກ່ອນ. ດັ່ງນັ້ນ, ກໍເລີຍພັກນອນຢູ່ ບ້ານ ປາງຄາ (ປັດຈຸບັນເອີ້ນວ່າ “ບ້ານ ປາງຄ່າ”) ແຕ່ຢູ່ບ້ານນີ້ ແມ່ບໍ່ໃຫ້ລັກຢູ່ສູ່ນອນນຳກັນ ກ່ອນການແຕ່ງດອງ ຖ້າຫາກບໍ່ເຄົາລົບປະເພນີນີ້ ກໍຈະມີອັນເປັນໄປ.
ຖ້າຢາກນອນນຳກັນ ກໍຕ້ອງຂ້າຄວາຍໜຶ່ງໂຕ ເພື່ອຖວາຍຜີ. ແຕ່ຄູ່ບ່າວສາວບໍ່ສົນໃຈ ຕໍ່ຄຳເຕືອນດັ່ງກ່າວ, ສຸດທ້າຍຮ່າງກາຍກໍ່ຕິດກັນ ເມື່ອເປັນແນວນັ້ນ ຊາວບ້ານກໍໄດ້ປ່າວປະກາດ ໄປເຖິງບ້ານຕ່າງໆ ແລະ ໄດ້ຮອດຫູພະຍາ ເມືອງຖໍ້າ. ເມື່ອຮູ້ຂ່າວແລ້ວ ພະຍາກໍໄດ້ມາເບິ່ງ ແລະ ໄດ້ຊອກຫາວິທີເອົາອອກ, ສ່ວນຜູ້ຊາຍ ບໍ່ມີອັນຕະລາຍຫຍັງ ແຕ່ແມ່ຍິງນັ້ນມີອັນເປັນໄປ, ກ່ອນທີ່ນາງຈະຂາດໃຈຕາຍ ນາງໄດ້ສັ່ງວ່າ ໃຫ້ເອົາສົບຂອງນາງ ໄປໄວ້ໃນດົງໃຫຍ່ເໜືອໜອງເທົາກ້ອງເຊີໄຊ ຢູ່ໃຕ້ທົ່ງໃຫຍ່, ແຕ່ກໍບໍ່ມີໃຜຮູ້ວ່າເຂດນັ້ນມັນຢູ່ທາງໃດ. ສະນັ້ນ, ຈຶ່ງໄດ້ປ່າວໄປທົ່ວທຸກບ່ອນ ແລະ ໄປຮອດຫູຂອງຊາວເມືອງຫຼົງ ເຊິ່ງຄົນຢູ່ເມືອງນີ້ ຮູ້ຈັກ ບ້ານທາດ, ຮູ້ໜອງເທົາກ້ອງເຊີໄຊ ແລະ ຮູ້ທົ່ງໃຫຍ່, ພວກເຂົາຈຶ່ງພາກັນຫາມສົບຂອງນາງ ໄປຝັງຢູ່ບ່ອນນາງບອກ, ໃນເວລາທີ່ພວກເຂົາເດີນທາງ ມາຮອດບ້ານແຫ່ງໜຶ່ງ ກໍວາ ແຂນອອກເພື່ອແທກ ແລະ ຂຸດຂຸມຝັງ (ປະຈຸບັນເອີ້ນວ່າ “ບ້ານເມືອງວາ”) ແຕ່ກໍບໍ່ຝັງ, ແລ້ວຫາມໄປຕໍ່ຈົນຮອດບ້ານໜຶ່ງ ພວກເຂົາກໍ່ຫຼິ້ນເບ້ຍຫຼິ້ນໂປງ (ປັດຈຸບັນເອີ້ນວ່າ ບ້ານເບ້ຍ).
ການຫາມສົບໃຊ້ເວລາຫຼາຍມື້ ເຊິ່ງມັນໄດ້ສົ່ງກິ່ນເໝັນອອກມາ ເຮັດໃຫ້ຄົນທັງຫຼາຍ ຖົ່ມນໍ້າລາຍຄາຍນໍ້າມູກ (ປັດຈຸບັນເອີ້ນວ່າ “ນໍ້າລາຍ”). ຫຼັງຈາກຮອດເມືອງຫຼົງ ບ່ອນທີ່ນາງໄດ້ສັ່ງໄວ້ກ່ອນຕາຍ ຊາວເມືອງຫຼົງ ກໍໄດ້ຈັດພິທີຝັງສົບຂອງນາງ ແລ້ວກໍ່ທາດກວມ. ສະນັ້ນ, ໃນທຸກໆປີ ຫຼັງຈາກບຸນກຸດສົງການປີໃໝ່ລາວ ສິ້ນສຸດລົງ 7 ວັນ, ຊາວເມືອງຫຼົງ ຈຶ່ງເຮັດບຸນຈູດບັ້ງໄຟ ເພື່ອຖະຫວາຍແກ່ນາງສາມຜິວ ແລະ ໄດ້ກາຍເປັນຮີດຄອງປະເພນີ ຂອງຊາວເມືອງທົ່ງມີໄຊ ທີ່ໄດ້ສືບທອດມາເຖິງ ປັດຈຸບັນ.
ທີ່ມາ: ທົ່ງມີໄຊ ວັນໃໝ່