ເຂົ້າຊອຍ ເມືອງສິງ ເອກະລັກອາຫານ ຫຼວງນ້ຳທາ.

ຫຼວງນ້ຳທາ ເປັນແຂວງໜຶ່ງທີ່ຢູ່ທາງພາກເໜືອຂອງລາວ ແລະ ມີຫຼາກຫຼາຍຊົນເຜົ່າອາໄສຢູ່, ມີຮີດຄອງປະເພນີທີ່ເປັນເອກະລັກຂອງແຕ່ລະເຜົ່າ, ນອກຈາກຄວາມຫຼາກຫຼາຍຂອງຊົນເຜົ່າແລ້ວ ຫຼວງນ້ຳທາ ຍັງມີອາຫານທີ່ຂຶ້ນຊື່ທີ່ໃຜໄດ້ໄປແວ່ແລ້ວຕ້ອງກິນ ຖ້າບໍ່ໄດ້ກິນສະແດງວ່າບໍ່ຮອດ ຫຼວງນ້ຳທາ ເຊິ່ງນັ້ນກໍ່ຄື: ເຂົ້າຊອຍຫຼວງນ້ຳທາ. ຈົນຕິດຢູ່ໃນຄໍາຂວັນຂອງແຂວງ: “ບັ້ນຮົບຫຼວງນ້ຳທາ ພະທາດໃຫຍ່ຊຽງເປງ ຊາບຊຶ້ງວັດທະນາທຳຫຼາຍເຜົ່າ ເຂົ້າຊອຍແຊບເມືອງສິງ ລິງລາຍແພໄໝມ້ອນ ເມືອງຫຼວງນ້ຳທາ”.

ມື້ນີ້ ອິນໄຊລາວ ມີວິທີເຮັດໜ້າເຂົ້າຊອຍ ແລະ ເສັ້ນເຂົ້າຊອຍ ຫຼວງນ້ຳທາມາຝາກທຸກຄົນ ເພື່ອວ່າໃຜຕ້ອງການຢາກຈະລອງເຮັດໄວ້ກິນເອງຢູ່ເຮືອນ.

  • ສິ່ງທີ່ຕ້ອງກຽມອັນທຳອິດກໍຄື: ຊີ້ນໝູ ບົດໃຫ້ມຸ່ນຕິດມັນແດ່ເລັກນ້ອຍ, ໝາກເລັ່ນປາດໃຫ້ເປັນຕ່ອນນ້ອຍໆ ເພື່ອຈະໄດ້ສຸກໄວ, ໝາກຖົ່ວເນົ່າ, ຜັກທຽມ ແລະ ຫົວຜັກບົ່ວແດງທຸບແລ້ວຊອຍບາງໆ ແລະ ສິ່ງທີ່ຂາດບໍ່ໄດ້ອີກຢ່າງໜຶ່ງກໍຄືໝາກເຜັດປົ່ນ ເລືອກສີທີ່ແດງໆ ມັນຈະໄດ້ມີສີແດງທີ່ສົດໃສ.
  • ວິທີເຮັດ: ນຳໝໍ້ຂາງມາຄ້າງໄຟອ່ອນໆ ໃສ່ນ້ຳມັນພືດລົງໄປເລັກນ້ອຍ ຖ້າໃຫ້ນ້ຳມັນຮ້ອນຈາກນັ້ນກໍໃສ່ຫົວຜັກບົ່ວແດງ ແລະ ກະທຽມທີ່ຊອຍໄວ້ລົງໄປ, ຂົ້ວໃຫ້ໄດ້ກິ່ນຫອມ ແລ້ວໃສ່ໝາກເຜັດປົ່ນລົງໄປ ຈາກນັ້ນກໍໃສ່ຖົ່ວເນົ່າ ຄົນໃຫ້ໄດ້ກິ່ນຫອມອີກເທື່ອໜຶ່ງ ແລ້ວກໍນຳຊື້ນໝູບົດລົງ ຄົນໃຫ້ເຂົ້າກັນຈົນຊີ້ນສຸກ, ໃສ່ໝາກເລັ່ນລົງໃສ່ ຫຼັງຈາກນັ້ນກໍປຸງຕາມຣົດຊາດທີ່ຕົນເອງມັກໄດ້ເລີຍ.
  • ສ່ວນວິທີເຮັດເສັ້ນເຂົ້າຊອຍ ເຮົາກໍຈະນຳເຂົ້າຈ້າວແຂງໄປໝໍ່ໃຫ້ມຸ່ນເປັນນ້ຳສີຂາວຂຸ້ນ ໃສ່ປູນລົງໄປປະມານ ½ ບ່ວງຊາ, ນຳໃສ່ຖາດບາງໆທີ່ທາດ້ວຍນ້ຳມັນ ແລ້ວນຳໄປໜຶ້ງເທື່ອລະໜ້ອຍໃຊ້ເວລາຖາດລະ 1 ນາທີ ແລ້ວນຳມາຕາກແດດໃສ່ຮາວທີ່ກຽມໄວ ແບບນີເຮົາກໍ່ຈະໄດ້້ເຂົ້າຊອຍແບບຫຼວງນ້ຳທາກິນກັນແລ້ວ.

ແຕ່ຂໍແນະນຳວ່າໄປກິນຢູ່ຫຼວງນ້ຳທາເອງຈະແຊບ ແລະນຸ້ມກວ່າແນ່ນອນ ເພາະມັນເປັນຕົ້ນກຳເນີດ ແລະເຂົາເຈົ້າລົງມືເຮັດເອງທຸກຂັ້ນຕອນມັນຫາກມີເຄື່ອງທີ່ປະດິດຈາກທຳມະຊາດເຮັດ ໂດຍທີ່ບໍ່ໄດ້ໃຊ້ເຄື່ອງຈັກຊ່ວຍ ມັນເປັນອາຫານຂອງແຂວງຫຼວງນ້ຳທາທີທຸກຄົນໄປຕ້ອງໄດ້ນຳມາຝາກມາຕ້ອນຄອບຄົວ ແລະໝ່ຄູ່.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...