Sunday, March 23, 2025

ສະເປ ແອວກໍຮໍ! ຖ້າໃຊ້ບໍ່ຖືກວິທີ ອາດພາໃຫ້ປ່ວຍເປັນ “ໂຣກທາງເດີນຫາຍໃຈ” ໄດ້.

ສະຖານະການ “Covid” ທີ່ແຜ່ລາມມາເປັນເວລາດົນ, ເຮັດ​ໃຫ້​ປະ​ຊາ​ຊົນ​ຈໍາ​ນວນ​ຫຼາຍ​ ລຶ້ງເຄີຍກັບການໃຊ້ ສະເປ ແອວກໍຮໍລ້າງມື ໂດຍບໍ່ຮູ້ວ່າ ມັນເປັນອັນຕະ ລາຍຕໍ່ຮ່າງກາຍໄດ້. ຈໍານວນຄົນເຈັບທີ່ເພີ່ມຂຶ້ນ ຈາກລະບົບທາເດີນຫາຍໃຈ ເຮັດໃຫ້ທ່ານໝໍ ຕ້ອງອອກມາເຕືອນ ແລະ ແນະນໍາວິທີການນໍາໃຊ້ ແອວກໍຮໍ ຢ່າງຖືກຕ້ອງ.

ດຣ. ວິໄນ ໂບເວຈາ, ຜູ້ຊ່ຽວຊານດ້ານລະ​ບົບ​ທາງ​ເດີນ​ຫາຍ​ໃຈ ໄດ້ອອກມາໃຫ້ຄວາມຮູ້ກ່ຽວກັບ ການສູດດົມ ລະອອງສະເປແອວກໍຮໍ ວ່າມີອັນຕະລາຍຕໍ່ສຸຂະພາບ, ເນື່ອງຈາກວ່າ ໄລຍະຫຼັງໆ ມານີ້ ມີຄົນເຈັບທີ່ປ່ວຍກ່ຽວກັບລະບົບທາງເດີນຫາຍໃຈ. ຈາກການສູດດົມ ລະອອງສະເປແອວກໍຮໍ ແບບບໍ່ຮູ້ໂຕ.

ດຣ. ວິໄນ ກ່າວ​ວ່າ ແອວກໍຮໍ ​ມີ​ຜົນ​ຕໍ່​ການ​ທຳລາຍ​ເຊ​ລ. ບໍ່ວ່າຈະເປັນເຊລຜິວໜັງ, ເຊວເຍືື່ອບຸ (epithelial cells) ຫຼື ເຊື້ອແບັກທີເຣຍ, ໄວຣັສ ສາມາດທໍາລາຍໄດ້ໝົດ.

“ເມື່ອມັນຈັບກັບເຊລ ມັນຈະດູດນ້ຳອອກ ເຊລກໍຈະແຫ້ງ ແລະ ຕາຍ. ແລະ ກົນໄກທີສອງ ແອວກໍຮໍ ຍັງສາມາດຊຶມຜ່ານຜະໜັງເຊລ ເຂົ້າໄປທໍາລາຍທາດໂປຼຕີນ ເຮັດໃຫ້ເຊລແຕກໄດ້, ສັງເກດຈາກ ເວລາທີ່ເຮົາ ທາແອວກໍຮໍ ຍີ່ຫໍ້ ທີ່ມີເປີເຊັນຫຼາຍໆ ​ເຮົາ​ຈະ​ມີ​ຄວາມ​ຮູ້​ສຶກແສບຮ້ອນ​ ຫຼື ບາງຄົນມີອາການແພ້ ແອວກໍຮໍ ໄດ້ງ່າຍ.”

ອາການແພ້ ແອວກໍຮໍ.

FDA (Food and Drug Adminstration) ໄດ້ອອກຄໍາເຕືອນໃຫ້ລະມັດລະວັງການໃຊ້ສະເປແອວກໍຮໍ ເພາະອາດຈະເຮັດໃຫ້ເກີດ ອາການແຊກຊ້ອນທີ່ບໍ່ຮູ້ໂຕ.

ອາການເບື້ອງຕົ້ນ ທ່ານໝໍບອກວ່າ: ຈະມີອາການວິນຫົວ, ໜັກຫົວ, ເຈັບຫົວ, ປຸ້ນທ້ອງ, ປວດຮາກ, ສ່ວນອາການທີ່ມີຫຼາຍຂຶ້ນ ແມ່ນມີອາການຕັນດັງ, ແສບຄໍ, ແສບປາກ, ມີກະເທີ່ຫຼາຍຂຶ້ນ, ຫາຍໃຈຫອບ ເຊິ່ງຈໍາ​ເປັນ​ຕ້ອງ​ໄດ້​ປຶກ​ສາ​ທ່ານ​ແພດ.​

ຖ້າຈະລ້າງມືໃຫ້ໃຊ້ເຈວພຽງຢ່າງດຽວກໍພໍແລ້ວ ຫຼັງຈາກທີ່ໃຊ້ຄວນລໍຖ້າໃຫ້ແຫ້ງ ແລະວາງໄວ້ບ່ອນທີ່ສູງ ປ້ອງກັນບໍ່ໃຫ້ເດັກນ້ອຍຫຼິ້ນ ຖ້າໃຊ້ໃນລົດ ຫຼື ລິຟ ຕ້ອງລໍຖ້າໃຫ້ມັນ ລະເຫີຍກ່ອນ.

ລ້າງມືດ້ວຍນ້ຳແມ່ນດີທີ່ສຸດ.

ລ້າງມືດ້ວຍສະບູຢ່າງໜ້ອຍ 20 ວິນາທີ, ລ້າງໃຫ້ສະອາດ ພຽງພໍທີ່ຈະທໍາລາຍເຊື້ອພະຍາດຢູ່ໃນມືຂອງພວກເຮົາ ໂດຍສະເພາະ ໂຄວິດ-19 ເພາະມັນແມ່ນມາດຕະຖານທີ່ຖືກແນະນໍາເປັນອັນດັບໜຶ່ງ.

ແຕ່ຖ້າທ່ານບໍ່ສາມາດລ້າງດ້ວຍສະບູ ຫຼື ລ້າງມືໄດ້ ຈຳເປັນຕ້ອງໃຊ້ສະເປແອວກໍຮໍ ຫຼື ເຈວລ້າງມື, ໂດຍພື້ນຖານແລ້ວ, ທ່ານໝໍ ແນະນຳວ່າເຈວລ້າງມື້ຜະສົມແອວກໍຮໍ ແມ່ນເໝາະສົມກວ່າ, ເພາະວ່າມັນຖືກສ້າງຂຶ້ນເພື່ອເຮັດໃຫ້ຖູ ຫຼື ເຮັດຄວາມສະອາດມື. ນອກຈາກນີ້ ເຈວຍັງມີສານລະລາຍ,ມີສານປ້ອງກັນຜິວໜັງ ຫຼື ມືຂອງເຮົາຈາກອາການແພ້ຕ່າງໆ ເຊິ່ງຂໍ້ດີຂອງເຈວແມ່ນບໍ່ມີລະອອງຟຸ້ງກະຈາຍ.

ສ່ວນ ສະເປ ແອວກໍຮໍ ຄວນຈະນຳໃຊ້ເພື່ອເຮັດຄວາມສະອາດພື້ນທີ່, ອຸປະກອນ, ວັດສະດຸ, ແຕ່ກໍມີຫຼາຍຄົນ ນຳໃຊ້ໃຂການສີດຮ່າງກາຍ ເພາະນັ້ນຖືວ່າ​ເປັນ​ອັນ​ຕະ​ລາຍ​ຫຼາຍກວ່າ.

ທີ່ມາ:

More from author

Related posts

Latest posts

ເຮືອນຂອງເຮົາມີຄວາມສຸກລະດັບໃດ?

ຄວາມສຸກໃນເຮືອນຂອງເຈົ້າເປັນຈັ່ງໃດ? ຫລາຍຄົນຄິດວ່າ ຄວາມສຸກຂຶ້ນກັບເງິນທອງ ຫລື ຂອງຂວັນທີ່ມີ ແຕ່ຄວາມສຸກມວນຮວມປະເທດ (Gross National Happiness - GNH) ຂອງພູຖານ ບໍ່ໄດ້ວັດເພີຍແຕ່ຄວາມຮັ່ງມີທາງເສດຖະກິດເທົ່ານັ້ນ! ມັນຍັງວັດເຖິງຄວາມຮູ້ສຶກ ຄວາມຮ່ວມມື ແລະ ບັນຍາກາດຂອງເຮືອນແບບລວມດ້ວຍ

VietJet ປະກາດເສັ້ນທາງສາຍໃໝ່ ພູກວກ-ສິງກະໂປ ແລະ ຮັບປະກັນຂໍ້ຕົກລົງດ້ານການເງິນ 300 ລ້ານໂດລາສະຫະລັດ

(ນະຄອນຫຼວງ ວຽງຈັນ, 12 ມີນາ 2025) - ໃນລະຫວ່າງການຢ້ຽມຢາມ ປະເທດສິງກະໂປ ຢ່າງເປັນທາງການ ຂອງທ່ານເລຂາທິການໃຫຍ່ ປະທານປະເທດຫວຽດນາມ ທ່ານ ໂຕ້ ລຳ. VietJet ໄດ້ປະກາດເປີດເສັ້ນທາງໂດຍກົງໃໝ່ເຊື່ອມຕໍ່ ລະຫວ່າງ ຜູ້ກວກ ກັບ ສິງກະໂປ, ພ້ອມກັບການລົງນາມໃນສັນຍາ ສະໜອງທຶນ 300 ລ້ານໂດລາສະຫະລັດ ຮ່ວມມືກັບການບິນ Carlyle. ເຫດການນີ້ແມ່ນການເພີ່ມທະວີການເຊື່ອມຕໍ່ ແລະ ຊຸກຍູ້ການແລກປ່ຽນການຄ້າ ແລະ ການທ່ອງທ່ຽວໃນທົ່ວປະເທດອາຊີຕາເວັນອອກສ່ຽງໃຕ້.

7-Eleven ສາຂາທຳອິດໃນແຂວງຫຼວງພະບາງ ເປີດເປັນທາງການແລ້ວ.

ໜູນຊ່ວຍຂະແໜງການບໍລິການສົ່ງເສີມການທ່ອງທ່ຽວ ຮ່ວມສ້າງເສດຖະກິດສັງຄົມ ຂະຫຍາຍຕົວແບບຍືນຍົງ. ວັນທີ 06 ມີນາ 2025 ທ່ານ ວຽງທອງ ຫັດສະຈັນ ເຈົ້ານະຄອນຫຼວງພະບາງ ໄດ້ໃຫ້ກຽດເປັນປະທານໃນພິທີເປີດຮ້ານ 7-Eleven ສາຂາ ແອວພີບີ ໂພສີ (LPB PHOSY) ຢ່າງເປັນທາງການ ໂດຍຮ້ານນີ້ ຕັ້ງຢູ່ບ້ານສາຍລົມ, ເມືອງຫຼວງພະບາງ ຖືວ່າເປັນຮ້ານ 7-Eleven ສາຂາທຳອິດຂອງແຂວງຫຼວງພະບາງ ພາຍໃນງານຍັງຮ່ວມໄປດ້ວຍແຂກຜູ້ມີກຽດຈາກຫຼາຍໆພາກສ່ວນໃນພື້ນທີ່