Monday, February 10, 2025

ເຄື່ອງດື່ມສະໝຸນໄພ ຜ່ອນຄາຍຄວາມຮ້ອນ.

ໃນຊ່ວງທີ່ອາກາດຮ້ອນໆ ແບບນີ້ ຫຼາຍຄົນກຳລັງຊອກຫາເຄື່ອງດື່ມເຢັນໆ ມາດັບຄວາມຮ້ອນກໍຄົງຈະດີເນາະ, ອິນໄຊລາວ ຂໍແນະນຳ ເມນູເຄື່ອງດື່ມສະໝູນໄພ ຄາຍຮ້ອນ ເຊິ່ງນອກຈາກຈະຜ່ອນຄາຍຄວາມຮ້ອນໄດ້ແລ້ວ ຍັງດີຕໍ່ສຸຂະພາບນຳອີກ, ມີຫຍັງແດ່ໄປເບິ່ງນຳກັນເລີຍ.

  • ນ້ຳເກັກຮວຍ: ເປັນພືດດັ່ງເດີມຈາກປະເທດຈີນ ແລະ ຍີ່ປຸນ ໄດ້ແພ່ເຂົ້າສູປະເທດກຳປູເຈຍ, ລາວ, ໄທ ເຊິ່ງເປັນສະໝູນໄພທີ່ມີປະສິດທິຜົນ ເປັນຢາເຢັນດັບຮ້ອນຂັບເຫື່ອ ແລະ ຍັງມີສັບພະຄຸນປ້ອງກັນອາການຄວາມດັນເລືອດສູງອີກ ບຳລຸງຫຼອດເລືອດ ແລະ ບັນເທົາອາການໜ້າມຶດເປັນລົມ ກີ່ນແຮງ, ມີຣົດຂົມ ແລະ ຫວານ.

  • ນ້ຳຜັກໜອກ: ຜັກໜອກ ເປັນພືດທີ່ເໝາະສຳລັບກຽມເປັນເຄື່ອງດື່ມ ແລະອາຫານ ເພາະຊ່ວຍສາມາດຊ່ວຍຜ່ອນຄາຍຄວາມຮ້ອນໃນຮ່າງກາຍໄດ້ ໂດຍສະເພາະ ໃນຊ່ວງເວລາຕອນບ່າຍໆ ທີ່ມີແດດແຮງ.
  • ນ້ຳໃບເຕີຍ: ຫຼາຍຄົນອາດຄຸ້ນເຄີຍກັບການທີ່ນຳໃບເຕີຍມາປຸງອາຫານ, ເຂົ້າໜົມ ເພື່ອໃຫ້ມີກິ່ນຫອມ ແລະ ສີສັນໜ້າກິນ ນອກຈາກນັ້ນແລ້ວ ໃບເຕີຍຍັງສາມາດເຮັດເປັນເຄື່ອງດື່ມດັບຄວາມຮ້ອນໄດ້ນຳອີກ, ຄວາມຈິງແລ້ວໃບເຕີຍມີຄຸນປະໂຫຍດຫຼາຍກວ່າທີ່ຄິດ ເພາະນອກຈາກເປັນຢາເຢັນແກ້ອາການຮ້ອນໃນ, ຫຼຸດອາການຄໍແຫ້ງໄດ້ແລ້ວ ຍັງມີສັບພະຄຸນໃນການບຳລຸງຫົວໃຈ, ບຳລຸງກຳລັງ ຫຼຸດລະດັບນ້ຳຕ້ານໃນເລືອດໄດ້ເປັນຢາງດີ.
  • ນ້ຳໝາກຕູມ: ເປັນນ້ຳສະໝູນໄພອີກຊະນິດໜຶ່ງທີ່ຄຸ້ນເຄີຍກັນ ເພາະໃນ     ໝາກຕູມ ມີຄຸນປະໂຫຍດສຳຄັນຫຼາກຫຼາຍຊະນິດທີ່ໃຫ້ຄຸນຄ່າທາງດ້ານການຮັກສາ ແລະ ບຳລຸງສຸຂະພາບ, ນອກຈາກຈະຊ່ວຍເປັນກເຄື່ອງດື່ມຜ່ອນຄາຍຄວາມຮ້ອນໄດ້ແລ້ວ ໝາກດິບ ຍັງສາມາດບັນເທົາອາການຖອກທ້ອງ ແລະ ແກ້ທ້ອງບິດໄດ້, ສ່ວນໝາກສຸກ ເປັນຢາລະບາຍ ຊ່ວຍຍ່ອຍອາຫານ, ໃບສົດຄັ້ນນໍ້າກິນແກ້ຫຼອດລົມອັກເສບ, ເປືອກ, ຮາກ ແລະ ຕົ້ນ ສາມາດເປັນຢາ ປິ່ນປົວ ໄຂ້ມາລາເຣຍໄດ້.

  • ນ້ຳກະຈຽບແດງ (ສົ້ມພໍດີ): ກະຈຽບ ນັບວ່າເປັນສະໝູນໄພພື້ນບ້ານທີ່ມີການໃຊ້ປະໂຫຍດຢ່າງກວ້າຂວາງ ແລະ ມີຄຸນປະໂຫຍດຢ່າງຫຼວງຫຼາຍ ເພາະເປັນສະໝູນໄພປະຈຳເຮືອນທີ່ໃຊ້ງ່າຍ ແລະ ມີຄວາມປອດໄພສູງ. ນອກຈາກນຳໄປເຮັດເປັນເຄື່ອງດື່ມແກ້ຮ້ອນໄດ້ແລ້ວ ຍັງມີການສຶກສາວິໄຈອີກວ່າ ສາມາດຫຼຸດຄວາມດັນ ແລະ ຫຼຸດໄຂມັນ ໃນເລືອດໄດ້ອີກດ້ວຍ.

  • ນ້ຳຫົວສີໄຄ: ຈັດເປັນສະໝູນໄພປະຈຳເຮືອນໃນການເບິ່ງແຍງສຸຂະພາບ ມີກິ່ນຫອມ, ມີຊັບພະຄຸນຊ່ວຍຈະເລີນອາຫານ, ບຳລຸງທາດໄຟ ໃນຮ່າງກາຍ, ແກ້ໂຮກທາງເດີນປັດສະວະ, ຂັບລົມໃນລຳໄສ້, ສ່ວນຮາກ ນຳມາຂົ້ວໃຫ້ເຫຼືອງ ຊົງໃສ່ນ້ຳດື່ມ ໃຊ້ເປັນຢາແກ້ນີ້ວ, ຂັບປັດສະວະ.

More from author

Related posts

Latest posts

VietJet ລາຍງານຜົນປະກອບການທຸລະກິດສູງສຸດນັບແຕ່ Covid-19 ໃນປີ 2024

(ນະຄອນຫຼວງວຽງຈັນ, ວັນທີ 07 ກຸມພາ 2025) – VietJet ສໍາເລັດການເຕີບໂຕທາງທຸລະກິດທີ່ໜ້າປະທັບໃຈໃນປີ 2024, ຂະຫຍາຍເຄື່ອຂ່າຍການບິນສາກົນ ແລະ ຝູງເຮືອບິນທີ່ທັນສະໄໝ ຂະນະດຽວກັນກໍ່ຍັງສ້າງລາຍໄດ້ ແລະ ກໍາໄລໃນລະດັບສູງສຸດເປັນປະຫວັດສາດ. ຄວາມສໍາເລັດຢ່າງຕໍ່ເນື່ອງຂອງສາຍການບິນແມ່ນ ບາດກ້າວອັນສໍາຄັນໃນການຟື້ນຕົວ ແລະ ຂະຫຍາຍໂຕຫຼັງຈາກໂລກລະບາດ Covid-19.

ເລີ່ມຕົ້ນປີດ້ວຍການປ່ຽນແປງຕົນເອງ ເພື່ອເປັນຄົນໃໝ່ທີ່ດີກວ່າ

ໃນຊ່ວງປີໃໝ່ແບບນີ້ຫຼາຍຄົນກໍມັກຈະຖືໂອກາດຕັ້ງເປົ້າໝາຍໃຫ້ຕົນເອງ ເພື່ອການປ່ຽນແປງທີ່ດີກວ່າປີທີ່ຜ່ານມາບໍ່ວ່າຈະເປັນດ້ານຄວາມຄິດ, ຄວາມສຳພັນ ແລະ ສັກກາຍະພາບ ຄວາມຮູ້ ຄວາມສາມດຂອງຕົນເອງ ຖ້າໃຜຍັງບໍ່ຮູ້ຈະຕັ້ງເປົ້າໝາຍໃຫ້ກັບຕົນເອງແນວໃດລອງມາເບິ່ງ 10 ວິທີງ່າຍໆໃນການພັດທະນາຕົນເອງທີ່ໃຜໆກໍເຮັດໄດ້:

ເປັນຫຍັງ? ຜົມຈຶ່ງຫງອກກ່ອນໄວ

ມັນເປັນເລື່ອງປົກກະຕິທີ່ເຮົາອາຍຸຫຼາຍຂຶ້ນຜົມຈະຫງອກຂາວໄປຕາມທຳມະຊາດຂອງການເຕີບໂຕ ແຕ່ຖ້າອາຍຸຍັງນ້ອຍແຕ່ຊ້ຳພັດມີຜົມຂາວແລ້ວ ມັນເປັນຍ້ອນຫຍັງແທ້? ປັດຈຸບັນ ໄວໜຸ່ມບາງຄົນອາຍຸຍັງບໍ່ຮອດເລກສາມເທື່ອ ແຕ່ມີຜົມຂາວເປັນຈຳນວນຫຼາຍ ລອງມາເບິ່ງສາເຫດທີ່ພົບເຫັນໄດ້ຫຼາຍນຳກັນ: