ປົດລັອກສັກກະຍະພາບ ຂອງແມ່ຍິງ ເຮັດວຽກກັບ ໂທລະສັບ ຊຳຊຸງ

ເພື່ອຊຸກຍູ້ໃຫ້ຜູ້ຍິງທີ່ເຮັດວຽກ, ມືຖືທີ່ທັນສະໄໝ ແລະ ມີປະສິດທິພາບຈະຊ່ວຍພວກເຂົາຊຸກຍູ້ການເຕີບໂຕຂອງອາຊີບຄຽງຄູ່ກັບການປົດລັອກສັກກະຍະພາບຂອງພວກເຂົາ ໂດຍການຊຸກຍູ້ໃຫ້ໃຊ້ຟັງຊັ່ນການຖ່າຍຮູບ ແລະ ວິດີໂອຫຼາຍຂຶ້ນ ເພື່ອຄວາມສະດວກສະບາຍຂອງໜ້າທີ່ວຽກງານ ແລະ ການພັກຜ່ອນ.

ການ​ປົດ​ລັອກ​ຄວາມສາມາດ​ຂອງ​ແມ່​ຍິງ​ ຖືເປັນ​ສິ່ງ​ທ້າ​ທາຍ​ໃນ​ທຸກ​ໆໄລຍະເວລາ. ການຄົ້ນຄວ້າໄດ້ສະແດງໃຫ້ເຫັນວ່າ ແມ່ຍິງມັກຈະມີຜົນກະທົບສູງ ຕໍ່ການພັດທະນາອຸປະກອນມືຖື ຫຼື IT ໃນຍຸກສະໄໝນີ້. ນັບແຕ່ວິກິດການລະບາດຂອງພະຍາດ ໂຄວິດ-19 ເປັນຕົ້ນມາ, ແມ່ຍິງຕ້ອງໄດ້ເຮັດທຸລະກິດດ້ວຍຕົນເອງ ແລະ ຈໍານວນໜຶ່ງ ແມ່ນມີຄວາມຈໍາເປັນໃນການເປັນຜູ້ນໍາຄອບຄົວ. ເພື່ອສະໜັບສະຫໜູນໂອກາດການເຮັດວຽກຂອງເຂົາເຈົ້າ ກ່ຽວກັບທຸລະກິດອອນລາຍ, ແມ່ນມີຄວາມຈໍາເປັນ ທີ່ຈະຕ້ອງຊອກຫາຜູ້ຊ່ວຍທີ່ດີທີ່ສຸດ ເພື່ອສະໜັບສະໜູນການເຮັດວຽກງານຂອງເຂົາ.

ໂທລະ​ສັບ​ມື​ຖື Samsung ເປັນ​ທາງ​ເລືອກ​ທີ່​ດີ ລະຫວ່າງການເຮັດວຽກ​ ແລະ ການ​ພັກ​ຜ່ອນ​. ບໍ່ວ່າຈະບັນທຶກ ຫຼື ອ່ານຂ່າວຈາກສື່ອອນລາຍ, ກໍສາມາດເຮັດໄດ້ຢ່າງງ່າຍດາຍ. ດ້ວຍຮູບແບບທີ່ທັນສະໄໝ ແລະ ມີຫຼາຍຟັງຊັ່ນ (ສາມາດເຮັດໄດ້ຫຼາຍຢ່າງ), ມັນເຫມາະສົມກັບແມ່ຍິງໄວເຮັດວຽກ ແລະ ເຊັ່ນດຽວກັນ, ຜູ້ຍິງກໍຢາກນຳສະເໜີຕົນເອງ ແລະ ຄອບຄົວດ້ວຍການຖ່າຍຮູບ ແລະ ວີດີໂອງາມໆລົງສື່ອອນລາຍ.

ໃນຂະນະດຽວກັນ, ລາວສາມາດເລີ່ມຕົ້ນການເດີນທາງທາງດິຈີຕອນ ແລະ ໂພສຄວາມຊົງຈໍາທີ່ຖືກແບ່ງປັນຂອງລາວກໍເປັນສິ່ງທີ່ລາວສາມາດສື່ສານກັບແຟນໆ ແລະ ຜູ້ຕິດຕາມຢ່າງຫຼວງຫຼາຍ. ການຖ່າຍຮູບ ເປັນເວລາພັກຜ່ອນຂອງລາວ, ລາວມັກຈະເດີນທາງໄປສະຖານທີ່ທ່ອງທ່ຽວ ແລະ ຖ່າຍຮູບທີ່ສວຍງາມ ເພື່ອເກັບໄວ້ໃນຄວາມຊົງຈໍາ.ລາວໃຊ້ໂທລະສັບມືຖືເພື່ອສະໜັບສະໜູນວຽກງານປະຈໍາວັນ ໃນການເປັນຜູ້ປະກາດຂ່າວທີ່ຊ່ອງ LNTV 3 ໂດຍໃຊ້ໃນການອ່ານບົດຂ່າວຂອງລາວ ແລະ ການນໍາສະເໜີເທິງມືຖື. ທ່ານ ນາງ ອະໂນ​ມາ ​ລັດ​ທິ​ດາ (ບີ້), ຜູ້ປະກາດ​ຂ່າວ​ ໂທລະພາບ​ແຫ່ງ​ຊາດ​ລາວ ​ແລະ ເປັນຜູ້ທີ່ມີບົດບາດໃນສັງຄົມລາວ ກ່າວ​ວ່າ:

“ຜົນສຳເລັດທີ່ດີທີ່ສຸດທີ່ຂ້າພະເຈົ້າເຄີຍໄດ້ເຮັດ ແມ່ນການສ້າງການຮັບຮູ້ດ້ວຍການຖ່າຍວີດີໂອ ແລະ ຮູບພາບງາມໆຂອງຄອບຄົວຂ້າພະເຈົ້າເອງ. ຂ້າພະເຈົ້າຮຽນຮູ້ທີ່ຈະນໍາໃຊ້ແອັບພລິເຄເຊິນທັງຫມົດ ເຊັ່ນ ເຄື່ອງມືເພື່ອຊ່ວຍຈັດລະບຽບວຽກງານຂອງຂ້າພະເຈົ້າ. ນອກຈາກນັ້ນ, ຂ້າພະເຈົ້າຍັງໃຊ້ຟີເຈີບາງຢ່າງເພື່ອແກ້ໄຂ ແລະ ພັດທະນາທັກສະຂອງຕົນເອງ.”

“ໃນຖານະທີ່ເປັນແມ່ຍິງທີ່ເຮັດວຽກຢູ່ໃນຂົງເຂດຕ່າງໆ, ຂ້າພະເຈົ້າເຂົ້າໃຈວ່າມີວຽກທີ່ຫຼາກຫຼາຍ ທີ່ໂທລະສັບມືຖືກໍມີຄວາມສໍາຄັນ ແລະ ສາມາດສ້າງລາຍໄດ້ຈາກໂທລະສັບມືຖື. ຢ່າງໃດກໍ່ຕາມ, ການພິສູດທັກສະຂອງຕົນເອງໂດຍການຮຽນຮູ້, ພະຍາຍາມໃຊ້ຟັງຊັ່ນຕ່າງໆ ແລະ ການເລືອກໂທລະສັບມືຖືທີ່ເໝາະສົມກັບວຽກງານຂອງຕົນເອງເປັນວິທີທີ່ຄົນເຮົາຈະເລີ່ມຕົ້ນມື້ເຮັດວຽກທີ່ດີ. ຂ້າພະເຈົ້າຮັບປະກັນວ່າ ໂທລະສັບມືຖືເປັນສິ່ງທີ່ຈໍາເປັນ ແລະ ເປັນປະໂຫຍດສໍາລັບພວກເຮົາທຸກຄົນ ທີ່ຈະເຊື່ອມຕໍ່ ແລະ ສາມາດສ້າງຜົນປະໂຫຍດຮ່ວມກັນໄດ້.”

More from author

Related posts

Latest posts

ກິນແລ້ວນອນທັນທີ! ບໍ່ດີຕໍ່ສຸຂະພາບ

ປັດໄຈທີ່ເຮັດໃຫ້ຕຸ້ຍ ຫຼື ບໍ່ຕຸ້ຍ ມີຢູ່ຫຼາຍຢ່າງ ເຊັ່ນ ພຶດຕິກຳການກິນ, ອາຫານທີ່ມັກກິນ ຫຼື ການນອນເດິກ ກໍສົ່ງຜົນໃຫ້ຕຸ້ຍຂຶ້ນໄດ້ຄືກັນ. ຖ້າວ່າ ການກິນແລ້ວນອນ ເຮັດໃຫ້ຕຸ້ຍຂຶ້ນບໍ່ນັ້ນ, ຍັງບໍ່ມີຜົນສະຫຼຸບທີ່ແນ່ນອນ ເພາະຄວາມຕຸ້ຍຈາກການກິນແລ້ວນອນ ມີຫຼາຍແບບ ຄື ບາງຄົນກິນຫຼາຍໃນຕອນຄ່ຳເຊັ່ນ ອາຫານທອດ,​ ຂອງມັນ, ພິດຊ່າ ຫຼື ອາຫານມະຍິກມະຍ່ອຍແລ້ວເຂົ້ານອນ,

ຫຼວງພະບາງ ພາວເວີ ມອບອຸປະກອນການແພດ ເສີມສັກກະຍະພາບໂຮງໝໍແຂວງຫຼວງພະບາງ

ຫຼວງພະບາງ, ສປປ ລາວ - ເມື່ອບໍ່ດົນມານີ້ ບໍລິສັດ ຫຼວງພະບາງ ພາວເວີ ຈໍາກັດ (LPCL) ເຊິ່ງເປັນ ບໍລິສັດຮ່ວມຂອງ ບໍລິສັດ ຊີເຄ ພາວເວີ ຈຳກັດ (ມະຫາຊົນ) ຜູ້ດຳເນີນ ໂຄງການໄຟຟ້າພະລັງນ້ຳ ຫຼວງພະບາງ ໄດ້ມອບເຄື່ອງມື ແລະ ອຸປະກອນການແພດ ລວມມູນຄ່າກວ່າ...

ເປັນຫຍັງ? ຜົມຈຶ່ງຫງອກກ່ອນໄວ

ມັນເປັນເລື່ອງປົກກະຕິທີ່ເຮົາອາຍຸຫຼາຍຂຶ້ນຜົມຈະຫງອກຂາວໄປຕາມທຳມະຊາດຂອງການເຕີບໂຕ ແຕ່ຖ້າອາຍຸຍັງນ້ອຍແຕ່ຊ້ຳພັດມີຜົມຂາວແລ້ວ ມັນເປັນຍ້ອນຫຍັງແທ້? ປັດຈຸບັນ ໄວໜຸ່ມບາງຄົນອາຍຸຍັງບໍ່ຮອດເລກສາມເທື່ອ ແຕ່ມີຜົມຂາວເປັນຈຳນວນຫຼາຍ ລອງມາເບິ່ງສາເຫດທີ່ພົບເຫັນໄດ້ຫຼາຍນຳກັນ: