ການຄ້າຂາຍຜ່ານທາງອອນລາຍ ເປັນອີກສິ່ງໜຶ່ງທີ່ສ້າງຄວາມສະດວກ ສະບາຍໃຫ້ກັບຄົນໃນສັງຄົມປັດຈຸບັນ, ໃນເມື່ອມີຂໍດີໃນເລື່ອງຄວາມສະດວກ ກໍຍ່ອມມີບັນຫາຕາມມາ ບໍ່ວ່າຈະເປັນ ສັ່ງເຄື່ອງແລ້ວບໍ່ໄດ້, ເຄື່ອງບໍ່ຖືກຕາມສະເປັກ, ໂອນເງິນແລ້ວບໍ່ສົ່ງເຄື່ອງໃຫ້ ເປັນຕົ້ນ.

ຕໍ່ໄປນີ້ແມ່ນປະສົບການຕົວຈິງ ຂອງຜູ້ທີ່ເຄີຍພົບບັນຫາໃນການສັ່ງເຄື່ອງຜ່ານທາງອອນລາຍ.
ນາງ ກັນຍາ ເລົ່າໃຫ້ຟັງວ່າ ການສັ່ງເຄື່ອງອອນລາຍກໍມີທັງຂໍ້ດີ ແລະ ຂໍ້ເສຍ ສ່ວນຂໍ້ດີກະເຮັດໃຫ້ເຮົາມີຄວາມສະດວກສະບາຍຫຼາຍຢ່າງບໍ່ຕ້ອງຂີ່ລົດອອກໄປຊື້ເຄື່ອງເອງ, ແຕ່ກໍມີຂໍ້ເສຍຫຼາຍຢ່າງເຊັ່ນກັນ ບໍ່ວ່າຈະເປັນການສັ່ງຊື້ແລ້ວບໍ່ໄດ້ຕາມມາດຕະຖານ ຫຼື ຄຸນນະພາບທີ່ເຮົາຢາກໄດ້ ແລະ ບາງເທື່ອກໍຖືກຮ້ານເຂົາເຈົ້າຕົວະ ສັ່ງເຄື່ອງແລ້ວໂອນເງິນແຕ່ທາງຮ້ານບໍ່ສົ່ງບິນໃຫ້ ຫຼືບໍ່ສົ່ງເຄື່ອງໃຫ້ລູກຄ້າຕາມກຳນົດ ບາງເທື່ອສັ່ງແລ້ວເຄື່ອງມາຮອດເຮົາແຕ່ສິນຄ້າພັດມີຄວາມເສຍຫາຍ, ຖ້າເປັນຂອງກິນກໍບູດ, ບໍ່ເປັນກິນຫຼືບໍ່ຄົບຕາມຈໍານວນ ແລ້ວທາງຮ້ານກະບໍ່ຮັບຜິດຊອບຫຼືບໍ່ຕອບຂໍ້ຄວາມເລີຍ ສົ່ງຜົນກະທົບໃຫ້ເຮົາບໍ່ພໍໃຈ, ບາງເທື່ອກະເຮັດໃຫ້ເຮົາຫຼາບ ແລະ ບໍ່ຢາກສັ່ງເຄື່ອງນຳຮ້ານດັ່ງກ່າວອີກ ຍ້ອນບໍ່ໄດ້ຄຸນນະພາບເຕັມ ແຕ່ກະອົດທີ່ຈະສັ່ງຜ່ານອອນລາຍບໍ່ໄດ້ ຍ້ອນຄວາມສະດວກສະບາຍ ແລະ ປະຍັດເວລາຂອງເຮົາ.
ສາວນ່າ ກໍເປັນອີກຜູ້ໜຶ່ງທີ່ພົບບັນຫາກ່ຽວກັບການສັ່ງເຄື່ອງອອນລາຍ ເປັນເທື່ອທຳອິດ ທີ່ມີບັນຫາຄືການສັ່ງເຄື່ອງໄດ້ໂອນເງິນໃຫ້ແລ້ວ ແຕ່ທາງຮ້ານພັດວ່າຍັງບໍ່ໄດ້ຮັບເງິນໂອນທີ່ເຮົາໂອນໃຫ້ ປະຕິເສດທຸກຢ່າງທີ່ເຮົາບອກວ່າໄດ້ໂອນສຳເລັດແລ້ວ ແລະຍັງບອກໃຫ້ເຮົາໄປຂໍໃບຢັ້ງຢືນສະເຕັດເມັ້ນຈາກທານະຄານມາອີກ ບາດເຮົາໄປຂໍໃບຢັ້ງຢືນມາໃຫ້ແລ້ວແຊັດຫາພັດບໍ່ມີການຕອບກັບ ບໍ່ວ່າຈະເປັນທາງໃດໆທັງໝົດ.
ສ່ວນນາງ ມີນາ ກໍເຄີຍພົບບັນຫາກ່ຽວກັບການສັ່ງເຄື່ອງອ່ອນລາຍເຊັ່ນດຽວກັນ ເປັນຕົ້ນເມື່ອເຄື່ອງມາຮອດເຮົາແລ້ວເຄື່ອງແຕກ, ຊອກເຄື່ອງບໍ່ເຫັນ ບາງເທື່ອກໍສັ່ງເຄື່ອງແລ້ວມິດໄປເລີຍຕິດຕໍ່ຫາກະບໍ່ໄດ້ .
ເຖິງຢ່າງໃດກໍຕາມ ບັນຫາການສັ່ງເຄື່ອງທາງອອນລາຍ ອາດຈະເກີດຂຶ້ນນກັບຫຼາຍໆຄົນ ແຕ່ການຄ້າຂາຍທາງອອນລາຍກໍເປັນອີກຊ່ອງທາງໜຶ່ງໃນການເຮັດທຸລະກິດທີ່ຂາດບໍ່ໄດ້ໃນປັດຈຸບັນ ສ່ວນທ່ານໃດທີ່ມັກສັ່ງເຄື່ອງອ່ອນລາຍກໍຄວນກວດເບິ່ງດີໆກ່ອນຈຶ່ງສັ່ງ ແລະ ເລືອກຮ້ານທີ່ມີຄວາມໜ້າເຊື່ອຖືໄດ້ເທົ່ານັ້ນ.