ຂໍຂອບໃຈນຳຜູ້ສະໜັບສະໜູນ

ຖ້ຳປິວ ເປັນອະນຸສອນສະຖານ ແລະ ເປັນແຫຼ່ງທ່ອງທ່ຽວທາງ ປະຫວັດສາດ ອັນເປັນສັນຍາລັກແຫ່ງຄວາມໂຫດຮ້າຍຂອງສົງຄາມໃນອາດີດ, ເປັນສະຖານທີ່ ທີ່ 374 ຊີວິດ ຈົບລົງພ້ອມກັນແບບບໍ່ໄດ້ສັ່ງລາຄອບຄົວ ເຊິ່ງຕັ້ງຢູ່ເທິງຜາຫິນສູງຊັນ ໃນເຂດບ້ານ ບວມລອງ, ເມືອງ ຄຳ, ແຂວງ ຊຽງຂວາງ ຫ່າງຈາກເທສະບານແຂວງ ຊຽງຂວາງ ປະມານ 57 ກິໂລແມັດ.

ເມື່ອປີ ຄສ 1964-1973 ຕາມຍຸດທະສາດ 3 ກ້ຽງ: ຂ້າກ້ຽງ, ທຳລາຍກ້ຽງ ແລະ ດັບສູນກ້ຽງ ຫຼື “Full killing, Destroying and Exterminating” ຂອງຜູ້ຮຸກຮານ, ຖ້ຳປິວ ເປັນຖ້ຳທີ່ປະຊາຊົນໃນທ້ອງຖິ່ນເຂດ ບ້ານ ລວມລອງ ເມືອງຄຳ ໃຊ້ເປັນສະຖານທີ່ລີ້ໄພໃນຍາມສົງຄາມ ແຕ່ມາໃນ ວັນທີ 24 ພະຈິກ ປີ ຄ.ສ 1968, ຖ້ຳແຫ່ງນີ້ ໄດ້ຖືກກອງກຳລັງອາກາດຂອງ ສະຫະລັດອາເມຣິກາ ບຸກໂຈມຕີ ແລະ ຖິ້ມລະເບີດທຳລາຍຢ່າງໜັກໜ່ວງ ໂດຍສະເພາະຍົນ F105 ໄດ້ຍິງລູກສອນໄພ ແບບທຳລາຍລ້າງຈາກອາກາດສູ່ພື້ນ 4 ລູກ ລູກສອນໄຟລູກທຳອິດໄດ້ຕົກໃສ່ປາກຖ້ຳ ແລະ ອີກ 3 ລູກເຂົ້າໄປໃນຖ້ຳ ເຮັດໃຫ້ປະຊາຊົນທີ່ອາໄສຢູ່ໃນຖ້ຳຈຳນວນ 374 ຄົນເສຍຊີວິດພ້ອມກັນ ຢ່າງໜ້າສັງເວດ ແລະ ຫົດຫູ່.

ບ່ອນສະແດງໂຄສະນາ


ກົດທີ່ພາບນີ້ ເພື່ອເບິ່ງຂໍ້ມູນເພິ່ມເຕິມ

ໂສກອະນາດຕະກຳຖ້ຳປິວ ໄດ້ກາຍເປັນວັນປະຫວັດສາດ ທີ່ຄົນລາວທັງຊາດຈາລຶກໄວ້ເປັນ ວັນຄຽດແຄ້ນ ແລະ ຢັ້ງຢືນໂທດກຳຂອງຜູ້ກໍ່ສົງຄາມຮຸກຮານ ທີ່ໄດ້ທຳລາຍຊີວິດຂອງປະຊາຊົນລາວ ຜູ້ທີ່ບໍ່ມີຄວາມຜິດຫຍັງຕ້ອງຖືກຂ້າຕາຍຢ່າງອະນາຖາເຖິງ 374 ຄົນໃນພາບດຽວ.

ດັ່ງນັ້ນ, ລັດຖະບານ ຈຶ່ງໄດ້ກຳນົດໃຫ້ ຖ້ຳປິວ ເປັນສະຖານທີ່ປະຫວັດສາດຂອງຊາດ ແລະ ຈັດຕັ້ງພິທີໄຫວ້ອາໄລເຖິງດວງວິນຍານຂອງຜູ້ທີ່ເສຍຊີວິດ ໃນວັນທີ 24 ພະຈິກ ຂອງທຸກໆປີ.

Hits: 51

LEAVE A REPLY

ກະລຸນາໃສ່ຄໍາເຫັນຂອງທ່ານ!
ກະລຸນາໃສ່ຊື່ຂອງທ່ານທີ່ນີ້