ຂໍຂອບໃຈນຳຜູ້ສະໜັບສະໜູນ

Meta ກຳລັງເປັນທີ່ຈັບຕາຂອງຄົນລາວລຸ້ນໃຫມ່ ເພາະການພັດທະນາຢ່າງບໍ່ຢຸດຍັ້ງຂອງເທັກໂນໂລຢີ ທີ່ຈະຊ່ວຍໃຫ້ເຂົາໃຊ້ຊີວິດງ່າຍຂຶ້ນ ແລະ ສະດວກສະບາຍ ໃນອະນາຄົດ, Meta ໄດ້ສະແດງແນວຄວາມຄິດ ແລະ ວິໄສທັດ ຂອງ The Metaverse ລວມໄປເຖິງການອອກແບບ VR ແຫ່ງອະນາຄົດ ແລະ ອະປຸກອນປ້ອນຂໍ້ມູນດ້ວຍປາຍນິ້ວມື ອອກສູ່ສາທາລະນະເພື່ອໃຫ້ຮູ້ເຖິງຄວາມເປັນໄປໄດ້ທີ່ຈະສາມາດໃຊ້ງານໃນຊີວິດຈິງ

ເຊິ່ງວີດີໂອດັ່ງກ່າວ ໄດ້ນໍາສະເໜີຜົນກະທົບທາງບວກທີ່ອາດຈະເກີດຂຶ້ນຕໍ່ສັງຄົມ ແລະ ອຸດສາຫະກຳຂອງໂລກ ລວມໄປເຖິງໃນລາວ, ໃນວີດີໂອໄດ້ສະແດງໃຫ້ເຫັນເຖິງ ຊີວິດຂອງນັກຮຽນທີ່ເຂົ້າຮຽນໄປມະຫາວິທະຍາໄລໃນໂລກສະເໝືອນຈິງ, ໝໍທີ່ກຳລັງຜ່າຕັດ ເພື່ອການຝຶກຝົນໂດຍບໍ່ຕ້ອງເອົາຊີວິດຂອງໃຜມາສ່ຽງ ແລະ ເດັກນັກຮຽນໄປຢ້ຽມຢາມສະຖານທີ່ຕ່າງໆ ໂດຍໃຊ້ໂລກສະເໝືອນຈິງ

ແຕ່ສິ່ງທີ່ໜ້າສົນໃຈຄື ນັກສຶກສາ ແລະ ໝໍ ໄດ້ໃສ່ຊຸດ VR ສີຂາວລໍ້າຍຸກຢ່າງເຫັນໄດ້ຊັດເຈນທີ່ Meta ໄດ້ພັດທະນາຂຶ້ນມາ, ໃນວີດີໂອຍັງສະແດງໃຫ້ເຫັນເຖິງແນວຄວາມຄິດຂອງ Meta ທີ່ໄດ້ນໍາໃຊ້ປອກນິ້ວເຂົ້າມາແທນຖົງມືແບບເກົ່າ ໃນການໃຊ້ງານຂອງໂລກສະເໝືອນຈິງ, ເຊິ່ງທັງສອງຢ່າງຈະໃຫ້ຄວາມຮູ້ສຶກທີ່ແຕກຕ່າງກັນເຊັ່ນວ່າ ຖົງມືຈະມີນໍ້າໜັກສະເໝືອນຈິງ ແຕ່ປອກນິ້ວແມ່ນຈະຫຼຸດພາລະຂອງນໍ້າໜັກເຫຼົ່ານັ້ນໄປ

ບ່ອນສະແດງໂຄສະນາ


ກົດທີ່ພາບນີ້ ເພື່ອເບິ່ງຂໍ້ມູນເພິ່ມເຕິມ

ເຊິ່ງທ້າຍທີ່ສຸດແລ້ວ ແນວຄວາມຄິດນີ້ຍັງເປັນຮູບແບບຈຳລອງ ເພື່ອທົດສອບການອອກແບບ, ໃນອະນາຄົດເຮົາອາດຈະໄດ້ເຫັນເທັກໂນໂລຢີ ແລະ ຊຸດຂອງ VR ທີ່ລໍ້າຍຸກສະໄໝຂຶ້ນກວ່ານີ້ກໍ່ໄດ້.

ຂໍ້ມູນຈາກ: UploadVR

Hits: 11

LEAVE A REPLY

ກະລຸນາໃສ່ຄໍາເຫັນຂອງທ່ານ!
ກະລຸນາໃສ່ຊື່ຂອງທ່ານທີ່ນີ້