Tuesday, March 18, 2025

ຈັບແທ້ເດີ້! ເຈົ້າໜ້າທີ່ສຶກສາອົບຮົມຜູ້ບໍລິການ ແລກປ່ຽນເງິນຕາອອນລາຍ

ວັນທີ 17 ມິຖູນາ 2022, ກົມຕຳຫຼວດເສດຖະກິດ ກົມໃຫຍ່ຕຳຫຼວດ ໄດ້ນຳຕົວ ທ້າວ ພຸດທະວົງ ອາຍຸ 25 ປີ ຢູ່ບ້ານ ນາທອງ ເມືອງໂພນໂຮງ ແຂວງວຽງຈັນ ຜູ້ເປີດບໍລິການແລກປ່ຽນເງິນຕາຕ່າງປະເທດອອນລາຍ ໂດຍບໍ່ໄດ້ຮັບອະນຸຍາດ ມາສຶກສາອົບຮົມກ່າວເຕືອນ ແລະ ຈະຖືກດຳເນີນຄະດີຕາມກົດໝາຍໃນຂັ້ນຕອນຕໍ່ໄປ.

ເຈົ້າໜ້າທີ່ໃຫ້ຮູ້ວ່າ: ທ້າວ ພຸດທະວົງ ສີສຸວັນ ມີເຈດຕະນາລະເມີດລະບຽບການຄຸ້ມຄອງເງິນຕາຕ່າງປະເທດ ແລະ ດໍາເນີນທຸລະກິດບໍ່ຖືກຕ້ອງຕາມກົດໝາຍ ເຊິ່ງສະແດງອອກດັ່ງນີ້: ຜູ້ກ່ຽວບໍ່ມີ ໃບອະນຸຍາດດໍາເນີນທຸລະກິດກ່ຽວ ກັບການແລກປ່ຽນເງິນຕາຕ່າງປະເທດ ແລ້ວໄດ້ມີການເຄື່ອນໄຫວ ໂຄສະນາແລກປ່ຽນເງິນຕາ ຜ່ານຊື່ສັງຄົມອອນລາຍ (ເຟສບຸກ) ໂດຍບໍ່ໄດ້ຮັບອະນຸຍາດ ຈາກພາກສ່ວນທີ່ກ່ຽວຂ້ອງ, ຜູ້ກ່ຽວໄດ້ໂພດຂໍ້ ຄວາມລົງໃນກຸ່ມເຟສບຸກ ໃນຊື່ກຸ່ມ ແລກປ່ຽນເງິນຕາ (ໂອນ-ແລກ-ຕິດຕາມອັດຕາແລກປ່ຽນ).

ຜ່ານການສືບສວນ-ສອບສວນ ຜູ້ກ່ຽວຮັບສາລະພາບວ່າ: ໄດ້ມີການເຄື່ອນໄຫວບັນຊີເງິນຝາກຂອງຜູ້ກ່ຽວໃນໄລຍະເດືອນພຶດສະພາ 2022 ມີລາຍລະອຽດຄື: ຍອດທຸລະກໍາໃນບັນຊີ ຂອງຜູ້ກ່ຽວໃນ 1 ວັນ ມີເງິນກີບເຂົ້າບັນຊີ 270.923.000 ກີບ, ໂອນອອກຈາກບັນຊີ ຈໍານວນ 254.381.000 ກີບ, ມີເງິນບາດເຂົ້້າບັນຊີ 121.950 ບາດ, ໂອນອອກຈາກບັນຊີ 100.011 ບາດ, ມີເງິນໂດລາເຂົ້າບັນຊີ 12.200 ໂດລາ ແລະ ໂອນເງິນໂດລາອອກ 15.000 ໂດລາ.

ຍອດທຸລະກໍາໃນບັນຊີ ຂອງຜູ້ກ່ຽວໃນ 1 ອາທິດ ມີເງິນກີບເຂົ້າບັນຊີ 755.506.000 ກີບ, ໂອນອອກຈາກບັນຊີ ຈໍານວນ 740.050.500 ກີບ ມີເງິນບາດເຂົ້າບັນຊີ 443.650 ບາດ, ໂອນອອກ 425.054 ບາດ, ມີເງິນໂດລາເຂົ້າບັນຊີ 20.943 ໂດລາ, ໂອນອອກ 20.905, ຍອດທຸລະກໍາໃນບັນຊີ ຂອງຜູ້ກ່ຽວໃນ 1 ເດືອນ ມີເງິນກີບເຂົ້າບັນຊີ 957.625.800 ກີບ, ໂອນອອກຈາກບັນຊີ ຈໍານວນ 957.846.000 ກີບ, ໂດລາ, ມີເງິນບາດໂອນເຂົ້າບັນຊີ 872.870 ບາດ, ໂອນອອກ 850.856 ບາດ, ເງິນໂດລາເຂົ້າບັນຊີ 31.043 ໂດລາ, ໂອນເງິນອອກ 31.116 ໂດລາ.

ເຊິ່ງການກະທຳດັ່ງກ່າວ ແມ່ນຜິດຕໍ່ປະມວນກົດໝາຍອາ ມາດຕາ 285 ການລະເມີດລະບຽບການຄຸ້ມຄອງເງິນຕາຕ່າງປະເທດ ແລະ ມາດຕາ 297 ການດຳເນີນທຸລະກິດໂດຍບໍ່ຖືກຕ້ອງຕາມກົດໝາຍ ໂດຍກົດໝາຍໄດ້ກຳນົດໄວ້ວ່າ ບຸກຄົນໃດຫາກໄດ້ດຳເນີນທຸລະກິດໂດຍບໍ່ໄດ້ຂຶ້ນທະບຽນວິສາຫະກິດ ຫຼື ເຄື່ອນໄຫວທຸລະກິດໂດຍບໍ່ຖືກກັບວັດຖຸປະສົງຂອງວິສາຫະກິດຕົນ ຈະຖືກລົງໂທດຕັດອະສະລະພາບແຕ່ 3 ເດືອນ ຫາ 1 ປີ ຫຼື ດັດສ້າງໂດຍບໍ່ຕັດອິດສະລະພາບ ແລະ ຈະຖືກປັບໃໝ ແຕ່ 5 ລ້ານ ຫາ 10 ລ້ານກີບ. ສະນັ້ນ, ຈິ່ງໄດ້ສຶກສາອົບຮົມ ແລະ ເຮັດບົດບັນທຶກກ່າວເຕືອນຜູ້ກ່ຽວບໍ່ໃຫ້ກັບໄປກະທໍາແບບເກົ່າອີກ

ຂໍ້ມູນຈາກ: ໜັງສຶືພິມຄວາມສະຫງົບ

More from author

Related posts

Latest posts

VietJet ປະກາດເສັ້ນທາງສາຍໃໝ່ ພູກວກ-ສິງກະໂປ ແລະ ຮັບປະກັນຂໍ້ຕົກລົງດ້ານການເງິນ 300 ລ້ານໂດລາສະຫະລັດ

(ນະຄອນຫຼວງ ວຽງຈັນ, 12 ມີນາ 2025) - ໃນລະຫວ່າງການຢ້ຽມຢາມ ປະເທດສິງກະໂປ ຢ່າງເປັນທາງການ ຂອງທ່ານເລຂາທິການໃຫຍ່ ປະທານປະເທດຫວຽດນາມ ທ່ານ ໂຕ້ ລຳ. VietJet ໄດ້ປະກາດເປີດເສັ້ນທາງໂດຍກົງໃໝ່ເຊື່ອມຕໍ່ ລະຫວ່າງ ຜູ້ກວກ ກັບ ສິງກະໂປ, ພ້ອມກັບການລົງນາມໃນສັນຍາ ສະໜອງທຶນ 300 ລ້ານໂດລາສະຫະລັດ ຮ່ວມມືກັບການບິນ Carlyle. ເຫດການນີ້ແມ່ນການເພີ່ມທະວີການເຊື່ອມຕໍ່ ແລະ ຊຸກຍູ້ການແລກປ່ຽນການຄ້າ ແລະ ການທ່ອງທ່ຽວໃນທົ່ວປະເທດອາຊີຕາເວັນອອກສ່ຽງໃຕ້.

7-Eleven ສາຂາທຳອິດໃນແຂວງຫຼວງພະບາງ ເປີດເປັນທາງການແລ້ວ.

ໜູນຊ່ວຍຂະແໜງການບໍລິການສົ່ງເສີມການທ່ອງທ່ຽວ ຮ່ວມສ້າງເສດຖະກິດສັງຄົມ ຂະຫຍາຍຕົວແບບຍືນຍົງ. ວັນທີ 06 ມີນາ 2025 ທ່ານ ວຽງທອງ ຫັດສະຈັນ ເຈົ້ານະຄອນຫຼວງພະບາງ ໄດ້ໃຫ້ກຽດເປັນປະທານໃນພິທີເປີດຮ້ານ 7-Eleven ສາຂາ ແອວພີບີ ໂພສີ (LPB PHOSY) ຢ່າງເປັນທາງການ ໂດຍຮ້ານນີ້ ຕັ້ງຢູ່ບ້ານສາຍລົມ, ເມືອງຫຼວງພະບາງ ຖືວ່າເປັນຮ້ານ 7-Eleven ສາຂາທຳອິດຂອງແຂວງຫຼວງພະບາງ ພາຍໃນງານຍັງຮ່ວມໄປດ້ວຍແຂກຜູ້ມີກຽດຈາກຫຼາຍໆພາກສ່ວນໃນພື້ນທີ່

“ການສຶກສາ” ໃນຍຸກປັດຈຸບັນ ຄວນຫັນໄປທາງໃດດີ

ປະຕິເສດບໍ່ໄດ້ເລີຍວ່າ ເຮົາກຳລັງຢູ່ໃນຍຸກທີ່ເຕັກໂນໂລຊີກ້າວໄປຢ່າງໄວວາ ແລະ ໂລກປ່ຽນແປງຢ່າງບໍ່ຢຸດຢັ້ງ, ການສຶກສາແບບດັ້ງເດີມອາດຈະບໍ່ພຽງພໍຕໍ່ການຕອບສະໜອງຄວາມຕ້ອງການຂອງສັງຄມໃນປັດຈຸບັນ ເພາະຊ່ອງທາງການຮຽນຮູ້ມີຫຼາຍ ແລະ ຄົນສາມາດຮຽນຮູ້ໄດ້ດ້ວຍຕົນເອງຜ່ານ ປັນຍາປະດິດ (AI), ຮຽນຮູ້ຜ່ານອອນລາຍ, ແລະ ທັກສະດິຈິຕອລກາຍເປັນສ່ວນໜຶ່ງຂອງຊີວິດປະຈໍາວັນ.